ເຊີນຊວນບັນດາທ່ານ!

📌ຢ່າລືມ ຢ່າພາດໂອກາດພິເສດໃນໄວໆນີ້ 👩🏻‍⚕🧑🏻‍⚕✅ 📌ເດັກອາຍຸລຸ່ມ 5 ປີ (9-59 ເດືອນ) ຈຳເປັນຕ້ອງກັນຮັບພູມຄຸ້ມກັນຈາກວັກຊີນກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ. 📌 ພົບກັນໄດ້ທີ່ໂຮງໝໍ ແລະ ຈຸດໃຫ້ບໍລິການທົ່ວປະເທດນັບແຕ່ວັນທີ 20-31 ພຶດສະພາ 2024.

ວຽກງານບໍລິຫານແຜນການແລະການເງິນ

ພິທີປະກາດແຕ່ງຕັ້ງ ຮອງຫົວໜ້າພະແນກສາທາລະນະສຸກ ແຂວງຈຳປາສັກຄົນໃໝ່.

ພິທີປະກາດແຕ່ງຕັ້ງ ຮອງຫົວໜ້າພະແນກສາທາລະນະສຸກ ແຂວງຈຳປາສັກຄົນໃໝ່.

ວັນທີ 21 ມິຖຸນາ 2024 ທີ່ພະແນກສາທາລະນະສຸກແຂວງຈຳປາສັກ ໄດ້ຈັດພິທີປະກາດຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ດຣ ນາງ ອຸດຕະພອນ ສົມສີທາ ຫົວໜ້າຫ້ອງການສາທາລະນະສຸກ ເມືອງບາຈຽງຈະເລີນສຸກມາຮັບຕໍາແໝ່ງ ເປັນຮອງຫົວໜ້າພະແນກສາທາລະນະສຸກ ແຂວງຈຳປາສັກຄົນໃໝ່ ໂດຍໃຫ້ກຽດເປັນປະທານ ຂອງ ທ່ານ ໂສມ ບຸດຕະກຸນ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງໆຈຳປາສັກ,ເຂົ້າຮ່ວມມີ ທ່ານ ດຣ ວຽງສີ ສຸພັກດີ ກຳມະການພັກແຂວງ,ຫົວໜ້າພະແນກສາທາລະນະສຸກແຂວງ,ມີທ່ານຮອງຫົວໜ້າຄະນະຈັດຕັ້ງແຂວງ,ທ່ານຮອງເຈົ້າເມືອງບາຈຽງ,ຮອງຫົວໜ້າພະແນກພາຍໃນແຂວງ,ພະນັກງານຂະແໜງການກ່ຽວຂ້ອງ ແລະ ຜູ້ຖືກແຕ່ງຕັ້ງຮັບຕໍາແໜ່ງໃໝ່ເຂົ້າຮ່ວມ.

ໃນພິທີ ທ່ານ ບຸນມີ ດວງມີສີ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງຂອງເຈົ້າແຂວງຈຳປາສັກ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ດຣ ນາງ ອຸດຕະພອນ ສົມສີທາ ຫົວໜ້າຫ້ອງການສາທາລະນະສຸກ ເມືອງບາຈຽງຈະເລີນສຸກ ມາປະຈຳການຢູ່ ພະແນກສາທາລະນະສຸກແຂວງ ແລະ ແຕ່ງຕັ້ງເປັນ ຮອງຫົວໜ້າພະແນກສາທາລະນະສຸກແຂວງ. ໂດຍອີງຕາມ ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ເລກທີ 68/ສພຊ, ລົງວັນທີ 14 ທັນວາ 2015. ອີງຕາມ ໜັງສືແຈ້ງຕອບຂອງກະຊວງສາທາລະນະສຸກ ສະບັບເລກທີ 713/ສທ, ລົງວັນທີ 4 ມິຖຸນາ 2024 ແລະ ອີງຕາມ ໜັງສືສະເໜີ ຂອງຄະນະຈັດຕັ້ງແຂວງ ສະບັບເລກທີ 586/ຄຈຂ.ຈສ, ລົງວັນທີ 10 ມິຖຸນາ 2024.

ໂອກາດນີ້ ທ່ານ ໂສມ ບຸດຕະກຸນ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງໆຈຳປາສັກ,ໄດ້ເປັນກຽດ ມອບຂ້ຕົກລົງ ແລະ ມີຄຳເຫັນໂອ້ລົມ ໂດຍເນັ້ນໃຫ້ເຫັນຄວາມສຳຄັນ ແລະ ຈຳເປັນຂອງການສັບຊ້ອນ,ຍົກຍ້າຍ ແລະ ປັບປຸງການຈັດຕັ້ງເພື່ອຮັບໃຊ້ໜ້າທີການເມືອງໃນທຸກຂະແໜງການຂອງລັດ ເນັ້ນໃຫ້ຜູ້ໄດ້ຮັບຕໍ່າແໜ່ງໃໝ່ສືບຕໍ່ເພີ່ມທະວີຄວາມສາມັກຄີກັບໝູ່ຄະນະ,ເພີມຄວາມຈູບຈ້າວກ້າວຫັນ,ສະຕິປັນຍາ ຄວາມຮູ້ຄວາມສາມາດ ແລະ ຄວາມເປັນແບບຢ່າງນໍາໜ້າ ປະຕິບັດໜ້າທີ່ຂອງຕົນໃຫ້ຍາດໄດ້ຜົນສຳເລັດໃໝ່ໃຍ່ຫຼວງກ່ວາເກົ່າ.

ສ່ວນ ທ່ານ ດຣ ນາງ ອຸດຕະພອນ ສົມສີທາ ຮອງຫົວໜ້າພະແນກສາທາລະນະສຸກ ແຂວງຈຳປາສັກຄົນໃໝ່ກໍໄດ້ໃຫ້ຄຳໝັ້ນສັນຍາວ່າ: ຈະສຸມສະຕິປັນຍາເຂົ້າໃສ່ການຄົ້ນຄວ້າຮໍ່າຮຽນ ແນວທາງນະໂຍບາຍຂອງພັກ – ລະບຽບ ກົດ ໝາຍຂອງລັດ ໃຫ້ເລິກເຊິ່ງເຖິງຖອງ ເພື່ອເປັນບ່ອນອີງອັນແໜ້ນແກ່ນໃນການປະຕິບັດວຽກ ງານທີ່ການຈັດຕັ້ງມອບໝາຍໃຫ້. ຈະເປັນແບບຢ່າງທີ່ດີໃນການປະຕິບັດລະບຽບກົດໝາຍ, ມະຕິ, ຄໍາສັ່ງຂອງຂັ້ນເທິງ ເພື່ອເຮັດໃຫ້ການຄຸ້ມຄອງລັດດ້ວຍກົດໝາຍ ມີຄວາມສັກສິດນັບມື້ນັບສູງຂຶ້ນ, ປະຕິບັດ ບັນດາຄາດໝາຍຕົວຊີ້ບອກຂອງພະແນກທີ່ກຳນົດໄວ້ ໂດຍສະເພາະ 11 ຕົວຊີ້ບອກ ຕາມແຜນການທີ່ກຳນົດ ໄວ້

.#ເກດສະໜາ ແກ້ວສຸວັນນະແສງ

#ພູວັນ ສີໂສພາ ພະແນກສາທາລະນະສຸກແຂວງຈຳປາສັກ

super_admin

About Author

You may also like

ສຸຂະສຶກສາ ວຽກງານບໍລິຫານແຜນການແລະການເງິນ ວຽກງານແມ່ແລະເດັກ ໂພຊະນາການ

ຂະແໜງອພນາໄມແລະສົ່ງເສີມສູຂະພາບຮ່ວມກັບຂະແໜງບໍລິຫານ-ແຜນການແລະການເງີນພະແນກສາທາລະນະສຸກແຂວງຈຳປາສັກ, ອົງການອະນາໄມໂລກ ສຳເລັດການຝືກອົບຮົມການລົງທະບຽນວັກຊິນກັນພະ ຍາດ ເຂົ້າໃນລະບົບເອເລັກໂທນິກ (EIR) ໃຫ້ ໂຮງຫມໍເມືອງ ແລະ ໂຮງໝໍນ້ອຍ ໃຫ້ແກ່ເມືອງ ປາກຊ່ອງ,ເມືອງ ໂພນທອງ ແລະ ເມືອງ ບາຈຽງຈເລີນສູກ

ຂະແໜງອພນາໄມແລະສົ່ງເສີມສູຂະພາບຮ່ວມກັບຂະແໜງບໍລິຫານ-ແຜນການແລະການເງີນພະແນກສາທາລະນະສຸກແຂວງຈຳປາສັກ, ອົງການອະນາໄມໂລກ ສຳເລັດການຝືກອົບຮົມການລົງທະບຽນວັກຊິນກັນພະ ຍາດ ເຂົ້າໃນລະບົບເອເລັກໂທນິກ (EIR) ໃຫ້ ໂຮງຫມໍເມືອງ ແລະ ໂຮງໝໍນ້ອຍ ໃຫ້ແກ່ເມືອງ ປາກຊ່ອງ,ເມືອງ ໂພນທອງ ແລະ ເມືອງ ບາຈຽງຈເລີນສູກ
ສຸຂະສຶກສາ ວຽກງານສັກຢາວັກຊິນ ວຽກງານບໍລິຫານແຜນການແລະການເງິນ ວຽກງານລະບາດ ວຽກງານວັນນະໂລກ ວຽກງານອາຫານແລະຢາ ວຽກງານແມ່ແລະເດັກ ວຽກງານໄຂ້ຍຸງ ໂພຊະນາການ

ພິທີປະກາດເມືອງສະຂຸມາເປັນເມືອງຢຸດຕິການຖ່າຍຊະຊາຍ.

#ພິທີປະກາດເມືອງສະຂຸມາເປັນເມືອງຢຸດຕິການຖ່າຍຊະຊາຍ. ໃນຕອນເຊົ້າວັນທີ27 ຕຸລາ 2023ນີ້,ເມືອງສຸຂຸມາ ແຂວງຈຳປາສັກໄດ້ຈັດພິທີປະກາດຮັບຮອງ ເມືອງສຸຂຸມາ ເປັນເມືອງຢຸດຕິການຖ່າຍຊະຊາຍ,ຢູ່ທີ່ສະໂມສອນຂອງເມືອງ,ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ແກ້ວລັດຕະນະ ສີຫາວົງ ຄະນະປະຈຳພັກແຂວງ ຮອງປະທານສະພາປະຊາຊົນແຂວງຈຳປາສັກ ຜູ້ຊີ້ນຳວຽກງານຮອບດ້ານຢູ່ເມືອງສຸຂຸມາ,ເປັນກຽດເຂົ້າຮ່ວມຂອງທ່ານ ສົມເພັດ ບຸດສະດີ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆສຸຂຸມາ ,ທ່ານ ດຣ ຈັນສະໝອນ