ໜ່ວຍພັກ ວິທະຍາໄລ ວິທະຍາສາດ ສຸຂະພາບ ຈຳປາສັກ ຈັດກອງປະຊຸມກວດກາ - ປະເມີນ ໜ່ວຍພັກປອດໃສ, ເຂັ້ມແຂງ ໜັກແໜ້ນ
ໜ່ວຍພັກ ວິທະຍາໄລ ວິທະຍາສາດ ສຸຂະພາບ ຈຳປາສັກ ທີ່ຂຶ້ນກັບ ຄະນະພັກຮາກຖານພະແນກສາທາລະນະສຸກ ແຂວງ ຈັດກອງປະຊຸມກວດກາ - ປະເມີນ ໜ່ວຍພັກປອດໃສ, ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2023. ກອງປະຊຸມຈັດຂຶ້ນຢູ່ຫ້ອງປະຊຸມຂອງວິທະຍາໄລ ໃນຕອນເຊົ້າວັນທີ 8 ທັນວາ 2023 ໂດຍການເຂົ້າຮ່ວມຂອງ ສະຫາຍ ດຣ ວຽງສີ ສຸພັກດີ ກຳມະການພັກແຂວງ ເລຂາຄະນະພັກຮາກຖານ ຫົວໜັາພະແນກສາທາລະນະສຸກ ແຂວງ , ສະຫາຍ ສີບຸນຍັງ ຊາທອງຍົດ ຫົວໜ້າຂະແໜງກວດກາພັກ,ຄະນະກວດກາພັກແຂວງ,ສະຫາຍ ດຣ ບຸນຄໍ້າ ເພັດທານີ ເລຂາໜ່ວຍພັກ ຜູ້ອຳນວຍການ ວິທະຍາໄລ ວິທະຍາສາດ ສຸຂະພາບ ຈຳປາສັກ ,ມີຄະນະກໍາມະການກວດກາປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຂັ້ນແຂວງ, ຂັ້ນພະແນກ, ເລຂາ - ຮອງເລຂາ ບັນດາສະມາຊິກພັກພາຍໃນໜ່ວຍພັກ ເຂົ້າຮ່ວມ.
#ໃນກອງປະຊຸມສະຫາຍ ດຣ ບຸນຄໍ້າ ເພັດທານີ ເລຂາໜ່ວຍພັກ ຜູ້ອຳນວຍການ ວິທະຍາໄລ ວິທະຍາສາດ ສຸຂະພາບ ຈຳປາສັກໄດ້ກ່າວເປີດກອງປະຊຸມ,ລາຍງານການກະກຽມຂັ້ນຕອນການດຳເນີນການກວດກາ - ປະເມີນ ໜ່ວຍພັກປອດໃສ, ເຂັ້ມແຂງ ໜັກແໜ້ນ. ສະຫາຍ ນາງ ຕິມິດສຸວັນນະ ຮອງເລຂາໜ່ວຍພັກ ຮອງຜູ້ອຳນວຍການ ,ໄດ້ຜ່ານບົດສະຫຼຸບ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມ, ແຂງໜັກ ແໜ້ນປີ 2023 ແລະ ທິດທາງແຜນການ 2024. ສະຫາຍ ພູທອງ ວັນນິວົງຄຳ ປະທານກວດກາໜ່ວຍພັກ ວິທະຍາໄລ ໄດ້ຜ່ານບົດສໍາຫຼວດການນໍາພາລວມຂອງຄະນະໜ່ວຍພັກ. ຍົກໃຫ້ເຫັນ ດ້ານການເມືອງ,ແນວ ຄິດ,ການຈັດຕັ້ງ,ແບບແຜນວິທີນຳພາແລະ ການນຳພາປະຕິບັດໜ້າທີ່ການເມືອງ.
ໜ່ວຍພັກວິທະຍາໄລ ວິທະຍາສາດ ສຸຂະພາບ ຈຳປາສັກສ້າງຕັ້ງຂຶ້ນໃນວັນທີ: 05/12/1984 ແມ່ນໜ່ວຍ ພັກໜຶ່ງຂຶ້ນກັບຄະນະພັກຮາກຖານພະແນກສາທາລະນະສຸກ ແຂວງຈຳປາສັກ, ມີໜ້າທີ່ໃນການພັດທະນາບຸກຄະລະ ກອນສາທາລະນະສຸກຕາມຫຼັກສູດການຮຽນ-ການສອນ ທີ່ກະຊວງສາທາລະນະສຸກວາງອອກ, ຍົກລະດັບພະນັກງານສາທາລະນະສຸກໃຫ້ບັນດາເມືອງ ແລະ ສຸກສາລາເພື່ອເຮັດໃຫ້ການບໍລິການດ້ານສາທາລະນະສຸກໄດ້ຍິ່ງເລິກເຂົ້າເຖິງ ຮາກຖານປະຊາຊົນບັນດາເຜົ່າເຂດຫ່າງໄກສອກຫຼີກ.ໜ່ວຍພັກວິທະຍາໄລ ວິທະຍາສາດ ສຸຂະພາບ ຈຳປາສັກປະກອບມີ:ຄະນະໜ່ວຍພັກ: 3 ສະຫາຍ; ຍິງ 01 ສະຫາຍ.- ປະຈຸບັນສະມາຊິກພັກ ມີໜ້າຕົວຈິງ 35 ສະຫາຍ, ຍິງ 26 ສະຫາຍ, ສະມາຊິກສຳຮອງ 04 ສະຫາຍ, ຍິງ 03 ສະຫາຍ. ຈັດເປັນ 2 ຈຸ: ຈຸພັກທີ່ເປັນພະນັກງານມີຈຳນວນທັງໝົດ 29 ສະຫາຍ, ຍິງ 20 ສະຫາຍ, ສຳຮອງ 04 ສະຫາຍ, ຍິງ 03 ສະຫາຍ ແລະ ຈຸພັກທີ່ເປັນນັກສຶກສາມີຈຳນວນທັງໝົດ 06 ສະຫາຍ, ຍິງ 06 ສະຫາຍ
ປັດຈຸບັນມີສະມາຊິກພະນັກງານທັງໝົດ 35 ສະຫາຍ, ຍິງ 26 ສະຫາຍ, ສຳຮອງ 04 ສະຫາຍ, ຍິງ 03 ສະຫາຍ.
ມີສະມາຊິກພັກທີ່ໄດ້ຈັດປະເພດ 29 ສະຫາຍ, ຍິງ 20 ສະຫາຍ.
ສະມາຊິກພັກບໍ່ໄດ້ຈັດປະເພດ 06 ສະຫາຍ, ຍິງ 06 ສະຫາຍ (ຍົກຍ້າຍມາໃໝ່)
ຈັດໃນປະເພດແຂງ 29 ສະຫາຍ, ຍິງ 20 ສະຫາຍເທົ່າກັບ 100%.
→ ຈັດປະເພດໜ່ວຍພັກວິທະຍາໄລ: ເປັນປະເພດແຂງ.
ໂອກາດນີ້ຜູ້ແທນກອງປະຊຸມ ແລະ ຄະນະກໍາະການກວດກາປະເມີນຜົນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຂັ້ນແຂວງ, ຂັ້ນພະແນກ ກໍໄດ້ ປະກອບຄໍາເຫັນຕີລາຄາຄືນ ຕໍ່ກັບບົດສະຫຼຸບຕ່າງໆ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ ແລະ ນໍາສະເໜີ ຄະນະພັກ - ຂັ້ນເທິງອະນຸມັດຮັບຮອງ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນໂອກາດຕໍ່ໄປ. ພິເສດ ສະຫາຍ ດຣ ວຽງສີ ສຸພັກດີ ກຳມະການພັກແຂວງ,ເລຂາຄະນະພັກຮາກຖານ ຫົວໜ້າພະແນກສາທາລະນະສຸກແຂວງກໍມີຄໍາເຫັນໂອ້ລົມຕື່ມອີກ.
ເກດສະໜາ ແກ້ວສຸວັນນະແສງ
ສະຖານີວິທະຍຸແຂວງຈຳປາສັກ Champasak Radio station 100,7 Mhz
ອ່ານເພີ່ມ