ການ​ເຄື່ອນ​ໄຫວ
ຄົ້ນ​ຫາ​ໃນ​ໜ້ານີ້

ຫ້ອງການສາທາລະນະສຸກເມືອງບາຈຽງຈະເລີນສຸກເປີດກອງປະຊຸມສະຫຼຸບຕີລາຄາຄືນການຈັດຕັ້ງວຽກງານຮອບດ້ານ ປະຈຳປີ 2023 ແລະ ວາງແຜນສູ້ຊົນ ສົກປີ 2024

22/03/2025

ຫ້ອງການສາທາລະນະສຸກເມືອງບາຈຽງຈະເລີນສຸກເປີດກອງປະຊຸມສະຫຼຸບຕີລາຄາຄືນການຈັດຕັ້ງວຽກງານຮອບດ້ານ ປະຈຳປີ 2023 ແລະ ວາງແຜນສູ້ຊົນ ສົກປີ 2024

#ຫ້ອງການສາທາລະນະສຸກເມືອງບາຈຽງຈະເລີນສຸກເປີດກອງປະຊຸມສະຫຼຸບຕີລາຄາຄືນການຈັດຕັ້ງວຽກງານຮອບດ້ານ ປະຈຳປີ 2023 ແລະ ວາງແຜນສູ້ຊົນ ສົກປີ 2024 ----------*--------- ຕອນບ່າຍວັນທີ 26 ກຸມພາ 2024 ຫ້ອງການສາທາລະນະສຸກເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກໄດ້ເປີດກອງປະຊຸມສະຫຼຸບຕີລາຄາຄືນການຈັດຕັ້ງວຽກງານຮອບດ້ານ ປະຈຳປີ 2023 ແລະ ວາງແຜນສູ້ຊົນ ສົກປີ 2024 ຢູ່ທີ່ ສະໂມສອນຂອງເມືອງ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ດຣ ວຽງສີ ສຸພັກດີ ກຳມະການພັກແຂວງ, ຫົວໜ້າພະແນກສາທາລະນະສຸກແຂວງຈຳປາສັກ, ທ່ານ ປະລິນຍາເອກ ຄຳກິ່ງແກ້ວ ປັດທຳມະວົງ ຮອງເຈົ້າເມືອງບາຈຽງຈະເລີນສຸກ,ມີຫົວໜ້າຫ້ອງການ,ຮອງຫ້ອງການອ້ອມຂ້າງເມືອງ,ເລຂາຄະນະພັກຮາກຖານກຸ່ມ ,ເລຂາພັກບ້ານ-ນາຍບ້ານ47ບ້ານ ,ອຳນວຍການໂຮງໝໍເມືອງ,ຫົວໜ້າສຸກສາລາ,ພະນັກງານວິຊາການເຂົ້າຮ່ວມ: ກອງປະຊຸມໄດ້ມີການຮັບຊົມຮູບພາບການເຄື່ອນໄຫວວຽກງານຂອງສາທາລະນະສຸກ ໃນໄລຍະ 1 ປີ 2023,ຈາກນັ້ນ ທ່ານ ວັດທະນາ ຈັນທະລາສິນ ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງໄດ້ ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານສາທາລະນະສຸກ ຮອບດ້ານ 1ປີ 2023ແລະພ້ອມທັງວາງທິດທາງຄາດໝາຍສູ້ຊົນປີ 2024ວ່າ: ວຽກສາທາລະນະສຸກປະກອບມີ 8 ແຜນງານຄື:ແຜນງານອະນາໄມ້ ແລະສົ່ງເສີມ,ແຜນງານຄວບຄຸມພະຍາດຕິດຕໍ່ ,ແຜນງານບໍລິການສຸຂະພາບ,ແຜນງານປົກປ້ອງຜູ້ບໍລິໂພກ, ແຜນງານຄຸ້ມຄອງ,ແຜນງານການເງີນ,ແຜນງານແຜນການ ການຮ່ວມມື ,ແຜນງານຄຸ້ມຄອງການບໍລິການ ແລະ ກວດກາ,ແລະ ມີ ຕາໜ່າງການບໍລິການສາທາລະນະສຸກ: ໂຮງໝໍເມືອງ 01 ແຫ່ງ,ສຸກສາລາປະເພດ ກ 02 ແຫ່ງ,ໂຮງໝໍນ້ອຍປະເພດ ຂ 03 ແຫ່ງ, ຫ້ອງກວດພະຍາດເອກະຊົນ 03 ແຫ່ງ,ຮ້ານຂາຍຢາ 34 ແຫ່ງ, ບໍລິການປິ່ນປົວສຸຂະພາບ: ຈໍານວນກວດເຂດນອກ: 21.402 ເທື່ອຄົນ,ຈໍານວນນອນໂຮງໝໍ: 2.374 ເທື່ອຄົນ,ຊ່ວຍເກີດລູກ: 1.177 ຄົນ,ອັດຕາການຕາຍໃນໂຮງໝໍ 0 % ,ສະເລ່ຍວັນນອນໂຮງໝໍ 02 ວັນ/ຄົນ,ອັດຕາໝູນໃຊ້ຕຽງ 95 %, ວຽກງານ 5 ດີ 1ພໍໃຈ ໂຮງໝໍຊຸມຊົນເມືອງ ປະຕິບັດໄດ້ 75 % ,ພ້ອມນັ້ນຍັງໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານ5ດີ 1 ພໍໃຈ ຂອງໂຮງຫມໍຊຸມຊົນເມືອງ,ລາຍງານການຈັດຕັ້ງປະຕິບັດວຽກງານສາທາລະນະສຸກຢູ່ຂັ້ນສຸກສາລາ,ຮັບຟັງການຜ່ານຂໍ້ຕົກ ຂອງທ່ານເຈົ້າແຂວງຈໍາປາສັກ ສະບັບເລກທີ381/ຈຂ.ຈສ ,ລົງວັນທີ28ມີນາ2023 ວ່າດ້ວຍການອະນຸມັດໃບຍ້ອງຍໍຂັ້ນແຂວງ ໃຫ້ແກ່ພະນັກງານລັດຖະກອນທີ່ຂື້ນກັບເມືອງບາຈຽງຈະເລີນສຸກ,ຜ່ານຂໍ້ຕົກລົງ ຂອງທ່ານເຈົ້າເມືອງ ບາຈຽງຈະເລີນສຸກ ສະບັບເລກທີ 049/ຈມ,ລົງວັນທີ 23 ກຸມພາ2024 ວ່າດ້ວຍການມອບໃບຍ້ອງຍໍໃຫ້ແກ່ສະຖານທີ່ບໍລິການແລະໜ່ວຍງານທີ່ດີເດັ່ນໃນການຈັດຕັ້ງປະຕິບັດວຽກງານສາທາລະນະສຸກໃນໄລຍະ1ປີ 2023 ,ຈາກນັ້ນໄດ້ມີການເຊັນບົດບັນທຶກຂໍ້ແຂ່ງຂັນການຈັດຕັ້ງປະຕິບັດຄາດໝາຍສູ້ຊົນວຽກງານສາທາລະນະສຸກໃນໄລຍະ1ປີ 2024 ຕື່ມອີກດ້ວຍ./ ສື່ມວນຊົນແຂວງຈຳປາສັກ. #ພະແນກສາທາລະນະສຸກແຂວງຈຳປາສັກ #ຂ່າວ-ພາບ: ນາງ ວຽງອຳໄພ ນັກຂ່າວເມືອງ

ອ່ານ​ເພີ່ມ

 

ອົງການມູນນິທິດູແລປິ່ນປົວພະຍາດເອດປະຈຳ ສປປ ລາວ (AHF Laos) ສົມທົບກັບກອງເລຂາຈ້ານເອດພະແນກສາທາລະນະສຸກແຂວງຈຳປສັກ ໄດ້ຈັດງານ ສະເຫຼີມສະຫຼອງວັນແມ່ຍິງສາກົນ ເພື່ອສົ່ງເສີມການເຂົ້າເຖີງການບໍລິການຮັກສາສຸຂະພາບ, ສິດທິ ແລະ ຄວາມເທົ່າທຽມໃນສັງຄົມ

13/03/2025

ອົງການມູນນິທິດູແລປິ່ນປົວພະຍາດເອດປະຈຳ ສປປ ລາວ (AHF Laos) ສົມທົບກັບກອງເລຂາຈ້ານເອດພະແນກສາທາລະນະສຸກແຂວງຈຳປສັກ ໄດ້ຈັດງານ ສະເຫຼີມສະຫຼອງວັນແມ່ຍິງສາກົນ ເພື່ອສົ່ງເສີມການເຂົ້າເຖີງການບໍລິການຮັກສາສຸຂະພາບ, ສິດທິ ແລະ ຄວາມເທົ່າທຽມໃນສັງຄົມ

#ອົງການມູນນິທິດູແລປິ່ນປົວພະຍາດເອດປະຈຳ ສປປ ລາວ (AHF Laos) ສົມທົບກັບກອງເລຂາຈ້ານເອດພະແນກສາທາລະນະສຸກແຂວງຈຳປສັກ ໄດ້ຈັດງານ ສະເຫຼີມສະຫຼອງວັນແມ່ຍິງສາກົນ ເພື່ອສົ່ງເສີມການເຂົ້າເຖີງການບໍລິການຮັກສາສຸຂະພາບ, ສິດທິ ແລະ ຄວາມເທົ່າທຽມໃນສັງຄົມ #ເນື່ອງໃນໂອກາດວັນແມ່ຍິງສາກົນ ອົງການມູນນິທິດູແລປິ່ນປົວພະຍາດເອດ (AHF) ໄດ້ໃຫ້ການສະໜັບສະໜູນການສະເຫຼີມສະຫຼອງຜົນສຳເລັດຂອງແມ່ຍິງ ແລະ ເດັກຍິງໃນທົ່ວໂລກທີ່ສາມາດທຳລາຍອຸປະສັກສິ່ງກີດຂວາງການເຂົ້າເຖີງການບໍລິການຮັກສາສຸຂະພາບ, ຄວາມເທົ່າທຽມ ແລະ ການໄດ້ຮັບໂອກາດທີ່ສຳຄັນຕ່າງໆ. ໃນປີນີ້ ອົງການ AHF ປະຈຳ ສປປ ລາວ ຮ່ວມກັບບັນດາປະເທດໃນທົ່ວໂລກເພື່ອສົ່ງເສີມ ແລະ ລົບລ້າງບັນຫາຄວາມບໍ່ເທົ່າທຽມ ທີ່ມີກັບແມ່ຍິງ ແລະ ເດັກຍິງ ໂດຍການຈັດງານສະເຫຼີມສະຫຼອງວັນແມ່ຍິງສາກົນຂຶ້ນ ໃນວັນທີ 12 ເດືອນມີນາ 2025, ເວລາ 2 ໂມງ ຫາ 5 ໂມງ ຕອນບ່າຍ ທີ່ວິທະຍາໄລວິທະຍາສາດສາທາລະນະສຸກຈຳປາສັກ ເພື່ອເປັນການຢໍ້າເຕືອນຄວາມສຳຄັນວ່າສັງຄົມຈະມີຄວາມຈະເລີນກໍ່ຕໍ່ເມື່ອແມ່ຍິງ ແລະ ເດັກຍິງໄດ້ຮັບການດູແລເອົາໃຈໃສ່ ແລະ ໄດ້ຮັບການພັດທະນາທີ່ດີ. #ເຖີງແມ່ນວ່າຈະເຫັນຄວາມຄືບໜ້າທີ່ດີໃນການສົ່ງເສີມສິດທິຂອງແມ່ຍິງໃນຫຼາຍທົດສະວັດທີ່ຜ່ານມາ ແຕ່ກໍ່ຍັງມີແມ່ຍິງທີ່ຕິດເຊື້ອ HIV ໃນທົ່ວໂລກກວາມເອົາເຖີງ 44% ຂອງຈຳນວນທັງໝົດ. ບັນຫາທີ່ຍັງພົບເຫັນກໍແມ່ນເກີດມາຈາກບັນຫາຄວາມຮຸ່ນແຮງທາງເພດ, ຂາດໂອກາດການເຂົ້າເຖີງການບໍລິການຮັກສາສຸຂະພາບ, ຂໍ້ຈຳກັດດ້ານສິດທິໃນໄວຈະເລີນພັນ, ການມີລາຍຮັບທີ່ບໍ່ເທົ່າທຽມ, ແລະ ການຂາດໂອກາດໄດ້ຮັບການສຶກສາ ທັງໝົດນີ້ເປັນປັດໃຈຊໍ້າເຕີມຄວາມບໍ່ເທົ່າທຽມຂອງແມ່ຍິງໃນສັງຄົມ. ພ້ອມກັນນັ້ນ, ຍັງມີແມ່ຍິງຫຼາຍລ້ານຄົນຍັງບໍ່ສາມາດເຂົ້າເຖີງຜະລິດຕະພັນດູແລສຸຂະພາບໃນວັນປະຈຳເດືອນທີ່ບໍ່ແພງເກີນໄປ ແລະ ຄວາມຮູ້ພື້ນຖານດ້ານເພດສຶກສາ ສິ່ງເລົ່ານີ້ມີຜົນກະທົບຕໍ່ກຽດສັກສີ, ຄວາມສະດວກ, ແລະ ການໄດ້ຮັບໂອກາດຂອງເຂົາເຈົ້າ. ໃນງານສະເຫຼີມສະຫຼອງວັນແມ່ຍິງສາກົນປີ 2025 ນີ້, ອົງການ AHF ປະຈຳ ສປປ ລາວ ໄດ້ສົມທົບກັບກອງເລຂາຕ້ານເຶດແຂວງຈຳປາສັກ ເພື່ອຈັດງານສະເຫຼີມສະຫຼອງຂຶ້ນທີ່ວິທະຍາໄລວິທະຍາສາດສາທາລະນະສຸກຈຳປາສັກ ເພື່ອເປັນການໃຫ້ຄວາມຮູ້ຄວາມເຂົ້າໃຈແກ່ນັກສຶກສາ ແລະ ບັນດາແຂກທີ່ເຂົ້າຮ່ວມທີ່ມາຈາກບັນດາວິທະຍາໄລ, ໂຮງຮຽນ ແລະ ສຳນັກງານຕ່າງຕ່າງ. ໃນງານດັ່ງກ່າວນີ້ ບັນດາແຂກທີ່ເຂົ້າຮ່ວມຈະໄດ້ຮັບຟັງຂໍ້ມູນກ່ຽວກັບສະພາບຂອງການລະບາດຂອງພະຍາດ HIV, ການສົ່ງເສີມບົດບາດຂອງແມ່ຍິງຈາກບົດກ່າວປາໃສຂອງແຂກສຳຄັນ ແລະ ຈາກກິດຈະກຳເຜີຍແຜ່ຄວາມຮູ້ ແລະ ການຫຼິ້ນເກມຕອບຄຳຖາມແຈກລາງວັນໃນບູດຂອງອົງການຕ່າງໆ. #ໃຫ້ກຽດເຂົ້າຮ່ວມເປັນຄະນະປະທານໃນພິພີຄັ້ວນີ້ ໂດຍ: ທ່ານ ດຣ ປານີນາ ພູມສະິຫວັນ ຫົວໜ້າສູນຕ້ານເອດ/ພຈພະຊວງສາທາລະນະສຸກ ທ່ານ ດຣ ສັງວານ ແສນສຸກ ຄະນະພະແນກສາທາລະນະສຸກແຂວງຈຳປາສັກ ທ່ານ ດຣ ສຸລິວັນ ເພັງໄຊ ຫົວໜ້າໂຄງການ AHF Laos ທ່ານ ດຣ ພູທອງ ວັນນິວົງຄຳ ຄະນະກຳນວຍການ ວິທະຍາໄລ ວິທະຍາສາດສຸຂະພາບຈຳປາສັກ ທ່ານ ດຣ ບຸນເຮືອງ ແສນກັນຍາ ຕ່າງໝ້າຄະນະສະຫະພັນແມ່ຍິງໂຮງໝໍແຂວງຈໍາປາສັກ ມີບັນດາທ່ານແຂກພາກສ່ວນຕ່າງໆເຂົ້າຮ່ວມເຊັ່ນ: ສະຫະພັນແມ່ຍິງພະແນກສາທາລະນະສຸກແຂວງ, ວິທະຍາໄລວິທະຍາສາດສຸຂະພາບພ້ອມດ້ວຍນ້ອງໆນັກສຶກສາແພດ, ໂຮງໝໍຈຳປາສັກ. ສະຫະພັນແມ່ຍິງຈາກວິທະຍາໄລເຄັກນິກ, ຊີບີເອຟ,ອາສາສະໝັກ ຊພຊ, ອົງການ AHF Laos. ອົງການກາແດງສາຂາຈຳປາສັກ, ສະຫະພັນແມ່ຍິງແຂວງ, ຊາວໜຸ່ມແຂວງ ແລະ ກຳມະບານແຂວງເຂົ້າຮ່ວມ: #ພາບ-ຂ່າວ: ພູວັນ ສີໂສພາ

ອ່ານ​ເພີ່ມ

 

ໂຮງໝໍແຂວງຈໍາປາສັກຈັດພິທີມອບ​ -​ ຮັບ​ ອາຄານນອນຄົນເຈັບ ຫຼັງໃໝ່

12/03/2025

ໂຮງໝໍແຂວງຈໍາປາສັກຈັດພິທີມອບ​ -​ ຮັບ​ ອາຄານນອນຄົນເຈັບ ຫຼັງໃໝ່

#ໂຮງໝໍແຂວງຈໍາປາສັກຈັດພິທີມອບ​ -​ ຮັບ​ ອາຄານນອນຄົນເຈັບ ຫຼັງໃໝ່ -​-​----======------- #ວັນທີ​ 12​ ມີນາ​ 2025,​ ໄດ້ມີພິທີມອບ​ -​ ຮັບ​ ອາຄານນອນຄົນເຈັບ ໂຮງໝໍແຂວງຈໍາປາສັກ​ຫຼັງໃໝ່ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ,ອາຄານນອນຄົນເຈັບຫຼັງນີ້ແມ່ນ ການ​ຊ່ວຍເຫຼືອ​ລ້າໃນການກໍ່ສ້າງ ຈາກ​ ກຸ່ມບໍລິສັດ​ ເອໄອເອັຟ,​ ບໍລິສັດ​ ທີ່ປຶກສາດ້ານການລົງທຶນ ແລະ​ ກໍ່ສ້າງເຂື່ອນໄຟຟ້າ ຈໍາກັດ​ຜູ້ດຽວ,​ ກຸ່ມບໍລິສັດ​ ໄຊຊະນະ​ ຈໍາກັດ​ຜູ້ດຽວ​ ໃນ​ມູນຄ່າ​ 16​ ຕື້ກີບ. ໃນພິທີ,​ ທ່ານ ປອ.​ລິດທິກອນ ພູມມະສັກ ປະທານ ກຸ່ມບໍລິສັດ ເອໄອເອັຟ​ ໄດ້ຕາງໜ້າແກ່ຜູ້ໃຫ້ທຶນມີຄໍາເຫັນກ່າວມອບ ພ້ອມທັງຍົກໃຫ້ເຫັນສາເຫດ​ ແລະ​ ຄວາມເປັນມາ​ ໃນການໃຫ້ທຶນຊ່ວຍເຫຼືອລ້າໃນການກໍ່ສ້າງອາຄານນອນຄົນເຈັບ​ ໃຫ້ແກ່​ໂຮງໝໍແຂວງຈໍາປາສັກ​. #ຕໍ່ມາ ທ່ານ ດຣ.​ຄໍາສິງ ແກ້ວທອງກຸ ຜູ້ອໍານວຍການໂຮງໝໍແຂວງຈຳປາສັກ ກໍໄດ້ກ່າວຮັບອາຄານນອນຄົນເຈັບຫຼັງໃໝ່​ ແລະ​ ມີຄຳເຫັນວ່າ: ຄະນະພັກ​ -​ ຄະນະອໍານວຍການພ້ອມດ້ວຍພະນັກງານໂຮງໝໍແຂວງຈໍາປາສັກ ທຸກຖ້ວນໜ້າ​ ມີຄວາມພາກພູມໃຈຢ່າງຍິ່ງ ທີ່ໄດ້ຮັບອາຄານນອນຄົນເຈັບຫຼັງໃໝ່ ໃນຄັ້ງນີ້​ ເພາະເປັນຂີດໝາຍທີ່ສໍາຄັນໃນການ ຍົກລະດັບຄຸນນະພາບການປິ່ນປົວ ຕາມເນື້ອໃນຄຸນນະພາບ 5 ດີ​ 1 ພໍໃຈ ຢູ່ສະຖານທີ່ປິ່ນປົວສຸຂະພາບ ທີ່ກະຊວງສາທາລະນະສຸກກຳນົດອອກ​ ທັງເປັນການຫຼຸດຜ່ອນຄວາມແອອັດ,​ ຫຼຸດຜ່ອນຄວາມສ່ຽງຈາກການຕິດເຊື້ອພາຍໃນໂຮງໝໍ,​ ເຮັດໃຫ້ໂຮງໝໍ ມີອາຄານນອນປິ່ນປົວຄົນເຈັບ ຂະໜາດ 68​ ຕຽງ​ ເພີ່ມຕື່ມ​ເພື່ອຮອງຮັບໃຫ້ແກ່ການມາປິ່ນປົວຂອງປະຊາຊົນບັນດາເຜົ່າ ໃນ 4 ແຂວງພາກໃຕ້, ໂອກາດນີ້ຂໍໃຫ້ຄໍາໝັ້ນສັນຍາວ່າ​ ຈະຄຸ້ມຄອງນໍາໃຊ້​ແລະ​ ປົກປັກ ຮັກສາອາຄານນອນປິ່ນປົວຕົນເຈັບ​ ທີ່ໄດ້ຮັບການຊ່ວຍເຫຼືອໃນຄັ້ງນີ້ດ້ວຍຄວາມຮັບຜິດຊອບ ແລະ ເກີດປະໂຫຍດສູງສຸດ. ເພື່ອເປັນການສະເເດງຄວາມຮູ້ບຸນຄຸນ ຕໍ່ບັນດາບໍລິສັດ 3 ບໍລິສັດ ທີ່ໄດ້ກໍ່ສ້າງອາຄານນອນຄົນເຈັບໂຮງຫມໍເເຂວງຈຳປາສັກ ຈົນສໍາເລັດ,​ ເຈົ້າແຂວງ​ຈໍາປາສັກ​ ຈິ່ງໄດ້ມອບໃບກຽດຕິຄຸນ​ ໃຫ້ແກ່​ 3 ບໍລິສັດ​ດດັ່ງກ່າ.​ ຈາກນັ້ນ, ກໍມີການຕັດແຖບຜ້າມອບ​ - ຮັບອາຄານນອນຄົນເຈັບໂຮງໝໍແຂວງຈຳປາສັກ ຢ່າງເປັນທາງການ.​ #ໃນພິທີມອບ​ -​ ຮັບ​ອາຄານ​ຄັ້ງນີ້​ ມີທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງໆຈຳປາສັກ, ທ່ານ ດຣ.​ວຽງສີ ສຸພັກດີ ຫົວຫນ້າພະແນກສາທາລະນະສຸກແຂວງຈຳປາສັກ,​ ທ່ານ ດຣ.​ຄຳສິງ ແກ້ວທອງກຸ ຜູ້ອຳນວຍການໂຮງໝໍແຂວງຈຳປາສັກ,​ ທ່ານ ປອ.​ລິທິກອນ ພູມມະສັກ ປະທານກຸ່ມບໍລິສັດ ເອໄອເອັຟ,​ ທ່ານ ໄຊຊະນະ ວິຊາເທບ ປະທານກຸ່ມບໍລິສັດ ໄຊຊະນະ​ ຈຳກັດຜູ້ດຽວ,​ ທ່ານ​ ເພັດຈະເລີນ ໂຈ່ມະນີ ຜູ້ອຳນວຍການໃຫ່ຍ ບໍລິສັດທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈຳກັດຜຼ້ດຽວ.​ ນອກນີ້​ ກໍຍັງມີການນຳຈາກສູນກາງ,​ ການນໍາເເຂວງ,ພະເເນກການອ້ອມຂ້າງແຂວງ​ ພ້ອມດ້ວຍ ພະນັກງານ,​ ພະຍາບານ,​ ແພດ​ໝໍ​ ແລະ​ ຄະນະຮັບຜິດຊອບໂຄງການ​ ເຂົ້າຮ່ວມ. #ພາບ-ຂ່າວ:ເກດສະໝາ #ຂ່າວສານສາທາລະນະສຸກ ແຂວງຈຳປາສັກ

ອ່ານ​ເພີ່ມ

 

ກອງປະຊຸມຮັບຟັງການໂອ້ລົມຂອງຄະນະປະຈຳພັກແຂວງ, ເພື່ອກະກຽມຄວາມພ້ອມໃນການດຳເນີນກອງປະຊຸມໃຫຍ່ ຄັ້ງທີ່ VIII ຂອງຄະນະພັກຮາກຖານພະແນກສາທາລະນະສຸກແຂວງຈຳປາສັກ

03/03/2025

ກອງປະຊຸມຮັບຟັງການໂອ້ລົມຂອງຄະນະປະຈຳພັກແຂວງ, ເພື່ອກະກຽມຄວາມພ້ອມໃນການດຳເນີນກອງປະຊຸມໃຫຍ່ ຄັ້ງທີ່ VIII ຂອງຄະນະພັກຮາກຖານພະແນກສາທາລະນະສຸກແຂວງຈຳປາສັກ

#ກອງປະຊຸມຮັບຟັງການໂອ້ລົມຂອງຄະນະປະຈຳພັກແຂວງ, ເພື່ອກະກຽມຄວາມພ້ອມໃນການດຳເນີນກອງປະຊຸມໃຫຍ່ ຄັ້ງທີ່ VIII ຂອງຄະນະພັກຮາກຖານພະແນກສາທາລະນະສຸກແຂວງຈຳປາສັກ #ກອງປະຊຸມໄດ້ຈັດຂື້້ນຢູ່ທີ່ພະແນກສາທາລະນະສຸກແຂວງຈຳປາສັກ ຂອງວັນທີ 3 ມີນາ 2025 ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ໂສມ ບຸດຕະກຸນ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງຈຳປາສັກ, ມີ ສະຫາຍ ດຣ ວຽງສີ ສຸພັກດີ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກສາທາລະນະສຸກແຂວງ, ມີບັນດາ ສະຫາຍ ຄະນະພັກຮາກຖານ, ເລຂາໜ່ວຍພັກ, ຄະນະໜ່ວຍພັກ 10 ໜ່ວຍພັກທີ່ຂື້ນກັບຮາກຖານພັກ, ມີສະຫາຍຜູ້ອຳນວຍການ, ຄະນະອຳນວຍ ການໂຮງໝໍຈຳປາສັກ, ວິທະຍາໄລວິທະຍາສາດສຸຂະພາບ, ໂຮງງານຜະລິດຢາ ຊີບີເອຟ, ມີສະຫາຍຫົວໜ້າຂະແໜງ, ຄະນະຂະແໜງອ້ອມຂ້າງພະແນກສາທາລະນະສຸກແຂວງເຂົ້້າຮ່ວມຈຳນວນ 91 ສະຫາຍ, ຍິງ 48 ສະຫາຍ: #ພາຍໃນກອງປະຊຸມ ສະຫາຍ ວຽງສີ ສຸພັກດີ ໄດ້ຂື້ນລາຍງານຫຍໍ້ຕໍ່ກອງປະຊຸມກ່ຽວກັບການກະກຽມຄວາມພ້ອມຮອບດ້ານວ່າ: ໃນປະຈຸບັນນີ້ການກະກຽມບັນດາເນື້ອໃນ ແລະ ໜ້າວຽກຕ່າງໆແມ່ນໄດ້ສຳເລັດ ຮ້ອຍສ່ວນຮ້ອຍ, ສຳລັບແຜນໃນການເປີດກອງປະຊຸມໃຫຍ່ແມ່ນຮັບປະກັນໃຫ້ສຳເລັດພາຍໃນເດືອນ ມີນາ 2025ນີ້. #ເພື່ອເຮັດໃຫ້ກອງປະຊຸມໃຫຍ່ຄະນະພັກຮາກຖານທີ່ຈະເປີດຂື້ນໃນໝໍ່ໆນີ້ໃດ້ຮັບຜົນສຳເລັດຢ່າງຈົບງາມ ສະຫາຍ ໂສມ ບຸດຕະກຸນ ປະທານກອງປະຊຸມ ກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ສະຫາຍສະມາຊິກພັກວ່າ: ສະຫາຍສະມາຊິກພັກທຸກຄົນຕ້ອງຮັບຮູ້, ເຂົ້າໃຈ, ເຊື່ອມຊຶມ ແລະ ມີຄວາມເປັນເອກະພາບສູງຕໍ່ແນວທາງການນຳພາຂອງພັກ, ມີຄວາມໂປ່ງໃສ, ບໍລິສຸດສັດຊື່, ມີຄວາມສາມັກຄີເປັນປຶກແຜ່ນສາມາດຂັບເຂື່ອນບັນດາໜ້າວຽກຕ່າງໆທີ່ພັກ-ລັດ ມອບໝາຍໃຫ້ ອອກແຮງປະຕິບັດໃຫ້ບັນລຸຕາມລະດັບຄາດໝາຍທີ່ວາງອອກໃນແຕ່ລະໄລຍະ.

ອ່ານ​ເພີ່ມ

 

ພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ວິທະຍາໄລ ວິທະຍາສາດ ສຸຂະພາບ ຈໍາປາສັກ (Champasak College of Health Sciences) ສປປ. ລາວ ແລະ ໂຮງໝໍຜູ້ສູງອາຍຸ ແລະ ສູນເວດຊະສາດຟື້ນຟູ ເຊີເຊີຣີ ໂຮມ (Chersery Home International) ປະເທດໄທ

28/02/2025

ພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ວິທະຍາໄລ ວິທະຍາສາດ ສຸຂະພາບ ຈໍາປາສັກ (Champasak College of Health Sciences) ສປປ. ລາວ ແລະ ໂຮງໝໍຜູ້ສູງອາຍຸ ແລະ ສູນເວດຊະສາດຟື້ນຟູ ເຊີເຊີຣີ ໂຮມ (Chersery Home International) ປະເທດໄທ

ພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ວິທະຍາໄລ ວິທະຍາສາດ ສຸຂະພາບ ຈໍາປາສັກ (Champasak College of Health Sciences) ສປປ. ລາວ ແລະ ໂຮງໝໍຜູ້ສູງອາຍຸ ແລະ ສູນເວດຊະສາດຟື້ນຟູ ເຊີເຊີຣີ ໂຮມ (Chersery Home International) ປະເທດໄທ ……………………………………………………………………………… >>> ວັນທີ 24 ກຸມພາ 2025, ວິທະຍາໄລ ວິທະຍາສາ ສຸຂະພາບ ຈໍາປາສັກ ໄດ້ເຂົ້າຮ່ວມພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ທີ່ ສູນສົ່ງເສີມ ເເລະ ຟື້ນຟູຜູ້ສູງອາຍຸ The Senizens (ຊັ້ນ8) ໂຮງໝໍຜູ້ສູງອາຍຸ ແລະ ສູນເວດຊະສາດຟື້ນຟູ ເຊີເຊີຣີ ໂຮມ (Chersery Home International), ກຸງເທບມະຫານະຄອນ ປະເທດໄທ. ໂດຍປະຕິບັດຕາມຂໍ້ຕົກລົງທ່ານລັດຖະມົນຕີກະຊວງສາທາລະນະສຸກ ວ່າດ້ວຍການອະນຸມັດລົງນາມ ບົດບັນທຶກຄວາມເຂົ້າໃຈ (MOU) ສະບັບເລກທີ 0044/ສທ ເເລະ ຂໍ້ຕົກລົງທ່ານເຈົ້າເເຂວງຈໍາປາສັກ ວ່າດ້ວຍການອະນຸມັດໃຫ້ຄະນະຄູອາຈານເຂົ້າຮ່ວມລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ສະບັບເລກທີ 124/ຈຂ.ຈສ. >>> ຈຸດປະສົງ: ເພື່ອສ້າງຄວາມເຂັ້ມເເຂງທາງດ້ານວິຊາການດູເເລຜູ້ສູງອາຍຸ, ຮ່ວມມືພັດທະນາໃນການຈັດໂຄງການທາງດ້ານວິຊາການ, ຄົ້ນຄວ້າວິທະຍາສາດ, ພັດທະນາການຝຶກອົບຮົມການປະຊຸມສໍາມະນາ, ທັດສະນະສຶກສາ ເເລະ ເເລກປ່ຽນປະສົບການຄະນະອາຈານທາງດ້ານວິຊາການດູເເລຜູ້ສູງອາຍຸ. >>> ພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ສອງຝ່າຍໃນຄັ້ງນີ້ ລົງນາມໂດຍທ່ານ ດຣ. ບຸນຄໍ້າ ເພັດທານີ ຜູ້ອໍານວຍການ ວິທະຍາໄລ ວິທະຍາສາດ ສຸຂະພາບ ຈໍາປາສັກ ເເລະ ທ່ານ ດຣ. ເກັ່ງພົງ ຕັ້ງອາລຸນສັນຕິ ຜູ້ອໍານວຍການ ໂຮງໝໍຜູ້ສູງອາຍຸ ແລະ ສູນເວດຊະສາດຟື້ນຟູ ເຊີເຊີຣີ ໂຮມ. ເປັນກຽດເຂົ້າຮ່ວມເປັນສັກຂີພະຍານໃນພິທີຄັ້ງນີ້ມີທ່ານ: • ທ່ານ ວິລະວັດ ເທບພິທັກ ທີ່ປຶກສາ (ດ້ານການສຶກສາ - ວັດທະນາທໍາ) ຕາງໜ້າໃຫ້ສະຖານທູດ ສປປ. ລາວ ປະຈໍາປະເທດໄທ ເຂົ້າຮ່ວມເປັນປະທານ. • ທ່ານ ສອນເພັດ ດວງພະຈັນ ເລຂານຸການ (ເເຮງງານ) ຕາງໜ້າໃຫ້ສະຖານທູດ ສປປ. ລາວ ປະຈໍາປະເທດໄທ. • ທ່ານ ຄໍາຜອງ ບົວພາສານ ຮອງຫົວໜ້າພະເເນກການຕ່າງປະເທດເເຂວງຈໍາປາສັກ. • ນອກຈາກນັ້ນ, ກໍ່ຍັງມີພະເເນກການທີ່ກ່ຽວຂ້ອງ ກໍ່ເປັນກຽດເຂົ້າຮ່ວມ ເປັນສັກຂີພະຍານໃນພິທີຄັ້ງນີ້. ໃນໂອກາດນີ້, ທ່ານ ວິລະວັດ ເທບພິທັກ ທີ່ປຶກສາ (ດ້ານການສຶກສາ - ວັດທະນາທໍາ) ຕາງໜ້າໃຫ້ສະຖານທູດ ສປປ. ລາວ ປະຈໍາປະເທດໄທ ເຂົ້າຮ່ວມເປັນປະທານ ໄດ້ສະເເດງຄວາມຂອບໃຈ ເເລະ ຕີລາຄາສູງຕໍ່ການຮ່ວມມື ເເລະ ພັດທະນາທາງດ້ານວິຊາຊີບຂອງທັງສອງຝ່າຍ, ການຮ່ວມມືໃນຄັ້ງນີ້ສຸດທີ່ມີຄວາມໝາຍຄວາມສໍາຄັນໃຫ້ເເກ່ການພັດທະນາບຸກຄະລາກອນທາງດ້ານການດູເເລຜູ້ສູງອາຍຸທີ່ມີຄຸນນະພາບ ເພື່ອກຽມຄວາມພ້ອມໃຫ້ເເກ່ການບໍລິການທາງດ້ານສຸຂະພາບທີ່ດີເລີດໃຫ້ເເກ່ຜູ້ສູງອາຍຸໃນອະນາຄົດ. ພາຍຫຼັງຮ່ວມພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ທັງສອງຝ່າຍສໍາເລັດເເລ້ວ, ຄະນະຜູ້ບໍລິຫານ ເເລະ ຄູອາຈານ ໄດ້ຢ້ຽມຊົມສະຖານທີ່ຕ່າງໆ ທີ່ກ່ຽວກັບການຈັດການຮຽນ - ການສອນ ເເລະ ດ້ານວິຊາການດູເເລຜູ້ສູງອາຍຸ ເຊິ່ງປະກອບມີ: ໂຮງໝໍຈຸລາລົງກອນ, ໂຮງຮຽນບໍລິບານດິດສະຣາ, ສະຖາບັນການຈັດການປັນຍາຖິວັດ ກາຊາດໄທ ເເລະ ໂຮງໝໍຜູ້ສູງອາຍຸ ແລະ ສູນເວດຊະສາດຟື້ນຟູ ເຊີເຊີຣີ ໂຮມ. ຂ່າວໂດຍ: ປທ. ວັນນະສັກ ເເສນທະວີສຸກ ຂະແຫນງພັດທະນາ ເເລະ ປະກັນຄຸນນະພາບການສຶກສາ ວິທະຍາໄລ ວິທະຍາສາດ ສຸຂະພາບ ຈໍາປາສັກ

ອ່ານ​ເພີ່ມ

 

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ສຳລັບໂຄງການ “ການຮ່ວມມືເພື່ອຍຸດຕິພະຍາດເອສ ແລະ ວັນນະໂລກ ທີ່ແຂວງຈໍາປາສັກ” ລະຫວ່າງ ພະແນກສາທາລະນະສຸກແຂວງຈໍາປາສັກ ແລະ ສະມາຄົມ ສຸຂະພາບຊຸມຊົນ ແລະ ການມີສ່ວນຮ່ວມ., ທີ່ພະແນກສາທາລະນະສຸກ ແຂວງຈໍາປາສັກ

28/02/2025

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ສຳລັບໂຄງການ “ການຮ່ວມມືເພື່ອຍຸດຕິພະຍາດເອສ ແລະ ວັນນະໂລກ ທີ່ແຂວງຈໍາປາສັກ” ລະຫວ່າງ ພະແນກສາທາລະນະສຸກແຂວງຈໍາປາສັກ ແລະ ສະມາຄົມ ສຸຂະພາບຊຸມຊົນ ແລະ ການມີສ່ວນຮ່ວມ., ທີ່ພະແນກສາທາລະນະສຸກ ແຂວງຈໍາປາສັກ

#ພິທີເຊັນບົດບັນທຶກຄວາມເຂົ້າໃຈ ສຳລັບໂຄງການ “ການຮ່ວມມືເພື່ອຍຸດຕິພະຍາດເອສ ແລະ ວັນນະໂລກ ທີ່ແຂວງຈໍາປາສັກ” ລະຫວ່າງ ພະແນກສາທາລະນະສຸກແຂວງຈໍາປາສັກ ແລະ ສະມາຄົມ ສຸຂະພາບຊຸມຊົນ ແລະ ການມີສ່ວນຮ່ວມ., ທີ່ພະແນກສາທາລະນະສຸກ ແຂວງຈໍາປາສັກ ======000======= ໃນຕອນບ່າຍຂອງວັນທີ 28 ກຸມພາ 2025, ເວລາ 13:30ນາທີ ຢູ່ທີ່ຫ້ອງປະຊຸມຈຳປາຫອມພະແນກສາທາລະນະສຸກແຂວງຈຳປາສັກໄດ້ຈັດພິທີລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ສຳລັບໂຄງການ “ການຮ່ວມມືເພື່ອຍຸດຕິພະຍາດເອສ ແລະ ພະຍາດວັນນະໂລກ ຂື້ນທີ່ແຂວງຈໍາປາສັກ” ລະຫວ່າງ ພະແນກສາທາລະນະສຸກແຂວງຈໍາປາສັກ ແລະ ສະມາຄົມ ສຸຂະພາບຊຸມຊົນ ແລະ ການມີສ່ວນຮ່ວມ, ໃນພິທິຄັ້ງນີ້ໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ບົວທອງ ສຸວັນນະສານ ຄະນະປະຈຳພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ນາງ ເມແກນ ຈອນສ(Megan Jones) ເອກອັກຄະລະສະທູດ ອອສຕາລີ ປະຈໍາ ສປປ ລາວ, ມີ ທ່ານ ດຣ ວຽງສີ ສຸພັກດີ ຫົວໜ້າພະແນກສາທາລະນະສຸກແຂວງ, ມີທ່ານຜູ້ຕ່າງໝ້າຈາກກະຊວງການຕ່າງປະເທດ , ຕາງໜ້າຈາກກະຊວງພາຍໃນ, ຄູ່ຮ່ວມພັດທະນາຈາກ ສສ ຫວຽດນາມ, ສະມາຄົມສຸຂະພາບຊຸມຊົນ ແລະ ການມີສ່ວນຮ່ວມ, ຕ່າງໜ້າຈາກກົມຄວບຄຸມພະຍາດຕິດຕໍ່ ແລະ ຫົວໜ້າສູນຕ້ານເອດ ແລະ ພຕພ, ຫົວໜ້າສູນວັນນະໂລກ, ມີບັນດາທ່ານຄະນະນຳຈາກພະແນກສາທາລະນະສຸກແຂວງ ພ້ອມດ້ວຍຫົວໜ້າຫ້ອງການ/ຄະນະຫ້ອງການທາລະນະສຸກ 7 ເມືອງ 1ນະຄອນ ແລະ ພະນັກງານໂຄງການທີ່ກ່ຽວຂ້ອງເຂົ້າຮ່ວມ: ໃນພິທີຄັ້ງນີ້ ທ່ານ ບົວທອງ ສຸວັນນະສານ ຄະນະປະຈຳພັກແຂວງ, ປະທານກອງປະຊຸມໄດ້ກ່າວມີຄຳເຫັນຕໍ່ພິທີວ່າ: ແຂວງຈໍາປາສັກ ເປັນແຂວງໜື່ງທີ່ຕັ້ງຢູ່ພາກໃຕ້ຂອງປະເທດລາວ ມີຄວາມອຸດົມສົມບູນທາງດ້ານຊັບພະຍາກອນທໍາມະຊາດ ແລະ ເປັນແຂວງທີ່ມີການເຕີບໂຕທາງດ້ານເສດຖະກິດ ແລະ ມີປະຊາກອນເຄື່ອນຍ້າຍຫຼາຍ, ຄຽງຄູ່ກັບການຂະຫຍາຍຕົວດ້ານເສດຖະກິດນັ້ນ ກໍປາສະຈາກບໍ່ໄດ້ບັນຫາດ້ານສຸຂະພາບ ໂດຍສະເພາະແມ່ນພະຍາດເຮສໄອວີ/ເອດ ແລະ ພະຍາດວັນນະໂລກ ທີ່ຍັງພົບເຫັນຈໍານວນຫຼາຍສົມຄວນໃນທົ່ວແຂວງຈຳປາສັກ ເຊັ່ນວ່າໃນປີ 2023 ພົບຄົນເປັນວັນນະໂລກສູງເຖິງເກົ້າຮ້ອຍກວ່າຄົນ, ຖ້າສົມທຽບໃສ່ທົ່ວປະເທດແມ່ນຕິດອັນດັບທີ 3 ແລະ ພົບຜູ້ຕິດເຊື້ອເຮສໄອວີຈຳນວນ ໜື່ງຮ້ອຍກວ່າຄົນ ຖ້າສົມທຽບໃສ່ທົ່ວປະເທດກໍແມ່ນຕິດອັນດັບທີ 3 ເຊັ່ນກັນ, ສ່ວນໃຫຍ່ ກຸ່ມທີ່ໄດ້ຮັບຜົນກະທົບກໍ່ແມ່ນກຸ່ມໄວໜຸ່ມ, ກຸ່ມຜູ້ທີ່ຢູ່ເຂດຫ່າງໄກສອກຫຼີກ ແລະ ກຸ່ມຄົນເຄື່ອນຍ້າຍເປັນຕົ້ນ. ຕໍ່ກັບເຫດການດັ່ງກ່າວໃນໄລຍະຜ່ານມາ ການນໍາຂັ້ນແຂວງໂດຍສະເພາະກໍແມ່ນພະແນກສາທາລະນະສຸກແຂວງກໍ່ ໄດ້ມີການຮ່ວມມືກັບຫຼາຍພາກສ່ວນໃນທ້ອງຖິ່ນເຊັ່ນຂັ້ນເມືອງ, ສຸກສາລາ ແລະ ບ້ານ ພ້ອມທັງບ້ນດາຫ້ອງການອ້ອມຂ້າງໃນການປ້ອງກັນແລະສະກັດກັ້ນການແຜ່ລະບາດຂອງພະຍາດ ໂດຍສະເພາະແມ່ນມາດຕະການປ້ອງການການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ ລວມທັງການຊອກຄົ້ນກໍລະນີທີ່ລີ້ຊ້ອນຂອງພະຍາດເຮສໄອວີ, ພະຍາດວັນນະໂລກ ແລະ ພະຍາດອື່ນໆ ເພື່ອຮັບປະກັນການເຊື່ອມສານດ້ານການບໍລິການສາທາລະນະສຸກໄດ້ຢ່າງທົ່ວເຖິງ, ຈຸດປະສົງລວວຂອງໂຄງການແມ່ນເພື່ອປະກອບສ່ວນສົ່ງເສີມດ້ານສຸຂະພາບທີ່ດີໃຫ້ແກ່ປະຊາຊົນທີ່ມີຂໍ້ຈຳກັດທາງດ້ານເສດຖະກິດ-ສັງຄົມເຊັ່ນ: ສະໜັບສະໜູນໃຫ້ແກ່ກຸ່ມເປົ້າໝາຍຜູ້ດ້ອຍໂອກາດທີ່ມີຄວາມສ່ຽງ ຢູ່ເຂດຫ່າງໄກສອກຫຼີກ ທີ່ໄດ້ຮັບຜົນກະທົບຈາກພະຍາດເອດ ແລະ ພະຍາດວັນນະໂລກ ຂອງ 8 ເມືອງ, 546 ບ້ານເປົ້າໝາຍ ທີ່ຂື້ນກັບແຂວງຈຳປາສັກ ທັງໝົດກໍ່ເພື່ອແນ່ໃສ່ເຮັດໃຫ້ອັດຕາການເຂົ້າເຖິງຂໍ້ມູນຂ່າວສານກ່ຽວກັບພະຍາດເອດ ແລະ ພະຍາດວັນນະໂລກແກ່ກູ່ມເປົ້າຫຼາຍຂື້ນ, ເພີ່ມອັດຕາການຊອກຄົ້ນຂອງສອງພະຍາດນີ້ໃຫ້ຫຼາຍທີ່ສຸດ, ແລະ ເມື່ອເປັນພະຍາດແລ້ວກໍ່ຕ້ອງໄດ້ຮັບການປີ່ນປົວຢ່າງທັງທີ, ໄລຍະໃນການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການນັບແຕ່ມື້ລົງນາມເຊັນບົດບັນທຶກຈົນຮອດ ເດືອນ ເມສາ ປີ 2027 ເປັນຕົ້ນໄປ #ພາບ-ຂ່າວ: ພູວັນ ສີໂສພາ

ອ່ານ​ເພີ່ມ

 

ເອົາໃຈໃສ່ປັບປຸງຄຸນນະພາບການບໍລິການດ້ານສາທາລະນະສຸກ ຂອງເມືອງສຸຂຸມາ ໃຫ້ມີຄວາມພ້ອມໃນການປິ່ນປົວຄົນເຈັບ

28/02/2025

ເອົາໃຈໃສ່ປັບປຸງຄຸນນະພາບການບໍລິການດ້ານສາທາລະນະສຸກ ຂອງເມືອງສຸຂຸມາ ໃຫ້ມີຄວາມພ້ອມໃນການປິ່ນປົວຄົນເຈັບ

#ເອົາໃຈໃສ່ປັບປຸງຄຸນນະພາບການບໍລິການດ້ານສາທາລະນະສຸກ ຂອງເມືອງສຸຂຸມາ ໃຫ້ມີຄວາມພ້ອມໃນການປິ່ນປົວຄົນເຈັບ ====////==== ທ່ານ ດຣ ສີສຸກ ແກ້ວມະນີວົງ ກຳມະການພັກເມືອງ ຫົວໜ້າຫ້ອງການສາທາລະນະສຸກເມືອງ ຜູ້ອໍານວຍການໂຮງໝໍເມືອງສຸຂຸມາ ໃຫ້ຮູ້ວ່າ: ເມືອງສຸຂຸມາ ແຂວງຈໍາປາສັກ ໄດ້ເອົາໃຈໃສ່ໃນການປັບປຸງຄຸນນະພາບການບໍລິການດ້ານສາທາລະນະສຸກ ທັງນີ້ກໍເພື່ອແນໃສ່ໃຫ້ມີຄວາມພ້ອບຮອບດ້ານໃນຂະບວນການປິ່ນປົວຄົນເຈັບທີ່ເຂົ້າມາບໍລິການ. ສໍາລັບຫອ້ງການ​ສາທາລະນະ​ສຸກ​ເມືອ​ງປະກອບ​ມີສະຖານ​ທີ່​ບໍລິການ 6 ​ແຫ່ງ ຄື:​ໂຮງໝໍ​ເມືອງ 1 ​ແຫ່ງ,ສຸກສາລາ 5 ​ແຫ່ງ,ມີ 8 ​ແຜນ​ງານ​ໃຫຍ່,ມີ 4 ໜວ່ຍງານ​ທີ່​ຂື້ນ​ກັບ​ຫອ້ງການ​, ສາມາດ​ຈັດ​ຕັ້ງ​ປະຕິບັດ​ໜ້າ​ທີ່​ການ​ເມືອງ​ ແລະ​ ວຽກ​ງານ​ວິຊາ​ສະ​ເພາະ​ມີ​ຜົນສຳ​ເລັດ​ດີ​ຂື້ນ​ໃນ​ຫຼາຍດ້ານ ເປັນຕົ້ນ: ວຽກ​ງານ​ໂຄສະ​ນາ​ສຸຂະ​ສຶກສາ,ການ​ປອ້ງກັນ​ພະຍາດ​ໂລກລະບາດ​ຕາມ​ລະດູ​ການ ​ແລະ​ ປະຕິບັດ​ມາດ​ຕະການ​ປອ້ງກັນ​ພະຍາດ​ລະບາດ​ໂຄ​ວິດ 19​, ວຽກ​ງານການ​ບໍລິການກວດ​ ແລະ​ປີ່​ນປົວ​​,​ໂດຍການຊຸກຍູ້ສົ່ງ​ເສີມກອງ​ທຶນ​ປະກັນ​ສຸຂະພາບ​ແຫ່ງ​ຊາດ​ໄດ້​ຂະຫຍາຍ​ການ​ບໍລິການ​ໄປ​ສູ່​ຊຸມ​ຊົນ​ກວມ100%,ມີ​ປະຊາຊົນ​ມາ​ໃຊ້​ບໍລິການກວດ​ເຂດ​ນອກ 110.004 ​ເທື່ອ​ຄົນ,ປີ່​ນປົວ​ຄົນ​ເຈັບ​ນອນ​ໄດ້ 9.630 ​ເທື່ອ​ຄົນ,​ປະຕິບັດ​ກາ​ນບໍລິການ 5 ດີ 1 ພໍ​ໃຈ​ໄດ້ 70% ບັນລຸ​ຕາມ​ຄາດໝາຍ, ວຽກ​ງານຂະຫຍາຍ​ຕາໜ່າງສາທາລະນະ​ສຸກ​ ແລະ​ ປັບປຸງ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​​ໄດ້ປັບປຸງການ​ບໍລິການ​ ແລະ ຕໍ່​ເຕີມສຸກສາລາ 5 ​ແຫ່ງ, ການ​ລົງທຶນ​ຂອງ​ລັດ​ໄດ້ກໍ່ສ້າງ​ສຸກສາລາ 1 ແຫ່ງ, ການຈັດ​ຕັ້ງ​ປະຕິບັດ 11 ຕົວ​ຊິ້ບອກ​ ​ແມ່ນ​ສາມາດ​ປະຕິບັດ​ບັນລຸ​ໄດ້ ຕາມ​ແຜນ100% ຄື: ການບັນລຸອັດຕາ​ນໍ້າໜັກ​ຕໍ່າ​ກວ່າ​ມາດຕະຖານ​, ບັນລຸ​ລວງ​ສູງ​ບໍ່​ໄດ້​ມາດຕະຖານ​, ບັນລຸອັດຕາ​ການ​ຕາຍ​ຂອງເດັກ​ລຸ່ມ 1 ປີ, ​ບັນລຸອັດຕາ​ການ​ຕາຍ​ຂອງ​ເດັກ​ລຸ່ມ 5 ປີ​, ບັນລຸ​ອັດຕາ​ການ​ຕາຍ​ຂອງ​ແມ່​, ບັນລຸອັດຕາ​ການ​ເກີດ​ລູກ​ມີ​ແພດ​ຊວ່ຍ​, ບັນລຸ​ສັກ​ຢາ​ກັນ​ພະຍາດ 96% ຂື້ນ​ໄປປະຕິບັດ​ໄດ້ 97% , ບັນລຸອັດຕາ​ການ​ຊົມ​ໃຊ້​ນໍ້າ​ສະອາດ​ ປະຕິບັດ​ໄດ້ 100% , ອັດຕາ​ການ​ຊົມ​ໃຊ້​ວິດຖ່າຍ​ ປະຕິບັດ​ໄດ້ 99.8%, ບັນລຸອັດຕາ​ການປົກ​ຄຸມ​ປະກັນ​ສຸຂະພາບ​ໃຫ້​ໄດ້ 100% ປະຕິບັດ​ໄດ້ 100%, ບ້ານ​ແບບຢ່າງ​ສາທາລະນະ​ສຸກ​ໃຫ້​ໄດ້ 100%. ທ່ານ ດຣ ສີສຸກ ແກ້ວມະນີວົງ ໃຫ້ຮູ້ຕື່ມວ່າ: ເພື່ອ​ສຶບຕໍ່​ຈັດ​ຕັ້ງ​ປະຕິບັດ​ແນວທາງ​ນະ​ໂຍບາຍ​ຂອງ​ພັກຍົກສູງຄຸນນະພາບການບໍລິການດ້ານສາທາລະນະສຸກ,ຄະນະພັກຮາກຖານຫ້ອງການສາທາລະນະສຸກຈະຕອ້ງໄດ້ສຸມໃສ່ວຽກງານທີ່ເປັນຈຸດສຸມ ຄື: ​1. ສຶກສາ​ອົບຮົມ​ການ​ເມືອງ​-ແນວ​ຄິດ​ໃຫ້​ແກ່​ພະນັກງານ-ສາມະ​ຊິກ​ພັກ​ຕິດ​ພັນ​ກັບ​ການ​ຍົກ​ລະດັບ​ທາງ​ດ້ານ​ວິຊາ​ສະ​ເພາະ,ສ້າງ​ໃຫ້​ບຸກຄະລາ​ກອນ​ໃນ​ຂະ​ແໜງ​ສາທາລະນະ​ສຸກ​ໃນ​ທົ່ວ​ເມືອງມີ​ຈັນ​ຍາ​ບັນ​ຈັນຍາທຳ​​ຕໍ່​ວິຊາ​ຊີບ,​ຍົກສູງ​ການ​ບໍລິການ ຄຸນ​ນະພາ​ບ 5 ດີ 1 ພໍ​ໃຈ ຮັບ​ໃຊ້​ສັງຄົມ​ໃຫ້​ບັນລຸ​ໄດ້​​ຕາມ​ລະດັບ​ຄາດໝາຍ,​​ເອົາໃຈໃສ່ປັບປຸງ​ຄຸນ​ນະພາ​ບການ​ບໍລິການ​ຢ່າງ​ຕໍ່​ເນື່ອງ​ 2.ສຶບຕໍ່​ປະຕິບັດ​ນະ​ໂຍບາຍ​ສາທາລະນະ​ສຸກ​ທົ່ວ​ປວງ​ຊົນ​ໃຫ້​ໄປ​ຕາມ​ທິດ​ຊີ້​ນຳ​ຂອງ​ຂັ້ນ​ເທິງ.ຕາມ​ທິດ​ຖຶ​ເອົາ​ວຽກ​ງານ​ອະນາ​ໄມ,ກັນພະຍາດ​ແລະ​ສົ່ງ​ເສີມ​ສຸຂະພາບ​ເປັນ​ຕົ້ນຕໍ,ການ​ປີ່​ນປົວສະໜອງ​ການ​ບໍລິການ​ສຸຂະພາບ​ມີ​ຄຸນ​ນະພາ​ບ,ຍຸດຕິ​ທຳ,ໂປ່ງໃສ,ສະ​ເໝີ​ພາບ, ​ເປັນ​ສຳຄັນ,ສະໜອງ​ການ​ຊົ​ມ​ໃຊ້​ກອງ​ທຶນ​ປະກັນ​ສຸຂະພາບ​ແຫ່ງ​ຊາດທຸກ​ທົ່ວ​ໜ້າ​ໃຫ້​ໄດ້​ເຂົ້າ​ເຖີງ​ເຂດ​ທີ່​ຫ່າງ​ໄກ​ສອກຫຼີກ 3.ຍົກ​ສູງ​ຄຸນ​ນະພາ​ບການ​ບໍລິການ​ຢູ່​ໂຮງໝໍ​ເມືອງ​ໃຫ້ການ​ບໍລິການ​ວອ່ງ​ໄວ,​ດວ້ຍ​ເຄື່ອງມື​ທີ່​ທັນ​ສະ​ໃໝ,ມີ​ອຸປະກອນ​ການ​ແພດ​ທີ່​ຈຳ​ເປັນ​​ເພື່ອ​ຕອບ​ສະໜອງ​ໃຫ້​ແກ່​ການ​ບົ່ງມະຕິພະຍາດ ​ແລະ​ ປິ່ນປົວ​ມີ​ຄຸນ​ນະພາ​ບ, 4.ສຶບຕໍ່ປະຕິບັດ 11 ຕົວຊີ້ບອກ​ໃຫ້​ສາມາດ​ບັນລຸ​ໄດ້​ຕາມ​ແຜນ​ທີ່​ສະພາກຳນົດໄວ້ໃນຄາດໝາຍ 5.ສຶບຕໍ່​ສ້າງ​ຄອບຄົວ​ອະນາ​ໄມ​ສາມ​ສະອາດ,ຊຸກຍູ້​ຄອບຄົວ​ທີ່​ຍັງ​ບໍ່​ທັນ​ມີ​ວິດ​ຍັງ​ຖ່າຍ​ຮວ່ມ​ໃຫ້​ໄດ້​ມີ​ວິດຖ່າຍ 100% 6.ສຶບຕໍ່​ປະຕິບັດ​ມາດ​ຕະການ​ປອ້ງກັນ​ພະຍາດ​ລະບາດຕາມ​ລະດູ​ການ, ​ໂລກລະບາດ,​ໄຂ​້ຍູງ​ລາຍ,ໄຂ້ມາລາ​ເຣຍ,ແລະ ອື່ນໆຢ່າງຕໍ່ເນື່ອງ 7.ສຶບຕໍ່ການຍາດແຍ່ງການຊວ່ຍເຫຼືອຈາກສັງຄົມ ແລະ ສາກົນເພື່ອປັບປຸງການບໍລິການໃຫ້ມີຄຸນນະພາບ,ຫຼຸດຜອ່ນການສົ່ງຕໍ່ໄປສະຖານທີ່ບໍລິການອື່ນໆ ຂໍອະນຸຍາດແຊຣ ຂ່າວ-ພາບ: ຈັນທະວີສັກ

ອ່ານ​ເພີ່ມ

 

ກອງປະຊຸມພັດທະນາເຄື່ອງມືແຜນໂຕ້ຕອບເຫດການສຸກເສີນດ້ານສາທາລະນະສຸກສຳລັບຈຸດຜ່ານແດນສາກົນ ວັງເຕົ່າ ທີ່ທົ່ວແຂວງຈຳປາສັກ

26/02/2025

ກອງປະຊຸມພັດທະນາເຄື່ອງມືແຜນໂຕ້ຕອບເຫດການສຸກເສີນດ້ານສາທາລະນະສຸກສຳລັບຈຸດຜ່ານແດນສາກົນ ວັງເຕົ່າ ທີ່ທົ່ວແຂວງຈຳປາສັກ

#ກອງປະຊຸມພັດທະນາເຄື່ອງມືແຜນໂຕ້ຕອບເຫດການສຸກເສີນດ້ານສາທາລະນະສຸກສຳລັບຈຸດຜ່ານແດນສາກົນ ວັງເຕົ່າ ທີ່ທົ່ວແຂວງຈຳປາສັກ #ກອງປະຊຸມຈັດຂື້ນຢູ່ທີ່ໂຮງແຮມຈຳປາສັກແກຣ, ຂອງວັນທີ26-27ກຸມພາ2025 ໂດຍການເຂົ້າຮ່ວມເປັນປະທານຂອງ ດຣ ລັດສະໝີ ວົງຄຳຊາວຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງ ສາທາລະສະສຸກ ແລະທ່ານ ດຣ ສັງວານ ແສນສຸກ ຄະນະພະແນກສາທາລະນະສຸກແຂວງຈຳປາສັກ, ມີທ່ານຮອງຫົວໜ້າດ່ານສາກົນວັງເຕົ່າ -ຊ່ອງເມັກ,ທ່ານຕ່າງໝ້າຂະແໜງສາທາລະນະສຸກແຂວງແລະພະນັກງານວິຊາການແພດໝໍປະຈຳດ່ານສາກົນວັງເຕົ່າ-ຊ່ອງເມັກເຂົ້າຮ່ວມ: #ຈຸດປະສົງຂອງກອງປະຊຸມເພື່ອປັບປຸງ,ດັດແກ້ແຜນໂຕ້ຕອບໃນການຈັດຕັ້ງປະຕິບັດວຽກງານກັນແລະຄວບຄຸມພະຍາດລະບາດຕ່າງໆໃຫ້ມີຄວາມພ້ອມຮອບດ້ານທາງດ້ານສາທາລະນະສຸກທີ່ອາດ ຈະເກີດໃນອະນາຄົດ,ທັງໝົດກໍ່ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ຜູ່ເດີນທາງເຂົ້າ-ອອກປະເທດໃຫ້ມີຄວາມປອດໄພພ້ອມທັງຄວບຄຸມບໍ່ໃຫ້ມີການລະບາດຂອງພະຍາດອື່ນໆຕື່ມອີກ

ອ່ານ​ເພີ່ມ

 

ແຂວງຈໍາປາສັກ​ ເປີດຊອງປະມູນການຈັດຊື້ຮ່ວມກັນ ສໍາລັບຢາປົວພະຍາດ, ເຄື່ອງໃຊ້ການແພດສິ້ນເປືອງ, ນໍ້າຢາເຄມີ ແລະ ລົມອົກຊີແຊນ​ ປີ 2025

25/02/2025

ແຂວງຈໍາປາສັກ​ ເປີດຊອງປະມູນການຈັດຊື້ຮ່ວມກັນ ສໍາລັບຢາປົວພະຍາດ, ເຄື່ອງໃຊ້ການແພດສິ້ນເປືອງ, ນໍ້າຢາເຄມີ ແລະ ລົມອົກຊີແຊນ​ ປີ 2025

#ແຂວງຈໍາປາສັກ​ ເປີດຊອງປະມູນການຈັດຊື້ຮ່ວມກັນ ສໍາລັບຢາປົວພະຍາດ, ເຄື່ອງໃຊ້ການແພດສິ້ນເປືອງ, ນໍ້າຢາເຄມີ ແລະ ລົມອົກຊີແຊນ​ ປີ 2025 -​-----=======------- #ວັນທີ 25 ກຸມພາ 2025, ພະແນກ​ສາທາລະນະ​ສຸກແຂວງຈໍາປາສັກ​ ໃນນາມຄະນະກຳມະການຈັດຊື້​ - ຈັດຈ້າງ​ ໄດ້ຈັດກອງປະຊຸມເປີດຊອງປະມູນການຈັດຊື້​ ຮ່ວມກັນ ສໍາລັບຢາປົວພະຍາດ, ເຄື່ອງໃຊ້ການແພດສິ້ນເປືອງ, ນໍ້າຢາເຄມີ ແລະ ລົມອົກຊີແຊນ ສໍາລັບ ໂຮງໝໍແຂວງ, ຫ້ອງການສາທາລະນະສຸກນະຄອນປາກເຊ ແລະ 9 ເມືອງ ປີ 2025.​ ກອງປະຊຸມ​ຈັດຂຶ້ນຢູ່ຫ້ອງປະຊຸມພະແນກສາທາລະນະສຸກແຂວງ​ ໂດຍການເປັນປະທານ​ຂອງ​ ທ່ານ​ ດຣ.​ວຽງສີ​ ສຸ​ພັກດີ​ ກໍາມະການພັກແຂວງ​ ຫົວໜ້າ​ພະແນກສາທາລະນະສຸກແຂວງ.​ ມີຜູ້ຕາງໜ້າກົມອາຫານ ແລະ​ ຢາ​ກະຊວງສາທາລະນະສຸກ,​ ຄະນະກໍາມະການປະມູນຂັ້ນແຂວງ,​ ຂັ້ນເມືອງ, ບໍລິສັດ​ ແລະ​ ຕົວແທນບໍລິສັດ​ ເຂົ້າຮ່ວມ.​ #ການຈັດກອງປະຊຸມເປີດຊອງປະມູນການຈັດຊື້ຮ່ວມກັນຄັ້ງນີ້ ແມ່ນອີງຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງຈຳປາສັກ ເລກທີ 95/ຈຂ.ຈສ, ລົງວັນທີ 4 ກຸມພາ 2025 ວ່າດ້ວຍການອະນຸມັດໃຫ້ພະແນກສາທາລະນະສຸກແຂວງ ດໍາເນີນການຈັດຊື້​ - ຈັດຈ້າງ ຢາປົວພະຍາດເຄື່ອງໃຊ້ການແພດສິ້ນເປືອງ, ນໍ້າຢາເຄມີ ແລະ ລົມອົກຊີແຊນ ໃຫ້ແກ່ໂຮງໝໍແຂວງ, ຫ້ອງການສາທາລະນະສຸກ ນະຄອນປາກ ເຊ ແລະ 9 ເມືອງ ຂອງແຂວງຈຳປາສັກ ປີ 2025.​ ການເປີດຊອງປະມູນການຈັດຊື້ຮ່ວມກັນຄັ້ງນີ້​ ມີ​ 32​ ບໍລິສັດ​ ທີ່ເຂົ້າຮ່ວມປະມູນ.​ ຈຸດປະສົງກໍເພື່ອເປີດຊອງການຈັດຊື້ຮ່ວມກັນ ສໍາລັບຢາປົວພະຍາດ ໝວດຢາເສບຕິດ​ ອອກລິດຕໍ່ຈິດປະສາດ​ ສໍາລັບນໍາໃຊ້ເຂົ້າໃນການປິ່ນປົວພະຍາດຂອງໂຮງໝໍແຂວງ, ຫ້ອງການສາທາລະນະສຸກນະຄອນປາກເຊ ແລະ 9 ເມືອງ ປີ 2025. #ພາຍຫຼັງສໍາເລັດການເປີດຊອງປະມູນແລ້ວ,​ ທ່ານ​ ດຣ.​ວຽງສີ​ ສຸ​ພັກດີ​ ກໍາມະການພັກແຂວງ​ ຫົວໜ້າ​ພະແນກສາທາລະນະສຸກແຂວງ​ ກໍມີຄໍາເຫັນເນັ້ນໜັກໃຫ້ກອງເລຂາ​ ສືບຕໍ່ຄັດເລືອກ​ -​ ສັງລວມບັນດາບໍລິສັດ ແລະ ໂຮງງານທີ່ຍື່ນຊອງປະມູນການຈັດຊື້​ - ຈັດຈ້າງ,​ ຄັດເລືອກດ້ານຄາລາ,​ ປະເພດ​ຢາ​ ແລະ​ ອຸປະກອນການແພດ ໃຫ້ສໍາເລັດໂດຍໄວ​ເພື່ອສະເໜີຜ່ານກົມອາຫານ​ ແລະ​ ຢາ​ ກະຊວງສາທາລະນະສຸກ​ ຕິດຕາມກວດກາ -​ ພິຈາລະນາຄົ້ນຄວ້າ ແລະ​ ອະນຸມັດໃນໂອກາດຕໍ່ໄປ.​ ພ້ອມນີ້, ທ່ານ​ ດຣ.​ວຽງສີ​ ສຸ​ພັກດີ​ ຍັງເນັ້ນໜັກໃຫ້ຫ້ອງການສາທາລະສຸກເມືອງ,​ ໂຮງໝໍເມືອງ,​ ໂຮງໝໍແຂວງ​ ເອົາໃຈໃສ່ກວດກາຄືນຄວາມຕ້ອງ ການ​ ແລະ​ ຄວາມຈໍາເປັນ ໃນການນໍາໃຊ້ຢາ​ ແລະ​ ອຸປະກອນການແພດ​ ແຕ່ລະປະເພດ ໃຫ້ມີຄວາມ​ຖືກຕ້ອງ,​ ສອດຄ່ອງ​ ແລະ​ ເໝາະ​ສົມ​ກັບສະພາບຕົວຈິງຂອງແຕ່ລະທ້ອງຖິ່ນ​ ເພື່ອເຮັດໃຫ້ການນໍາໃຊ້ອຸປະກອນການແພດ​ ແລະ​ ຢາປິ່ນປົວຄົນເຈັບ​ ຢາງມີປະສິດທິພາບ ແລະ​ ປະສິດທິຜົນ.​ * ຂ່າວ​-ພາບ​: ທູນທອງໃຈ​ *

ອ່ານ​ເພີ່ມ

 

 

 

ລະບົບຂໍ້ມູນຂ່າວສານດ້ານສຸຂະພາບ ສປປລາວ
ຂໍ້ມູນຄຸນນະພາບອາກາດປະຈໍາວັນ
ລາຍງານພະຍາດໄຂ້ຍຸງລາຍ
ຂ່າວສານສາທາລະນະສຸກ ແຂວງຈຳປາສັກ