ການ​ເຄື່ອນ​ໄຫວ
ຄົ້ນ​ຫາ​ໃນ​ໜ້ານີ້

ພະແນກສາທາລະນະສຸກແຂວງຈຳປາສັກຕ້ອນຮັບທ່ານຮອງປະທານສະພາແຫ່ງຊາດ ທີ່ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈໍາປາສັກ

20/02/2025

ພະແນກສາທາລະນະສຸກແຂວງຈຳປາສັກຕ້ອນຮັບທ່ານຮອງປະທານສະພາແຫ່ງຊາດ ທີ່ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈໍາປາສັກ

#ພະແນກສາທາລະນະສຸກແຂວງຈຳປາສັກຕ້ອນຮັບທ່ານຮອງປະທານສະພາແຫ່ງຊາດ ທີ່ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈໍາປາສັກ ----------------------------------------------------------- #ໃນຕອນບ່າຍຂອງວັນທີ 19 ກຸມພາ 2025 ທີ່ຜ່ານມາ ທ່ານ ສົມມາດ ພົລເສນາ ກໍາມະການສູນກາງພັກ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ເຊິ່ງປະກອບມີ ທ່ານ ສົມສີ ມະນີນິນ ກໍາມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງຈໍາປາສັກ, ມີຄະນະເລຂາທິການ, ຂະແໜງການ ແລະ ວິຊາການຂອງສະພາປະຊາຊົນແຂວງຈໍາປາສັກ ເຄື່ອນໄຫວພົບປະຢ້ຽມຢາມ ໂອ້ລົມຕໍ່ພະນັກງານ-ລັດຖະກອນພະແນກສາທາລະນະສຸກແຂວງຈໍາປາສັກ. # ທ່ານ ດຣ. ວຽງສີ ສຸພັກດີ ກໍາມະການພັກແຂວງ, ຫົວໜ້າພະແນກສາທາລະນະສຸກ ພ້ອມຄະນະກໍ່ໃດ້ກ່າວຕ້ອນຮັບການຢຽມຢາມອັນອົບອຸ່ນ ພ້ອມທັງລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງພະແນກສາທາລະນະສຸກ ໂດຍປະຕິບັດ 11 ຕົວຊີ້ບອກ ຂອງກະຊວງສາທາລະນະສຸກວາງອອກ ໄດ້ 5 ປີຊ້ອນ ແລະ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານວິຊາສະເພາະ ເປັນຕົ້ນການຕິດຕາມກວດການຄຸມນະພາບຂອງການໃຫ້ບໍລິການປະຊາຊົນ ຂອງບັນດາໂຮງໝໍແຂວງ, ໂຮງໝໍເມືອງ ແລະ ສຸກສາລາ, ຫ້ອງກວດພະຍາດເອກະຊົນ, ຮ້ານຂາຍຢາມ ແຜນງານບໍລິການສຸຂະພາບ ໂດຍປະຕິບັດຕາມຫລັກການ 5 ດີ 1 ພໍໃຈ ໄດ້ເປັນຢ່າງດີ ນອກນັ້ນກໍ່ຍັງໄດ້ເອົາໃຈໃສ່ໃນການຄວບຄຸມ ແລະ ປ້ອງກັນພະຍາດໄຂ້ຍຸງລາຍ (ໄຂ້ເລືອດອອກ) ອັນສຳຄັນຍັງໄດ້ນຳພາຊີ້ນຳພະນັກງານແພດໝໍລົງເຄື່ອນໄຫວບໍລິການສັກວັກຊິນໃຫ້ແກ່ກຸ່ມໝາຍຢູ່ທ້ອງຖິ່ນຮາກຖານບ້ານ ແລະ ວຽກງານປິ່ນອ້ອມອື່ນໆ. ໂອກາດນີ້, ໃນວາລະພົບປະຍັງໄດ້ຮັບຟັງຄໍາຄິດເຫັນ, ຄໍາສະເໜີຂອງພະນັກງານ-ລັດຖະກອນ ຫຼາຍບັນຫາຕໍ່ການພັດທະນາທີ່ມີຜົນກະທົບໃນການຈັດຕັ້ງປະຕິບັດວຽກງານ. ຕໍ່ກັບການລາຍງານ, ທ່ານຮອງປະທານສະພາແຫ່ງຊາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນໍາພາຂອງພະແນກສາທາລະນະສຸກຈໍາປາສັກ ທີ່ເຮັດສໍາເລັດໜ້າທີ່ວິຊາສະເພາະຢ່າງໜັກແໜ້ນເຂັ້ມແຂງ ພ້ອມທັງຮຽກຮ້ອງໃຫ້ທຸກພາກສ່ວນຈົງສືບຕໍ່ຮັກສາມູນເຊື້ອອັນດີງາມ ໃນການຈັດຕັ້ງປະຕິບັດວຽກງານໃຫ້ມີຜົນສໍາເລັດ, ຮັບປະກັນປະສິດທິພາບ ດີລື່ນເກົ່າ. #ຂ່າວສານສາທາລະນະສຸກແຂວງຈຳປາສັກ

ອ່ານ​ເພີ່ມ

 

ລັດຖະບານຍີ່ປຸ່ນ ຊ່ວຍເຫລືອລ້າ ກໍ່ສ້າງສຸກສາລາ ໜອງແຕ້ ເມືອງຈຳປາສັກ ມູນຄ່າ 66 ພັນກວ່າ ໂດລາສະຫະລັດ

18/02/2025

ລັດຖະບານຍີ່ປຸ່ນ ຊ່ວຍເຫລືອລ້າ ກໍ່ສ້າງສຸກສາລາ ໜອງແຕ້ ເມືອງຈຳປາສັກ ມູນຄ່າ 66 ພັນກວ່າ ໂດລາສະຫະລັດ

ລັດຖະບານຍີ່ປຸ່ນ ຊ່ວຍເຫລືອລ້າ ກໍ່ສ້າງສຸກສາລາ ໜອງແຕ້ ເມືອງຈຳປາສັກ ມູນຄ່າ 66 ພັນກວ່າ ໂດລາສະຫະລັດ ວັນທີ 17 ກຸມພາ 2025, ແຂວງຈຳປາສັກ ໄດ້ເຊັນສັນຍາ ໂຄງການຊ່ວຍເຫລືອລ້າ ຈາກລັດຖະບານຍີ່ປຸ່ນ ໃນໂຄງການກໍ່ສ້າງສຸກສາລາ ໜອງແຕ້ ຫລັງໃໝ່ ຢູ່ເມືອງຈໍາປາສັກ ແຂວງຈໍາປາສັກ ໃນມູນຄ່າລວມ 66,000 ກວ່າໂດລາສະຫະລັດ ເຊິ່ງພະແນກສາທາລະນະສຸກ ແຂວງຈໍາປາສັກ ເປັນເຈົ້າຂອງໂຄງການ. ໂດຍການເຂົ້າຮ່ວມຂອງທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ, ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ. ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງມາຍັງທ່ານທູດຢີ່ປຸ່ນ ປະຈຳລາວ ທີ່ຍາມໃດກໍ່ໃຫ້ຄວາມສໍາຄັນ ໃຫ້ການຊ່ວຍເຫຼືອ ສປປ ລາວ ກໍ່ຄືແຂວງຈໍາປາສັກ ຕະຫຼອດມາ, ຕີລາຄາສູງ ຕໍ່ການຊ່ວຍເຫຼືອອັນສຸດທີ່ມີຄວາມໝາຍຄວາມສໍາຄັນ ແລະ ມີຄຸນປະໂຫຍດຫຼວງຫຼາຍ ໃຫ້ແກ່ການບໍລິການສຸຂະພາບ ຂອງປະຊາຊົນ ໃຫ້ໄດ້ດີຂື້ນກວ່າເກົ່າ ເປັນການປະກອບສ່ວນໃນການພັດທະນາພື້ນຖານໂຄງລາງ ຂອງຂະແໜງສາທາລະນະສຸກຂອງແຂວງຈຳປາສັກ ກໍ່ຄືຂັ້ນທ້ອງຖິ່ນ. ນັບແຕ່ປີ 2022 ຜ່ານມາ ພະແນກສາທາລະນະສຸກ ແຂວງຈໍາປາສັກ ໄດ້ຮັບງົບປະມານການຊ່ວຍ ເຫລືອ ລ້າຈາກ ສະຖານທູດຍີ່ປຸ່ນປະຈຳລາວ ໃນໂຄງການກໍ່ສ້າງຕຶກນອນຄົນເຈັບຢູ່ໂຮງໝໍແຂວງຈໍາປາສັກ ເປັນມູນຄ່າລວມທັງໝົດຫຼາຍກວ່າ 358,500 ກວ່າໂດລາສະຫະລັດ, ການຊ່ວຍ ເຫລືອດັ່ງກ່າວ ໄດ້ປະກອບສ່ວນອັນສໍາຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງຈໍາປາສັກ ໂດຍສະເພາະ ພື້ນຖານໂຄງລ່າງຂອງຂະແໜງການສາທາລະນະສຸກ ເປັນຕົ້ນ ຫຼຸດຜ່ອນຄວາມຄັບແຄບ ແອອັດ ໃນສະຖານທີ່ ຄົນເຈັບນອນ ປິ່ນປົວ ຢູ່ໂຮງໝໍແຂວງໃນປະຈຸບັນ. https://www.laophattananews.com/archives/224019

ອ່ານ​ເພີ່ມ

 

ຄະນະພັກຮາກຖານພະແນກສາທາລະນະສຸກແຂວງຈໍາປາສັກ​  ທາບທາມບຸກຄະລາກອນເຂົ້າໃນໂຄງປະກອບ​ ຕິດພັນກັບການດໍາເນີນຊີວິດການເມືອງທ້າຍສະໄໝ

10/02/2025

ຄະນະພັກຮາກຖານພະແນກສາທາລະນະສຸກແຂວງຈໍາປາສັກ​ ທາບທາມບຸກຄະລາກອນເຂົ້າໃນໂຄງປະກອບ​ ຕິດພັນກັບການດໍາເນີນຊີວິດການເມືອງທ້າຍສະໄໝ

#ຄະນະພັກຮາກຖານພະແນກສາທາລະນະສຸກແຂວງຈໍາປາສັກ​ ທາບທາມບຸກຄະລາກອນເຂົ້າໃນໂຄງປະກອບ​ ຕິດພັນກັບການດໍາເນີນຊີວິດການເມືອງທ້າຍສະໄໝ -​-​-----==========------- #ວັນທີ 7 ກຸມພາ 2025,​ ຄະນະພັກຮາກຖານພະແນກວາທາລະນະສຸກແຂວງຈໍາປາສັກ​ ໄດ້ດໍາເນີນກອງປະຊຸມທາບທາມບຸກຄະລາກອນເຂົ້າໃນໂຄງປະກອບ​ ຮອບທີ 1 ແລະ ຮອບທີ 2 ຕິດພັນກັບການດໍາເນີນຊີວິດການເມືອງ ທ້າຍສະໄໝ ເພື່ອກະກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຂອງຄະນະພັກຮາກຖານ​ພະແນກ​ສາທາລະນະສຸກແຂວງ ຄັ້ງທີ VIII.​ ກອງປະຊຸມ​ຈັດຂຶ້ນຢູ່ສະໂມສອນແຂວງ ຫຼັກ​ 4 ນະຄອນປາກເຊ​ ໂດຍການເປັນປະທານ​ຂອງ​ ສະຫາຍ​ ບົວທອງ ສຸວັນນະສານ ຄະນະປະຈໍາ​ພັກ​ແຂວງ​ ຫົວໜ້າ​ພະແນກ​ສຶກສາທິການ​ ແລະ​ ກິລາ​ແຂວງ.​ ມີສະຫາຍ​ ດຣ.ວຽງສີ​ ສຸພັກດີ ກໍາມະການ​ພັກ​ແຂວງ​ ເລຂາຄະນະພັກຮາກຖານ​ ຫົວໜ້າພະແນກສາທາລະນະສຸກແຂວງ​,​ ສະຫາຍ​ ສາທິດ​ ປັດສາພັນ ຮອງຫົວໜ້າ​ຄະນະ​ຈັດຕັ້ງແຂວງ.​ ມີຄະນະກໍາມະການປັບປຸງກົງຈັກການຈັດຕັ້ງພັກ​ -​ ລັດ​ ຂັ້ນແຂວງ, ຄະນະພັກຮາກຖານ,​ ເລຂາ,​ ຮອງເລຂາ​ໜ່ວຍພັກ, ສະມາຊິກພັກ​ສົມບູນ​ -​ ສໍາຮອງ​ ແລະ​ ມະຫາຊົນກ້າວໜ້າ​ ພາຍໃນຄະນະພັກຮາກຖານດັ່ງກ່າວ ເຂົ້າຮ່ວມ.​ #ໃນກອງປະຊຸມ​,​ ສະຫາຍ​ ນາງ​ ສັງວານ​ ແສນ​ສຸກ​ ຄະນະພັກຮາກຖານພະແນກສາທາລະນະສຸກແຂ​ວງ ໄດ້ຜ່ານບົດລາຍງານໂດຍສັງເຂບໃນການຈັດຕັ້ງປະຕິບັດວຽກງານຮອບດ້ານ​ ເພື່ອກະກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຂອງ​ຄະນະພັກຮາກຖານພະແນກ​ສາທາລະນະສຸກແຂວງ​ ຄັ້ງທີ VIII,​ຄະນະພັກຮາກຖານ​ພະແນກ​ສາທາລະນະສຸກແຂວງ ມີ​ 10 ໜ່ວຍພັກ​ທີ່ຂຶ້ນກັບ ຄື: ໜ່ວຍພັກຫ້ອງການບໍລິຫານ,​ ໜ່ວຍພັກອະນາໄມ​ - ສົ່ງເສີມສຸຂະພາບ,​ ໜ່ວຍພັກກັນພະຍາດ,​ ໜ່ວຍພັກ ວວສຈ,​ ໜ່ວຍພັກໂຮງງານຜະລິດຢາ ຊີບີເອຟ,​ ໜ່ວຍພັກອາຫານ ແລະ ຢາ,​ ໜ່ວຍພັກສາຍບໍລິຫານ,​ ໜ່ວຍພັກສາຍປິ່ນປົວພາຍໃນ,​ ໜ່ວຍພັກສາຍຜ່າຕັດ ແລະ​ ໜ່ວຍພັກສາຍສະໜັບສະໜູນການແພດ.​ ມີສະມາຊິກພັກທັງໝົດ​ 324 ສະຫາຍ,​ ຍິງ​ 198 ສະຫາຍ,​ ໃນນັ້ນ​ ສະມາຊິກພັກສຳຮອງ 25 ສະຫາຍ,​ ຍິງ​ 14​ ສະຫາຍ​. ພ້ອມນີ້​ ຍັງຍົກໃຫ້ເຫັນການຈັດຕັ້ງປະຕິບັດວຽກງານດ້ານຂະບວນການ,​ ການກະກຽມດ້ານເນື້ອໃນ,​ ດ້ານບຸກຄະລາກອນ ແລະ​ ທິດທາງແຜນການເຄື່ອນໄຫວໃນຕໍ່ໜ້າ.​ #ຕໍ່ມາ,​ ສະຫາຍ​ ສາທິດ​ ປັດສາພັນ ຮອງຫົວໜ້າ​ຄະນະ​ຈັດຕັ້ງແຂວງ​ ກໍໄດ້ຜ່ານມາດຕະຖານ, ເງື່ອນໄຂຜູ້ທີ່ຈະສະໝັກເຂົ້າໃນໂຄງປະກອບຄະນະພັກຮາກຖານ​ ຊຸດໃໝ່ ຮອບທີ 1.​ ພ້ອມນີ້​,​ ສະຫາຍ​ ບົວທອງ ສຸວັນນະສານ ຄະນະປະຈໍາ​ພັກ​ແຂວງ​ ຫົວໜ້າ​ພະແນກ​ສຶກສາທິການ​ ແລະ​ ກິລາ​ແຂວງ ປະທານກອງປະຊຸມ​ ກໍມີຄໍາເຫັນຊີ້ນໍາໃນການທາບທາມ ຮອບທີ 1.​ ຈາກນັ້ນ, ຄະນະກຳມະການປັບປຸງກົງຈັກການຈັດຕັ້ງ​ພັກ​ -​ ລັດ​ ຂັ້ນແຂວງ​ ກໍໄດ້ຢາຍບັດທາບທາມ​ ພ້ອມທັງແນະນໍາການຂີດບັດທາບທາມ ແລະ ດໍາເນີນການປ່ອນບັດທາບທາມ.​ ພາຍຫຼັງສໍາເລັດ ຄະນະກໍາມະການ ກໍໄດ້ສັງລວມຄະແນນ​ ແລ້ວລາຍງານຄະນະພັກ -​ ຂັ້ນເທິງ​ ເພື່ອສືບຕໍ່ຄົ້ນຄວ້າບຸກຄະລາກອນອອກທາບທາມຮອບທີ 2.​ #ກອງປະຊຸມຄັ້ງນີ້, ຍັງໄດ້ຜ່ານຮ່າງບົດລາຍງານການເມືອງທັງ​ 2 ພາກ,​ ຜ່ານຮ່າງບົດສໍາຫຼວດການນໍາພາ ຂອງໜ່ວຍພັກ.​ ຕໍ່ມາ,​ ປະທານ​ກອງປະຊຸມ​ ກໍ​ມີຄໍາເຫັນ​ຊີ້ນໍາ​ ໃນການປະກອບຄໍາເຫັນເຈາະຈີ້ມ​ໃສ່​ 2 ຮ່າງເອກະວານ ເພື່ອ​ໃຫ້ສະມາຊິກພັກ ປະກອບຄໍາເຫັນໃສ່ 2 ຮ່າງເອກະສານດັ່ງກ່າວ. ຈາກນັ້ນ, ກໍໄດ້ດໍາເນີນຊີວິດການເມືອງທ້າຍສະໄໝ ຂອງຄະນະພັກຮາກຖານ ແລະ. ຜ່ານໃບບົດສຳຫຼວດຕົນເອງ​ ໂດຍເລີ່ມຈາກສະຫາຍເລຂາໜ່ວຍພັກ -​ ຮອງເລຂາ​ -​ ປະທານກວດກາໜ່ວຍພັກ​ ແລະ​ ຄະນະພັກຮາກຖານຕາມລໍາດັບ​ ແລ້ວໝູ່ຄະນະປະກອບຄໍາເຫັນ​ ເພື່ອຊ່ວຍເຫຼືອປັບປຸງກໍ່ສ້າງເຊິ່ງກັນ​ ແລະ​ ກັນ.​ ຕອນທ້າຍ​ ກໍໄດ້ດໍາ​ເນີນການທາບທາມ​ບຸກຄະລາກອນ ເຂົ້າໃສ່ໂຄງປະກອບຂອງຄະນະພັກຮາກຖານ ຮອບທີ 2 ຕື່ມອີກ.​ * ຂ່າວ​-ພາບ​: ທູນທອງໃຈ​ * #ຂ່າວສານສາທາລະນະສຸກແຂວງຈຳປາສັກ

ອ່ານ​ເພີ່ມ

 

ສາທາລະນະສຸກເມືອງບາຈຽງຈະເລີນສຸກສະຫຼຸບວຽກງານ1ປີ

06/02/2025

ສາທາລະນະສຸກເມືອງບາຈຽງຈະເລີນສຸກສະຫຼຸບວຽກງານ1ປີ

#ສາທາລະນະສຸກເມືອງບາຈຽງຈະເລີນສຸກສະຫຼຸບວຽກງານ1ປີ ----------***--------- ວັນທີ 6 ກຸມພາ 2025 ຫ້ອງການສາທາລະ ນະສຸກເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ສະຫຼຸບຈີລາຄາຄືນການຈັດຕັ້ງປະຕິບັດວຽກງານໃນໄລຍະ1ປີ 2024 #ຜ່ານມາ ຢູ່ທີ່ຫ້ອງປະຊຸມັ້ອງການຂອງຕົນພາຍໃຕ້ການເປັນປະທານຂອງ ທ່ານ ປະລິນຍາເອກ ຄຳກິ່ງແກ້ວ ປັດທຳມະວົງ ຮອງເຈົ້າເມືອງບາຈຽງຈະເລີນສຸກ,ມີຄະນະປະຈຳພັກເມືອງ,ກຳມະການພັກເມືອງ,ຫົວໜ້າຫ້ອງການ ,ຮອງຫ້ອງການ,ອຳນວຍການໂຮງໝໍ,ອຳນວຍການສຸກສາລາ,ພະນັກງານແພດໝໍເຂົ້າຮ່ວມ. ທ່ານ ວັດທະນາ ຈັນທະລາສິນ ຫົວໜ້າຫ້ອງການສາທາລະນະສຸກເມືອງໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ,ຈາກນັ້ນທ່ານ ສຸກທະວີ ແສງໄຊຍະວົງ ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງໄດ້ ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານສາທາລະນະສຸກ ຮອບດ້ານ 1ປີ 2024ແລະພ້ອມທັງວາງທິດທາງຄາດ ໝາຍສູ້ຊົນປີ 2025 ວ່າ:ໃນທົ່ວເມືອງມີໂຮງໝໍເມືອງ 01 ແຫ່ງ,ສຸກສາລາ5ແຫ່ງ, ຫ້ອງກວດພະຍາດເອກະຊົນ 10 ແຫ່ງ,ຮ້ານຂາຍຢາ 37ແຫ່ງ,ເອົາໃຈໃສ່ປ້ອງກັນພະຍາດໄຂ້ຍຸງລາຍ (ໄຂ້ເລືອດອອກ)ເຮັດໃຫ້ທົ່ວເມືອງບາຈຽງຈະເລີນສຸກມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍພຽງແຕ່ 4 ຄົນ ແລະບໍ່ມີຜູ້ເສຍຊີວິດ,ພ້ອມນັ້ນຍັງໄດ້ນຳພາຊີ້ນຳພະນັກງານແພດໝໍລົງເຄື່ອນໄຫວບໍລິການສັກວັກຊິນໃຫ້ແກ່ກຸ່ມໝາຍຢູ່ທ້ອງຖິ່ນຮາກຖານບ້ານໄດ້96ສ່ວນຮ້ອຍຂຶ້ນໄປແລະວຽກງານອື່ນໆ ຈາກນັ້ຍຍັງໄດ້ມີການແລກ ປ່ຽນປະກອບຄຳຄິດເຫັນເຊຶ່ງກັນແລະກັນ,ຮັບຟັງການຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງບາຈຽງຈະເລີນສຸກ ສະບັບເລກທີ 014 /ຈມ,ລົງວັນທີ 5 ກຸມພາ 2025 ວ່າດ້ວຍການມອບໃບຍ້ອງຍໍ ໃຫ້ແກ່ໜ່ວຍງານທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດວຽກງານສາທາລະນະສຸກໃນໄລຍະ1ປີ 2024 ພ້ອມນັ້ນຍັງໄດ້ເຊັນບົດບັນທຶກຂໍ້ແຂ່ງຂັນການຈັດຕັ້ງປະຕິບັດຄາດໝາຍສູ້ຊົນວຽກງານສາທາລະນະສຸກໃນປີ2025 ນອກນັ້ນຍັງໄດ້ມອບກະຕ່າຂອງຂັວນໃຫ້ແກ່ທ່ານປະທານກອງປະຊຸມອີກດ້ວຍ./. ສື່ມວນຊົນແຂວງຈຳປາສັກ. ຂ່າວ-ພາບ: ນາງ ວຽງອຳໄພ ນັກຂ່າວເມືອງ 020 22595911

ອ່ານ​ເພີ່ມ

 

ກອງປະຊຸມສ້າງຄວາມເຂັ້ມແຂງກ່ງວກັບວຽກງານຄຸ້ມຄອງເຫດການສຸກເສີນດ້ານສາທາລະນະສຸກໃຫ້ຂັ້ນເມືອງໃນ09ຕົວເມືອງ01ນະຄອນ  ທີ່ ແຂວງຈໍາສັກ.

03/02/2025

ກອງປະຊຸມສ້າງຄວາມເຂັ້ມແຂງກ່ງວກັບວຽກງານຄຸ້ມຄອງເຫດການສຸກເສີນດ້ານສາທາລະນະສຸກໃຫ້ຂັ້ນເມືອງໃນ09ຕົວເມືອງ01ນະຄອນ ທີ່ ແຂວງຈໍາສັກ.

ກອງປະຊຸມສ້າງຄວາມເຂັ້ມແຂງກ່ງວກັບວຽກງານຄຸ້ມຄອງເຫດການສຸກເສີນດ້ານສາທາລະນະສຸກໃຫ້ຂັ້ນເມືອງໃນ09ຕົວເມືອງ01ນະຄອນ ທີ່ ແຂວງຈໍາສັກ. ✅ກອງປະຊຸມໄດ້ຈັດຂຶື້ນຢູ່ທີ່ ໂຮງແຮມຈຳປາສັກແກຣນ ໃນຄັ້ງວັນທີ 30-31 ມັງກອນ 2025 ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງທ່ານ ທ່ານ ດຣ ຈັນສະໜອນ ທະນະບົວສີ ຮອງຫົວໜ້າພະແນກສາທາລະນະສຸກແຂວງຈໍາປາສັກ, ✅ມີທິມງານຄູຝຶກຈາກກົມຄອບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ມີຕ່າງໜ້າຈາກອົງການອະນາໄມໂລກ, ມີຄູຝຶກຈາກແຂວງສາລະວັນ, ແຂວງຈໍາປາສັກ ແລະ ມີນັກສໍາມະນາກອນ ຂັ້ນແຂວງ ແລະ ຂັ້ນເມືອງ ເຂົ້າຮ່ວມທັງມ 59 ທ່ານ, ຍິງ23 ທ່ານ

ອ່ານ​ເພີ່ມ

 

ສາຂາສູນການແພດຟື້ນຟູໜ້າທີ່ການ ແຂວງຈຳປາສັກ ຈັດພິທີມອບ-ຮັບອຸປະກອນ ອົງຄະທຽມ ແລະ ເຄື່ອງຄໍ້າຊູ ໃຫ້ໜ່ວຍເຄື່ອນທີ່ວຽກງານການແພດ ເມືອງ ລະມາມ ແລະ ເມືອງ ດາກຈຶງ ແຂວງເຊກອງ

08/01/2025

ສາຂາສູນການແພດຟື້ນຟູໜ້າທີ່ການ ແຂວງຈຳປາສັກ ຈັດພິທີມອບ-ຮັບອຸປະກອນ ອົງຄະທຽມ ແລະ ເຄື່ອງຄໍ້າຊູ ໃຫ້ໜ່ວຍເຄື່ອນທີ່ວຽກງານການແພດ ເມືອງ ລະມາມ ແລະ ເມືອງ ດາກຈຶງ ແຂວງເຊກອງ

ສາຂາສູນການແພດຟື້ນຟູໜ້າທີ່ການ ແຂວງຈຳປາສັກ ຈັດພິທີມອບ-ຮັບອຸປະກອນ ອົງຄະທຽມ ແລະ ເຄື່ອງຄໍ້າຊູ ໃຫ້ໜ່ວຍເຄື່ອນທີ່ວຽກງານການແພດ ເມືອງ ລະມາມ ແລະ ເມືອງ ດາກຈຶງ ແຂວງເຊກອງ ✅ສະໜັບສະໜູນໂດຍ ໂຄງການ COPE ✅ລະຫວ່າງວັນທີ 6-8 ມັງກອນ 2025

ອ່ານ​ເພີ່ມ

 

ປີ2024ເມືອງບາຈຽງຈະເລີນສຸກມີຄົນເຈັບຈາກພະຍາດໄຂ້ຍຸງລາຍພຽງແຕ່4ກໍລະນີ

31/12/2024

ປີ2024ເມືອງບາຈຽງຈະເລີນສຸກມີຄົນເຈັບຈາກພະຍາດໄຂ້ຍຸງລາຍພຽງແຕ່4ກໍລະນີ

#ປີ2024ເມືອງບາຈຽງຈະເລີນສຸກມີຄົນເຈັບຈາກພະຍາດໄຂ້ຍຸງລາຍພຽງແຕ່4ກໍລະນີ ----------- ທ່ານ ວັດທະນາ ຈັນທະລາສິນ ຫົວໜ້າຫ້ອງການສາທາລະນະສຸກເມືອງ ບາຈຽງຈະເລີນສຸກ ແຂວງຈຳປາສັກໃຫ້ສຳພາດໃນຄັ້ງວັນທີ30ທັນວາ2024ວ່າ: ນັບແຕ່ຕົ້ນປີ2024ຈົນຮອດປະຈຸບັນ, ພວກເຮົາໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດມາດຕະການ ໂດຍຫັນມາດຕະການວຽກງານສາທາລະນະສຸກເປັນຂອງທົ່ວປວງຊົນ ຢ່າງເປັນເຈົ້າການໂດຍສະເພາະແມ່ນການປ້ອງກັນພະຍາດໄຂ້ຍຸງລາຍ (ໄຂ້ເລືອດອອກ)ເຮັດໃຫ້ທົ່ວເມືອງບາຈຽງຈະເລີນສຸກມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍພຽງແຕ່ 4 ຄົນ ເຊຶ່ງປະກອບມີ 4 ບ້ານຄື: ບ້ານລົ່ມສັກເໜືອ, ບ້ານໜອງບົກນ້ອຍ, ບ້ານກະຈີດ ແລະ ບ້ານ ທີ4 ສ່ວນຢູ່ບ້ານອື່ນໆແມ່ນບໍ່ມີການຕິດເຊື້ອຈາກພະຍາດໄຂ້ຍຸງລາຍ ເຊີ່ງສົມທຽບດ້ານຈໍານວນຕົວເລກຄົນເຈັບແມ່ນຫຼຸດລົງຈາກປີຜ່ານມາ. ທັງນີ້ກໍ່ຍ້ອນສາທາລະນະສູກເມືອງພວກເຮົາໄດ້ປະສານສົມທົບແໜ້ນກັບຄະນະພັກຮາກຖານກຸ່ມ,ອຳ ນາດການປົກຄອງ ແລະ ປະຊາຊົນສຸມໃສ່ໃນການຄວບຄຸມໜອນນໍ້າ,ທຳລາຍແຫຼ່ງເພາະພັນຍຸງລາຍ ກໍ່ຄືປະຕິບັດຄຳຂວັນ 5 ປໍ ຢ່າງເປັນປະຈຳເຊັ່ນ: ✅1. ປ ປິດພາຊະນະທີ່ເກັບນໍ້າໃນເຮືອນແລະນອກເຮືອນເພື່ອບໍ່ໃຫ້ຍຸງມາໄຂ່ໃສ່; ✅2. ປ ປ່ຽນນໍ້າ ແລະ ວັດຖຸພັດຊະນະເປັນຕົ້ນໂຖດອກໄມ້,ນໍ້າຮອງຕີນຕູ້,ຖາດຈອກນໍ້າແລະອື່ນໆ; ✅ 3. ປ ປ່ອຍປາຫາງນົກຍຸງເພື່ອກິນໜອນນໍ້າ; ✅4. ປ ປັບປຸງບໍ່ໃຫ້ມີນໍ້າກັກຂັງໃນກະໂປະ,ກະປ໋ອງ,ຮາງລິນ,ຢາງຕີນລົດເກົ່າ ແລະອື່ນໆ; ✅5. ປ ປະຕິບັດເປັນປະຈໍາທຸກໆອາທິດ ແລະ ຖ້າເປັນໄຂ້ໃຫ້ໄປປິ່ນປົວຢູ່ໂຮງໝໍ ຫຼື ສຸກສາລາໄກ້ບ້ານທ່ານ ຫຼີກເວັ້ນການຊື້ຢາມາກິນເອງໂດຍບໍ່ຜ່ານແພດໝໍ. #ທ່ານ ວັດທະນາ ຈັນທະລາສິນ ຍັງໃຫ້ຮູ້ຕື່ມອີກວ່າ: ການປ້ອງກັນ ແລະ ຄວບຄຸມພະຍາດດັ່ງກ່າວ ຢູ່ເມືອງບາຈຽງຈະເລີນສຸກປີ2024ນີ້ແມ່ນຖອດຖອນບົດຮຽນຈາກປີຜ່ານມາ ຖືເອົາຂະບວນການທຳລາຍແຫຼ່ງເພາະຍຸງລາຍແຕ່ລະຄອບຄົວເປັນຫຼັກ ເພາະຖ້າບໍ່ມີໜອນນໍ້າກໍ່ບໍ່ມີຍຸງລາຍ,ບໍ່ມີຍຸງລາຍມາກັດພໍ່ແມ່ປະຊາຊົນກໍ່ບໍ່ເປັນໄຂ້ເລືອດອອກ,ຄຽງຄູ່ກັບການໂຄສະນາສຸຂະສຶກສາຜ່ານຫຼາຍຊ່ອງ ທາງ,ມີການຕິດຕາມລາຍງານປະຈໍາວັນການເຈັບເປັນໃນສະຖານທີ່ບໍລິການປິ່ນປົວໂຮງໝໍເມືອງ, ສຸກສາລາ ແລະ ກະກຽມຄວາມພ້ອມໃນການເຝົ້າລະວັງ,ແກ້ໄຂ ແລະ ຄວບຄຸມທັນກັບສະພາບຖ້າມີການລະບາດ./. #ຂ່າວສານທາທາລະນະສຸກແຂວງຈຳປາສັກ

ອ່ານ​ເພີ່ມ

 

ພິທີມອບໝວກຂາວໃຫ້ນັກສຶກສາ​ ຫຼັກສູດ​ ຊັ້ນສູງພະຍາບານ ປີທີ​ 2 ຮຸ່ນ XIV ສົກຮຽນ 2024​ - 2025,

26/12/2024

ພິທີມອບໝວກຂາວໃຫ້ນັກສຶກສາ​ ຫຼັກສູດ​ ຊັ້ນສູງພະຍາບານ ປີທີ​ 2 ຮຸ່ນ XIV ສົກຮຽນ 2024​ - 2025,

#ວວສຈ ມອບໝວກຂາວໃຫ້ນັກສຶກສາພະຍາບານ -​------==========-------- #ວັນທີ 26 ທັນວາ​ 2024,​ວິທະຍາໄລ ວິທະຍາສາດ ສຸຂະພາບ ຈໍາປາສັກ (ວວສຈ) ໄດ້ຈັດພິທີມອບໝວກຂາວໃຫ້ນັກສຶກສາ​ ຫຼັກສູດ​ ຊັ້ນສູງພະຍາບານ ປີທີ​ 2 ຮຸ່ນ XIV ສົກຮຽນ 2024​ - 2025, ໃຫ້ກຽດເຂົ້າຮ່ວມ ແລະ ມອບໝວກຂາວໃຫ້ນັກສຶກສາ​ ໂດຍທ່ານ ດຣ.​ບຸນຄໍ້າ ເພັດທານີ ຜູ້ອຳນວຍການ ວວສຈ.​ ມີທ່ານ ດຣ.​ໄພປະດິດ ມາລາ​ພັນ​ ຮອງຜູ້ອໍານວຍການໂຮງໝໍແຂວງຈໍາປາສັກ​ ພ້ອມດ້ວຍຄະນະອຳນວຍການ ວວສຈ, ພະນັກງານ,​ ຄູ​ -​ ອາຈານ ແລະ ນັກສຶກສາຫຼັກສູດ​ ຊັ້ນສູງພະຍາບານພາຍໃນ ວວສຈ​ ເຂົ້າຮ່ວມ. #ໃນພິທີ,​ ທ່ານ ອາໄລວອນ ປອງສິງ ຄູປະຈໍາຫ້ອງໄດ້ລາຍງານສະພາບການເຄື່ອນໄຫວຕ່າງໆຂອງນັກສຶກສາ ຊັ້ນສູງ​ ປີ​ 2 ຮຸ່ນ XIV ເຊິ່ງ​ເລີ່ມຮຽນແຕ່ວັນທີ 10 ຕຸລາ​ 2023​ ຮອດປັດຈຸບັນ,​ ມີນັກສຶກສາທັງໝົດ 65​ ຄົນ,​ ຍິງ​ 46​ ຄົນ,​ ໂດຍ​ອີງ​ໃສ່ແຜນ​ພັດທະນາ ​ແລະ ກໍ່ສ້າງ​ພະນັກງານ​ສາທາລະນະ​ສຸກ ​ເວົ້າ​ລວມ, ​ເວົ້າ​ສະ​ເພາະ​ແມ່ນ​ການ​ພັດທະນາ ​ແລະ ກໍ່ສ້າງ​ນັກ​ສຶກສາ ຊັ້ນ​ສູງ ພະຍາບານ ​ໃຫ້​ມີ​ຄວາມ​ຮູ້, ຄວາມ​ສາມາດ, ມີທັດສະນະຄຸນສົມບັດ, ມີ​ຄຸນ​ນະ​ທໍາ, ຈາລິ​ຍະ​ທໍາ ມີຄວາມພ້ອມ​ອອກ​ໄປ​ຮັບ​ໃຊ້ບໍລິການ​ພໍ່​ແມ່​ປະຊາຊົນ ​ໃນ​ການ​ດູ​ແລ​ຮັກສາປິ່ນປົວ, ການ​ສົ່ງ​ເສີມ​ສຸຂະພາບ,​ ການ​ປ້ອງ​ກັນ​ພະຍາດ ​ແລະ ຟື້ນ​ຟູ​ໜ້າ​ທີ່​ການ ​ໃຫ້​ມີ​ປະສິດທິພາບ​ ເຊິ່ງນັກ​ສຶກສາ​ ໄດ້ຮຽນທັງພາກທິດສະດີ 9​ ວິຊາຮຽນ​ ຄື: ແນວຄິດ​ພື້ນຖານ​ ແລະ​ ທິດສະດີ​ ທາງການພະຍາບານ,​ ແລະ​ ການຝຶກປະຕິບັດຕົວຈິງ ມີ​ 9​ ວິຊາຮຽນ.​ ຜ່ານ​ການ​ເຝິກຝົນ​ຫຼ່ໍຫຼອມ, ການສຶກສາ​ຄົ້ນຄວ້າ​ຮໍ່າຮຽນ ທັງ​ພາກ​ທິດ​ສະ​ດີ ​ແລະ ພາກ​ປະຕິບັດ​ຕົວ​ຈິງ ​ເຮັດໃຫ້​ນັກສຶກສາ​ມີ​ຄວາມ​ຄ່ອງ​ແຄ້ວ ແລະ​ ມີຄວາມຊໍານິຊໍານານສົມຄວນ.​ #ຈຸດປະສົງຂອງການມອບໝວກຂາວໃຫ້ນັກສຶກສາ ກໍເພື່ອ​ເປັນ​ການ​ລະນຶກ​ເຖິງ​ຄຸນງາມຄວາມດີ ຂອງ​ຜູ້​ໃຫ້​ກໍາ​ເນີ​ດວິຊາ​ຊີບ​ພະຍາບານ​ຄື: Miss LORENCE Nightingal ແລະ ເພື່ອ​ເປັນ​ການ​ກະກຽມ​ຄວາມ​ພ້ອມການ​ລົງ​ຝຶກ​ປະຕິບັດ​ຕົວ​ຈິງ​ຢູ່​ໂຮງໝໍຂອງ​ນັກ​ສຶກສາ ຊັ້ນ​ສູງ ພະຍາບານ ປີ​ທີ 2 ຮຸ່ນທີ XIV. ພ້ອມນີ້,​ ຍັງໄດ້ຮັບຊົມ Clip miss Florence Nightingale ແລະ ຜ່ານປະຫວັດຄຸນງາມຄວາມດີຂອງຜູ້ໃຫ້ກຳເນີດວິຊາຊີບພະຍາບານ, ພ້ອມທັງໄດ້ມີການມອບແສງທຽນໃຫ້ນັກສຶກສາພະຍາບານ ປີທີ2 ຮຸ່ນທີ XIV ເພື່ອເປັນສັນຍາລັກແຫ່ງການປະຕີບັດໜ້າທີ່ຂອງພະຍາບານທີ່ມີຈັນຍາບັນ.​ ຕອນທ້າຍພິທີ,​ ທ່ານ ດຣ.​ບຸນຄໍ້າ ເພັດທານີ ຜູ້ອຳນວຍການ ວວສຈ​ ກໍມີຄໍາເຫັນຊີ້ທິດເຍືອງທາງ ຕື່ມອີກ. * ຂ່າວ​-ພາບ​: ທູນທອງໃຈ​ *

ອ່ານ​ເພີ່ມ

 

ໜ່ວຍພັກ ອາຫານ ແລະ ຢາ ສໍາເລັດກອງປະຊຸມໃຫຍ່  ຄັ້ງທີ VI

25/12/2024

ໜ່ວຍພັກ ອາຫານ ແລະ ຢາ ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ VI

#ໜ່ວຍພັກ ອາຫານ ແລະ ຢາ ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ VI ........................000.............................. #ວັນທີ 25 ທັນວາ 2024, ໜ່ວຍພັກ ອາຫານ ແລະ ຢາ ທີ່ຂື້ນກັບຄະນະພັກຮາກຖານ ພະແນກສາທາລະນະສຸກແຂວງຈໍາປາສັກ ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ VI , ກອງປະຊຸມຈັດຂຶ້ນຢູ່ທີ່ພະແນກສາທາລະນະ ສຸກແຂວງ ໂດຍການເປັນປະທານ ຮ່ວມ ຂອງ ສະຫາຍ ດຣ ວຽງສີ ສຸພັກດີ ກໍາມະການ ພັກ ແຂວງ ເລຂາຄະນະພັກຮາກຖານ ພະແນກສາທາລະນະສຸກ ແຂວງ, ສະຫາຍ ພອນໄຊ ເກດມາລາ ຮອງຫົວໜ້າຄະນະຈັດຕັ້ງແຂວງ, ຮອງປະທານຄະນະກຳມະການບຸກຄະລາກອນຂັ້ນແຂວງ , ສະຫາຍ ດຣ ສັງວານ ແສນສຸກ ຄະນະພັກຮາກຖານພະແນກສາທາລະນະສູກແຂວງ. ມີຄະນະຮັບຜິດຊອບບຸກຄະລາກອນຂັ້ນແຂວງ, ເລຂາໜ່ວຍພັກ-ຄະນະໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ, ສະມາຊິກສົມບູນ ແລະ ສໍາຮອງພາຍໃນໜ່ວຍພັກເຂົ້າຮ່ວມທັງໝົດ 31 ສະາຍ, ຍິງ 12 ສະຫາຍ. #ໃນກອງປະຊຸມສະຫາຍ ດຣ ວຽງທອງ ເທບວົງສາ ເລຂາໜ່ວຍພັກໄດ້ກ່າວເປີດກອງປະຊຸມ. ພ້ອມທັງຜ່ານບົດລາຍງານການເມືອງທັງ 2 ພາກ.ກ່ຽວກັບການຈັດຕັ້ງປະຕິບັດການນໍາພາ-ຊີ້ນໍາ ຂອງຄະນະໜ່ວຍພັກ ໃນໄລຍະ 5 ປີຜ່ານມາ ແລະ ຂາກນັ້ນສະຫາຍສຸລິຍາ ແສງວິລາດ ຜ່ານບົດສໍາຫຼວດການນໍາພາລວມໂດຍສະຫາຍໄດ້ຕີລາຄາຄືນຕໍ່ການນຳພາ-ຊີ້ນໍາ ວຽກງານຮອບດ້ານໃນໄລຍະຊຸມປີຜ່ານມາ ເຊິ່ງຄະນະໜ່ວຍພັກໄດ້ຖືເອົາວຽກງານການສຶກສາອົບຮົມທາງດ້ານການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານໃຫ້ມີຄວາມໜັກແໜ້ນ ມີຄວາມເປັນເອກະພາບສູງຕໍ່ແນວທາງນະໂຍບາຍຂອງພັກ, ຊຸກຍູ້ການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃຫ້ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້, ພາຍໃນໜ່ວຍພັກມີຈໍານວນສະມາຊິກພັກ 17 ສະຫາຍ, ຍິງ 06 ສະຫາຍ, ຈາກຜົນງານການນຳພາ-ຊີ້ນຳເຮັດໃຫ້ໜ່ວຍພັກໄດ້ຮັບນາມມະຍົດເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ. ກອງປະຊຸມໄດ້ມີຄວາມເປັນເອກະພາບສູງຮັບຮອງເອົາບົດລາຍງານການເມືອງທັງສອງພາກຈາກຜູ້ແທນສົມບູນພາຍໃນໜ່ວຍພັກທີ່ເຂົ້າຮ່ວມ. #ໂອກາດນີ້ສະຫາຍ ນາງ ທອງວານ ແກ້ວເມກ ບຸກຄະລາກອນຂັ້ນແຂວງ ກໍໄດ້ຜານມາດຖານເງື່ອນໄຂຜູ້ສະໝັກເລືອກຕັ້ງຄະນະໜ່ວຍພັກຊຸດໃໝ່ ພ້ອມທັງຜ່ານລາຍຊື່ຜູ້ສະໝັກ ຈໍານວນ 5 ສະຫາຍ, ໃນນັ້ນ ເລືອກເອົາ 3 ສະຫາຍ. ຜ່ານຈາກການປ່ອນບັດເລືອກຕັ້ງ ແລະ ຜົນຂອງກອງປະຊຸມຄັ້ງປະຖົມມະລຶກ ເຫັນດີເປັນເອກະພາບ ເລືອກເອົາ ສະຫາຍ ນາງ ສັງວານ ແສນສູກ ເປັນເລຂາໜ່ວຍພັກ , ສະຫາຍ ນາງ. ວຽງທອງ ເທບວົງສາ ເປັນຮອງເລຂາ, ສະຫາຍ ແສງເພັດ ສຸດທິວົງ ເປັນປະທານກວດກາພັກ. ໃນກອງປະຊຸມທີ່ມີຄວາມໝາຍສໍາຄັນນີ້, ສະຫາຍ ດຣ ວຽງສີ ສຸພັກດີ ກໍ່ມີຄໍາເຫັນໂອ້ລົມຊີ້ທິດເຍືອງທາງ ເພື່ອໃຫ້ຄະນະໜ່ວຍພັກຊຸດໃໝ່ ນໍາໄປເປັນບ່ອນອີງໃນການນໍາພາຊີ້ນໍາ ວຽກງານໃນຕໍ່ໜ້າໃຫ້ມີຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າ. #ຂ່າວສານສາທາລະນະສຸກແຂວງຈຳປາສັກ

ອ່ານ​ເພີ່ມ

 

 

 

ລະບົບຂໍ້ມູນຂ່າວສານດ້ານສຸຂະພາບ ສປປລາວ
ຂໍ້ມູນຄຸນນະພາບອາກາດປະຈໍາວັນ
ລາຍງານພະຍາດໄຂ້ຍຸງລາຍ
ຂ່າວສານສາທາລະນະສຸກ ແຂວງຈຳປາສັກ