25/12/2024
ໜ່ວຍພັກໂຮງງານຜະລິດຢາ ຊີບີເອຟ ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ VI
#ໜ່ວຍພັກໂຮງງານຜະລິດຢາ ຊີບີເອຟ ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ VI
---------==========---------
#ວັນທີ 25 ທັນວາ 2024, ໜ່ວຍພັກ ໂຮງງານຜະລິດຢາ ຊີບີເອຟ ທີ່ຂຶ້ນກັບຄະນະພັກຮາກຖານພະແນກສາທາລະນະສຸກແຂວງຈໍາປາສັກ ໄດ້ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ VI ຂຶ້ນ ຢູ່ຫ້ອງປະຊຸມພະແນກສາທາລະນະສຸກແຂວງ ໂດຍການເປັນປະທານຮ່ວມ ຂອງ ສະຫາຍ ດຣ.ວຽງສີ ສຸພັກດີ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານພະແນກສາທາລະນະສຸກແຂວງ, ສະຫາຍ ພອນໄຊ ເກດມາລາ ຮອງຫົວໜ້າຄະນະຈັດຕັ້ງແຂວງ, ສະຫາຍ ດຣ.ຈິນດາ ວົງສຸລິ ເລຂາໜ່ວຍພັກໂຮງງານຜະລິດຢາ ຊີບີເອຟ ຊຸດທີ V. ມີຄະນະຮັບຜິດຊອບບຸກຄະລາກອນຂັ້ນແຂວງ, ເລຂາໜ່ວຍພັກ - ຄະນະໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານ, ສະມາຊິກສົມບູນ ແລະ ສໍາຮອງ ພາຍໃນໜ່ວຍພັກດັ່ງກ່າວ ເຂົ້າຮ່ວມ.
#ໃນກອງປະຊຸມ, ສະຫາຍ ພອນໄຊ ເກດມາລາ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜານມະຕິຕົກລົງ ຂອງຄະນະປະຈໍາພັກແຂວງ ວ່າດ້ວຍການອະນຸມັດ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ VI ຂອງໜ່ວຍພັກໂຮງງານຜະລິດຢາ ຊີບີເອຟ. ຕໍ່ມາ, ສະຫາຍ ດຣ.ຈິນດາ ວົງສຸລິ ເລຂາໜ່ວຍພັກໂຮງງານຜະລິດຢາ ຊີບີເອຟ ຊຸດທີ V ກໍໄດ້ກາວເປີດກອງປະຊຸມ ຜ່ານບົດລາຍງານການເມືອງ ທັງ 2 ພາກ ໂດຍສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດການນໍາພາ - ຊີ້ນໍາຂອງຄະນະໜ່ວຍພັກໃນ 5 ປີຜ່ານມາ (2020 - 2024) ເຊິ່ງຍົກໃຫ້ເຫັນສະພາບລວມ, ທີ່ຕັ້ງ, ພາລະບົດບາດ ແລະ ໂຄງປະກອບຂອງຄະນະໜ່ວຍພັກ, ສະພາບການນໍາພາຈັດຕັ້ງປະຕິບັດວຽກງານແຕ່ລະດ້ານ. ໜ່ວຍພັກໂຮງງານຜະລິດຢາ ຊີບີເອຟ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 3 ກັນຍາ 1998, ເປັນໜ່ວຍພັກ, ລັດ - ວິສາຫະກິດປະສົມ ທີ່ຂຶ້ນກັບຄະນະພັກຮາກຖານພະແນກສາທາລະນະສຸກແຂວງຈຳປາສັກ, ມີພາລະກິດນໍາພາ ໂຮງງານດໍາເນີນການຜະລິດຢາປົວພະຍາດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ຮັບປະກັນການຂະຫຍາຍຕົວຢ່າງຕໍ່ ເນື່ອງຕາມແນວທາງນະໂຍບາຍຂອງພັກ. ມີສະມາຊິກພັກທັງໜົດ 24 ສະຫາຍ, ຍິງ 11 ສະຫາຍ, ໃນນັ້ນ, ສະມາຊິກພັກສຳຮອງ 2 ສະຫາຍ(ຊາຍ).
#ພ້ອມນີ້ ຍັງຍົກໃຫ້ເຫັນການນໍາພາທາງດ້ານເສດຖະກິດ, ດ້ານວັດທະນາທໍາ - ສັງຄົມ, ການພົວພັນ - ຮ່ວມມືກັບຕ່າງປະເທດ. ສໍາລັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ຄະນະໜ່ວຍພັກ ໄດ້ກຳນົດນະໂຍບາຍຫັນປ່ຽນໃຫ້ທັນ ສະພາບການ ເຮັດໃຫ້ສາມາດຍາດໄດ້ ຜົນງານແຕ່ລະດ້ານ, ໃນນັ້ນ, ວຽກງານການຜະລິດຢາປົວພະຍາດ, ຜະລິດຢາເມັດ - ແຄັບຊຸນ ໃນ 5 ປີຜ່ານມາ ສາມາດຜະລິດໄດ້ 608.112.556 ເມັດ; ຢາຝຸ່ນ ສາມາດຜະລິດໄດ້ 48.142.166 ຊອງ; ຢານໍ້າເຊື່ອມ ສາມາດຜະລິດໄດ້ 9.877.505 ຂວດ; ຢາໃຊ້ພາຍນອກສາມາດຜະລິດໄດ້ 5.347.129 ຂວດ; ຢາສັກສົ່ງ ສາມາດຜະລິດໄດ້19.125.906 ຖົງ/ຂວດ; ຢາສັກ ສາມາດຜະລິດໄດ້ 26.492.772 ຫຼອດ. ສ່ວນວຽກງານຂາຍ - ການຕະຫຼາດ ກໍຖືເປັນວຽກງານສໍາຄັນ ຕັດສິນການເຕີບໃຫຍ່ຂະຫຍາຍຕົວຂອງການຜະລິດ, ໃນ 5 ປີຜ່ານມາວຽກງານດັ່ງກ່າວ ໄດ້ຮັບການປັບປຸງຢ່າງຕໍ່ເນື່ອງ ເພື່ອຮັກສາຖານຕະຫຼາດ. ພ້ອມນີ້ ກໍໄດ້ຂະຫຍາຍຕະຫຼາດໃໝ່ກ້ວາງຂວາງນັບ ແຕ່ສູນກາງລົງສູ່ຫອ້ງຖິ່ນທົ່ວປະເທດ, ອັນທີ່ພົ້ນເດັ່ນແມ່ນໄດ້ນໍາໃຊ້ ແພລັດຟອມ ອອນລາຍ (Platform Online) ເຂົ້າໃນການໂຄສະນາ - ປະຊາສໍາພັນຕາມຍຸກສະໄໝ ພ້ອມທັງສ້າງເຄື່ອຂ່າຍຈໍາໜ່າຍຜະລິດຕະພັນຢາ ຊີບີເອຟ ໃນທົ່ວປະເທດ, ການສົ່ງເສີມການຂາຍ ແລະ ການໂຄສະນາປະຊາສຳພັນດ້ວຍຫຼາຍຮູບແບບ. ວຽກງານບັນຊີ - ການເງິນ ສາມາດຮັບປະກັນສະເຖຍລະພາບ ແລະ ຄວາມຄ່ອງຕົວທາງດ້ານເສດຖະກິດການເງິນ, ຕິດຕາມ ແລະ ຄຸ້ມຄອງຊັບສິນຄົງທີ່, ທຶນໝູນວຽນຢ່າງມີປະສິດທິຜົນ. ຜົນປະກອບການ 5 ປີຜ່ານມາ ລວມມູນຄ່າທັງໝົດ 509 ຕື້ 33 ລ້ານກວ່າກີບ ຖ້າທຽບໃສ່ແຜນການຂາຍ 5 ປີ ເຫັນວ່າເກີນແຜນ 39.17%. ການມອບພັນທະອາກອນເຂົ້າງົບປະມານ 5 ປີຜ່ານມາ ລວມມູນຄ່າທັງໝົດ 49 ຕື້ 286 ລ້ານກວ່າກີບ, ຖ້າທຽບໃສ່ແຜນການມອບພັນທະ 5 ປີ ເຫັນວ່າເກີນແຜນ 30%. ນອກນີ້ ຍັງໄດ້ປະກອບສ່ວນຊ່ວຍເຫຼືອສັງຄົມ ລວມທັງວັດຖຸ, ປັດໄຈ, ຢາປົວພະຍາດ, ເຄື່ອງນຸ່ງຫົ່ມ ແລະ ອື່ນໆ ລວມມູນຄ່າທັງໝົດ 1 ຕື້ 969 ລ້ານກີບ. ຜ່ານຈາກການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງໜ່ວຍພັກໂຮງງານຜະລິດຢາ ຊີບີເອຟ ມີບຸກຄົນໄດ້ຮັບການຍ້ອງຍໍປະເພດຕ່າງໆ, ໃນນັ້ນ ໄດ້ຮັບຫຼຽນໄຊແຮງງານ ຊັ້ນ I ມີ 3 ສະຫາຍ, ຍິງ 2 ສະຫາຍ, ໄດ້ຮັບຫຼຽນໄຊແຮງງານ ຊັ້ນ II ມີ 2 ສະຫາຍ, ໄດ້ຮັບຫຼຽນໄຊແຮງງານ ຊັ້ນ III ມີ 4 ສະຫາຍ, ຍິງ 2 ສະຫາຍ, ໄດ້ຮັບຫຼຽນກາແຮງງານ 8 ສະຫາຍ, ຍິງ 3 ສະຫາຍ, ໄດ້ຮັບຫຼຽນມິດຕະພາບ 2 ສະຫາຍ(ຍິງ), ໃບຍ້ອງຍໍລັດຖະບານ 36 ສະຫາຍ, ຍິງ 19 ສະຫາຍ, ໃບຍ້ອງຍໍຈາກເຈົ້າແຂວງ 45 ສະຫາຍ, ຍິງ 27 ສະຫາຍ ແລະ ໄດ້ຮັບໃບຍ້ອງຍໍຈາກຫົວໜ້າພະແນກສາທາລະນະສຸກແຂວງ 19 ສະຫາຍ, ຍິງ 8 ສະຫາຍ. ນອກນີ້ ຍັງຍົກໃຫ້ເຫັນການນໍາພາທາງດ້ານວຽກງານອົງການປົກຄອງ ແລະອົງການຈັດຕັ້ງມະຫາຊົນ; ການນໍາພາວຽກງານປ້ອງກັນຄວາມສະຫງົບຂອງສໍານັກງານ; ວຽກງານກໍ່ສ້າງພັກ - ພະນັກງານ; ວຽກງານຄຸ້ມຄອງປ້ອງກັນພັກ - ພະນັກງານ ແລະ ວຽກງານການເງິນຂອງພັກ. ຈາກນັ້ນ, ກໍຜ່ານທິດທາງແຜນການ 5 ປີຕໍ່ໜ້າ. ພ້ອມນີ້, ຄະນະໜ່ວຍພັກຊຸດເກົ່າ ກໍໄດ້ຜ່ານບົດສຳຫຼວດການນໍາພາລວມ ແລະ ກ່າວລາໜ້າທີ່.
#ຕໍ່ມາ, ສະຫາຍ ພອນໄຊ ເກດມາລາ ຮອງຫົວໜ້າຄະນະຈັດຕັ້ງແຂວງ ກໍໄດ້ຜານມາດຖານເງື່ອນໄຂຜູ້ສະໝັກເລືອກຕັ້ງຄະນະໜ່ວຍພັກຊຸດໃໝ່ ພ້ອມທັງຜ່ານລາຍຊື່ຜູ້ສະໝັກ 5 ສະຫາຍ, ຍິງ 1 ສະຫາຍ, ໃນນັ້ນ ເລືອກເອົາ 3 ສະຫາຍ. ຜ່ານຈາກການປ່ອນບັດເລືອກຕັ້ງ ແລະ ຜົນຂອງກອງປະຊຸມຄັ້ງປະຖົມມະລຶກ ເຫັນດີເປັນເອກະພາບ ເລືອກເອົາ ສະຫາຍ ດຣ.ຈິນດາ ວົງສຸລິ ເປັນເລຂາໜ່ວຍພັກໂຮງງານຜະລິດຢາ ຊີບີເອຟ ຊຸດທີ VI, ສະຫາຍ ສົມໄຊ ຫົງສະຫວາດ ເປັນຮອງເລຂາ, ສະຫາຍ ກຽງເພັດ ກາຖາຍະລາດ ເປັນປະທານກວດກາໜ່ວຍພັກ. ຈາກນັ້ນ ກໍໄດ້ມອບຊໍ່ດອກໄມ້ໃຫ້ແກ່ຄະນະໜ່ວຍພັກໂຮງງານຜະລິດຢາ ຊີບີເອຟ ຊຸດໃໝ່, ໃຫ້ກຽດມອບໂດຍ ສະຫາຍ ດຣ.ວຽງສີ ສຸພັກດີ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານພະແນກສາທາລະນະສຸກແຂວງ. ຕອນທ້າຍກອງປະຊຸມ, ສະຫາຍ ດຣ.ວຽງສີ ສຸພັກດີ ກໍມີຄໍາເຫັນໂອ້ລົມຊີ້ທິດເຍືອງທາງ ເພື່ອໃຫ້ຄະນະໜ່ວຍພັກຊຸດໃໝ່ ໃຊ້ເປັນບ່ອນອີງໃນການນໍາພາ - ຊີ້ນໍາວຽກງານໃນຕໍ່ໜ້າ ໃຫ້ມີຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າ.
#ຂໍອະນຸຍາດແຊ
#ຂ່າວສານສາທາລະນະສຸກ ແຂວງຈຳປາສັກ
* ຂ່າວ-ພາບ: ທູນທອງໃຈ *
ອ່ານເພີ່ມ









