ການ​ເຄື່ອນ​ໄຫວ
ຄົ້ນ​ຫາ​ໃນ​ໜ້ານີ້

ພິທີໂຄສະນາ-ປາຖະກະຖາເຊື່ອມຊຶມເອກະສານວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 22 ປີ (9ກັນຍາ2002-9ກັນຍາ 2024) ແລະ 2. ເອກະສານວັນຊາດສາທາລະນະລັດສັງຄົມນິຍົມຫວຽດນາມ ຄົບຮອບ 79 ປີ (9ກັນຍາ1945-9ກັນຍາ 2024)

27/09/2024

ພິທີໂຄສະນາ-ປາຖະກະຖາເຊື່ອມຊຶມເອກະສານວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 22 ປີ (9ກັນຍາ2002-9ກັນຍາ 2024) ແລະ 2. ເອກະສານວັນຊາດສາທາລະນະລັດສັງຄົມນິຍົມຫວຽດນາມ ຄົບຮອບ 79 ປີ (9ກັນຍາ1945-9ກັນຍາ 2024)

ພິທີໂຄສະນາ-ປາຖະກະຖາເຊື່ອມຊຶມເອກະສານວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 22 ປີ (9ກັນຍາ2002-9ກັນຍາ 2024) ແລະ 2. ເອກະສານວັນຊາດສາທາລະນະລັດສັງຄົມນິຍົມຫວຽດນາມ ຄົບຮອບ 79 ປີ (9ກັນຍາ1945-9ກັນຍາ 2024) ໃຫ້ແກ່ສະຫາຍສະມາຊິກພັກ, ພະນັກງານລັດຖະກອນ ໃນຂອບເຂດຄວາມຮັບຜິດຊອບຂອງໜ່ວຍພັກອະນາໄມ ແລະ ສົ່ງເສີມສຸຂະພາບ , ໂດຍໃຫ້ກຽດບັນລະຍາຍເອກະສານຂອງສະຫາຍ ນາງ ຈັນທະຈອນ ເທບວົງສາ ຮອງເລຂາໜ່ວຍພັກ ແລະ ສະຫາຍ ດຣ ນາງ ຈັນມີນາ ອຸດທິກອນ ຄະນະໜ່ວຍພັກ ປະທານກວດກາພັກ #ຄັ້ງວັນທີ 26 ກັນຍາ 2024 .ທີ່ຫ້ອງປະຊຸມ ສາຂາສູນການແພດຟື້ນຟູໜ້າທີ່ການ ແຂວງ ຈຳປາສັກ

ອ່ານ​ເພີ່ມ

 

ໜ່ວຍພັກອະນາໄມ ແລະ ສົ່ງເສີມສຸຂະພາບ ຈັດພິທີຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ແລະ ຮັບສະມາຊິກພັກສຳຮອງເປັນສະມາຊິກພັກສົມບູນຢ່າງສົມກຽດ

10/09/2024

ໜ່ວຍພັກອະນາໄມ ແລະ ສົ່ງເສີມສຸຂະພາບ ຈັດພິທີຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ແລະ ຮັບສະມາຊິກພັກສຳຮອງເປັນສະມາຊິກພັກສົມບູນຢ່າງສົມກຽດ

#ໜ່ວຍພັກອະນາໄມ ແລະ ສົ່ງເສີມສຸຂະພາບ ຈັດພິທີຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ແລະ ຮັບສະມາຊິກພັກສຳຮອງເປັນສະມາຊິກພັກສົມບູນຢ່າງສົມກຽດ ====////==== ໜ່ວຍພັກອະນາໄມ ແລະ ສົ່ງເສີມສຸຂະພາບໄດ້ຈັດພິທີຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ແລະ ເລື່ອນສະມາຊິກພັກສຳຮອງເປັນສະມາຊິກພັກສົມບູນປະຊາຊົນປະຕິບັດລາວ. ໃນວັນທີ 10 ກັນຍາ 2024 ທີ່ຫ້ອງປະຊຸມຈຳປາຫອມພະແນກສາທາລະນະສຸກ,ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ໂສມ ບຸດຕະກຸນ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງຈຳປາສັກ,ສະຫາຍ ດຣ ນາງສັງວານ ແສນສຸກ ຄະນະພັກຮາກຖານ, ເລຂາໜ່ວຍພັກອະນາໄມ ແລະ ສົ່ງເສີມສຸຂະພາບ,ສະຫາຍ ດຣ ນາງ ເກດແກ້ວ ຫຼວງໄຊ ປະທານສະຫະພັນແມ່ຍີງພະແນກສາທານະສຸກແຂວງ, ມີຕ່າງໜ້າຄະນະຈັດຕັ້ງແຂວງ,ຄະນະກຳມະການປ້ອງກັນພັກຂັ້ນແຂວງ, ຄະນະພັກຮາກຖານ,ເລຂາໜ່ວຍພັກ,ສະມາຊິກພັກສົມບູນແລະສຳຮອງເຂົ້າຮ່ວມ. ໃນພິທີມະຫາຊົນກ້າວໜ້າທັງ 4 ສະຫາຍ,ໄດ້ຂື້ນຜ່ານໃບຄຳຮ້ອງຂໍເຂົ້າເປັນສະມາຊິກພັກສຳຮອງ ແລະ ສົມບູນ. ຈາກນັ້ນ ສະຫາຍ ໄຊຊະນະ ສູວັນນະເມທີໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການອະນຸມັດຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ-ສົມບູນຂອງພັກປະຊາຊົນປະຕິບັດລາວທັງ4ສະຫາບເໍຊັ່ນ: ສະຫາຍ ນາງ ໃຈເພັດ ພັນທະເກສອນ,ສະຫາຍ ນາງ ບັນທະໄລ ເກດມາລາ,ສະຫາຍ ນາງ ຂຽວສົມພອນ ບຸຜາວົງ,ສະຫາຍ ນາງ ສຸກສະໝອນ ພົມໜາ. ໂອກາດນີ້ຄະນະພັກຂັ້ນເທີງກໍ່ມີຄຳໂອລົມ ຕໍ່ສະມາຊິກພັກໃໝ່ເພື່ອເປັນທິດທາງໃນການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວຽກງານຮອບດ້ານໃຫ້ຖືກຕ້ອງ,ສອດຄ່ອງກັບລະບຽບການ,ມີການແນະນຳສິດ ແລະ ໜ້າທີ່ຂອງສະມາຊິກພັກໃໝ່. ພ້ອມທັງໄດ້ມອບມະຕິຕົກລົງຂອງຄະນະປະຈຳພັກແຂວງ ໃຫ້ແກ່ສະມາຊິກໃໝ່ອີກດ້ວຍ. #ພາບ-ຂ່າວ:ພະແນກສາທາລະນະສຸກແຂວງຈຳປາສັກ

ອ່ານ​ເພີ່ມ

 

ກອງປະຊຸມແນະນຳໂຄງການ ປຶກສາຫາລື ແລະ ຜ່ານຮ່າງບົດບັນທຶກຄວາມເຂົ້າ ໃຈ(MOU) ສຳລັບໂຄງການ ການຮ່ວມມືເພື່ອຢຸດຕິພະຍາດເອດ ແລະ ພະຍາດວັນະໂລກ ທີ່ແຂວງຈໍາປາສັກ

06/09/2024

ກອງປະຊຸມແນະນຳໂຄງການ ປຶກສາຫາລື ແລະ ຜ່ານຮ່າງບົດບັນທຶກຄວາມເຂົ້າ ໃຈ(MOU) ສຳລັບໂຄງການ ການຮ່ວມມືເພື່ອຢຸດຕິພະຍາດເອດ ແລະ ພະຍາດວັນະໂລກ ທີ່ແຂວງຈໍາປາສັກ

#ກອງປະຊຸມແນະນຳໂຄງການ ປຶກສາຫາລື ແລະ ຜ່ານຮ່າງບົດບັນທຶກຄວາມເຂົ້າ ໃຈ(MOU) ສຳລັບໂຄງການ ການຮ່ວມມືເພື່ອຢຸດຕິພະຍາດເອດ ແລະ ພະຍາດວັນະໂລກ ທີ່ແຂວງຈໍາປາສັກ ກອງປະຊຸມໄດ້ຈັດຂຶ້ນຢ່າງເປັນທາງການຢູ່ທີ່ ຫ້ອງປະຊຸມຈຳປາຫອມ ພະແນກສາທາລະນະສຸກແຂວງ ໃນຄັ້ງວັນທີ 6 ກັນຍາ 2024 ໂດຍພາຍໄຕ້ການເຂົ້າຮ່ວມເປັນປະທານຂອງ ທ່ານ ດຣ ວຽງສີ ສຸພັກດີ ຫົວໜ້າພະແນກສາທາລະນະສຸກແຂວງ, ແລະ ທານ ປອ ດຣ ພູປະສົງ ສົມພູ ຮອງຫົວໜ້າກົມຄວບຄູມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ມີບັນດາແຂກເຂົ້າຮ່ວມປະກອບມີ ທ່ານ ເຈົ້າເມືອງ/ຮອງເຈົ້າເມືອງ, ຫົວໜ້າ/ຮອງຫົວໜ້າຫ້ອງການສາທາລະນະສຸກ 6ເມືອງ 1ນະຄອນ, ຄະນະອຳນວຍການໂຮງໝໍແຂວງຈຳປາສັກ. ມີຜູ້ຮັບຜິດຊອບຈົໂຄງການຂັ້ນກະຊວງ ແລະ ຂັ້ນແຂວງທີ່ກ່ຽວຂ້ອງເຂົ້້າຮ່ວມ, ກອງປະຊູມໄດ້ນຳສະເໜີກ່ຽວກັບຄວາມເປັນມາຂອງສະມາຄົມໃນການຈັດຕັ້ງປະຕິບັດໂຄງການ ແລະ ສະເໜີຮ່າງບົດບັນທຶກເພື່ອໃຫ້ຜູ້ເຂົ້າຮ່ວມກອງປະຊຸມໄດ້ທຳຄວາມເຂົ້າໃຈເຖິງເປົ້າໝາຍ, ກອບເວລາ, ຄວາມຄາດຫວັງ ແລະ ຜົນໄດ້ຮັບຂອງໂຄງການພາຍຫຼັງສຳເລັດໃນການຈັດຕັ້ງປະຕິບັດໂຄງການແຕ່ລະໄລຍະ, ພື້ນທີ່ໃນການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການມີ7ເມືອງເປົ້າໝາຍເຊັ່ນ:ເມືອງໂຂງ, ສຸຂຸມາ,ມຸນລະປາໂມກ, ປາກຊ່ອງ, ຈຳປາສັກ,ໂພນທອງ ແລະ ເມືອງປະທຸມພອນ ແລະ ໂຮງໝໍແຂວງຈຳປາສັກ. #ພາບ-ຂ່າວ: ພະແນກສາທາລະນະສຸກແຂວງຂຳປາສັກ

ອ່ານ​ເພີ່ມ

 

ພະແນກສາທາລະນະສຸກແຂວງຈຳປາສັກຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນແດ່ບໍລິສັດ ລັດວິສະຫາກິດ ຫວຍພັດທະນາ ຊ່ວຍເຫຼືອອຸປະກອນການແພດເພື່ອນໍໃຊ້ເຂົ້າໃນວຽກງານໂພຊະນາການ ຂອງຈຳປາສັກ ລວມມຸນຄ່າ 399.767.500 ກີບ

04/09/2024

ພະແນກສາທາລະນະສຸກແຂວງຈຳປາສັກຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນແດ່ບໍລິສັດ ລັດວິສະຫາກິດ ຫວຍພັດທະນາ ຊ່ວຍເຫຼືອອຸປະກອນການແພດເພື່ອນໍໃຊ້ເຂົ້າໃນວຽກງານໂພຊະນາການ ຂອງຈຳປາສັກ ລວມມຸນຄ່າ 399.767.500 ກີບ

#ພະແນກສາທາລະນະສຸກແຂວງຈຳປາສັກຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນແດ່ບໍລິສັດ ລັດວິສະຫາກິດ ຫວຍພັດທະນາ ຊ່ວຍເຫຼືອອຸປະກອນການແພດເພື່ອນໍໃຊ້ເຂົ້າໃນວຽກງານໂພຊະນາການ ຂອງຈຳປາສັກ ລວມມຸນຄ່າ 399.767.500 ກີບ ໃນນາມຕ່າງໝ້າໃຫ້ຄະນະພັກ, ຄະນະພະແນກສາທາລະນະສຸກແຂວງຈຳປາສັກ ຂໍອວຍພອນແດ່ທ່ານຜູ້ອຳນວຍການ ພ້ອມຄະນະບໍລິສັດ ລັດວິສະຫາກິດ ຫວຍພັດທະນາ ທີ່ປະກອບສ່ວນຊ່ວຍເຫຼືອອຸປະກອນການແພດໃຫ້ແກ້ພະແນກສາທາລະນະສຸກແຂວງຈຳປາສັກ ຈົ່ງມີສຸຂະພາບເຂັ້ມແຂງ ແຂງແຮງ, ມີພາລະນາໄມສົມບູນຈະເລີນຮຸ່ງເຮືອງໃນໜ້າທີ່ການງານ ການເງິນ ແລະ ມີຄວາມຜາສຸກ ສົມຫວັງໃນຊິວິດຄອບຄົວຕະຫຼອດໄປ #ພິເສດ ຂໍຂອບໃຈມາຍັງທ່ານ ນາງແພງພັນ ທິນນະກອນ ທີ່ເປັນຜູ້ປະສານງານ ແລະ ຊ່ວຍອຳນວຍຄວາມສະດວກໃນການອຸປະຖ້ຳ ອຸປະກອນການແພດຄັ້ງນີ້ #ຂ່າວພະແນກສາທາລະນະສຸກແຂວງຈຳປາສັກ

ອ່ານ​ເພີ່ມ

 

ກອງປະຊຸມທົບທວນຄືນການໂຕ້ຕອບການລະບາດຂອງພະຍາດໄຂ້ເລືອດດໍາ ພາຍຫຼັງການລະບາດຊີ້ນສຸດ ທີ່ແຂວງ ຈຳປາສັກ  #ວັນທີ 16 ສິງຫາ 2024

16/08/2024

ກອງປະຊຸມທົບທວນຄືນການໂຕ້ຕອບການລະບາດຂອງພະຍາດໄຂ້ເລືອດດໍາ ພາຍຫຼັງການລະບາດຊີ້ນສຸດ ທີ່ແຂວງ ຈຳປາສັກ #ວັນທີ 16 ສິງຫາ 2024

ກອງປະຊຸມທົບທວນຄືນການໂຕ້ຕອບການລະບາດຂອງພະຍາດໄຂ້ເລືອດດໍາ ພາຍຫຼັງການລະບາດຊີ້ນສຸດ ທີ່ແຂວງ ຈຳປາສັກ #ວັນທີ 16 ສິງຫາ 2024

ອ່ານ​ເພີ່ມ

 

ເຈົ້າແຂວງຈໍາປາສັກ​ ເຄື່ອນໄຫວຢ້ຽມຢາມໂຮງໝໍແຂວງ

14/08/2024

ເຈົ້າແຂວງຈໍາປາສັກ​ ເຄື່ອນໄຫວຢ້ຽມຢາມໂຮງໝໍແຂວງ

#ເຈົ້າແຂວງຈໍາປາສັກ​ ເຄື່ອນໄຫວຢ້ຽມຢາມໂຮງໝໍແຂວງ -​--------==========----------- #ວັນທີ 13 ສິງຫາ 2024,​ ທ່ານ​ ອາລຸນໄຊ​ ສູນນະລາດ​ ກຳມະການ​ສູນກາງ​ພັກ​ ເລຂາພັກ​ແຂວງ​ ເຈົ້າແຂວງ​ຈໍາປາສັກ​ ໄດ້ເຄື່ອນໄຫວຢ້ຽມຢາມໂຮງໝໍແຂວງ.​ ມີທ່ານ ດຣ.​ວຽງສີ ສຸພັກດີ ກຳມະການພັກແຂວງ ຫົວໜ້າພະແນກສາທາລະນະສຸກແຂວງ,​ ທ່ານ ຄໍາສິງ ແກ້ວທອງກຸ ຜູ້ອໍານວຍການໂຮງໝໍແຂວງ​ ພ້ອມດ້ວຍການນໍາຫ້ອງວ່າການແຂວງ, ຄະນະພັກ​ -​ ຄະນະອໍານວຍການ, ສະມາຊິກພັກ​ - ພະນັກງານ ແພດ​ - ໝໍ ພາຍໃນ​ໂຮງໝໍແຂວງ​ ເຂົ້າຮ່ວມ.​ #ກ່ອນອື່ນ,​ ທ່ານ​ ດຣ.​ຄໍາສິງ​ ແກ້ວທອງກຸ​ ຜູ້ອໍານວຍການໂຮງໝໍແຂວງ ໄດ້ລາຍງານສະພາບການເຄື່ອນໄຫວວຽກງານໂດຍຫຍໍ້,​ ໂຮງໝໍແຂວງຈຳປາສັກ ເປັນໂຮງໝໍປິ່ນປົວທົ່ວໄປຂອງລັດ, ເປັນໂຮງໝໍ 250 ຕຽງ, ມີພາລະບົດບາດ ໃຫ້ການບໍລິການກວດພະຍາດ​ - ປິ່ນປົວ​ - ຟື້ນຟູໜ້ທີ່ການ, ຄົ້ນຄ້ວາວິທະຍາສາດການແພດ, ກັນພະຍາດ ແລະ ສົ່ງເສີມສຸຂະພາບ, ຊີ້ນຳ -​ ຄຸ້ມຄອງ ໂຮງໝໍຂັ້ນລຸ່ມ ໃນດ້ານວຽກງານປິ່ນປົວ, ກໍ່ສ້າງ - ບໍາລຸງສ້າງພະນັກງານສາທາລະນະສຸກ ແລະ ເປັນໂຮງໝໍທີ່ສິດສອນ ນັກສຶກສາແພດ.​ ມາຮອດປະຈຸບັນ ໂຮງໝໍຈຳປາສັກ​ ໄດ້ຍົກລະດັບດ້ານການປິ່ນປົວພະຍາດສະເພາະວິຊາໄດ້ຕາມມາດຕະຖານ ແລະ ມີຄຸນນະພາບທີ່ໃກ້ຄຽງ ແລະ ເທົ່າທຽມກັບໂຮງໝໍສູນກາງ ແລະ​ ປະເທດໃກ້ຄຽງ ແລ້ວຈຳນວນໜຶ່ງ ເຊັ່ນ: ການປິ່ນປົວສະເພາະວິຊາເດັກ (ຫ້ອງເດັກແດງ), ຫົວໃຈເສັ້ນເລືອດ, ລະບົບຖ່າຍເທ, ລະບົບລະລາຍ, ຕ່ອມຂັບຍ່ອຍໃນ, ພະຍາດຊືມເຊື້ອ, ການຜ່າຕັດຜ່ານທໍ່ຜົ້ງທ້ອງ, ຜ່າຕັດສະໝອງ ແລະ ເປັນສູນປິ່ນປົວຜູ້ຕິດເຊື້ອເອດ, ຕິດເຊື້ອວັນນະໂລກທີ່ດື້ຢາ.​ ດ້ວຍຜົນສຳເລັດດັ່ງກ່າວ ໂຮງໝໍແຂວງຈຳປາສັກ ຈຶ່ງໄດ້ກາຍເປັນໂຮງໝໍສົ່ງຕໍ່ຂອງບັນດາໂຮງໝໍໃນ 4 ແຂວງພາກໃຕ້,​ ໃນ 6 ເດືອນຕົ້ນປີ 2024 ໄດ້ບໍລິການກວດພະຍາດເຂດນອກທັງໝົດ 23.​297 ເທື່ອຄົນ,​ ຮັບເຂົ້ານອນ 16.​768 ເທື່ອຄົນ​, ຜ່າຕັດໃຫຍ່ 1.​279 ກໍລະນີ, ຜ່າຕັດກາງ 245 ກໍລະນີ, ຜ່າຕັດນ້ອຍ 1,099 ກໍລະນີ, ຜ່າຕັດເອົາລູກອອກ 444 ​ ຄົນ, ບໍລິການເກີດລູກ 1.335 ຄົນ , ອັດຕາການເສຍຊີວິດມີພຽງແຕ່ 0,52%.​ #ທ່ານ ​ດຣ. ຄໍາສິງ​ ແກ້ວທອງກຸ​ ກ່າວຕື່ມວ່າ: ຄຽງຄູ່ກັບດ້ານດີທີາກ່າວຂ້າງເທິງ, ໂຮງໝໍແຂວງ​ ກໍຍັງມີຂໍ້ຫຍຸ້ງຍາກຫຼາຍດ້ານ​ ເຊິ່ງເປັນອຸປະສັກໃຫ້ແກ່ການຕອບສະໜອງການບໍລິການສຸຂະພາບໃຫ້ແກ່ປະຊາຊົນທີ່ເຂົ້າມາປິ່ນປົວ ເປັນຕົ້ນ ຈຳນວນບຸກຄາລາກອນບໍ່ພຽງພໍກັບຄວາມຕ້ອງການດ້ານວິຊາການ ໂດຍສະເພາະແພດ ແລະ ພະຍາຍານຊ່ຽວຊານປິ່ນປົວສະເພາະພະຍາດ,​ ອຸປະກອນການແພດທີ່ທັນສະໄໝ ຍັງມີຈຳນວນຈຳກັດ,​ ຈຳນວນໜຶ່ງກໍເກົ່າແກ່​ - ຊຸດໂຊມ,​ ອາຄານສະຖານທີ່ຮອງຮັບຄົນເຈັບເມື່ອທຽບໃສ່ມາດຖານດ້ານວິຊາການ ແລະ ຄວາມຕ້ອງການຂອງປະຊາຊົນຜູ້ທີ່ເຈັບເປັນ ເຫັນວ່າຍັງບໍທັນພຽງພໍ.​ ຍ້ອນແນວນັ້ນ,​ຈິ່ງສະເໜີຂໍກໍ່ສ້າງໂຮງໝໍໃໝ່ ທີ່ທັນສະໄໝ ເພື່ອຕອບສະໜອງໃຫ້ແກ່ການບໍລິການສຸຂະພາບ ແກ່ປະຊາຊົນໃນ 4 ແຂວງພາກໃຕ້,​ ຂໍໃຫ້ຂັ້ນເທິງພິຈາລະນະອະນຸມັດຄ່າຢາທີ່ນໍາໃຊ້ໃນການຄຸ້ມຄອງ ໂຄວິດ 19 ເຊິ່ງມີມູນຄ່າ 600 ກວ່າລ້ານ; ຂໍການສະໜັບສະໜູນໃນການສ້ອມແປງລະບົບນໍ້າ RO ແລະ​ ຂໍອຸປະກອນການແພດຈໍານວນໜຶ່ງເພີ່ມຕື່ມ #ຈາກນັ້ນ,​ ທ່ານ​ ອາລຸນໄຊ​ ສູນນະລາດ​ ກຳມະການ​ສູນກາງ​ພັກ​ ເລຂາພັກ​ແຂວງ​ ເຈົ້າແຂວງ​ຈໍາປາສັກ​ ກໍ​ມີຄໍາເຫັນ​ໂອ້ລົມ​ ກ່ອນອື່ນທ່ານໄດ້ຕີລາຄາສູງຕໍ່ໝາກຜົນ, ຜົນງານໃນການນໍາພາ -​ ຊີ້ນຳ​ຂອງຄະນະພັກ, ຄະນະນໍາທຸກຂັ້ນຂອງໂຮງໝໍ ທີ່ຍາດມາໄດ້ ແລະ ອັນພົ້ນເດັ່ນທີ່ສຸດ​ ເຫັນວ່າ​ ໂຮງໝໍໄດ້ເອົາໃຈໃສ່ສຸດຂີດໃນການຊຸກຍູ້ແຂ່ງຂັນ​ ການຈັດຕັ້ງປະຕິບັດມະຕິ ກໍຄື ແຜນພັດທະນາເສດຖະກິດ​ - ສັງຄົມ ຕາມທີ່ໄດ້ກຳນົດໄວ້.​ ເພື່ອສືບຕໍ່ໃນການຈັດຕັ້ງປະຕິບັດວຽກງານຈຸດສຸມຂອງໂຮງໝໍແຂວງ ໃຫ້ໄດ້ຮັບການພັດທະນາຍິ່ງຂຶ້ນກວ່າເກົ່າ ແລະ ການຈັດຕິປະບັດມະຕິກອງປະຊຸມຄົບຄະນະ​ ຄັ້ງທີ 13 ຂອງອົງຄະນະພັກແຂວງ ສະໄໝທີ VIII, ແຜນພັດທະນາເສດຖະກິດ​ - ສັງຄົມ 5 ປີ ຄັ້ງທີ IX ກໍຄືແຜນພັດທະນາເສດຖະກິດ​ - ສົງຄົມທີ່ແຂວງວາງອອກ ໃຫ້ໄດ້ຮັບຜົນສໍາເລັດຢ່າງຕໍ່ເນື່ອງ, ພ້ອມດຽວກັນນັ້ນ ກໍຢູ່ໃນໄລຍະສຸມໃສ່ກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ຕິດພັນກັບການຍູ້ແຮງການຜັນຂະຫຍາຍມະຕິກອງກົມການເມືອງສູນກາງພັກ, ຂອງລັດຖະບານ ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົ້ນເອງ (ສອຈ) ເພື່ອນໍາພາ​ - ຊີ້ນໍາ ແລະ ຜັນຂະຫຍາຍໃຫ້ລົງເລິກເຖິງທ້ອງຖິ່ນຮາກຖານ, ຂໍໃຫ້ສືບຍົກສູງທາງດ້ານການເມືອງ ແລະ ນໍາພາແນວຄິດ 3 ຢ່າງ​ ຄື: ໃຫ້ມີຈິດໃຈສະຕິຊາດສູງຂຶ້ນ ຕ້ອງປະກອບສ່ວນພັນທະຕໍ່ຊາດ ນໍາໃຊ້ຜະລິດຕະພັນລາວ ເພື່ອສົ່ງເສີມຜະລິດຕະພັນພາຍໃນ; ສ້າງຄວາມເປັນແບບຢ່າງ, ລົງພື້ນທີ່ ນໍາພາພາກສະໜາມ​ ຕິດພັນກັນການແກ້ໄຂບັນຫາຕົວຈິງ.​ສືບຕໍ່ເພີ່ມທະວີຄວາມສາມັກຕີ ພາຍໃນຄະນະ ຕ້ອງມີຄວາມເປັນເອກະພາບ ລວມສູນປະຊາທິປະໄຕ 3 ຢ່າງຄື: ເອກະພາບທາງດ້ານແຜນການ,​ ເອກະພາບ ໃນການຈັດວາງບຸກຄະລາກອນ​ ແລະ​ ເອກະພາບທາງດ້ານເສດຖະກິດ.​ ຂໍໃຫ້ສຸມໃສ່ໃນການປັບປຸງລະບົບການຈັດຕັ້ງ ໂດຍສະເພາະແມ່ນສຸ່ມໃສ່ 3 ວຽກ ຄື: ວຽກຂະບວນການ,​ ວຽກກະກຽມດ້ານເນື້ອໃນ,​ ກະກຽມວຽກງານບຸກຄະລາກອນ. ຂໍໃຫ້ຄະນະພັກແຕ່ລະຂັ້ນ ທີ່ຈະກະກຽມໃຫ້ກ້ອງປະຊຸມໃຫຍ່ ຈົ່ງໄດ້ກະກຽມແບບແຜນ 3 ຢ່າງ​ ຄື: ແຜນແຜນດໍາລົງຊີວິດ,​ ແບບແຜນວິທີເຮັດວຽກ,​ ແບບແຜນການນໍາພາ.​ ຂໍໃຫ້ສືບຕໍ່ນໍາພາ​ - ຊີ້ນໍາ ໃນການປະຕິບັດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການເຜີຍແຜ່ວຽກງານອະນາໄມ ແລະ ສົ່ງເສີມສຸຂະພາບ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິພາບ, ປະສິດທິຜົນ, ຕໍ່ເນື່ອງ ແລະ ຍືນຍົງ ແນໃສ່ຮັບປະກັນໃຫ້ພົນລະເມືອງມີສຸຂະພາບດີ, ມີອາຍຸຍືນ, ຫຼຸດຜ່ອນການຕິດເຊື້ອພະຍາດ, ການເຈັບປ່ວຍ ແລະ ການເສຍຊີວິດ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ, #ພ້ອມນີ້,​ ທ່ານເຈົ້າແຂວງ​ ຍັງເນັ້ນໃຫ້ສືບຕໍ່ ເອົາໃຈໃສ່ປັບປຸງວຽກງານປິ່ນປົວໃຫ້ມີຄຸນນະພາບ ແລະ ສະໜອງການບໍລິການດ້ານສາທາລະນະສຸກຢ່າງທົ່ວເຖິງ ຕາມແຜນປະຕິຮູບລະບົບສາທາລະນະສຸກ ແລະ ແຜນຍຸດທະສາດກ່ຽວກັບການປິ່ນປົວໃນແຕ່ລະໄລຍະ, ສົ່ງເສີມການບໍລິການປິ່ນປົວ ໂດຍສົມທົບ ລະຫວ່າງ​ ການແພດສະໄໝໃໝ່ ແລະ ການແພດພື້ນເມືອງ ແນໃສ່ເຮັດໃຫ້ພົນລະເມືອງທຸກຄົນ​ ມີສຸຂະພາບດີ, ແຂງແຮງ ໂດຍສະເພາະແມ່ ແລະ ເດັກ, ປະຊາຊົນຜູ້ທຸກຍາກ, ຜູ້ຢູ່ຫ່າງໄກສອກຫຼີກ, ຜູ້ພິການ, ຜູ້ເສຍອົງຄະ ແລະ ຜູ້ອາຍຸສູງ. ຂໍໃຫ້ສົ່ງເສີມວຽກງານປິ່ນປົວດ້ວຍການສະໜອງງົບປະມານ, ພາຫະນະ, ອຸປະກອນ, ປະກອບບຸກຄະລາກອນ ເຂົ້າໃນວຽກງານປິ່ນປົວຢ່າງເໝາະສົມ ແລະ ປະຕິບັດນະໂຍບາຍປິ່ນປົວເສຍຄ່າ ຫຼື ບໍ່ເສຍຄ່າ​ ຕາມລະບຽບການ. ຂໍໃຫ້ສືບຕໍ່ສົ່ງເສີມການພົວພັນ ການຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານການປິ່ນປົວ ດ້ວຍການຄົ້ນຄວ້າ, ແລກປ່ຽນຂໍ້ມູນຂ່າວສານ, ຄວາມຮູ້, ຄວາມກ້າວໜ້າທາງດ້ານວິທະຍາສາດ, ເຕັກໂນໂລຊີການແພດ, ການສ້າງບຳລຸງພະນັກງານ, ຍາດແຍ່ງການຊ່ວຍເຫຼືອ ທຸກໂອກາດ. #ສໍາລັບຄໍາສະເໜີຂອງຄະນະພັກ -​ ຄະນະນໍາໂຮງໝໍແຂວງ ກ່ຽວ​ກັບ​ການກໍ່ສ້າງໂຮງໝໍໃໝ່ ທີທັນສະໄໝ ເພື່ອຕອບສະໜອງໃຫ້ແກ່ການບໍລິການສຸຂະພາບ ແກ່ປະຊາຊົນໃນ 4 ແຂວງພາກໃຕ້​ ທ່ານເຈົ້າແຂວງເຫັນດີ,​ ສ່ວນບັນຫາຈຳນວນບຸກຄະລາກອນບໍ່ພຽງພໍກັບຄວາມຕ້ອງການດ້ານວິຊາການການ​ຂໍໃຫ້​ຄະນະພັກ​ -​ ຄະນະນໍາ​ໂຮງໝໍແຂວງ​ ກວດກາ​ - ຈັດສັນພະນັກງານແພດໝໍ ທີ່ຢູ່ຝ່າຍບໍລິຫານ ໄປຊ່ວຍວຽກວິຊາການ ເພື່ອ​ແກ້ໄຂບຫນຫາສະເພາະໜ້າ; ສໍາລັບຄ່າຢາທີ່ນໍາໃຊ້ໃນການຄຸ້ມຄອງ ໂຄວິດ 19 ເຊິ່ງມີມູນຄ່າ 600 ກວ່າລ້ານກີບນັ້ນ, ທ່ານເຈົ້າແຂວງ​ ໄດ້ຮັບປາກ ແລະ​ ມອບໃຫ້ຫ້ອງວ່າການແຂວງ ນໍາເອົາໄປປຶກສາຫາລືກັບພະແນກການເງິນແຂວງ ເພື່ອຈັດສັນງົບປະມານມາຊ່ວຍເຫຼືອ​ ແລະ​ ຂໍການສະໜັບສະໜູນໃນການສ້ອມແປງລະບົບນໍ້າ RO ແລະ​ ຂໍອຸປະກອນການແພດຈໍານວນໜຶ່ງເພີ້ມຕື່ມ ເຊິ່ງ ການມາຢ້ຽມຢາມໂຮງໝໍແຂວງຄັ້ງນີ້​ ທ່ານ​ ເຈົ້າແຂວງ​ ກໍໄດ້ມອບເງິນ​ 330​ ລ້ານ​ກວ່າກີບ ເພື່ອສະໜັບສະໜູນໃນການສ້ອມແປງດັ່ງກ່າວ.​ *** ຂ່າວ​-ພາບ​: ທູນທອງໃຈ​ + ໄກ່​ ໂຮງໝໍແຂວງ​ + ພູທິບສະຫວັນ ຫ້ອງວ່າການແຂວງ​ ***

ອ່ານ​ເພີ່ມ

 

ທ່ານ ສຈ.ປອ. ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມ ຕໍ່ກອງປະຊຸມປຶກສາຫາລື ແລະ ຖອດຖອນບົດຮຽນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານກັນ ແລະ ຄວບຄຸມໄຂ້ຍຸງລາຍ ປີ 2024 ແລະ ທິດທາງຕໍ່ໜ້າ

13/08/2024

ທ່ານ ສຈ.ປອ. ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມ ຕໍ່ກອງປະຊຸມປຶກສາຫາລື ແລະ ຖອດຖອນບົດຮຽນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານກັນ ແລະ ຄວບຄຸມໄຂ້ຍຸງລາຍ ປີ 2024 ແລະ ທິດທາງຕໍ່ໜ້າ

ທ່ານ ສຈ.ປອ. ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມ ຕໍ່ກອງປະຊຸມປຶກສາຫາລື ແລະ ຖອດຖອນບົດຮຽນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານກັນ ແລະ ຄວບຄຸມໄຂ້ຍຸງລາຍ ປີ 2024 ແລະ ທິດທາງຕໍ່ໜ້າ. ໃນຕອນເຊົ້າວັນທີ 13 ສິງຫາ 2024 ທີ່ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ. ມີທ່ານ ປອ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ດຣ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ Dr Timothy Peter Armstrong ຫົວໜ້າອົງການອະນາໄມໂລກປະຈຳ ສປປ ລາວ, ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາທ່ານ ຮອງເຈົ້າ ແຂວງທົ່ວປະເທດ, ທ່ານ ຮອງປະທານກຳມາທິການວັດທະນະທຳ-ສັງຄົມ ສະພາແຫ່ງຊາດ, ຜູ້ຕາງໜ້າພະແນກສາທາລະນະສຸກແຂວງທົ່ວປະເທດ, ພ້ອມດ້ວຍແຂກທີ່ກ່ຽວຂ້ອງ ແລະ ບັນດາຄູ່ຮ່ວມພັດທະນາ ກໍ່ໄດ້ເຂົ້າຮ່ວມ. ໃນກອງປະຊຸມ ທ່ານ ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ລາຍງານໂດຍຫຍໍ້ ກ່ຽວກັບຜົນການດຳເນີນກອງປະຊຸມຄັ້ງນີ້ ວ່າ: ກອງປະຊຸມຄັ້ງນີ້ໄດ້ຈັດຂຶ້ນ ເພື່ອປຶກສາຫາລື, ຖອດຖອນບົດຮຽນ ແລະ ວາງແຜນຮ່ວມມືກັນ ປະຕິບັດມາດຕະການຄວບຄຸມໄຂ້ຍຸງລາຍ ໂດຍສະເພາະ ການທໍາລາຍແຫຼ່ງເພາະພັນໄຂ່ຍຸງລາຍ, ການມີສ່ວນຮ່ວມຂອງຊຸມຊົນ ແລະ ອົງການປົກຄອງທ້ອງຖິ່ນ ໃນວຽກງານດັ່ງກ່າວ. ກອງປະຊຸມ ໄດ້ປຶກສາຫາລືຖອດຖອນບົດຮຽນ ການປະຕິບັດຄໍາສັ່ງຂອງທ່ານ ນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີ ມາດຕະການໃນການກັນ ແລະ ຄວບຄຸມໄຂ້ຍຸງລາຍ, ສະບັບເລກທີ 03/ນຍ, ລົງວັນທີ 22 ກຸມພາ 2024. ພ້ອມກັນນັ້ນ ກໍ່ໄດ້ຖອດຖອດບົດຮຽນການປະຕິບັດ 5 ປໍ ທີ່ທາງກະຊວງສາທາລະນະສຸກ ວາງອອກ ຄື: ປິດ ຝາພາຊະນະບັນຈຸນໍ້າໃຊ້ໃນເຮືອນ ແລະ ນອກເຮືອນ ເພື່ອບໍ່ໃຫ້ຍຸງລາຍມາໄຂ່ໃສ່, ປ່ຽນນໍ້າໃນພາຊະນະ ເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້, ຖ້ານຮອງຈອກນໍ້າ, ປ່ອຍປາຫາງນົກຍຸງ ເພື່ອກິນໜອນນໍ້າຍຸງລາຍ, ປັບປຸງ ໂດຍການອະນາໄມສິ່ງແວດລ້ອມອ້ອມເຮືອນບໍ່ໃຫ້ມີ ກະໂປະ, ກະປ໋ອງ, ຢາງຕີນລົດເກົ່າທີ່ມີນ້ຳຂັງ, ປະຕິບັດ ໃຫ້ເປັນນິໄສ ເປັນປະຈໍາ ທຸກໆອາທິດ. ທ່ານ ຮອງນາຍົກລັດຖະມົນຕີ ກໍ່ໃຫ້ກຽດໂອ້ລົມ ແລະ ຊີ້ນຳຕໍ່ກອງປະຊຸມ ເພື່ອສືບຕໍ່ໃຫ້ເອົາໃຈໃສ່ບາງດ້ານສຳຄັນ ເປັນຕົ້ນ: 1. ໃຫ້ຄະນະພັກ-ຄະນະນຳທຸກຂັ້ນ ນັບແຕ່ສູນກາງລົງຮອດທ້ອງຖິ່ນ ຂອງກະຊວງສາທາລະນະສຸກ ຕ້ອງຖືສຳຄັນ ແລະ ເອົາໃຈໃສ່ ໂດຍເລີ່ມຈາກການໂຄສະນາສຶກສາອົບຮົມ ນຳພາ-ຊີ້ນຳ ການວາງແຜນ ແລະ ກຽມຄວາມພ້ອມທຸກດ້ານ ມີມາດຕະການຄົບຊຸດ ໃນການກັນ, ຄວບຄຸມ ແກ້ໄຂການລະບາດຂອງພະຍາດໄຂ້ເລືອດອອກ ຕາມທິດ ກັນດີກວ່າແກ້. 2. ໃຫ້ມີການແນະນຳຢ່າງລະອຽດຈະແຈ້ງ ກ່ຽວກັບວິທີການ ແລະ ຮູບແບບການຕ້ານພະຍາດໄຂ້ຍຸງລາຍ ໂດຍການດຳເນີນການຈັດຕັ້ງປະຕິບັດຕາມ (5 ປໍ: ປິດ, ປ່ຽນ, ປ່ອຍ, ປັບປຸງ ແລະ ປະຕິບັດ) 3. ສ້າງແຜນກຽມພ້ອມທາງດ້ານງົບປະມານທີ່ຈຳເປັນ (ອຸປະກອນ, ພາຫະນະ, ຢຸກຢາ, ແພດໝໍ...) ໃນກໍລະນີທີ່ສຸກເສີນ ທີ່ອາດຈະເກີດຂຶ້ນ. 4. ເອົາໃຈໃສ່ຈັດຕັ້ງການຝຶກອົບຮົມ ເຕັກນິກທາງດ້ານການແພດ ໃຫ້ແກ່ພະນັກງານແພດໝໍຂອງຂະແໜງການ ຂັ້ນແຂວງ, ຂັ້ນເມືອງ ແລະ ສຸກສາລາ ເພື່ອຍົກລະດັບຄວາມຮູ້-ຄວາມສາມາດ, ຕິດຕາມກວດກາ ການບົ່ງມະຕິພະຍາດປະເພດຕ່າງໆ ເປັນຕົ້ນ ພະຍາດຕາມລະດູການ ທີ່ມັກເກີດຂຶ້ນເລື້ອຍໆ ໃນໄລຍະລະດູຝົນ ເປັນຕົ້ນ ພະຍາດໄຂ້ເລືອດອອກ, ພະຍາດຖອກທ້ອງ ແລະ ອື່ນໆ. 5. ຖັນແຖວພະນັກງານນໍາພາຄຸ້ມຄອງທຸກຂັ້ນ, ສະມາຊິກພັກ-ພະນັກງານ, ເຈົ້າໜ້າທີ່ແພດໝໍ ຕ້ອງເປັນແບບເປັນຢ່າງນຳໜ້າຮ່ວມແຮງຮ່ວມໃຈປຸກລະດົມທຳລາຍແຫຼ່ງເພາະພັນຂອງຍຸງລາຍ ຢູ່ຕາມເຮືອນຊານບ້ານຊ່ອງ, ສໍານັກງານອົງການ, ວັດວາອາຮາມ ແລະ ສະຖານທີ່ອື່ນໆ ທີ່ເປັນຈຸດກຳເນີດ ແລະ ແຜ່ຂະຫຍາຍຂອງຍຸງ. ເຂົ້າຮ່ວມທຸກພາກສ່ວນສັງຄົມ ໃນວຽກງານຕ້ານການລະບາດຂອງເຊື້ອພະຍາດໄດ້ຍຸງລາຍໃຫ້ເປັນຂະບວນຟົດຟື້ນ, ຕໍ່ເນື່ອງ ແລະ ເຮັດເປັນປົກກະຕິ. 6. ໃຫ້ແຕ່ລະແຂວງ, ແຕ່ລະເມືອງ, ແຕ່ລະບ້ານ ຖືເອົາວຽກງານການສຳຫຼວດ ແລະ ທຳລາຍແຫຼ່ງເພາະພັນໜອນນໍ້າຍຸງລາຍເປັນກິດຈະກຳຫຼັກ ແລະ ເຮັດເປັນປົກກະຕິ ໃນເວລາລົງໄປສຳຫຼວດໜອນນໍ້າ, ຖ້າພົບເຫັນເຮືອນໃດ, ຄອບຄົວໃດ, ສະຖານທີ່ໃດ ມີໜອນນໍ້າ ກໍ່ໃຫ້ເຮັດສຸຂະສຶກສາໄປພອ້ມ ແລະ ມອບໃຫ້ບ້ານເປັນເຈົ້າການໃນການຄຸ້ມຄອງ. 7. ເອົາໃຈໃສ່ປັບປຸງຂອດການປະສານງານ, ແລກປ່ຽນຂໍ້ມູນຂ່າວສານ ໃຫ້ທັນເວລາ ແລະ ປະຕິບັດບັນດາມາດຕະການຕ່າງໆ ຢ່າງລະອຽດ, ກະທັດຮັດ, ເຂົ້າໃຈງ່າຍ ແລະ ມີຄາດໝາຍສູ້ຊົນອັນຈະແຈ້ງ ເພື່ອໃຫ້ທຸກຂະແໜງການ ແລະ ອົງການປົກຄອງທ້ອງຖີ່ນ ນຳໄປຈັດຕັ້ງປະຕິບັດ, ເຜີຍແຜ່ ແລະ ປຸກລະດົມໃຫ້ທົ່ວເຖິງ. 8. ສືບຕໍ່ຂົນຂວາຍການຮ່ວມມື, ສະໜັບສະໜູນຂໍການຊ່ວຍເຫຼືອດ້ານຕ່າງໆ ຈາກບັນດາອົງການຈັດຕັ້ງສາກົນ ແລະ ພາກສ່ວນອື່ນໆ ເພື່ອປະກອບສ່ວນເຂົ້າໃນວຽກງານການກັນ ແລະ ຄວບຄຸມພະຍາດໄຂ້ຍຸງລາຍ ບໍ່ໃຫ້ມີກໍລະນີເຈັບໄຂ້ ແລະ ເສຍຊີວິດ ເພີ່ມຂຶ້ນໃນທົ່ວປະເທດ.

ອ່ານ​ເພີ່ມ

 

6 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານພະແນກສາທາລະນະສຸກແຂວງ ໄດ້ຮັບໃບຢັ້ງຢືນໜ່ວຍພັກປອດໃສ,​ ເຂັ້ມແຂງ​ ແລະ​ ໜັກແໜ້ນ ປະຈຳປີ 2023

01/08/2024

6 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານພະແນກສາທາລະນະສຸກແຂວງ ໄດ້ຮັບໃບຢັ້ງຢືນໜ່ວຍພັກປອດໃສ,​ ເຂັ້ມແຂງ​ ແລະ​ ໜັກແໜ້ນ ປະຈຳປີ 2023

6 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານພະແນກສາທາລະນະສຸກແຂວງ ໄດ້ຮັບໃບຢັ້ງຢືນໜ່ວຍພັກປອດໃສ,​ ເຂັ້ມແຂງ​ ແລະ​ ໜັກແໜ້ນ ປະຈຳປີ 2023 ວັນທີ 1 ສິງຫາ 2024 ນີ້ ຢູ່ທີ່ພະແນກສາທາລະນະສຸກແຂວງຈໍາປາສັກ ໄດ້ມີພິທີມອບ​ - ຮັບ​ ໃບຢັ້ງຢືນໜ່ວຍພັກປອດໃສ,​ ເຂັ້ມແຂງ​ ແລະ​ ໜັກແໜ້ນ ປະຈໍາປີ​ 2023 ໃຫ້ແກ່​ 6 ໜ່ວຍພັກທີ່ຂຶ້ນກັບຮາກຖານພັກພະແນກສາທາລະນະສຸກແຂວງຄື: ໜ່ວຍພັກບໍລິຫານ, ໜ່ວຍພັກອະນາໄມ ແລະ ສົ່ງເສີມສຸຂະພາບ, ໜ່ວຍພັກກັນພະຍາດ, ໜ່ວຍພັກອາຫານ ແລະຢາ, ໜ່ວຍພັກ ວິທະຍາໄລ ວິທະຍາສາດສຸຂະພາບ ແລະ ໜ່ວຍພັກໂຮງງານຜະລິດຢາ ຊີບີເອັບ. #ເກດສະໜາ ແກ້ວສຸວັນນະແສງ #ສູນຂ່າວຊາວພາກໃຕ້ Southerners News Center #ພະແນກສາທາລະນະສຸກແຂວງຈຳປາສກ

ອ່ານ​ເພີ່ມ

 

ພິທີປະກາດແຕ່ງຕັ້ງ ຮອງຫົວໜ້າພະແນກສາທາລະນະສຸກ ແຂວງຈຳປາສັກຄົນໃໝ່.

21/06/2024

ພິທີປະກາດແຕ່ງຕັ້ງ ຮອງຫົວໜ້າພະແນກສາທາລະນະສຸກ ແຂວງຈຳປາສັກຄົນໃໝ່.

#ພິທີປະກາດແຕ່ງຕັ້ງ ຮອງຫົວໜ້າພະແນກສາທາລະນະສຸກ ແຂວງຈຳປາສັກຄົນໃໝ່. ວັນທີ 21 ມິຖຸນາ 2024 ທີ່ພະແນກສາທາລະນະສຸກແຂວງຈຳປາສັກ ໄດ້ຈັດພິທີປະກາດຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ດຣ ນາງ ອຸດຕະພອນ ສົມສີທາ ຫົວໜ້າຫ້ອງການສາທາລະນະສຸກ ເມືອງບາຈຽງຈະເລີນສຸກມາຮັບຕໍາແໝ່ງ ເປັນຮອງຫົວໜ້າພະແນກສາທາລະນະສຸກ ແຂວງຈຳປາສັກຄົນໃໝ່ ໂດຍໃຫ້ກຽດເປັນປະທານ ຂອງ ທ່ານ ໂສມ ບຸດຕະກຸນ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງໆຈຳປາສັກ,ເຂົ້າຮ່ວມມີ ທ່ານ ດຣ ວຽງສີ ສຸພັກດີ ກຳມະການພັກແຂວງ,ຫົວໜ້າພະແນກສາທາລະນະສຸກແຂວງ,ມີທ່ານຮອງຫົວໜ້າຄະນະຈັດຕັ້ງແຂວງ,ທ່ານຮອງເຈົ້າເມືອງບາຈຽງ,ຮອງຫົວໜ້າພະແນກພາຍໃນແຂວງ,ພະນັກງານຂະແໜງການກ່ຽວຂ້ອງ ແລະ ຜູ້ຖືກແຕ່ງຕັ້ງຮັບຕໍາແໜ່ງໃໝ່ເຂົ້າຮ່ວມ. ໃນພິທີ ທ່ານ ບຸນມີ ດວງມີສີ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງຂອງເຈົ້າແຂວງຈຳປາສັກ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ດຣ ນາງ ອຸດຕະພອນ ສົມສີທາ ຫົວໜ້າຫ້ອງການສາທາລະນະສຸກ ເມືອງບາຈຽງຈະເລີນສຸກ ມາປະຈຳການຢູ່ ພະແນກສາທາລະນະສຸກແຂວງ ແລະ ແຕ່ງຕັ້ງເປັນ ຮອງຫົວໜ້າພະແນກສາທາລະນະສຸກແຂວງ. ໂດຍອີງຕາມ ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ເລກທີ 68/ສພຊ, ລົງວັນທີ 14 ທັນວາ 2015. ອີງຕາມ ໜັງສືແຈ້ງຕອບຂອງກະຊວງສາທາລະນະສຸກ ສະບັບເລກທີ 713/ສທ, ລົງວັນທີ 4 ມິຖຸນາ 2024 ແລະ ອີງຕາມ ໜັງສືສະເໜີ ຂອງຄະນະຈັດຕັ້ງແຂວງ ສະບັບເລກທີ 586/ຄຈຂ.ຈສ, ລົງວັນທີ 10 ມິຖຸນາ 2024. ໂອກາດນີ້ ທ່ານ ໂສມ ບຸດຕະກຸນ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງໆຈຳປາສັກ,ໄດ້ເປັນກຽດ ມອບຂ້ຕົກລົງ ແລະ ມີຄຳເຫັນໂອ້ລົມ ໂດຍເນັ້ນໃຫ້ເຫັນຄວາມສຳຄັນ ແລະ ຈຳເປັນຂອງການສັບຊ້ອນ,ຍົກຍ້າຍ ແລະ ປັບປຸງການຈັດຕັ້ງເພື່ອຮັບໃຊ້ໜ້າທີການເມືອງໃນທຸກຂະແໜງການຂອງລັດ ເນັ້ນໃຫ້ຜູ້ໄດ້ຮັບຕໍ່າແໜ່ງໃໝ່ສືບຕໍ່ເພີ່ມທະວີຄວາມສາມັກຄີກັບໝູ່ຄະນະ,ເພີມຄວາມຈູບຈ້າວກ້າວຫັນ,ສະຕິປັນຍາ ຄວາມຮູ້ຄວາມສາມາດ ແລະ ຄວາມເປັນແບບຢ່າງນໍາໜ້າ ປະຕິບັດໜ້າທີ່ຂອງຕົນໃຫ້ຍາດໄດ້ຜົນສຳເລັດໃໝ່ໃຍ່ຫຼວງກ່ວາເກົ່າ. ສ່ວນ ທ່ານ ດຣ ນາງ ອຸດຕະພອນ ສົມສີທາ ຮອງຫົວໜ້າພະແນກສາທາລະນະສຸກ ແຂວງຈຳປາສັກຄົນໃໝ່ກໍໄດ້ໃຫ້ຄຳໝັ້ນສັນຍາວ່າ: ຈະສຸມສະຕິປັນຍາເຂົ້າໃສ່ການຄົ້ນຄວ້າຮໍ່າຮຽນ ແນວທາງນະໂຍບາຍຂອງພັກ - ລະບຽບ ກົດ ໝາຍຂອງລັດ ໃຫ້ເລິກເຊິ່ງເຖິງຖອງ ເພື່ອເປັນບ່ອນອີງອັນແໜ້ນແກ່ນໃນການປະຕິບັດວຽກ ງານທີ່ການຈັດຕັ້ງມອບໝາຍໃຫ້. ຈະເປັນແບບຢ່າງທີ່ດີໃນການປະຕິບັດລະບຽບກົດໝາຍ, ມະຕິ, ຄໍາສັ່ງຂອງຂັ້ນເທິງ ເພື່ອເຮັດໃຫ້ການຄຸ້ມຄອງລັດດ້ວຍກົດໝາຍ ມີຄວາມສັກສິດນັບມື້ນັບສູງຂຶ້ນ, ປະຕິບັດ ບັນດາຄາດໝາຍຕົວຊີ້ບອກຂອງພະແນກທີ່ກຳນົດໄວ້ ໂດຍສະເພາະ 11 ຕົວຊີ້ບອກ ຕາມແຜນການທີ່ກຳນົດ ໄວ້ .#ເກດສະໜາ ແກ້ວສຸວັນນະແສງ #ພູວັນ ສີໂສພາ ພະແນກສາທາລະນະສຸກແຂວງຈຳປາສັກ

ອ່ານ​ເພີ່ມ

 

 

 

ລະບົບຂໍ້ມູນຂ່າວສານດ້ານສຸຂະພາບ ສປປລາວ
ຂໍ້ມູນຄຸນນະພາບອາກາດປະຈໍາວັນ
ລາຍງານພະຍາດໄຂ້ຍຸງລາຍ
ຂ່າວສານສາທາລະນະສຸກ ແຂວງຈຳປາສັກ