ການ​ເຄື່ອນ​ໄຫວ
ຄົ້ນ​ຫາ​ໃນ​ໜ້ານີ້

ຊູດອົບຮົມເປັນຄູຝຶກຂັ້ນແຂວງ ແລະ ຂັ້ນເມືອງສຳລັບການເກັບກຳຂໍ້ມູນແຟ້ມຄອບຄົວທີ່່ແຂວງຈໍາປາສັກ

20/06/2024

ຊູດອົບຮົມເປັນຄູຝຶກຂັ້ນແຂວງ ແລະ ຂັ້ນເມືອງສຳລັບການເກັບກຳຂໍ້ມູນແຟ້ມຄອບຄົວທີ່່ແຂວງຈໍາປາສັກ

#ຊູດອົບຮົມເປັນຄູຝຶກຂັ້ນແຂວງ ແລະ ຂັ້ນເມືອງສຳລັບການເກັບກຳຂໍ້ມູນແຟ້ມຄອບຄົວທີ່່ແຂວງຈໍາປາສັກ ຊຸດອົບຮົມດັ່ງກ່າວໄດ້ຈັດຂື້ນໃນຕັ້ງວັນທີ 19-20ມິຖຸນາ2024 ຢູ່ທີ່ຫ້ອງປະຊຸມພະແນກສາທາລະນະສຸກແຂວງຈໍາສັກ ໂດຍການເຂົ້າຮ່ວມເປັນປະທ່ານ ຂອງທ່ານ ດຣ ວຽງສີ ສຸພັກດີ ຫົວໜ້າພະແນກສາທາລະນະສຸກແຂວງ, ທ່ານ ປອ ດຣ ບຸນເສີດ ແກ້ວປະສິດ ຫົວໜ້າກົມແຜນການແລະການເງີນ ກະຊວງສາທາລະນະສຸກ, ມີບັນດານັກສຳມະນາກອນຈາກຫ້ອງການສາທາລະນະສຸກເມືອງ 9ເມືອງ, ນະຄອນປາກເຊ ແລະ ຂັ້ນແຂວງເຂົ້າຮ່ວມ: ຈຸດປະສົງຂອງຊຸດອົບຮົມເພື່ອສ້າງຄວາມເຂັ້ມແຂງ ແລະ ຄວາມເປັນເອກະພາບລະຫວ່າງແຂວງ ແລະເມືອງກ່ຽວກັບການຈັດຕັ້ງປະຕິບັດວຽກງານການເກັບກຳຂໍ້ມູນແຟ້ມຄອບຄົວ, ຕາມແບບຟອມເກັບກຳຂໍ້ມູນ ແລະ ວິທີການຈັດຕັ້ງປະຕິບັດເກັບກຳຂໍ້ມູນຢູ່ຂັ້ນສຸກສາລາ ແລະ ຂັ້ນບ້ານທົ່ວແຂວງຈຳປາສັກ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວພາຍຫຼັງສຳລັດການອົບໃຫ້ຂັ້ນແຂວງ ແລະ ເມືອງແລ້ວ ແມ່ນຈະໄດ້ສືບຕໍ່ອົບຮົມໃຫ້ສຸກສາລາທູກແຫ່ງໃນຂອບເຂດຂອງແຂວງຈຳປາສັກ ຈາກນັ້ນເມືອງ ແລະ ສຸກສາລາກໍ່ຈະໄດ້ລົງເກັບກຳຂໍ້ມູນຢູ່ຂັ້ນບ້ານ ຄາດຄະເນໃຫ້ສຳເລັດການເກັນຂໍ້ມູນໃນລະຫວ່າງ ກາງເດືອນກັນຍາປີ2024ນີ້ ພູວັນ ສີໂສພາ ພະແນກສາທາລະນະສຸກແຂວງຈຳປາສັກ

ອ່ານ​ເພີ່ມ

 

ພະແນກສາທາລະນະສຸກແຂວງຮ່ວມກັບວິທະຍາໄລວິທະຍາສາດສູຂະພາບຈັດພິທີສະເຫຼີມສະຫຼອງວັນແພດລາວ ຄົບຮອບ59ປີ.ວັນພະຍາບານສາກົນ ແລະ ວັນຜະດຸງຄັນສາກົນ

18/06/2024

ພະແນກສາທາລະນະສຸກແຂວງຮ່ວມກັບວິທະຍາໄລວິທະຍາສາດສູຂະພາບຈັດພິທີສະເຫຼີມສະຫຼອງວັນແພດລາວ ຄົບຮອບ59ປີ.ວັນພະຍາບານສາກົນ ແລະ ວັນຜະດຸງຄັນສາກົນ

#ພະແນກສາທາລະນະສຸກແຂວງຮ່ວມກັບວິທະຍາໄລວິທະຍາສາດສູຂະພາບຈັດພິທີສະເຫຼີມສະຫຼອງວັນແພດລາວ ຄົບຮອບ59ປີ.ວັນພະຍາບານສາກົນ ແລະ ວັນຜະດຸງຄັນສາກົນ .................. #ພະແນກສາທາລະນະສຸກແຂວງຮ່ວມກັບວິທະຍາໄລວິທະຍາສາດສູຂະພາບຈັດພິທີສະເຫຼີມສະຫຼອງວັນແພດລາວ ຄົບຮອບ59ປີ.ວັນພະຍາບານສາກົນ ແລະ ວັນຜະດຸງຄັນສາກົນ (18 ມິຖຸນາ 1965-18 ມິຖຸນາ 2024) ຂຶ້ນໃນວັນທີ 18 ມິຖຸນານີ້ ທີ່ວິທະຍາໄລວິທະຍາສາດແຂວງຈຳປາສັກ.ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ດຣ ວຽງສີ ສຸພັກດີ ກຳມະການພັກ ແຂວງ, ຫົວໜ້າ ພະແນກສາທາລະນະສຸກ ແຂວງ ຈຳປາສັກ ,ທ່ານ ນາງ ແສງມະນີ ຄໍາບຸນເຮືອງ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສາທາລະນະສຸກ ,ທ່ານ ດຣ ບຸນຄໍ້າ ເພັດທານີ ຜູ້ອຳນວຍການວິທະຍໄລ , ທ່ານ ດຣ ຄໍາສິງ ແກ້ວທອງກຸ ຜູ້ອຳນວຍການ ໂຮງໝໍ ຈຳປາສັກ ມີບັນດາທ່ານຕ່າງໜ້າຈາກພິແນກການອ້ອມຂ້າງຂະແໜງການທຮ່ກ່ຽວຂ້ອງ,ບັນດາຄູອາຈານແລະນັກສຶກສາເຂົ້າຮ່ວມຢ່າງຫຼວງຫຼາຍ. ໃນພິທີໄດ້ ດຣ ວຽງສີ ສຸພັກດີ ກຳມະການພັກ ແຂວງ, ຫົວໜ້າ ພະແນກສາທາລະນະສຸກ ແຂວງ ຈຳປາສັກໄດ້ກ່າວເປີດພິທີພ້ອມທັງຫວນຄືນປະຫວັດຄວາມເປັນມາຂອງວັນແພດລາວ້ຊິ່ງທ່ານໄດ່ກ່າວວ່າວັນແພດລາວ, ເປັນວັນໜື່ງທີ່ມີຄວາມໝາຍຄວາມສໍາຄັນອັນລໍ້າຄ່າຂອງແພດໝໍ ຂະແໜງການສາທາລະນະສຸກ ເປັນວັນສ້າງກິດຈະກຳຕ່າງໆ ເພື່ອລະນຶກເຖິງຜົນງານ ແລະ ຍ້ອງຍໍສັນລະເສີນ ຄຸນງາມຄວາມດີຂອງແພດໝໍລາວ ແຕ່ສະໄໝຕໍ່ສູ້ກູ້ຊາດ ກໍ່ຄື ສະໄໝປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ນັບແຕ່ໃນປີ1963 ສະໜາມຮົບຕໍ່ສູ້ກູ້ຊາດ ຕ້ານພວກລ່າເມືອງ ຂຶ້ນແບບໃໝ່ ໄດ້ເປີດກວ້າງອອກທົ່ວປະເທດ, ເຂດປົດປ່ອຍກໍ່ນັບມື້ ນັບຂະຫຍາຍຕົວ ແພດໝໍພວກເຮົາ ກໍ່ໄດ້ເຮັດໜ້າທີ່ ຂອງຕົນຢ່າງເຕັມສວນ ໃນການຮັກສາ ແລະ ປິ່ນປົວສຸຂະພາບ ແລະ ຮຳບາດແຜສົງຄາມ ໃຫ້ແກ່ພະນັກງານນັກຮົບຢ່າງບໍ່ຮູ້ອິດ ຮູ້ເມື່ອຍ. ຕໍ່ມາສູນກາງພັກ ໄດ້ມີນະໂຍບາຍ “ ສ້າງເຂດປົກປ່ອຍໃຫ້ເປັນລັດໜຶ່ງ” ວັນ ທີ 18 ມິຖຸນາ ປີ 1965 ສູນກາງພັກ ແລະ ແນວລາວຮັກຊາດ ໄດ້ຕົກລົງ ແຍກຂະ ແໜງການສາທາລະນະສຸກອອກ ຈາກ ເສນາຮັກ ເປັນສອງການຈັດຕັ້ງຄື: ເສນາຮັກ ເພື່ອຮັບໃຊ້ກອງທັບ ແລະ ສາທາລະນະສຸກ ເພື່ອຮັບໃຊ້ພົນລະເຮືອນ ເພື່ອຈັດຕັ້ງ ປະຕິບັດພາລະບົດບາດ ແລະ ໜ້າທີ່ຂອງຂະແໜງການສາທາລະນະສຸກທົ່ວເຂດປົດ ປ່ອຍ ພະແນກສາທາລະນະສຸກສູນກາງ ກໍ່ໄດ້ຮັບການສ້າງຕັ້ງຂື້ນຢູ່ຖ້ຳແຫ່ງໜຶ່ງທີ່ ເທດສະບານເມືອງວຽງໄຊ ເຊິ່ງເປັນຖານທີ່ໝັ້ນຂອງການປະຕິວັດ ໃນນັ້ນ, ໄດ້ກຳນົດ ແນວທາງດ້ານສາທາລະນະສຸກອອກເປັນ 05 ວຽກງານໃຫຍ່ຄື: 1) ເອົາວຽກກັນ ພະຍາດເປັນຕົ້ນຕໍ, ໄດ້ກຳນົດຫຼັກການອານາໄມສາມສະອາດຄື: ກິນສະອາດ, ດົມ ສະອາດ ແລະ ຢູ່ສະອາດ; 2) ເອົາວຽກງານປິ່ນປົວເປັນສໍາຄັນ ການປິ່ນປົວເປັນການ ຊ່ວຍໜູນໃຫ້ການກັນພະຍາດ; 3) ສົມທົບການແພດທັນສະໄໝ ແລະ ການແພດ ພື້ນເມືອງ; 4) ສົມທົບການປິ່ນປົວດ້ວຍຢາຫຼວງ ແລະ ຢາພື້ນເມືອງ; 5) ຫັນເອົາວຽກ ງານສາທາລະນະສຸກໃຫ້ເປັນຂອງທົ່ວປວງຊົນ.ຈາກແນວຄິດຊີ້ນໍາຂອງ ປະທານ ໄກສອນ ພົມວິຫານ ແລະ ເຫດຜົນທີ່ໄດ້ກ່າວ ນັ້ນກະຊວງສາທາລະນະສຸກ ໄດ້ນໍາສະເຫນີ ລັດຖະບານ ແລະ ສະພາແຫ່ງຊາດ ຊຸດທີ VII ແລະ ໄດ້ຮັບການເຫັນດີໃຫ້ບັນຈຸເຂົ້າໃນ ກົດຫມາຍປິ່ນປົວສະບັບປັບປຸງເລກທີ58/ສພຊ, ລົງວັນທີ 24 ທັນວາ 2014, ຫມວດ 10 ມາດຕາ 76 ໄດ້ກຳ ນົດເອົາ ວັນ ທີ 18 ມີຖຸນາ ເປັນວັນແພດລາວ.ສະນັ້ນ, ຂໍຮຽກຮ້ອງ ມາຍັງພະນັກງານສາທາລະນະສຸກທຸກທ່ານໃນທົ່ວແຂວງ ຈໍາປາສັກ ແລະ ໃນນະທີແຫ່ງນີ້ ຈົ່ງຮັກຫອມວິຊາຊີບຂອງຕົນ ມີຈັນຍາບັນ ຈັນຍາທໍາ, ຮັກ ຫອມໂຮງຫມໍ ແລະ ສະຖານທີ່ບໍລິການປຽບເຫມືອນບ້ານເຮືອນຢູ່ຂອງຕົນເອງ,ຊຸກຍູ້ປຸກລະດົມປະຊາຊົນບັນດາເຜົ່າ ກໍ່ຄື ປະຊາຊົນທົ່ວແຂວງຈໍາປາສັກ ໃຫ້ມີສ່ວນຮ່ວມ ໃນການຮັກສຸຂະພາບຕົນເອງ ແລະ ເຂົ້າເຖີງບໍລິການສຸຂະພາບ; ປະກອບສ່ວນຊຸກຍູ້ວຽກງານສາທາລະນະສຸກຂອງແຂວງ ໃຫ້ບັນລຸຄາດຫມາຍຂອງກະຊວງສາທາລະນະສຸກໄດ້ກຳນົດໄວ້ ກໍ່ຄື 11 ຕົວຊີ້ບອກທີ່ສະພາຮັບຮອງ;ເພື່ອລະນຶກເຖິງ ຜົນງານ ອັນດີເດັ່ນຂອງອາດີດ ການນໍາ ສາທາລະນະສຸກ, ແພດໝໍ ທີ່ໄດ້ສະຫຼະ ເລືອດເນື້ອ ເຫື່ອແຮງ ເພື່ອປະຊາຊົນ, ຈິ່ງໄດ້ ເຕົ້າໂຮມ ຊຸມນຸມກັນນະສະຖານທີ່ແຫ່ງນີ້ ເພື່ອເປັນການສະເຫຼີມ ສະຫຼອງ ວັນແພດລາວ 18 ມິຖຸນາ ຄົບຮອບ 59 ປີ (1965-2024). ທ່ານຫົວໜ້າພະແນກສາທາລະນະສຸກແຂວງກ່າວອີກວ່າ ຈຸດປະສົງຂອງການສະເຫຼີມສະຫຼອງວັນແພດລາວ,ວັນພະຍາບານສາກົນແລະວັນຜະດຸງຄັນສາກົນໃນຄັ້ງນີ້ກໍ່ເພື່ອເປັນການປູກຈິດສໍານຶກ ໃຫ້ແກ່ ພະນັກງານແພດຫມໍ ພະຍາບານ ພະນັກງານສາທາລະສຸກລາວ ລຸ້ນສືບທອດ ຮໍ່າຮຽນ ເອົາແບບຢ່າງອັນດີງາມຂອງແພດຫມໍ ແລະ ພະນັກງານສາທາລະນະສຸກຮຸ້ນກ່ອນ ອອກແຮງຝຶກຝົນຫຼໍ່ຫຼອມ ສ້າງຕົນເອງໃຫ້ພຽບພ້ອມໄປດ້ວຍຄຸນສົມບັດ ສິນທໍາ ປະຕິວັດ, ຈັນຍາທໍາວິຊາຊີບ ແລະ ຄວາມຊຳນານງານດ້ານວິຊາສະເພາະ ເພື່ອກາຍເປັນແພດແຫ່ງຊາດ ແລະ ແພດປະຊາຊົນ ຢ່າງສົມກຽດສັກສີ ແລະ ໃຫ້ກາຍເປັນ ນັກຮົບ ເສື້ອຂາວປະຕິວັດຂອງພັກ ແລະ ຮັກຫອມຄົນເຈັບປຽບເຫມືອນແມ່ຜູ້ໃຈດີ. ດັ່ງນັ້ນວັນທີ 18 ມິຖຸນາໄດ້ກາຍເປັນຂີດໝາຍອັນສຳຄັນແຫ່ງການກຳເນີດຂອງວັນແພດລາວໃນທົ່ວປະເທດ. ເວົ້າລວມ, ເວົ້າສະເພາະ ກໍຄືແຂວງຈຳປາສັກໃຫ້ມີຄວາມໝາຍເລິກເຊິ່ງ.(ສຽງດຣວຽງສີ18/6/24) ການສະເຫຼີມສະຫຼອງວັນແພດລາວຄົບຮອບ59ປີ.ວັນພະຍາບານສາກົນ ແລະ ວັນຜະດຸງຄັນສາກົນໃນຄັ້ງນີ້ ຍັງໄດ້ມີ ກິດຈະກຳກວດສຸຂະພາບບໍ່ເສຍຄ່າ ໃຫ້ແກ່ຜູ້ສູງອາຍຸ, ໃນນີ້ມີຢູ່3ຈຸດຄືຈຸດວິທະຍາໄລວິທະຍາສາດສຸຂະພາບ,ຈຸດບ້ານໂພນສະຫວັນ,ຈຸດບ້ານສາງນ້ຳມັນ ແລະ ເຂດເທດສະ ບານນະຄອນປາກເຊ ແຂວງຈຳປາສັກ ການຈັດຕັ້ງຂະບວນການສະເຫຼີມສະຫຼອງວັນແພດລາວຄັ້ງນີ້ແມ່ນໄດ້ຮັບການອຸປະຖໍາຈາກ ໂຮງງານຜະລິດຢາ CBF ມູນຄ່າ 10,000,000 ກີບ, ຮ້ານຂາຍຢາຕ່າງໆ 5,000,000ກີບ, ນັກທູລະກິດຕ່າງໆ 5,000,000 ກີບ ແລະ ພະແນກສາທາລະນະສຸກແຂວງຈຳປາສັກອີກຈຳນວນໜື່ງ, ພິເສດ ທ່ານ ນາງ ມາດາມ ອໍລະດີ ທອມສັນ ຜູ້ປະສານງານໂຄງການປີ່ນປົວສຸຂະພາບເພື່ອປະຊາຊົນຜູ້ດ້ອຍໂອກາດ ໄດ້ມອບຄອມພີວເຕີ້ໃຫ້ ແກ່ ວິທະຍາໄລ ວິທະຍາສາດສຸຂະພາບ ຈຳນວນ 03 ເຄືອງ ລວມມູນຄ່າ 30,450,000 ກີບ ເພື່ອນໍາໃຊ້ເຂົ້າໃນວຽກງານ ສາທາລະນະສຸກຕື່ມອີກ.

ອ່ານ​ເພີ່ມ

 

ກອງປະຊຸມຖອດຖອນບົດຮຽນຫຼັງຝຶກປະຕິບັດ ພາກວິຊາ ອາການສາດ, ອາຍຸລະສາດ ແລະ ສັນລະຍະສາດ 1 ຂອງນັກສຶກສາ ຫຼັກສູດ ຊັ້ນສູງ ການແພດ ສາຍກົງ ຮຸ່ນທີ XIV

16/06/2024

ກອງປະຊຸມຖອດຖອນບົດຮຽນຫຼັງຝຶກປະຕິບັດ ພາກວິຊາ ອາການສາດ, ອາຍຸລະສາດ ແລະ ສັນລະຍະສາດ 1 ຂອງນັກສຶກສາ ຫຼັກສູດ ຊັ້ນສູງ ການແພດ ສາຍກົງ ຮຸ່ນທີ XIV

ກອງປະຊຸມຖອດຖອນບົດຮຽນຫຼັງຝຶກປະຕິບັດ ພາກວິຊາ ອາການສາດ, ອາຍຸລະສາດ ແລະ ສັນລະຍະສາດ 1 ຂອງນັກສຶກສາ ຫຼັກສູດ ຊັ້ນສູງ ການແພດ ສາຍກົງ ຮຸ່ນທີ XIV ************************************************* >> ໃນວັນທີ 14 ມີຖຸນາ 2024, ວິທະຍາໄລ ວິທະຍາສາດ ສຸຂະພາບ ຈຳປາສັກ ໄດ້ຈັດກອງປະຊຸມຖອດຖອນບົດຮຽນຫຼັງຝຶກປະຕິບັດ ພາກວິຊາ ອາການສາດ, ອາຍຸລະສາດ ແລະ ສັນລະຍະສາດ 1 ຂອງນັກສຶກສາ ຫຼັກສູດ ຊັ້ນສູງ ການແພດ ສາຍກົງ ຮຸ່ນທີ XIV ຢູ່ທີ່ຫ້ອງປະຊຸມດອກກາງຂອງ (ວວສ ຈຳປາສັກ) >> ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ດຣ ຄອງສົມບັດ ພົມມະເທບ ຫົວໜ້າຂະແໜງພັດທະນາ ແລະ ປະກັນຄຸນນະພາບການສຶກສາ ແລະ ທ່ານ ດຣ ສຸລິດ ສີດາສັກ ຜູ້ຮັບຜິດຊອບວຽກງານການຝຶກປະຕິບັດຂອງນັກສຶກສາຢູ່ໂຮງໝໍຈຳປາສັກ ແລະ ມີຫົວໜ້າໜ່ວຍງານ, ຮອງໜ່ວຍງານ, ຄະນະອາຈານນຳພາຈາກ ວວສ ຈໍາປາສັກ, ອາຈານຝຶກປະຕິບັດຈາກໂຮງໝໍຈໍາປາສັກ ຕະຫຼອດຮອດນັກສຶກສາການແພດ ຊັ້ນສູງ ຮຸ່ນທີ XIV ເຂົ້າຮ່ວມຢ່າງພ້ອມພຽງ.a

ອ່ານ​ເພີ່ມ

 

ນະຄອນປາກເຊເປີດຂະບວນການທຳລາຍໜອນນໍ້າຍູງລາຍ

15/06/2024

ນະຄອນປາກເຊເປີດຂະບວນການທຳລາຍໜອນນໍ້າຍູງລາຍ

ນະຄອນປາກເຊເປີດຂະບວນການທຳລາຍໜອນນໍ້າຍູງລາຍ ວັນທີ 14 ມິຖຸນາ 2024 ຫ້ອງການສາທາລະນະສຸກນະຄອນປາກເຊ ແຂວງຈຳປາສັກ ໄດ້ເປີດຂະບວນການທຳລາຍໜອນນໍ້າຍູງລາຍ ຢູ່ທີ່ຫ້ອງການບ້ານພັດທະນາຫຼັກ 7 ໂດຍການສົມທົບລະຫວ່າງອົງການປົກຄອງນະຄອນ,ຫ້ອງການສາທາລະນະສຸກນະຄອນ,ຂະແໜງຄວບຄຸມພະຍາດຕິດຕໍ່ ພະແນກສາທາລະນະສຸກແຂວງ,ຄະນະພັກ,ອົງການປົກຄອງ ແລະ ປະຊົນພາຍໃນບ້ານ ຕະຫຼອດຮອດລູກຫຼານນັກຮຽນ ເຍົາວະຊົນ,ອະນຸຊົນເຂົ້າຮ່ວມ. ທ່ານ ເກດສະໜາ ຄຳມີ່ງສະຫວັດ ຮອງເຈົ້ານະຄອນປາກເຊ ໄດ້ກ່າວເປີດຂະບວນການທຳລາຍໜອນນໍ້າຍູງລາຍໃນຄັ້ງນີ້ ໂດຍຍົກໃຫ້ເຫັນຄວາມອັນຕະລາຍຮ້າຍແຮງຂອງພະຍາດໄຂ້ເລືອດອອກ ທີ່ເຮັດໃຫ້ຄົນເຮົາເຈັບປ່ວຍ ແລະ ເສຍຊີວິດ ໃນໄລຍະຜ່ານມາ ດັ່ງນັ້ນຂະບວນການໃນຄັ້ງນີ້ ຈຸດປະສົງເພື່ອໃຫ້ປະຊາຊົນຮ່ວມກັນເປັນເຈົ້າການທຳລາຍໜອນນໍ້າຍູງລາຍ ແລະ ຮັກສາອະນາໄມຢູ່ແຕ່ລະຄົວເຮືອນຂອງຕົນໃຫ້ສະອາດຈົບງາມສະເໝີ,ກຳຈັດບ່ອນລີ້ຊ່ອນ,ບ່ອນຂະຫຍາຍພັນຂອງຍູງໃຫ້ໝົດໄປ. ເຊັ່ນ: ກະໂປະ,ກະປັອງ,ຕີນລົດເກົ່າ,ນໍ້າຮອງຕີນຕູ້,ຮອງຈອກ,ໂຖດອກໄມ້,ອຸແອ່ງນໍ້າ ແລະ ພັດຊະນະອື່ນ ໆ ທີ່ມີນໍ້າ,ປຽກຊຸ່ມ ກໍ່ຕ້ອງຝັດຖູໃຫ້ສະອາດທຸກອາທິດ ເພື່ອບໍໃຫ້ຍູງມາໄຂ່ໃສ່ ຫຼື ອາໄສຢູ່ ເມື່ອບໍ່ມີຍູງລາຍມາຢູ່ ແລະ ມາກັດ ຄົນເຮົາກໍຈະບໍ່ເປັນໄຂ້ເລືອດອອກ. ພາຍຫຼັງເປີດພິທີ ທ່ານ ເກດສະໜາ ຄຳມີ່ງສະຫວັດ ຮອງເຈົ້ານະຄອນປາກເຊ,ທ່ານ ນາງ ສຸພາພັນ ສຸກຈະເລີນ ຮອງຫົວໜ໊າຫອງການສາທາລະນະສຸກນະຄອນ,ພະນັກງານແພດ,ໝໍ ຂອງແຂວງ ແລະ ນະຄອນ ກໍໄດ້ເຄື່ອນໄຫວລົງສົມທົບກັບປະຊາຊົນຢູ່ແຕ່ລະຄອບຄົວກວດກາອະນາໄມທຳລາຍແຫຼ່ງເພາະພນພັນໜອນນໍ້າຍູງລາຍຢ່າງເປັນຂະບວນ. ຈາກນີ້ກໍໄດ້ຈັດກິດຈະກຳສຸຂະສຶກສາໃຫລູກຫຼານນັກຮຽນຮັບຮູ້ເຂົ້າໃຈ ຕໍ່ມະຫັນຕະໄພຢາເສບຕິດ,ສີ່ງເສບຕິດ,ເພື່ອບໍ່ໃຫ້ເຂົາເຈົ້າເອົາຕົວໄປຫຍຸ້ງກ່ຽວ ອັນຈະເຮັດໃເສຍທັງສຸຂະພາບ ແລະ ອະນາຄົດ. ການສ້າງຂະບວນການທຳລາຍໜອນນໍ້າຍູງລາຍ ແລະ ກິດຈະກຳສຸຂະສຶກສາໃນຄັ້ງນີ້ ຍັງເປັນການສ້າງຜົນງານ ແລະ ຂະບວນການຕ້ອນຮັບ,ສະເຫຼີມສະຫຼອງວັນແພດລາວ 18 ມິຖຸນາ ຄົບຮອບ 59 ປີທີ່ຈະມາເຖີງໃຫ້ເປັນຂະບວນຟົດຟື້ນ ແລະ ມີຄວາມໝາຍສຳຄັນຢ່າງເລິກເຊີ່ງ. ເກດສະໜາ ແກ້ວສຸວັນນະແສງ

ອ່ານ​ເພີ່ມ

 

ກອງປະຊຸມປຸກລະດົມວຽກງານສື່ສານເພື່ອສຸຂະພາບໃຫ້ຄະນະກຳມະການຂັ້ນເມືອງ,ກຸ່ມບ້ານ ແລະຂັ້ນບ້ານ ທີ່ ນະຄອນປາກເຊ

14/06/2024

ກອງປະຊຸມປຸກລະດົມວຽກງານສື່ສານເພື່ອສຸຂະພາບໃຫ້ຄະນະກຳມະການຂັ້ນເມືອງ,ກຸ່ມບ້ານ ແລະຂັ້ນບ້ານ ທີ່ ນະຄອນປາກເຊ

ກອງປະຊຸມປຸກລະດົມວຽກງານສື່ສານເພື່ອສຸຂະພາບໃຫ້ຄະນະກຳມະການຂັ້ນເມືອງ,ກຸ່ມບ້ານ ແລະຂັ້ນບ້ານ ທີ່ ນະຄອນປາກເຊ ກົດລີ້ງນີ້ເພື່ອເບິ່ງວິດີໂອ:https://fb.watch/s2ydvWhaws/ ກອງປະຊຸມໄດ້ເປີດຂື້ນຢູ່ທີ່ຫ້ອງປະຊຸມພະແນກສາທາລະນະສຸກແຂວງ ຂອງວັນທີ13/05/2024, ກອງປະຊຸມຄັ້ງນີ້ໃຫ້ກຽດເຂົ້າຮ່ວມຂອງທ່ານ ດຣ ວຽງສີ ສຸພັກດີ ກຳມະການພັກແຂວງ ຫົວໜ້າພະແນກສາທາລະນະສຸກແຂວງ, ທ່ານ ເກດສະໜາ ຄຳມິ່ງສະຫວັດ ປະທານ ຄມດ ນະຄອນປາກເຊ ມີບັນດາທ່ານຜູ້ແທນກອງປະຊຸມເຂົ້າຮ່ວມປະກອບມີ:ທ່ານຕ່າງໝ້າຈາກພະແນກພາຍໃນແຂວງ,ທ່ານຄະນະກຳມະການຮັກສາສຸຂະພາບຂັ້ນເມືອງ,ທ່ານເລຂາ/ຮອງເລຂາກຸ່ມບ້ານ5ກຸ່ມບ້ານ, ຫົວໜ້າສຸກສາລາ,ທ່ານເລຂາພັກບ້ານ,ອສບ ບ້ານ ,ຕ່າງໝ້າ10ບ້ານເທດ ສະບານ, 6 ບ້ານໃຫຍ່, ຫົວໜ້າຂະແໜງອະນາໄມແລະ ສົ່ງເສີມສຸຂະພາບພ້ອມດ້ວຍວິຊາການສຸກຂະສຶກສາຂັ້ນແຂວງ,ພິເສດມີ ຕ່າງໝ້າອົງການອະນາໄມໂລກເຂົ້າຮ່ວມຢ່າງພ້ອມພຽງ. ຈຸດປະສົງຂອງກອງປະຊຸມເພື່ອລາຍງານເຖິງຄວາມ ສຳຄັນໃນການຈັດຕັ້ງປະຕິບັດວຽກງານສັກວັກຊີນກັນພະຍາດໝາກແດງໃຫຍ່-ໝາກແດງນ້ອຍ, ຄວາມອັນຕະລາຍຂອງພະຍາດໝາກແດງທີ່ມີຜົນກະທົບຫຍັງຕໍ່ສຸຂະພາບໃນເວລາຕິດເຊື້ອພະຍາດດັ່ງກ່າວ,ລາຍງານເຖິງຈຳນວນອັດຕາການປົກຄຸມການສັກວັກຊິນປ້ອງກັນພະຍາດຢູ່ບັນດາເມືອງທີ່ຍັງບໍ່ທັນບັນລຸຄາດໝາຍ95%ຍັງມີຫລາຍເມືອງ, ສະນັ້ນກອງປະຊຸມຄັ້ງນີ້ແມ່ນເພື່ອຂໍການສະໜັບສະໝູນທຸກຂັ້ນ,ທຸກພາກສ່ວນເພື່ອເກັບກໍາຂໍ້ມູນເປົ້າໝາຍ,ໂຄລະນາປະຊາສຳພັນໃຫ້ທົ່ວເຖິງທຸກກຸ່ມເປົ້າໝາຍຜ່ານຊ່ອງທາງຕ່າງໆ, ຮັບປະກັນໃຫ້ໄດ້ຫຼາຍກວ່າ95%ໃນການຈັດຕັ້ງປະຕິບັດວຽກງານຄັ້ງນີ້.

ອ່ານ​ເພີ່ມ

 

ກອງປະຊຸມປຶກສາຫາລື ເພື່ອພັດທະນາຖະແຫຼງການຂອງຜູ້ນຳອາຊຽນ ກ່ຽວກັບຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານຊີວະພາບ

05/06/2024

ກອງປະຊຸມປຶກສາຫາລື ເພື່ອພັດທະນາຖະແຫຼງການຂອງຜູ້ນຳອາຊຽນ ກ່ຽວກັບຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານຊີວະພາບ

ກອງປະຊຸມປຶກສາຫາລື ເພື່ອພັດທະນາຖະແຫຼງການຂອງຜູ້ນຳອາຊຽນ ກ່ຽວກັບຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານຊີວະພາບໄດ້ຜ່ານການຈັດຕັ້ງມາ 2 ຄັ້ງທີ່ຖືໄດ້ວ່າໄດ້ຮັບຫມາກຜົນຕາມເປົ້າຫມາຍທີ່ຕັ້ງໄວ້, ກອງປະຊຸມຄັ້ງນີ້ ຈະເປັນຄັ້ງທີ່ 3 ຫຼື ຄັ້ງສຸດທ້າຍທີ່ຈະມີການປຶກສາຫາລື ຫລື ຜ່ານຖະແຫລງການດັ່ງກ່າວ. ກອງປະຊຸມນີ້ມີຄວາມສໍາຄັນຫລາຍ ເນື່ອງຈາກເປັນບາດກ້າວທີ່ສຳຄັນໃນການເສີມສ້າງຄວາມປອດໄພດ້ານສຸຂະພາບ ແລະ ຄວາມສາມາດໃນຟື້ນຟູໃນ ພາກພື້ນອາຊຽນ. ຫຼັງຈາກຖະແຫລງການສະບັບນີ້ຖືກຮັບຮອງ ແຜນງານຫຼຸດຜ່ອນໄພຂົ່ມຂູ່ດ້ານຊີວະພາບ ຈະແນ່ໃສ່ປົກປ້ອງສຸຂະພາບຂອງປະຊາຊົນ ຢ່າງມີປະສິດທິພາບ ແລະ ເໝາະສົມ ໂດຍຜ່ານການຮ່ວມມື ແລະ ການວາງແຜນຍຸດທະສາດຮ່ວມກັນ. ກອງປະຊຸມດັ່ງກ່າວ ໄດ້ຮັບກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ດຣ. ພອນປະດິດ ສັງໄຊຍະລາດ, ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ສປປ ລາວ, ມີຜູ້ຕາງຫນ້າຈາກບັນດາປະເທດສະມາຊິກອາຊຽນ, ເຈົ້າໜ້າທີ່ອາວຸໂສດ້ານສາທາລະນະສຸກອາຊຽນ (SOMHD), ແລະ ເຈົ້າຫນ້າທີ່ຮັບຜິດຊອບດ້ານຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານຊີວະພາບ. ນອກຈາກນັ້ນ, ກໍມີຜູ້ເຂົ້າຮ່ວມ ຈາກ ຄູ່ຮ່ວມພັດທະນາສາກົນ ເຊັ່ນ: ອົງການອະນາໄມໂລກ (WHO), ອົງການ ຮ່ວມມືສາກົນ ລັດຖະບານ ປະເທດການາດາ (GAC), ແລະ ຫນ່ວຍງານອື່ນໆທີ່ກ່ຽວຂ້ອງເຂົ້າຮ່ວມ. ວັນທີ 4-5 ມິຖຸນາ 2024 ທີ່ວັງວຽງ ແຂວງວຽງຈັນ ສູນຂ່າວສານການແພດສຸຂະສຶກສາ Centre of Information and Education for Health

ອ່ານ​ເພີ່ມ

 

ແຂວງຈໍາປາສັກ​ ເປີດຂະບວນການສັກຢາວັກຊີນກັນພະຍາດແຫ່ງຊາດ ໃນເດັກອາຍຸລຸ່ມ 5 ປີ​

20/05/2024

ແຂວງຈໍາປາສັກ​ ເປີດຂະບວນການສັກຢາວັກຊີນກັນພະຍາດແຫ່ງຊາດ ໃນເດັກອາຍຸລຸ່ມ 5 ປີ​

#ແຂວງຈໍາປາສັກ​ ເປີດຂະບວນການສັກຢາວັກຊີນກັນພະຍາດແຫ່ງຊາດ ໃນເດັກອາຍຸລຸ່ມ 5 ປີ​ -​------=========------- #ວັນທີ​ 20​ ພຶດສະພາ​ 2024,​ ພະແນກສາທາລະນະສຸກແຂວງຈໍາປາສັກ ຮ່ວມກັບ​ ຄະນະພັກ​- ອົງ​ການປົກຄອງ​ນະຄອນປາກເຊ,​ ຫ້ອງການສາທາລະນະສຸກນະຄອນປາກເຊ,​ ໂຮງຮຽນ​ອະນຸບານ​ -​ ປະຖົມແສງອາລຸນ​ ແລະ​ ພາກສ່ວນທີ່ກ່ຽວຂ້ອງ​ ຂອງແຂວງ ແລະ​ ນະຄອນປາກເຊ​ ໄດ້ຈັດພິທີເປີດຂະບວນການສັກຢາວັກຊີນກັນພະຍາດແຫ່ງຊາດ (ວສຊ)​ ໝາກແດງໃຫຍ່ -​ ໝາກແດງນ້ອຍ ໃນເດັກອາຍຸລຸ່ມ 5 ປີ​ ທົ່ວແຂວງ.​ ພິທີຈັດຂຶ້ນຢູ່ໂຮງຮຽນ​ອະນຸບານ​ -​ ປະຖົມແສງອາລຸນ​ ໂດຍ​ການເຂົ້າຮ່ວມຂອງ ທ່ານ​ ສົມບູນ​ ເຮືອງວົງສາ​ ຮອງເຈົ້າແຂວງຈໍາປາສັກ,​ ທ່ານ​ ດຣ.​ວຽງສີ ສຸພັກດີ ຫົວໜ້າ​ພະແນກ​ສາທາລະນະສຸກແຂວງ,​ ທ່ານ​ ດຣ.​ນາງ​ ພົງພັນ​ ວິລະ​ພັນ​ ຮອງເລຂາພັກ​ນະຄອນ​ ປະທານກວດກາ​ພັກ​ ຫົວໜ້າ​ອົງ​ການກວດກາ​ລັດ​ນະຄອນປາກເຊ, ທ່ານ​ ນາງ​ ດໍາດວນ ວິວາສານ ຫົວໜ້າ​ຫ້ອງການ​ສາທາລະນະສຸກນະຄອນປາກເຊ,​ ທ່ານ​ ນາງ​ ປັນຈະລາ​ ທອງມະນິລາ​ ຜູ້ອໍານວຍການໂຮງຮຽນ​ອະນຸບານ​ -​ ປະຖົມແສງອາລຸນ.​ ມີຄະນະກໍາມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ,​ ແມ່​ ແລະ​ ເດັກ​ ຂັ້ນແຂວງ,​ ຂັ້ນນະຄອນ,​ ການນໍາ​ໂຮງໝໍແຂວງ, ການນໍາ​ວິທະຍາໄລ​ ວິທະຍາສາດ​ ສຸຂະພາບ​ແຂວງ,​ ທີມງານສູນສຸຂະພາບແມ່​ ແລະ​ ເດັກ, ພະນັກງານແພດໝໍຈາກແຂວງ ແລະ ນະຄອນປາກເຊ, ຜູ້ຕາງໜ້າຈາກອົງການອະນາໄມໂລກ ປະຈຳແຂວງ​ ຕະຫຼອດ​ຮອດພະນັກງານ,​ ຄູ​ -​ ອາຈານ,​ ພໍ່ແມ່ຜູ້ປົກຄອງເດັກ ແລະ​ ລູກຫຼານນັກຮຽນຈາກໂຮງຮຽນ​ອະນຸບານ​ -​ ປະຖົມແສງອາລຸນ​ ເຂົ້າຮ່ວມ. #ໃນໂອກາດກ່າວເປີດພິທີ,​ ທ່ານ​ ດຣ.​ວຽງສີ ສຸພັກດີ ຫົວໜ້າ​ພະແນກ​ສາທາລະນະສຸກແຂວງ​ ລາຍງານວ່າ: ພິທີເປີດຂະບວນການສັກຢາກັນພະຍາດແຫ່ງຊາດ ປ້ອງກັນພະຍາດໝາກແດງໃຫຍ່ - ໝາກແດງນ້ອຍ ຄັ້ງນີ້​ ແມ່ນແນໃສ່ຫັນເອົາຂະບວນການຈັດຕັ້ງປະຕິບັດວັນສັກຢາກັນພະຍາດແຫ່ງຊາດ ເພື່ອຄວບຄຸມພະຍາດໝາກແດງໃຫ້ກາຍເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນໃນທົ່ວແຂວງ ເພື່ອສ້າງເງື່ອນໄຂເຮັດໃຫ້ ວັນສັກຢາກັນພະຍາດແຫ່ງຊາດໃນໄລຍະນີ້ ໃຫ້ບັນລຸຫຼາຍກວ່າ 95% ຂຶ້ນໄປ​ ທັງສືບຕໍ່ຄວບຄຸມພະຍາດໝາກແດງ​ ເພື່ອສ້າງເງື່ອນໄຂໃຫ້ປະເທດເຮົາຢັບຢັ້ງ ການລະບາດພະຍາດໝາກແດງ ໃນປີ 2025.​ ພະຍາດໝາກແດງ ແມ່ນ​ 1 ໃນ​ 14​ພະຍາດທີ່ສາມາດປ້ອງກັນໄດ້ດ້ວຍການສັກຢາກັນພະຍາດ ໃນນັ້ນລວມມີ​ ກັນວັນນະໂລກ, ກັນເປ້ຍຫຼ່ອຍໂປລີໂອ, ກັນຄໍຕີບ,​ ກັນບາດທະຍັກ, ກັນໄອໄກ່, ກັນໝາກແດງໃຫຍ່​ -​ ໝາກແດງນ້ອຍນະໂລກ, ກັນອັກເສບຕັບ ຊະນິດ​ ບີ, ກັນສະໝອງອັກເສບ, ກັນປອດອັກເສບຮຸນແຮງ, ກັນໄຂ້ສະໝອງອັກເສບ ຍີ່ປຸ່ນ, ກັນໄຂ້ຫວັດລະດູການ,​ ກັນມະເຮັງປາກມົດລູກ ແລະ ກັນໂຄວິດ 19.​ ໃນ 14 ພະຍາດ ນີ້ ພະຍາດໝາກແດງໃຫຍ່ ແລະ​ ພະຍາດໝາກແດງນ້ອຍ ແມ່ນພະຍາດທີ່ຮ້າຍແຮງ ແລະ ແຜ່ຂະຫຍາຍ ໄວກວ່າໝູ່ ທັງແມ່ນສາຍເຫດຂອງການເຈັບເປັນ ແລະ​ ເສຍຊີວິດອັນຕົ້ນຕໍ ຂອງເດັກນ້ອຍຢູ່ປະເທດກໍາລັງພັດທະນາ ລວມທັງປະເທດເຮົາ. #ທ່ານ​ ດຣ.​ວຽງສີ ສຸພັກດີ ກ່າວຕື່ມວ່າ: ຈຸດປະສົງຂອງການເປີດຂະບວນການ ວັນສັກຢາກັນພະຍາດແຫ່ງຊາດ ຄັ້ງນີ້ ແນໃສ່ຫັນເອົາວຽກງານສາທາລະນະສຸກລົງສູ່ຮາກຖານ, ໃຫ້ ກາຍເປັນຂະບວນການອັນເປັນປະຈຳຂອງທົ່ວປວງຊົນ ເພື່ອເຮັດໃຫ້ສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍມີ ຄວາມປອດໄພຈາກການຕິດພະຍາດທີ່ສາມາດກັນໄດ້ດ້ວຍວັກຊິນ, ການສັກຢາ ແລະ ປອດຢາກັນພະຍາດ ມີ ບົດບາດອັນສໍາຄັນທີ່ສຸດໃນຂະ ແໜງການສາທາລະນະສຸກ ເພາະມັນເປັນການກັນພະຍາດໄວ້ລ່ວງໜ້າທີ່ມີ ວິທະຍາສາດ. ເມື່ອແມ່ຍິງ ແລະ ເດັກນ້ອຍ ຫາກໄດ້ຮັບການສັກວັກຊິນຄົບ ເຂົາເຈົ້າກໍ່ຈະມີຊີວິດທີ່ປອດໄພ ຈາກບັນດາພະຍາດຮ້າຍແຮງດັ່ງກ່າວ. ການກັນພະຍາດດ້ວຍການສັກວັກຊິນນັ້ນ ຍັງເປັນການລົງທຶນທີ່ປະຢັດ , ລາຄາຖືກ, ຄຸ້ມຄ່າຕໍ່ການລົງທຶນ ຖ້າທຽບໃສ່ການປິ່ນປົວ​ ເມື່ອພະຍາດເກີດ.​ ສິ່ງທີ່ສໍາຄັນ ການສັກຢາກັນພະຍາດ ແມ່ນແນ່ໃສ່ກຸ່ມເປົ້າໝາຍແມ່ຍິງ ແລະ ເດັກນ້ອຍ ເຊິ່ງເປັນກຸ່ມຄົນທີ່ມີຄວາມສ່ຽງ ຕໍ່ການເຈັບເປັນ ແລະ ການຕາຍສູງກ່ວາໝູ່ ໂດຍສະເພາະ ຢູ່ເຂດຫ່າງໄກສອກຫຼີກ, ເຂດ ພູດອຍ, ເຂດເຂົ້າເຖິງຍາກ,​ ການດໍາລົງຊີວິດຂອງປະຊາຊົນຕິດພັນກັບເສດຖະກິດທີ່ຂຶ້ນກັບທຳມະຊາດ. ການເຈັບເປັນຂອງຜູ້ເປັນ ແມ່ ແລະ ເດັກນ້ອຍ ໄດ້ສົ່ງຜົນກະທົບອັນໃຫຍ່ຫຼວງຕໍ່ ເສດຖະກິດຂອງຄອບຄົວ​ ແລະ​ ການສຶກສາຂອງເດັກ. ການເຈັບເປັນຂອງສະມາຊິກໃນຄອບຄົວ ເປັນເຫດຜົນຂອງຄວາມທຸກຍາກ. ຍ້ອນແນວນັ້ນ ພັກ ແລະ ລັດເຮົາ​ ຈິ່ງໄດ້ຖືເອົາຂະແໜງສາທາລະນະສຸກເປັນ ເປັນ​ 1 ໃນ 4 ຂະແໜງການຫຼັກ​ ຂອງການພັດທະນາຊົນນະບົດຮອບດ້ານ​ ເພື່ອລຶບລ້າງຄວາມທຸກຍາກ ແລະ ສົ່ງເສີມຄວາມສະເໝີພາບຂອງປະຊາຊົນບັນດາເຜົ່າ.​ ເພື່ອບັນລຸຄາດໝາຍດັ່ງກ່າວ​ຮຽກຮ້ອງໃຫ້ຄະນະກຳມາທິການເພື່ອແມ່ ແລະ​ ເດັກ​ທຸກຂັ້ນ,​ ທຸກທ້ອງຖິ່ນ​ ຈົ່ງຈັດຕັ້ງປະຕິບັດບັ້ນປຸກລະດົມ​ ໃນຂອບເຂດທ້ອງຖິ່ນຂອງຕົນໃຫ້ທົ່ວເຖິງ,​ ຮັບປະກັນໃຫ້ຂໍ້ມູນຂ່າວສານ ການນັດໝາຍກ່ຽວກັບວັນສັກຢາກັນພະຍາດແຫ່ງຊາດນີ້​ ໄດ້ໄປເຖິງພໍ່ແມ່ພີ່ນ້ອງປະຊາຊົນ ບັນດາເຜົ່າທຸກຖ້ວນໜ້າ, ໃຫ້ຄະນະພັກ -​ ອົງການປົກຄອງບ້ານຊ່ວຍເກັບກໍາເອົາຈໍານວນເດັກເປົ້າໝາຍ ອາຍຸ ລຸ່ມ 5 ປີພາຍໃນບ້ານຂອງຕົນ​ ໃຫ້ລະອຽດ ແລະ ນໍາມາຮັບການສັກຢາຢູ່ໃນສະຖານທີ່ບໍລິການສາທາລະນະສຸກ​ ແລະ​ ທີມງານແພດໝໍທີ່ລົງໄປສັກຢາ ຢູ່ບ້ານ​ຂອງທ່ານ.​ ຮຽກຮ້ອງມາຍັງທ່ານ ຫົວໜ້າໜ່ວຍທຸລະກິດ ແລະ ບໍລິການ, ທັງພາກລັດ ແລະ ເອກະຊົນ, ບັນດາອົງການຈັດຕັ້ງສັງຄົມ ຈົ່ງປະກອບສ່ວນໃຫ້ການສະໜັບສະໜູນ ແລະ ໃຫ້ການຮ່ວມມື​ ໃນວັນສັກຢາກັນພະຍາດ,​ ຮຽກຮ້ອງພໍ່ແມ່ປະຊາຊົນບັນດາເຜົ່າທຸກຊັ້ນຄົນ​ ຈົ່ງເຫັນໄດ້ຄວາມສໍາຄັນຂອງ ວັນສັກຢາກັນພະຍາດໝາກແດງ​ ແຕ່ວັນທີ​ 20​ -​ 31 ພຶດສະພາ​ 2024​ ນີ້.​ #ຈາກນັ້ນ, ທ່ານ​ ສົມບູນ​ ເຮືອງວົງສາ​ ຮອງເຈົ້າແຂວງຈໍາປາສັກ​ ແລະ​ ທ່ານ​ ດຣ.​ວຽງສີ ສຸພັກດີ ຫົວໜ້າ​ພະແນກ​ສາທາລະນະສຸກແຂວງ​ ພ້ອມດ້ວຍ​ການນໍາທີ່ເຂົ້າຮ່ວມພິທີ ກໍໄດ້ໃຫ້ກຽດຍອດຢາວິຕາມິນ ໃຫ້ແກ່ຫຼານນ້ອຍ ຕື່ມອີກ. *** ຂ່າວ​-ພາບ​: ທທູນທອງໃຈ ✅✅ ****ສາທາລະນະສຸກແຂວງຈຳປາສັກ

ອ່ານ​ເພີ່ມ

 

ກອງປະຊຸມປຸກລະດົມວຽກງານສື່ສານເພື່ອສຸຂະພາບໃຫ້ຄະນະກຳມະການຂັ້ນເມືອງ,ກຸ່ມບ້ານ ແລະຂັ້ນບ້ານ ທີ່ ເມືອງ ໂພນທອງ

15/05/2024

ກອງປະຊຸມປຸກລະດົມວຽກງານສື່ສານເພື່ອສຸຂະພາບໃຫ້ຄະນະກຳມະການຂັ້ນເມືອງ,ກຸ່ມບ້ານ ແລະຂັ້ນບ້ານ ທີ່ ເມືອງ ໂພນທອງ

ກອງປະຊຸມປຸກລະດົມວຽກງານສື່ສານເພື່ອສຸຂະພາບໃຫ້ຄະນະກຳມະການຂັ້ນເມືອງ,ກຸ່ມບ້ານ ແລະຂັ້ນບ້ານ ທີ່ ເມືອງ ໂພນທອງ ກົດລີ້ງນີ້ເພື່ອເບິ່ງວິດີໂອ:https://fb.watch/s2ydvWhaws/ ກອງປະຊຸມໄດ້ເປີດຂື້ນຢູ່ທີ່ຫ້ອງປະຊຸມເມືອງ ໂພນທອງ ຂອງວັນທີ15/05/2024, ກອງປະຊຸມຄັ້ງນີ້ໃຫ້ກຽດເຂົ້າຮ່ວມຂອງທ່ານ ຈຳປາແດງ ສີຫາວົງ ກຳມະການພັກເມືອງ ຮອງເຈົ້າເມືອໂພນທອງ, ທັງເປັນປະທານ ຄມດ ເມືອງ ມີບັນດາທ່ານຜູ້ແທນກອງປະຊຸມເຂົ້າຮ່ວມປະກອບມີ:ທ່ານຕ່າງໝ້າຈາກແນວລາວສ້າງຊາດແຂວງ,ທ່ານຄະນະກຳມະການຮັກສາສຸຂະພາບຂັ້ນເມືອງ,ທ່ານເລຂາ/ຮອງເລຂາກຸ່ມບ້ານ9ກຸ່ມບ້ານ, ຫົວໜ້າສຸກສາລາ,ທ່ານເລຂາພັກບ້ານ,ອສບ ບ້ານ , ຫົວໜ້າຂະແໜງອະນາໄມແລະ ສົ່ງເສີມສຸຂະພາບພ້ອມດ້ວຍວິຊາການສຸກຂະສຶກສາຂັ້ນແຂວງ,ພິເສດມີ ຕ່າງໝ້າອົງການອະນາໄມໂລກເຂົ້າຮ່ວມຢ່າງພ້ອມພຽງ. ຈຸດປະສົງຂອງກອງປະຊຸມເພື່ອລາຍງານເຖິງຄວາມ ສຳຄັນໃນການຈັດຕັ້ງປະຕິບັດວຽກງານສັກວັກຊີນກັນພະຍາດໝາກແດງໃຫຍ່-ໝາກແດງນ້ອຍ, ຄວາມອັນຕະລາຍຂອງພະຍາດໝາກແດງທີ່ມີຜົນກະທົບຫຍັງຕໍ່ສຸຂະພາບໃນເວລາຕິດເຊື້ອພະຍາດດັ່ງກ່າວ,ລາຍງານເຖິງຈຳນວນອັດຕາການປົກຄຸມການສັກວັກຊິນປ້ອງກັນພະຍາດຢູ່ພາຍໃນເມືອງໃຫ້ບັນລຸຄາດໝາຍຫຼາຍກວ່າ95%ໃນທົ່ວເມືອງຂອງຈຳນວນກຸ່ມເປົ້າໝາຍ ເດັກໃນເກນອາຍຸ 9 ເດືອນ- 59 ເດືອນ ຈຳນວນ 7 ພັນກວ່າຄົນ, ສະນັ້ນກອງປະຊຸມຄັ້ງນີ້ແມ່ນເພື່ອຂໍການສະໜັບສະໝູນທຸກຂັ້ນ,ທຸກພາກສ່ວນເພື່ອເກັບກໍາຂໍ້ມູນເປົ້າໝາຍ,ໂຄລະນາປະຊາສຳພັນໃຫ້ທົ່ວເຖິງທຸກກຸ່ມເປົ້າໝາຍຜ່ານຊ່ອງທາງຕ່າງໆຂອງແຕ່ລະພາກສ່ວນຢ່າງຕໍ່ເນື່ອງ

ອ່ານ​ເພີ່ມ

 

ກອງປະຊຸມປຸກລະດົມວຽກງານສື່ສານເພື່ອສຸຂະພາບໃຫ້ຄະນະກຳມະການຂັ້ນເມືອງ,ກຸ່ມບ້ານ ແລະຂັ້ນບ້ານ ທີ່ ເມືອງປະທຸມພອນ

14/05/2024

ກອງປະຊຸມປຸກລະດົມວຽກງານສື່ສານເພື່ອສຸຂະພາບໃຫ້ຄະນະກຳມະການຂັ້ນເມືອງ,ກຸ່ມບ້ານ ແລະຂັ້ນບ້ານ ທີ່ ເມືອງປະທຸມພອນ

ກອງປະຊຸມປຸກລະດົມວຽກງານສື່ສານເພື່ອສຸຂະພາບໃຫ້ຄະນະກຳມະການຂັ້ນເມືອງ,ກຸ່ມບ້ານ ແລະຂັ້ນບ້ານ ທີ່ ເມືອງປະທຸມພອນ ກົດລີ້ງນີ້ເພື່ອເບິ່ງວິດີໂອ:https://fb.watch/s2ydvWhaws/ ກອງປະຊຸມໄດ້ເປີດຂື້ນຢູ່ທີ່ຫ້ອງປະຊຸມເມືອງ ປະທຸມພອນ ຂອງວັນທີ14/05/2024, ກອງປະຊຸມຄັ້ງນີ້ໃຫ້ກຽດເຂົ້າຮ່ວມຂອງທ່ານ ດຣ ວຽງສີ ສຸພັກດີ ກຳມະການພັກແຂວງ ຫົວໜ້າພະແນກສາທາລະນະສຸກແຂວງ, ທ່ານ ບຸນຖອງ ສຸພາວົງ ປະທານ ຄມດ ເມືອງ ມີບັນດາທ່ານຜູ້ແທນກອງປະຊຸມເຂົ້າຮ່ວມປະກອບມີ:ທ່ານຕ່າງໝ້າຈາກພະແນກພາຍໃນແຂວງ,ທ່ານຄະນະກຳມະການຮັກສາສຸຂະພາບຂັ້ນເມືອງ,ທ່ານເລຂາ/ຮອງເລຂາກຸ່ມບ້ານ9ກຸ່ມບ້ານ, ຫົວໜ້າສຸກສາລາ,ທ່ານເລຂາພັກບ້ານ,ອສບ ບ້ານ , ຫົວໜ້າຂະແໜງອະນາໄມແລະ ສົ່ງເສີມສຸຂະພາບພ້ອມດ້ວຍວິຊາການສຸກຂະສຶກສາຂັ້ນແຂວງ,ພິເສດມີ ຕ່າງໝ້າອົງການອະນາໄມໂລກເຂົ້າຮ່ວມຢ່າງພ້ອມພຽງ. ຈຸດປະສົງຂອງກອງປະຊຸມເພື່ອລາຍງານເຖິງຄວາມ ສຳຄັນໃນການຈັດຕັ້ງປະຕິບັດວຽກງານສັກວັກຊີນກັນພະຍາດໝາກແດງໃຫຍ່-ໝາກແດງນ້ອຍ, ຄວາມອັນຕະລາຍຂອງພະຍາດໝາກແດງທີ່ມີຜົນກະທົບຫຍັງຕໍ່ສຸຂະພາບໃນເວລາຕິດເຊື້ອພະຍາດດັ່ງກ່າວ,ລາຍງານເຖິງຈຳນວນອັດຕາການປົກຄຸມການສັກວັກຊິນປ້ອງກັນພະຍາດຢູ່ພາຍໃນເມືອງໃຫ້ບັນລຸຄາດໝາຍຫຼາຍກວ່າ95%ໃນທົ່ວເມືອງຂອງຈຳນວນກຸ່ມເປົ້າໝາຍ ເດັກໃນເກນອາຍຸ 9 ເດືອນ- 59 ເດືອນ ຈຳນວນ 8 ພັນກວ່າຄົນ, ສະນັ້ນກອງປະຊຸມຄັ້ງນີ້ແມ່ນເພື່ອຂໍການສະໜັບສະໝູນທຸກຂັ້ນ,ທຸກພາກສ່ວນເພື່ອເກັບກໍາຂໍ້ມູນເປົ້າໝາຍ,ໂຄລະນາປະຊາສຳພັນໃຫ້ທົ່ວເຖິງທຸກກຸ່ມເປົ້າໝາຍຜ່ານຊ່ອງທາງຕ່າງໆຂອງແຕ່ລະພາກສ່ວນຢ່າງຕໍ່ເນື່ອງ

ອ່ານ​ເພີ່ມ

 

 

 

ລະບົບຂໍ້ມູນຂ່າວສານດ້ານສຸຂະພາບ ສປປລາວ
ຂໍ້ມູນຄຸນນະພາບອາກາດປະຈໍາວັນ
ລາຍງານພະຍາດໄຂ້ຍຸງລາຍ
ຂ່າວສານສາທາລະນະສຸກ ແຂວງຈຳປາສັກ