ການ​ເຄື່ອນ​ໄຫວ
ຄົ້ນ​ຫາ​ໃນ​ໜ້ານີ້

ຂະແໜງອະນາໄມ ແລະ ສົ່ງເສີມສຸຂະພາບພະແນກສາທາລະນະສຸກແຂວງຈຳປາສັກເຜີຍແຜ່ວຽກງານຢາສູບໃຫ້ຫ້ອງການສາທາລະນະສຸກ ແລະ ໂຮງໝໍເມືອງ  ແລະ ຫ້ອງການອ້ອມຂ້າງເມືອງ 9 ເມືອງ 1 ນະຄອນ

22/02/2024

ຂະແໜງອະນາໄມ ແລະ ສົ່ງເສີມສຸຂະພາບພະແນກສາທາລະນະສຸກແຂວງຈຳປາສັກເຜີຍແຜ່ວຽກງານຢາສູບໃຫ້ຫ້ອງການສາທາລະນະສຸກ ແລະ ໂຮງໝໍເມືອງ ແລະ ຫ້ອງການອ້ອມຂ້າງເມືອງ 9 ເມືອງ 1 ນະຄອນ

#ຂະແໜງອະນາໄມ ແລະ ສົ່ງເສີມສຸຂະພາບພະແນກສາທາລະນະສຸກແຂວງຈຳປາສັກເຜີຍແຜ່ວຽກງານຢາສູບໃຫ້ຫ້ອງການສາທາລະນະສຸກ ແລະ ໂຮງໝໍເມືອງ ແລະ ຫ້ອງການອ້ອມຂ້າງເມືອງ 9 ເມືອງ 1 ນະຄອນ ໃນລະຫວ່າງວັນທີ 20 ກຸມພາ 2024 #ການເຜີຍແຜ່ວຽກງານຢາສູບດັ່ງກ່າວເພື່ອແນ່ໃສ່ສ້າງໃຫ້ສະຖານທີ່ບໍລິການສາທາລະນະສຸກແຕ່ຂັ້ນຢູຂັ້ນສຸກສາລາ, ໂຮງໝໍເມືອງ. ຫ້ອງການສາທາລະນະສຸກເມືອງເປັນສະຖານທີ່ປອດຄວັນຢາສູບເພາະວ່າສະຖານດັ່ງກ່າວເປັນບ່ອນສົ່ງເສີມສຸຂະພາບ, ປ້ອງກັນພະຍາດ, ແລະ ປິ່ນປົວພະຍາດ ສະນັ້ນທຸກສະຖານທີ່ບໍລິການສາທາລະນະສຸກຈິ່ງຈັດໃຫ້ເປັນເຂດຫ້າມສູບຢາໃນອະນາຄົດ

ອ່ານ​ເພີ່ມ

 

ຂະແໜງອະນາໄມ ແລະ ສົ່ງເສີມສຸຂະພາບ ພະແນກສາທາລະນະສຸກແຂວງຈຳປາສັກ ມອບ ຊຸດໂທລະໂຄ່ງ 01 ຊຸດໃຫ້ ຫ້ອງການສາທາລະນະສຸກເມືອງໂຂງ

22/02/2024

ຂະແໜງອະນາໄມ ແລະ ສົ່ງເສີມສຸຂະພາບ ພະແນກສາທາລະນະສຸກແຂວງຈຳປາສັກ ມອບ ຊຸດໂທລະໂຄ່ງ 01 ຊຸດໃຫ້ ຫ້ອງການສາທາລະນະສຸກເມືອງໂຂງ

ຂະແໜງອະນາໄມ ແລະ ສົ່ງເສີມສຸຂະພາບ ພະແນກສາທາລະນະສຸກແຂວງຈຳປາສັກ ມອບ ຊຸດໂທລະໂຄ່ງ 01 ຊຸດໃຫ້ ຫ້ອງການສາທາລະນະສຸກເມືອງໂຂງ ເພື່ອຈະນຳໄປມອບຕໍ່ໃຫ້ບ້ານເປົ້າໝາຍທີ່ບໍ່ມີໂທລະໂຄ່ງ ເພື່ອນຳໃຊ້ເຂົ້າໃນວຽກງານໂຄສະນາປະຊາສຳພັນວຽກງານສາທາລະນະສຸກ ແລະ ວຽກງານອື່ນໆພາຍໃນບ້ານດັ່ງກ່້າວ. #ວັນທີ 22 ກຸ່ມພາ 2024

ອ່ານ​ເພີ່ມ

 

ພະແນກສາທາລະນະສຸກແຂວງ​ຈໍາປາສັກຈັດພິທີປະກາດພະນັກງານ-ລັດຖະກອນອອກພັກການຮັບອຸດໜູນບໍານານເປັນທາງການຢ່າງສົມກຽດ.​

19/02/2024

ພະແນກສາທາລະນະສຸກແຂວງ​ຈໍາປາສັກຈັດພິທີປະກາດພະນັກງານ-ລັດຖະກອນອອກພັກການຮັບອຸດໜູນບໍານານເປັນທາງການຢ່າງສົມກຽດ.​

#ພະແນກສາທາລະນະສຸກແຂວງ​ຈໍາປາສັກຈັດພິທີປະກາດພະນັກງານ-ລັດຖະກອນອອກພັກການຮັບອຸດໜູນບໍານານເປັນທາງການຢ່າງສົມກຽດ.​ -​---​----=========--------- #ຕອນເຊົ້າວັນທີ 19 ກຸມພາ 2024,​ ພະແນກສາທາລະນະສຸກແຂວງຈຳປາສັກ​ ໄດ້ຈັດພິທີປະກາດພະນັກງານ-ລັດຖະກອນອອກພັກການຮັບອຸດໜູນບໍານານຂື້ນຢ່າງເປັນທາງການ.​ ພິທີຈັດຂຶ້ນຢູ່ຫ້ອງປະຊຸມພະແນກສາທາລະນະສຸກແຂວງຈຳປາສັກດັກ, ໂດຍການເປັນປະທານ ຂອງ​ ທ່ານ ດຣ ວຽງສີ ສຸພັກດີ ກໍາມະການພັກແຂວງ​ ຫົວໜ້າ​ ພະແນກສາທາລະນະສຸກແຂວງ . ມີທ່ານ​ ແສງອາທິດ ຂັນດາລາ ຮອງ ຫົວໜ້າພະແນກພາຍໃນແຂວງ, ທ່ານ ຄະນະພະແນກສາທາລະນະສຸກແຂວງ, ມີທ່ານ ຜູ້ອຳນວຍການໂຮງໝໍຈຳປາສັກ, ຜູ້ອຳນວຍການວິທະຍາໄລວິທະຍາສາດສຸຂະພາບ, ຜູ້ອຳນວຍການໂຮງງານຜະລິດຢາ ຊີບີເອັຟ, ຫົວໜ້າຂະແໜງ,ຮອງຂະແໜງ,ພະນັກງານວິຊາການອ້ອມຂ້າງພະແນກສາທາລະນະສຸກແຂວງ, ມີທ່ານຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການສາທາລະນະສຸກ 9 ເມືອງ ແລະ ນະຄອນປາກເຊ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ: #ໃນພິທີ​ ທ່ານ​ ແສງອາທິດ ຂັນດາລາ ຮອງຫົວໜ້າ​ພະແນກພາຍໃນແຂວງ ໄດ້ຜ່ານຂໍ້ຕົກລົງຂອງເຈົ້າແຂວງຈໍາປາສັກ ເລກທີ​ 62 /ຈຂ.ຈຂ, ລົງວັນທີ 12 ມັງກອນ2024​ ວ່າດ້ວຍການອະນຸມັດໃຫ້​ ພະນັກງານ​ ນໍາ​ພາ​ -​ ຄຸ້ມຄອງ​ ຂອງພະແນກສາທາລະນະສຸພກຂວງຈຳປາສັກ ອອກພັກການ​ -​ ຮັບອຸດໜູນບໍານານ​ ປະຈໍາ​ປີ​ 2024 ຄື: ທ່ານ ດຣ ສີວິໄຊ ໄຊຍະສານ ຮອງຫົວໜ້າພະແນກສາທາລະນະສຸກແຂວງ ອອກພັກການ - ຮັບອຸດໜູນບໍານານ ແຕ່ວັນທີ 1 ມັງກອນ​ 2024 ເປັນຕົ້ນໄປ. #ຕໍ່ມາ, ທ່ານ ດຣ ວຽງສີ ສຸພັກດີ ຫົວໜ້າພະແນກສາທາລະນະສຸກແຂວງ ກໍໄດ້ປະກອບມີຄໍາເຫັນ ໂດຍເລົ່າຄືນປະຫວັດການເຄື່ອນໄຫວວຽກງານໃນໄລຍະຜ່ານມາໂດຍສັງເຂບ.​ ຈາກນັ້ນ, ກໍໄດ້​ມອບກະຕ່າຂອງຂວັນ ແລະ​ ເງິນອຸດໜູນຈໍານວນໜຶ່ງ​ ໃຫ້ແກ່ທ່ານຜູ້ຮັບບໍານານ ຢ່າງສົມກຽດ. ພາບ-ຂ່າວ: ພະແນກສາທາລະນະສຸກແຂວງຈຳປາສັກ.

ອ່ານ​ເພີ່ມ

 

ພະແນກອຸດສະຫະກຳແລະການຄ້າແຂວງສົມທົບກັບຄະນະກຳມະການສະເພາະກິດຂັ້ນແຂວງຈັດພິທີທຳລາຍຜະລິດຕະພັນຢາສູບນອກລະບົບ ແລະການລະເມີດຊັບສິນທາງປັນຍາ  ຂື້ນທີ່ແຂວງຈຳປາສັກ

09/02/2024

ພະແນກອຸດສະຫະກຳແລະການຄ້າແຂວງສົມທົບກັບຄະນະກຳມະການສະເພາະກິດຂັ້ນແຂວງຈັດພິທີທຳລາຍຜະລິດຕະພັນຢາສູບນອກລະບົບ ແລະການລະເມີດຊັບສິນທາງປັນຍາ ຂື້ນທີ່ແຂວງຈຳປາສັກ

ພະແນກອຸດສະຫະກຳແລະການຄ້າແຂວງສົມທົບກັບຄະນະກຳມະການສະເພາະກິດຂັ້ນແຂວງຈັດພິທີທຳລາຍຜະລິດຕະພັນຢາສູບນອກລະບົບ ແລະການລະເມີດຊັບສິນທາງປັນຍາ ຂື້ນທີ່ແຂວງຈຳປາສັກ ພິທີດັ່ງກ່າວຈັດຂື້ນຢູ່ທີ່ ສະໝາມຂີ້ເຫຍື່ອຫຼັກ17ເມືອງຊະນະສົມບູນ ແຂວງຈຳປາສັກ ຂອງວັນທີ 9 ກຸມພາ2024, ໂດຍໃຫ້ກຽດຮ່ວມຂອງ ທ່ານ ປອ ບຸນຍະເດດ ທອງສະຫວັດ ກຳມະ ການພັກແຂວງ,ຫົວໜ້າພະແນກ ອຸດສະ ຫະກຳແລະການຄ້າແຂວງ,ມີທ່ານ ພູວຽງ ພົງສາ ຫົວໜ້າກົມແຂ່ງຂັນທຸລະກິດ ແລະກວດກາການຄ້າ ກະຊວງອຸດສະ ຫະກຳແລະການຄ້າ, ມີບັນດາທ່ານຮອງຫົວໜ້າພະແນກ,ຫົວໜ້າຂະແໜງ,ທ່ານຄະນະກຳມະການກວດກາສະເພາະກິດຂັ້ນແຂວງແລະນະຄອນປາກເຊເຂົ້າຮ່ວມ: ໃນຄັ້ງວັນທີ 17ຕຸລາ2023ຢູທີ່ບ້ານດົງລານຄໍາ ເມືອງຊະນະສົມບູນ ແຂວງຈຳປາສັກ ເຈົ້າໜ້າທີ່ກວດກາການຄ້າໄດ້ກັກຢຶດຜະລິດຕະພັນຢາສູບ ທັງໝົດຈຳນວນ 850ແກັດ ໃນນັ້ນ ເປັນຢາສູບຍີ່ຫໍ້ 555 ຈຳນວນ300ແກັດແລະ ຍີ່ຫໍ້ Jet 550 ແກັດ ລວມມູນຄ່າສິນຄ້າທັງໝົດ42,500 ໂດລາສະຫະລັດ ເປັນເງິນກີບ 701,794,000ກີບ ເພື່ອປະຕິບັດຕາມດຳລັດວ່າດ້ວຍການກວດກາສິນຄ້າສະບັບເລກທີ508/ລຍ,ລົງວັນທີ04/12/2012ແລະດຳລັດເລກທີ52/ລຍ ລົງວັນທີ12/02/2019 ວ່າດ້ວຍການປັບໃໝແລະນໍາໃຊ້ ສັດຈະການອື່ນຕໍ່ການລະເມີດກົດໝາຍແລະລະບຽບການກ່ຽວກັບການຄວບຄຸມຢາສູບ,ຂະແໜງການຄ້າພາຍໃນໄດ້ເຄື່ອນໄຫວຕິດຕາມ,ກວດກາການລະເມີດຕໍ່ລະບຽບການຄຸ້ມຄອງການຄ້າເປັນຕົ້ນສີນຄ້າໝົດອາຍຸການນຳໃຊ້,ສິນຄ້າເຊື່ອມຄຸນນະພາບ,ສີນຄ້າປອມແປງ,ການລະເມີດທູລະກິດໂດຍບໍ່ມີໃບທະບຽນວິສະຫະກິດບໍ່ຖືກຕາມຈຸດປະສົງຂອງສັນຍາພ້ອມທັງມີການລະເມີດຊັບສິນທາງປັນຍາອີກດ້ວຍ, ມາຮອດວັນທີ9ກຸມພາ 2024 ຈິ່ງໄດ້ຈັດພິທີທຳລາຍຢາສູບດັ່ງກ່າວຂື້ນຢາງປັນທາງການຢູ່ສະຖານທີ່ດັ່ງກ່າວ

ອ່ານ​ເພີ່ມ

 

ຊົມເຊີຍຜົນສຳເລັດປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານສາທາລະນະສຸກທົ່ວແຂວງຈຳປາສັກປະຈຳປີ2023 ແລະ ທິດທາງແຜນການປີ 2024

02/02/2024

ຊົມເຊີຍຜົນສຳເລັດປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານສາທາລະນະສຸກທົ່ວແຂວງຈຳປາສັກປະຈຳປີ2023 ແລະ ທິດທາງແຜນການປີ 2024

#ຊົມເຊີຍຜົນສຳເລັດປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານສາທາລະນະສຸກທົ່ວແຂວງຈຳປາສັກປະຈຳປີ2023 ແລະ ທິດທາງແຜນການປີ 2024 https://drive.google.com/.../1aerwz4rWmAvrxYITi0T.../view... ====////==== ກອງປະຊຸມໄດ້ ຈັດຂຶ້ນຢ່າງເປັນທາງການໃນວັນທີ 2 ກຸມພາ 2024 ນີ້ ທີ່ສະໂມສອນຫຼັກ 4 ຂອງແຂວງ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີທ່ານຜູ້ແທນຈາກກະຊວງສາທາ ລະນະສຸກ,ຫົວໜ້າກົມ,ຮອງກົມ,ຫົວໜ້າສູນ/ຮອງສູນ,ຫົວໜ້າ/ຮອງຫົວໜ້າພະແນກສາທາລະນະສຸກຈາກ 14 ແຂວງ,ອົງການຈັດຕັ້ງສາກົນ,ມີພະແນກການອ້ອມຂ້າງແຂວງຈໍາປາສັກ, ເຈົ້ານະຄອນປາກເຊ, ເຈົ້າເມືອງ 9 ເມືອງ,ຫົວໜ້າ,ຮອງຫົວໜ້າຫ້ອງການສາທາ ລະນະສຸກນະຄອນ,ເມືອງ,ມີອຳນວຍການໂຮງໝໍແຂວງ,ໂຮງງານຜະລິດຢາຊີບີເອຟ,ວິທະຍາໄລວິທະຍາສາດສຸຂະພາບແຂວງ,ອົງການຈັດຕັ້ງອ້ອມຂ້າງແຂວງເຂົ້າຮ່ວມ. ໃນກອງປະຊຸມ ທ່ານ ດຣ ຈັນສະໜອນ ທະນະບົວສີ ຮອງຫົວໜ້າພະແນກສາທາລະນະສຸກແຂວງ ໄດ້ລາຍງານຜົນການຈັດຕັ້ງປະຕິບັດວຽກງານສາທາ ລະນະສຸກຮອບດ້ານຕາມ8ແຜນງານປະຈໍາປີ2023ແລະທິດທາງແຜນການສູ້ຊົນປີ2024 ພ້ອມທັງຕີລາຄາດ້ານດີ, ດ້ານຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ເປັນຕົ້ນການຈັດຕັ້ງປະຕິບັດວຽກງານຂອງແຜນງານອະນາໄໃແລະສົ່ງເສີມສຸຂະພາບຂອງ10ຕົວຊີ້້ບອກທີ່ສະພາຮັບຮອງແມ່ປະຕິບັດໄດ້ບັນລຸຕາມລະດັບຄາດໝາຍທີ່ວາງໄວ້,ວຽກງານປ້ອງກັນແລະຄວບຄຸມພະຍາດຕິດຕໍ່ແມ່ນສາມາດຄວບຄຸມພະຍາດທີ່ມັກເກີດຕາມລະດູການເປັນຕົ້ນພະຍາດໄຊ້ຍູງລາຍແມ່ນບໍ່ມີການລະບາດພາຍໃນແຂວງ,ການໃຫ້ການບໍລິການວຽກງານເອດ/ພຕພ,ພະຍາດວັນນະໂລກກຸ່ມເປົ້າໝາຍໄດ້ເຂົ້າຮັບການລິການດ້ານສຸຂະພາບເພື່ອນຂີ້ນ, ອັດຕາຕິດເຊື້ອພະຍາດໄຂ້ຍູງຫຼຸດລົງເທື່ອລະກ້າວ, ແຜນການການໃຫ້ການບໍລິການສຸຂະພາບໃນທົ່ວແຂວງມີສະຖານທີ່ບໍລິການສຸຂະພາບຂອງລັດປະກອບມີ ໂຮງໝໍແຂວງ 1ແຫ່ງ,ໂຮງໝໍເມືອງ9ແຫ່ງ,ສູນບໍລິການສຸຂະພາບນະຄອນປາກເຊ1ແຫ່ງ,ສຸກສາລາ 78ແຫ່ງ.ຫ້ອງກວດພະຍາດເອກະຊົນ53ແຫ່ງ,ຮ້ານຂາຍຢາ291 ແຫ່ງ,ໂຮງງານຜະລິດຢາ1ແຫ່ງ ເຊິ່ງເຮັດໜ້າທີ່ໃນການໃຫ້ການບໍລິການກວດສຖຂະພາບແລະປີ່ນປົວພະຍາດແລະສະໜອງຢາໃຫ້ແກ່ສະຖານທີ່ບໍລິການສາທາລະນະສຸກໃນ1ປີຜ່ານມາໃຫ້ການບໍລິການກວດເຂດນອກທັງໝົດ 342,404ເທື່ອຕົນ, ນອນໂຮງ 72,395 ເທື່ອຄົນ, ວຽກງານ5ດີ1ພໍໃຈປະຕິບັດໄດ້ 69,1ສ່ວນຮ້ອຍບັນລຸຄາດໝາຍທີ່ວາງໄວ້, ຜ່ານການຈັດຕັ້ງປະຕິບັດຂອງບັນດາແຜນງານແມ່ນບັນລຸຕາມແຜນທີ່ວາງໄວ້, ນອກນັ້ນຍັງໄດ້ຮັບຟັງການລາຍງານວຽກງານທີ່ພົ້ນເດັ່ນຂອງໂຮງໝໍຈຳປາສັກ, ໂຮງໝໍມິດຕະພາບໃນການປະຕິບັດເຮັດໃຫ້ໂຮງໝໍກຸ້ມຕົນເອງ, ໂຮງງານຜະລິດຢາ ຊີບີເອຟ . ວິທະຍາໄລວິທະຍາສາດສຸຂະພາບ, ກອງປະຊຸມຍັງໄດ້ຮັບຟັງການປະ ກອບຄຳເຫັນໃຫ້ທິດຊີ້ນຳໃນການຈັດຕັ້ງປະ ຕິບັດວຽກງານສາທາລະນະສຸກໃນສົກປີຕໍ່ໜ້າຕື່ມອີກ #ພາບ-ຂ່າວ: ພະແນກສາທາລະນະສູກແຂວງຈຳປາສັກ

ອ່ານ​ເພີ່ມ

 

ພິທີປະກາດແຂວງຈໍາປາສັກເປັນແຂວງຢຸດຕິຖ່າຍຊະຊາຍ ຢ່າງເປັນທາງການ

01/02/2024

ພິທີປະກາດແຂວງຈໍາປາສັກເປັນແຂວງຢຸດຕິຖ່າຍຊະຊາຍ ຢ່າງເປັນທາງການ

#ພິທີປະກາດແຂວງຈໍາປາສັກເປັນແຂວງຢຸດຕິຖ່າຍຊະຊາຍ ຢ່າງເປັນທາງການ ====////==== ພິທີປະກາດຮັບຮອງແຂວງຈຳປາສັກເປັນແຂວງຢຸດຕິຖ່າຍຊະຊາຍ ຈັດຂຶ້ນໃນວັນທີ 1 ກຸມພາ 2024 ນີ້ທີ່ສະໂມສອນຫຼັກ 4 ຂອງແຂວງ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງໆຈຳປາສັກ, ມີທ່ານຈາກກະຊວງສາທາລະນະສຸກ,ຫົວໜ້າກົມ,ຮອງກົມ,ຫົວໜ້າສູນ/ຮອງສູນ,ຫົວໜ້າ/ຮອງຫົວໜ້າພະແນກສາທາລະນະສຸກຈາກ 14 ແຂວງ,ອົງການຈັດຕັ້ງສາກົນ,ມີພະແນກການອ້ອມຂ້າງແຂວງຈໍາປາສັກ, ເຈົ້ານະຄອນປາກເຊ, ເຈົ້າເມືອງ 9 ເມືອງ,ຫົວໜ້າ,ຮອງຫົວໜ້າຫ້ອງການສາທາ ລະນະສຸກນະຄອນ,ເມືອງ,ມີອຳນວຍການໂຮງໝໍແຂວງ,ໂຮງງານຜະລິດຢາຊີບີເອຟ,ວິທະຍາໄລວິທະຍາສາດສຸຂະພາບແຂວງ,ອົງການຈັດຕັ້ງອ້ອມຂ້າງແຂວງເຂົ້າຮ່ວມ. ທ່ານ ດຣ ວຽງສີ ສຸພັກດີ ຫົວໜ້າພະແນກສາທາລະນະສຸກແຂວງຈໍາປາສັກ ໃຫ້ຮູ້ວ່າ: ພິທີປະກາດແຂວງຈຳປາສັກ ເປັນແຂວງຢຸດຕິການຖ່າຍຊະຊາຍ ແມ່ນໄປຕາມແຜນຍຸດທະສາດສາທາລະນະສຸກທີ່ໄດ້ກຳນົດໄວ້, ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ເປັນປະເທດຢຸດຕິການຖ່າຍຊະຊາຍ ພາຍໃນປີ 2025, ເວົ້າລວມ ເວົ້າສະເພາະ ກໍ່ຄືແຂວງຈຳປາສັກ ໃນປີ 2024. ເພື່ອເຮັດໃຫ້ປະຊາຊົນ ບັນດາເຜົ່າພາຍໃນທົ່ວແຂວງຈຳປາສັກ ໄດ້ມີການຫັນປ່ຽນດ້ານພຶດຕິກໍາໃນການດຳລົງຊີວິດແບບທຳມະຊາດຄອງເດີມໄປສູ່ການດຳລົງຊີວິດທີ່ຖຶກຫຼັກສຸຂະອານາໄມ 3 ສະອາດ ເພື່ອຮັບປະກັນໃຫ້ສຸຂະພາບຂອງປະຊາຊົນບັນດາເຜົ່າມີສຸຂະພາບດີຂຶ້ນເທື່ອລະກ້າວ. ພ້ອມນີ້ກໍໄດ້ລາຍງານໃຫ້ຮູ້ກ່ຽວກັບການຈັດຕັ້ງປະຕິບັດ ໃນການກໍ່ສ້າງແຂວງຢຸດຕິຖ່າຍຊະຊາຍ ເປັນຕົ້ນ: ການຈັດຕັ້ງປະຕິບັດວຽກງານຊຸມຊົນເປັນເຈົ້າການດ້ານສຸຂະນາໄມ (ຊຈສ ) ແມ່ນໄດ້ເລີ່ມທົດລອງຈັດຕັ້ງປະຕິບັດແຕ່ປີ 2008 ເປັນຕົ້ນມາ ເຊິ່ງຮອດປີ 2010 ໄດ້ມີການທົດລອງ ສ້າງ ຈຳນວນ 5 ບ້ານ ຂອງເມືອງບາຈຽງຈະເລີນສຸກ; ຈາກນັ້ນກໍໄດ້ຂະຫຍາຍການທົດລອງເພີ້ມລົງແຕ່ລະເມືອງໃນທົ່ວແຂວງ, ພ້ອມດຽວກັນນັ້ນ ກໍ່ສາມາດບັນລູການຈັດຕັ້ງປະຕິບັດ 11 ຕົວຊີ້ບອກ ທີ່ສະພາຮັບຮອງຂອງຂະແໜງສາທາລະນະ ສຸກ ໄດ້ທັງໝົດທຸກຕົວຊີ້ບອກໃນໄລຍະ 4 ປີຜ່ານມາ ແລະ ນັບແຕ່ນັ້ນມາ, ຫ້ອງການສາທາລະນະ ສຸກນະຄອນປາກເຊ ແລະ 9 ເມືອງກໍ່ເອົາໃຈໃສ່ ຕະລຸບອນ ໃນການຈັດຕັ້ງປະຕິບັດວຽກງານຊຸມຊົນເປັນເຈົ້າການ ດ້ານສຸຂະ ນາໄມ (ຊຈສ) ແລະ ຈົນສາມາດຍາດໄດ້ຜົນສຳເລັດໃນການສ້າງວິດຖ່າຍ ໃນແຕ່ລະບ້ານ, ແຕ່ລະຫຼັງຄາເຮືອນ ຈົນສາມາດ ປະກາດແຕ່ລະບ້ານ ແລະ ປະກາດເມືອງ ຢຸດຕິຖ່າຍຊະຊາຍໄດ້100%. ໂດຍສັງລວມແລ້ວຮອດປັດຈຸບັນໃນທົ່ວແຂວງຈຳປາສັກຄອບຄົວທີ່ມີວິດຖ່າຍແລ້ວ: 133,061 ຄອບຄົວ ເທົ່າກັບ 97.7% ແລະ ຄອບຄົວທີ່ຍັງໃຊ້ວິດຖ່າຍຮ່ວມນຳພີ່ນ້ອງມີທັງໝົດ 3,201 ຄອບຄົວ ເທົ່າກັບ 2.3%. ສຳລັບວິດຖ່າຍໂຮງຮຽນ ປະຕິບັດໄດ້: 73% ກວມເອົາ 556 ແຫ່ງຂອງໂຮງຮຽນທັງໝົດທົ່ວແຂວງແລະສາມາດສະເໜີຂໍໃບຢັ້ງຢືນແຂວງຈຳປາສັກເປັນແຂວງຢຸດຕິການຖ່າຍຊະຊາຍໄດ້ຢ່າງສົມບູນ #ໂອກາດນີ້ທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ກໍມີຄໍາເຫັນໂອລົມໂດຍຍົກໃຫ້ເຫັນວ່າ: ວຽກງານຢຸດຕິຖ່າຍຊະຊາຍ ແມ່ນວຽກໜຶ່ງ ທີ່ມີຄວາມຈໍາເປັນ ຈະຕ້ອງໄດ້ພ້ອມພຽງກັນເຮັດໃຫ້ ໄດ້ ໃນຂອບເຂດທົ່ວປະເທດ ເພາະເປັນການປະຕິບັດຫຼັກການ ສຸຂະອະນາໄມ ການກິນໃຫ້ສະອາດ ດື່ມ ສະອາດ ນຸ່ງຫົ່ມ ໃຫ້ສະອາດ ນັ້ນແມ່ນຄວາມຮັບຜິດຊອບຂອງທຸກຄົນ ຖ້າເຮົາບໍ່ສາມາດກໍາຈັດອາຈົມໃຫ້ ໄດ້ຢ່າງຖືກວິທີ ເຮົາກໍບໍ່ສາມາດເວົ້າໄດ້ວ່າ ການກິນສະອາດ ເພາະແມງວັນເປັນພາຫະນໍາເຊື້ອພະຍາດຈາກ ອາຈົມ ໄປສູ້ອາຫານການກິນທີ່ເຮົາບໍ່ໄດ້ປົກປິດ ແລ້ວກໍພາໃຫ້ຜູ້ທີ່ໄດ້ຮັບປະທານອາຫານນັ້ນ ເກີດເປັນ ຖອກທ້ອງ. ບໍ່ພຽງແຕ່ເທົ່ານັ້ນ ເມື່ອຮອດຍາມຝົນມາ ຖ້າບໍ່ມີການກໍາຈັດອາຈົມຢ່າງຖືກວິທີ ອາຈົມກໍຈະ ໄຫຼລົງໄປສູ່ແມ່ນໍ້າ ປະປົນກັບ ພຶດພັກ ແລະ ຖ້າພໍ່ແມ່ປະຊາຊົນ ນໍາມາບໍລິໂພກ ໃຊ້ສອຍ ໂດຍບໍ່ໄດ້ຜ່ານ ການຕົ້ມ ແລະ ຂ້າພະຍາດ ຈະກໍ່ໃຫ້ມີການເປັນພະຍາດທາງລະບົບລະລາຍໄດ້ ເຊັ່ນ ພະຍາດຖອກທ້ອງ, ໃບໄມ້ໃນຕັບ ແລະອື່ນຯ. ສະນັ້ນ ເມື່ອແຂວງຈໍາປາສັກໄດ້ປະກາດເປັນແຂວງ ຊຈສ ແລ້ວ ຄວາມສ່ຽງຕໍ່ພະຍາດດັ່ງກ່າວ ກໍ່ຈະຫຼຸດໜ້ອຍຖອຍລົງ ເຮັດໃຫ້ພໍ່ແມ່ປະຊາຊົນ ມີສຸຂະພາບດີ ລວມທັງເດັກລຸ່ມ 5 ປີ ການຂາດໂພສະນາການ ກໍຈະຫຼຸດໜ້ອຍລົງເຊັ່ນດຽວກັນ ເພາະໂອກາດທີ່ເຂົາຈະມີແມ່ທ້ອງ ກໍໜ້ອຍລົງ. ພ້ອມນີ້ທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ກໍໃຫ້ກຽດມອບໃບຢັ້ງຢືນແຂວງຈຳປາສັກບັນລຸມາດຖານເປັນແຂວງຢຸດຕິການຖ່າຍຊະຊາຍ ແລະ ໄດ້ຮ່ວມກັບບັນດາທ່ານການນຳ ແລະ ແຂກທີ່ເຂົ້າຮ່ວມຕັດແຖບຜ້າ ແລະ ລັ່ນຄອງ 9 ບາດເພື່ອເປັນນິມິດໝາຍ ແລະ ສີລິມຸງຄຸນໃຫ້ແກ່ການປະກາດແຂວງຈຳປາສັກເປັນແຂວງຢຸດຕິການຖ່າຍຊະຊາຍຢ່າງເປັນທາງການ. #ພາບ-ຂ່າວ:ພະແນກສາທາລະນະສຸກແຂວງຈຳປາສັກ

ອ່ານ​ເພີ່ມ

 

ການນຳແຂວງຈຳປາສັກ ແລະ ເມືອງໂພນທອງ ເຄື່ອນໄຫວຢ້ຽມຢາມອວຍພອນນາຍ ແລະ ພົນທະຫານ ກອງຮ້ອຍ 522,​ກອງພັນ 22,ກອງພັນເຄື່ອນທີ່ໄວ, ກອງບັນຊາການທະຫານເມືອງແລະປັກຫລັກໝາຍຊາຍແດນລາວ-ໄທເມືອງໂພນທອງ

29/01/2024

ການນຳແຂວງຈຳປາສັກ ແລະ ເມືອງໂພນທອງ ເຄື່ອນໄຫວຢ້ຽມຢາມອວຍພອນນາຍ ແລະ ພົນທະຫານ ກອງຮ້ອຍ 522,​ກອງພັນ 22,ກອງພັນເຄື່ອນທີ່ໄວ, ກອງບັນຊາການທະຫານເມືອງແລະປັກຫລັກໝາຍຊາຍແດນລາວ-ໄທເມືອງໂພນທອງ

#ການນຳແຂວງຈຳປາສັກ ແລະ ເມືອງໂພນທອງ ເຄື່ອນໄຫວຢ້ຽມຢາມອວຍພອນນາຍ ແລະ ພົນທະຫານ ກອງຮ້ອຍ 522,​ກອງພັນ 22,ກອງພັນເຄື່ອນທີ່ໄວ, ກອງບັນຊາການທະຫານເມືອງແລະປັກຫລັກໝາຍຊາຍແດນລາວ-ໄທເມືອງໂພນທອງ ວັນທີ 26 ມັງກອນ 2024 ຜ່ານມານີ້ການນຳຂອງແຂວງ ຈຳປາສັກ ແລະ ເມືອງໂພນທອງ ເຄື່ອນໄຫວຢ້ຽມຢາມ ນາຍ ແລະ ພົນທະຫານກອງຮ້ອຍ 522,ກອງພັນ 22, ກອງພັນເຄື່ອນທີ່ໄວ,ກອງບັນຊາການທະຫານເມືອງ ແລະ ປັກຫລັກໝາຍຊາຍແດນລາວ-ໄທເມືອງໂພນທອງເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ, ການລົງເຄື່ອນໄຫວໃນຄັ້ງນີ້ນຳໂດຍທ່ານ ສາຍທອງ ໄຊຍະວົງ ຮັກສາການເລຂາພັກແຂວງ ປະທານສະພາປະຊາຊົນແຂວງຈຳປາສັກ, ມີທ່ານ ສຸພາບ ທຳມະຮັກສາ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໂພນທອງ,​ພະນັກງານການນຳຈາກແຂວງ ແລະ ເມືອງພ້ອມດ້ວຍນາຍແລະພົນທະຫານເຂົ້າຮ່ວມ.​ ຈຸດປະສົງການລົງເຄື່ອນໄຫວຢ້ຽມຢາມໃນຄັ້ງນີ້ເພື່ອອວຍພອນ ນາຍ ແລະ ພົນທະຫານ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງ ກອງທັບປະຊາຊົນລາວຄົບຮອບ 75 ປີ ພ້ອມທັງໄດ້ນຳເອົາເຄື່ອງຂອງທີ່ນຳໄປມອບໃນຄັ້ງນີ້ປະກອບມີເຄື່ອງບໍລິໂພກ,ອຸປະໂພກ ເປັນຕົ້ນແມ່ນນ້ຳດື່ມ, ເຂົ້າສານ,ໝີ່, ໝໍ້ນ້ຳຮ້ອນ, ຕຸກນ້ຳໃຫຍ່,​ຢາປົວພະຍາດ ແລະ ເງິນສົດອີກຈຳນວນໜຶ່ງ, ທັງນີ້ກໍ່ເພື່ອເປັນການຢຽ້ມຢາມຖາມຂ່າວດ້ວຍຄວາມເປັນຫ່ວງເປັນໄຍໃຫ້ກຳລັງໃຈບັນດາສະຫາຍນາຍແລະພົນທະຫານທີ່ໄດ້ເອົາໃຈໃສ່ປະຕິບັດໜ້າທີ່, ລາດຕະເວນຍາມຕາມຈຸດຕ່າງໆດ້ວຍຄວາມຮັບຜິດ ຊອບສູງຕາມເຂດຊາຍແດນເພື່ອປົກປັກຮັກສາເຂດແດນນຳ້ດິນແລະຄວາມສະຫງົບສຸກຂອງປະຊາຊົນບັນດາເຜົ່າ​ ການລົງຢຽມຢາມຄັ້ງນີ້ປະກອບມີພະນັກງານການນໍາຂັ້ນແຂວງແລະຂັ້ນເມືອງພ້ອມດ້ວຍ ພະນັກງານວິຊາການຈາກພະແນກສາທາລະນະສຸກແຂວງ, ພະແນກຊັບພະຍາດກອນທໍາມະຊາດ ແລະ ສິ່ງແວດລ້ອມ, ສະພາປະຊາຊົນແຂວງ ແລະ ພະແນກພາຍໃນແຂວງເຂົ້າຮ່ວມ #ພາບ-ຂ່າວ: ພະແນກສາທາລະນະສຸກແຂວງຈຳປາສັກ

ອ່ານ​ເພີ່ມ

 

ກອງປະຊຸມຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດວຽກງານການໃຫ້ວັກຊິນກັນພະຍາດທົ່ວແຂວງຈຳປາສັກ

10/01/2024

ກອງປະຊຸມຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດວຽກງານການໃຫ້ວັກຊິນກັນພະຍາດທົ່ວແຂວງຈຳປາສັກ

#ກອງປະຊຸມຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດວຽກງານການໃຫ້ວັກຊິນກັນພະຍາດທົ່ວແຂວງຈຳປາສັກ ກອງປະຊຸມຈັດຂື້ນຢູ່ທີ່ຫ້ອງປະຊຸມຈຳປາຫອມພະແນກສາທາລະນະສຸກແຂວງ ໃນຄັ້ງວັນທີ 9 ພະຈິກ2023 ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ດຣ ວຽງສີ ສຸພັກດີ ຫົວໜ້າພະແນກສາທາລະນະສູກແຂວງ, ມີຜູ້ເຂົ້າ ຮ່ວມຈາກ ອົງການອະນໄມໂລກ, ອົງການ ຈາຍ, ອົງການ ຢູນີເຊັບ, ໂຮງໝໍຈຳປາສັກ, ວສຈ, ຂະແໜງອະນາໄມແລະສົ່ງເສີມສຸຂະພາບ,ຕ່າງໝ້າຂະແໜງບໍລິຫານ, ຊະແໜງປິ່ນປົວ ມີຫົວໜ້າ/ຄະນະຫ້ອງການສາທາ ລະນະສຸກ ,ໜ່ວຍງານສົ່ເສີມສຸຂະພາບ,ຜູ້ຮັບຜິດຊອບວຽກງານໃຫ້ວັກຊິນກັນພະຍາດ 9ເມືອງ1ນະຄອນເຂົ້າຮ່ວມ: ຈຸດປະສົງຂອງກອງປະຊຸມເພື່ອລາຍງານຄືນຜົນການຈັດຕັ້ງປະຕິບັດວຽກງານການໃຫ້ວັກຊິນກັນພະຍາດໃນທົ່ວແຂວງໃນໄລຍະ1 ປີຜ່ານມາສົກປີ2023,ເພື່ອຕີລາຄາລວມ, ຊອກຫາບັນຫາໃນຈັດຕັ້ງປະຕິບັດທີ່ບໍ່ທັນບັນລຸຕາມຄາດໝາຍໂດຍລົງເລິກເຈາະຈີ້ມແຕ່ລະເມືອງ, ແຕ່ລະໂຮງໝໍນ້ອຍ ເພື່ອໃຫ້ແຕ່ລະເມືອງຮູ້ໄດ້ເຖີງວີທີວິເຄາະບັນຫາທີ່ເກີດຂື້ນໃນແຕ່ລະ ເມືອງ, ແນະນຳວິທີການສົມທຽບຄວາມແຕກ ຕ່າງຂອງຂໍ້ມູນລະຫວ່າງປື້ນບັນທຶກກັບໃນລະບົບຖານຂໍ້ມູນສາທາລະນະສຸກ(DHIS2) ຕາມ ໂຄງປະກອບຂອງການລາຍງານຖານຂໍ້ມູນໃຫ້ເປັນລະບົບໂດຍຖືເອົາ ຄວາມຖືກຕ້ອວ, ຄົບຖ້ວນ ແລະ ທັນເວລາ, ແນະນຳບາດກ້າວໃນການຊຸກຍູ້ຊຸມຊົນເພື່ອໃຫມີສ່ວນຮ່ວມໃນການຈັດຕັ້ງປະຕິບັດວຽກງານການໃຫ້ວັກຊິນກັນພະຍາດໃນແຂວງຈຳປາສັກບັນລຸຕາມຄາດໝາຍ, ໃນຄາບແລງ ກອງປະຊຸມຍັງໄດ້ທົບທວນຄີນເຖິງບັນຫາ, ສາເຫດ ຂອງແມ່ຍີງທີ່ເສຍຊີວິດ ໃນເວລາຖືພາ, ເວລາເກີດລູກ ແລະ ຫຼັງເກີດລູກເພື່ອຫາວິທີແກ້ໄຂໃຫ້ທັນກັບສະພາບການຕົວຈິງອີກດ້ວຍ ພາບ-ຂ່າວ: ພະແນກສາທາລະນະສຸກແຂວງຈຳປາສັກ

ອ່ານ​ເພີ່ມ

 

ກອງປະຊຸມປຶກສາຫາລຶກະກຽມຄວາມພ້ອມໃນການປະກາດແຂວງຈຳປາສັກກາຍເປັນແຂວງຢຸດຕິການຖ່າຍຊະຊາຍ

03/01/2024

ກອງປະຊຸມປຶກສາຫາລຶກະກຽມຄວາມພ້ອມໃນການປະກາດແຂວງຈຳປາສັກກາຍເປັນແຂວງຢຸດຕິການຖ່າຍຊະຊາຍ

ກອງປະຊຸມປຶກສາຫາລຶກະກຽມຄວາມພ້ອມໃນການປະກາດແຂວງຈຳປາສັກກາຍເປັນແຂວງຢຸດຕິການຖ່າຍຊະຊາຍ ກອງປະຊຸມດັ່ງກ່າວຈັດຂື້ນຢູ່ທີ່ພະແນກສາທາລະນະສຸກແຂວງ ຂອງວັນທີ 03 ມັງກອນ 2024 ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈຳປາສັກ, ມີທ່ານ ຄະນະອະນຸກຳມະການຂັ້ນແຂວງສາຍຕັ້ງແລະສາຍຂວາງທີ່ກ່ຽວຂ້ອງເຂົ້າຮ່ວມ: ກອງປະຊຸມໄດ້ລຫຄົ້ນຄວ້າກ່ຽວກັບການກະກຽມດ້ານເນື້ອໃນແລະບາດກ້າວແຕ່ລະດ້ານເຊັ່ນ: ກະກຽມດ້ານເນື້ອໃນ, ກະກຽມດ້ານການກຳນົດຜູ້ເຂົ້າ ຮ່ວມ, ກຳນົດວາລະແລະພິທີການດຳເນີນ,ດ້ານສີລະປະ ແລະ ອື່ນໆເພື່ອໃຫ້ແຕ່ລະອະນຸກຳມະການກະກຽມຕາມພາລະບົດບາດຂອງຕົນ,

ອ່ານ​ເພີ່ມ

 

 

 

ລະບົບຂໍ້ມູນຂ່າວສານດ້ານສຸຂະພາບ ສປປລາວ
ຂໍ້ມູນຄຸນນະພາບອາກາດປະຈໍາວັນ
ລາຍງານພະຍາດໄຂ້ຍຸງລາຍ
ຂ່າວສານສາທາລະນະສຸກ ແຂວງຈຳປາສັກ