ໜ່ວຍພັກອະນາໄມ ແລະ ສົ່ງເສີມສຸຂະພາບປະເມີນເປັນໜ່ວຍພັກປອດໃສ, ເຂັ້ມແຂງ ໜັກແໜ້ນ
---------============---------
#ໃນຕອນບ່າຍວັນທີ 13 ພະຈິກ 2024, ໄດ້ມີກອງປະຊຸມປະເມີນໜ່ວຍພັກໜ່ວຍພັກອະນາໄມ ແລະ ສົ່ງເສີມສຸຂະພາບ ທີ່ຂຶ້ນກັບຄະນະພັກຮາກຖານພະແນກສາທາລະນະສຸກແຂວງຈຳປາສັກ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈຳປີ 2024. ໂດຍເປັນປະທານຮ່ວມຂອງ ສະຫາຍ ດຣ ວຽງສີ ສຸພັກດີ ກຳມະການພັກແຂວງ,ເລຂາຄະນະພັກຮາກຖານ ຫົວໜ້າພະແນກສາທາລະນະສຸກ ແຂວງ, ສະຫາຍ ສີບຸນຍັງ ຊາທອງຍົດ ຫົວໜ້າຂະແໜງກວດກາພັກ,ຄະນະກຳມະການປະເມີນຜົນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນຂັ້ນແຂວງ, ສະຫາຍ ນາງ ຈັນທະຈອນ ເທບ ວົງສາ ຮອງເລຂາໜ່ວຍພັກ,
ມີ, ເລຂາ - ຮອງເລຂາໜ່ວຍພັກ, ຄະນະໜ່ວຍພັກ ທີ່ຂຶ້ນກັບກັບຄະນະພັກຮາກຖານພະແນກສາທາລະນະສຸກແຂວງ, ຕາງໜ້າອົງການຈັດຕັ້ງມະຫາຊົນ ຊາວໜຸ່ມ, ແມ່ຍິງ, ກໍາມະບານ ພ້ອມດ້ວຍສະມາຊິກພັກ ພາຍໃນໜ່ວຍພັກດັ່ງກ່າວ ເຂົ້າຮ່ວມ.
#ໃນກອງປະຊຸມ,ສະຫາຍ ນາງ ຈັນທະຈອນ ເທບ ວົງສາ ຮອງເລຂາໜ່ວຍພັກ, ໄດ້ລາຍງານຫຍໍ້ບາດກ້າວ, ຂັ້ນຕອນການກະກຽມ ແລະ ດໍາເນີນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈໍາປີ 2024 ແລະ ຜ່ານບົດສຳຫຼວດການນໍາພາລວມຂອງຄະນະໜ່ວຍພັກ,ສະຫາຍ ນາງ ຈັນມີນາ ອຸດທິກອນ ປະທານກວດກາໜ່ວຍພັກ ໄດ້ຜ່ານບົດສະຫຼຸບການກໍ່ສ້ງໜ່ວຍພັກປອດໃສ, ເຂັ້ມແຂງແລະ ໜັກແໜ້ນ ປະຈຳປີ 2024.ທິດທາງນຳພາປີ 2025.
ໜ່ວຍພັກອະນາໄມ ແລະ ສົ່ງເສີມສຸຂະພາບ ສ້າງຕັ້ງຂື້ນໃນຄັ້ງວັນທີ 14 ພະຈິກ 2019 ເປັນໜ່ວຍພັກໜື່ງທີ່ຂຶ້ນກັບຄະນະພັກຮາກຖານພະແນກສາທາລະນະສຸກແຂວງ, ທັງເປັນເສນາທິການໃຫ້ແກ່ຄະນະພັກຂັ້ນເທິງ ໃນການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ ແລະ ແຜນພັດທະນາສາ ທາລະນະສຸກ ລົງສູ່ຂັ້ນຮາກຖານປະຊາຊົນໃນທົ່ວແຂວງຈໍາປາສັກ; ໜ່ວຍພັກອະນາໄມ ແລະ ສົ່ງເສີມສຸຂະພາບ ມີພາລະບົດບາດ-ໜ້າທີ່ໃນການເຄື່ອນໄຫວຈັດຕັ້ງປະຕິບັດແຜນງານອະນາໄມ ແລະ ສົ່ງເສີມສຸຂະພາບ ສຸມໃສ່ຈັດຕັ້ງປະຕິບັດເພື່ອບັນລຸຄາດໝາຍ 10 ຕົວຊີ້ບອກທີສະພາແຫ່ງຊາດຮັບຮອງ ຂອງຂະແໜງການສາທາລະນະສຸກ ເຊິ່ງແມ່ນດັດສະນີໝາຍດ້ານສຸຂະພາບ ປະກອບສ່ວນຢ່າງຕັ້ງໜ້າໃນການຫຼຸດຜ່ອນອັດຕາການຕາຍຂອງແມ່ ແລະ ເດັກ,ການຂາດສານອາຫານຂອງເດັກຕໍ່າ ກວ່າ 5 ປີ ໃຫ້ນັບມື້ຫຼຸດລົງເທື່ອລະກ້າວ ປະຊາຊົນມີສຸຂະພາບດີມີອາຍຸຍືນຍາວ.
ຈາກຜົນງານການນຳພາ - ຊີ້ນໍາວຽກງານ 1 ປີຜ່ານມາ ຕາມ 5 ຫຼັກການ 3 ທິດນຳຂອງພັກ ສາມາດຕີລາຄາຈັດປະເພດສະມາຊິກພັກ ປະເພດ ແຂງ 100% ຕີລາຄາປະເພດໜ່ວຍພັກ ເຂັ້ມແຂງ. ຈາກນັ້ນ, ຄະນະກຳມະການປະເມີນຜົນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນຂັ້ນແຂວງ ກໍໄດ້ປະກອບຄໍາເຫັນ ຕໍ່ບົດສະຫຼຸບ ແລະ ບົດສໍາຫຼວດການນໍາພາລວມຂອງຄະນະໜ່ວຍພັກ ເພື່ອນໍາສະເໜີຄະນະພັກ - ຂັ້ນເທີງຄົ້ນຄວ້າອະນຸມັດ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈໍາປີ 2024 ໃນໂອກາດຕໍ່ໄປ.
ຕອນທ້າຍກອງປະຊຸມ ດຣ ວຽງສີ ສຸພັກດີ ກຳມະການພັກແຂວງ,ເລຂາຄະນະພັກຮາກຖານ ຫົວໜ້າພະແນກສາທາລະນະສຸກ ແຂວງ,ປະທານກອງປະຊຸມ ກໍມີຄໍາເຫັນໂອ້ລົມຊີ້ທິດເຍືອງທາງ ໃນການນຳພາຕື່ມອີກ.
ເກດສະໜາ ແກ້ວສຸວັນນະແສງ
ຂ່າວສານ ພະແນກສາທາລະນະສຸກແຂວງຈຳປາສັກ
ອ່ານເພີ່ມ