ຊາວໝຸ່ມ
ຄົ້ນ​ຫາ​ໃນ​ໜ້ານີ້

ໜ່ວຍຊາວໜຸ່ມຫ້ອງການບໍລິຫານ ພະແນກສາທາລະນະສຸກ ສຳເລັດກອງປະຂຸມໃຫ່ຍຄັ້ງທີ III

ໜ່ວຍຊາວໜຸ່ມຫ້ອງການບໍລິຫານ ພະແນກສາທາລະນະສຸກ ສຳເລັດກອງປະຂຸມໃຫ່ຍຄັ້ງທີ III

#ໜ່ວຍຊາວໜຸ່ມຫ້ອງການບໍລິຫານ ພະແນກສາທາລະນະສຸກ ສຳເລັດກອງປະຂຸມໃຫ່ຍຄັ້ງທີ III ====////==== ກອງປະຂຸມໃຫ່ຍຄັ້ງທີ III ຂອງໜ່ວຍຊາວໜຸ່ມ ຫ້ອງການບໍລິຫານ ພະແນກສາທາລະນະສຸກ ແຂວງ ຈໍາປາສັກ ຈັດຂຶ້ນໃນວັນທີ 19 ມີຖຸນາ 2024 ນີ້ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ດຣ ຈັນສະໝອນ ທະນະບົວສີ ຄະນະພັກຮາກຖານ ພະແນກສາທາລະນະສຸກ ແຂວງ, ສະຫາຍ ແສງອຸໄທ ບຸນບັນຈົບ ຮອງເລຂາຮາກຖານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ພະແນກສາທາລະນະສຸກ,ສະຫາຍນາງ ຈັນມີນາ ອຸທິກອນ ເລຂາໜ່ວຍຊາວໝຸ່ມຫ້ອງການບໍລິຫານ ພະແນກສາທາລະນະສຸກ,ມີຕາງໜ້າອົງການຈັດຕັ້ງກຳມະບານ,ແມ່ຍິງເລຂາຮອງເລຂາໜ່ວຍຊາວໜຸ່ມ ທີ່ຂຶ້ນກັບຮາກຖານ ພ້ອມດ້ວຍສະມາຊິກຊາວໜຸ່ມພາຍໃນໜ່ວຍເຂົ້າຮ່ວມ. ໃນພິທີ ສະຫາຍ ແສງອຸໄທ ບຸນບັນຈົບ ຮອງເລຂາ ຮາກຖານຊາວໜຸ່ມ ພະແນກສາທາລະນະສຸກ ໄດ້ຜ່ານມະຕິຕົກລົງຂອງຮາກຖານຊາວໝຸ່ມພະແນກສາທາລະນະສຸກ ວ່າດ້ວຍການອະນຸມັດໃຫ້ໜ່ວຍຊາວໝຸ່ມຫ້ອງການບໍລິຫານພະແນກສາທາລະນະສຸກ ເປີດກອງປະຊຸມໃຫ່ຍ ຄັ້ງທີ 3 ,ຈາກນັ້ນ ສະຫາຍນາງ ຈັນມີນາ ອຸທິກອນ ເລຂາໜ່ວຍຊາວໝຸ່ມຫ້ອງການບໍລິຫານ ພະແນກສາທາລະນະສຸກ ໄດ້ກ່າວເປີດກອງປະຊຸມ ພ້ອມທັງຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຂອງຄະນະບໍລິຫານງານຊາວໝຸ່ມແລະ ທິດທາງແຜນການຕໍ່ໜ້າ ໃນນັ້ນສະຫາຍເລຂາໜ່ວຍໄດ້ຍົກໃຫ້ເຫັນສະພາບລວມການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ2 ເປັນຕົ້ນແມ່ນຜົນສຳເລັດຂອງການນໍາພາ ທາງດ້ານການເມືອງແນວຄິດ,ວຽກງານປັບປຸງກໍ່ສ້າງການຈັດຕັ້ງຊາວໝຸ່ມ,ວຽກງານຂະບວນການ,ວຽກງງານປົກປ້ອງສິດຜົນປະໂຫຍດຂອງຊາວໝຸ່ມ,ການສົ່ງເສີມວິຊາຊິບ,,ການຈັດຕັ້ງປະຕິບັດແຜນພັດທະນາວຽກງງານຊາວໜຸ່ມ ຕິດພັນກັບຂໍ້ແຂ່ງຂັນ 4 ບຸກຂອງຊາວໝຸ່ມ ຜ່ານການຊີ້ນຳ-ນຳພາ ເຮັດໃຫ້ສະມາຊິກຊາວໝຸ່ມມີແນວຄິດການເມືອງໜັກແໜ້ນ ເຊື່ອໜັ້ນຕໍ໋ການນໍພາຂອງພັກແລະການຈັດຕັ້ງທຸກຂັ້ນ,ມີຄວາມສາມັກຄີພາຍໃນ,ມີນໍ້າໃຈຮັກຊາດ,ມີຄວາມຫ້າວຫັນໃນການຈັດຕັ້ງປະຕິບັດວຽກງານທີ່ຕົ້ນຮັບພິຊອບ ດ້ວຍຜົນສຳເລັດສູງເຊີ່ງສະແດງອອກໃນ5ປີຜ່ານມາໄດ້ມີສະມາຊິກຊາວໝຸ່ມໄດ້ຮັບຫຼຽນໄຊແຮງງານຊັ້ນ3 ໜື່ງສະຫາຍ,ຫຼຽນກາແຮງງານ 7 ສະຫາຍ,ຍິງ 4 ສະຫາຍ,ໃບຍ້ອງຍໍຈາກລັດຖະບານ 18 ສະຫາຍ,ຍິງ 10 ສະຫາຍ,ໃບຍ້ອງຍໍສູນກາງຊາວໝຸ່ມ 39 ສະຫາຍ,ຍິງ 22 ສະຫາຍ,ໃບຍ້ອງຊາວໝຸ່ມແຂວງ 88 ເທືອສະຫາຍ,ຍິງ 48 ສະຫາຍ, ແລະໄດ້ກວດກາປະເມີນຜົນເປັນໜ່ວຍ ຊາວໜຸ່ມ 4 ບຸກໃນທຸກໆປີ, ສ່ວນທິດທາງໃນຕໍ່ໜ້າຄະນະໜ່ວຍຈະໃດ້ເອົາໃຈໃສ່ສືບຕໍ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 3 ໃຫ້ມີຜົນສຳເລັດສູງ,ນໍາພາຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກໃຫ້ດີຂື້້ນ ເພື່ອຮັກສານາມມະຍົດ,ປັບປຸງກໍ່ສ້າງສ້າງການຈັດຕັ້ງຊາວໝຸ່ມໃຫ້ເຕີບໃຫ່ຍເຂັ້ມແຂງຂື໊ນເທືອລະກ້າວ,ເຕົ້າໂຮມຄວາມສະມະຄີແລະສ້າງຊາວໝຸ່ມໃຫ້ກາຍເປັນບຸກຄົນທີ່ມີຄຸນສົມບັດ,ມີຄວາມຮູ້ຄວາມສາມາດເປັນຜູ້ສືບທອດທີ່ຂອງພັກ. ກອງປະຊຸມໄດ້ມີການປ່ອນບັດຄັດເລືອກເອົາຄະນະໜ່ວຍຊາວໝຸ່ມຊຸດໃໝ່ ເຊິ່ງມີຜູ້ລົງສະໜັກເລືອກຕັ້ງ 7 ສະຫາຍ, ເລືອກເອົາ 5 ສະຫາຍ ຜ່ານການປ່ອນບັດ ແລະ ຜົນກອງປະຊຸມຄັ້ງປະຖົມມະລືກໄດ້ເປັນເອກະພາບເລືອເອົາ ສະຫາຍ ຄຳປະສົງ ດາລາວົງ ເປັເລຂາໜ່ວຍຊາວໝຸ່ມຫ້ອງການບໍລິຫານ ພະແນກສາທາລະນະສຸກແຂວງຊຸດທີ3, ສະຫາຍ ກິຄຳ ສີສັງວອນ ເປັນຮອງເລຂາ,ສະຫາຍ ນາງ ໃບມອນ ປະສວຍໂພສີນາ ເປັນປະທານກວດກາ ,ສະຫາຍ ນາງ ຂຽວສົມພອນ ບຸຜາວົງ ແລະ ສະຫາຍ ຫົງຄຳ ພອນບັນດິດ ເປັນຄະນະ. ກອງປະຊຸມຍັງໄດ້ຮັບຟັງການມີຄຳເຫັນໂອ້ລົມຊີ້ທິດເຢືອງທາງແກ່ຄະນະໜ່ວຍຊາວມໝຸ່ມຊຸດໃໝ່ ຈາກສະຫາຍ ດຣ ຈັນສະໜອນ ທະນະບົວສີ ຄະນະພັກຮາກຖານພະແນກສາທາລະນະສຸກ ແລະ ສະຫາຍ ແສງອຸໄທ ບຸນບັນຈົບ ຮອງເລຂາຮາກຖານຊາວໜຸ່ມ ພະແນກສາທາລະນະສຸກ ອີກດ້ວຍ. ຂ່າວ: ພັນປະສົງ ພາບ: ຈັນທະວີສັກ ພູວັນ ສີໂສພາ

ອ່ານ​ເພີ່ມ

 

ກອງປະຊຸມໃຫຍ່ ຄັ້ງທີ  II  ຂອງໜ່ວຍ ຊາວໜຸ່ມອາຫານ ແລະ ຢາ ພະແນກສາທາລະນະສຸກ ແຂວງຈຳປາສັກ.

ກອງປະຊຸມໃຫຍ່ ຄັ້ງທີ II ຂອງໜ່ວຍ ຊາວໜຸ່ມອາຫານ ແລະ ຢາ ພະແນກສາທາລະນະສຸກ ແຂວງຈຳປາສັກ.

#ກອງປະຊຸມໃຫຍ່ ຄັ້ງທີ II ຂອງໜ່ວຍ ຊາວໜຸ່ມອາຫານ ແລະ ຢາ ພະແນກສາທາລະນະສຸກ ແຂວງຈຳປາສັກ. ກອງປະຊຸມໃຫຍ່ ຄັ້ງທີ II ຂອງໜ່ວຍຊາວໜຸ່ມອາຫານ ແລະ ຢາ ພະແນກສາທາລະນະສຸກ ແຂວງຈຳປາສັກ. ໄດ້ໄຂຂຶ້ນ ແລະ ສຳເລັດລົງໃນວັນທີ 5 ມິຖຸນາ 2024 ນີ້ ທີ່ ້ອງປະຊຸມພະນກສາທາລະນະສຸກ ແຂວງຈຳປາສັກ ໂດຍເປັນປະທານຂອງ ສະຫາຍ ວຽງທອງ ເທບວົງສາ ຮອງເລຂາໜ່ວຍພັກ ອາຫານ ແລະ ຢາ,ສະຫາຍ ແສງອຸໄທ ບຸນບັນຈົບ ຄະນະຊາວໜຸ່ມຮາກຖານພະນກສາທາລນະສຸກ,ສະຫາຍ ສຸວັນຄຳ ວັນມີໄຊ ເລຂາຄະນະໜ່ວຍຊາວໜຸ່ມ ອາຫານ ແລະ ຢາ,ມີຄະນະໜ່ວຍຊາວໜຸ່ມ,ສະມາຊິກຊາວໜຸ່ມ ແລະ ແຂກ ເຊີນເຂົ້າຮ່ວມ. ສະຫາຍ ສຸວັນຄຳ ວັນມີໄຊ ເລຂາຄະນະໜ່ວຍຊາວໜຸ່ມ ອາຫານ ແລະ ຢາ,ໄດ້ກ່າວໄຂກອງປະຊຸມວ່າ: ກອງປະຊຸມໃນຄັ້ງນີ້ ໄດ້ເປີດຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວກອງທັບທົ່ວປວງຊົນລາວທັງ ຊາດເວົ້າລວມ, ເວົ້າສະເພາະແມ່ນປະຊາຊົນຊາວແຂວງຈໍາປາສັກ ໄດ້ຂຸ້ນຂ້ຽວອອກແຮງແຂ່ງຂັນກັນ ຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ຄັ້ງທີ XI ຂອງສູນກາງພັກ, ມະຕິ VIII ຂອງອົງຄະນະພັກແຂວງ ແລະ ມະຕິ VIII ຂອງສູນກາງຊາວໜຸ່ມ ຄໍາສັ່ງ 01, 09, 03 ວ່າດ້ວຍການສ້າງບ້ານ ແລະ ກຸ່ມບ້ານພັດທະນາ ແລະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິ ສັງຄົມຂອງແຂວງ ຢ່າງເປັນຂະບວນຟົດຟື້ນ, ພ້ອມດຽວກັນນີ້ກໍຢູ່ໃນໄລຍະທີ່ພວກເຮົາພວມຂຸ້ນຂ້ຽວສ້າງຜົນງານຂໍ່ານັບຮັບ ຕ້ອນວັນສໍາຄັນຕ່າງໆຂອງຊາດ, ເຊິ່ງໃນນັ້ນຊາວໜຸ່ມໜ່ວຍອາຫານ ແລະ ຢາ ພະແນກສາທາລະນະສຸກຊາວ ພວກເຮົາ ກໍມີ ພາລະໜ້າທີ່ອັນໜັກໜ່ວງ ເຂົ້າໃນວຽກງານດັ່ງກ່າວ ໃຫ້ບັນລຸຈຸດປະສົງຕາມລະດັບຄາດໝາຍທີ່ພັກ ແລະ ລັດວາງໄວ້. ກອງປະຊຸມຄັ້ງນີ້ ໄດ້ສັງເກດຕີລາຄາວຽກງານຊາວໜຸ່ມ ພາຍໃນໜ່ວຍໃນໄລຍະ 5 ປີຜ່ານມາ ເປັນຕົ້ນການປະຕິບັດວຽກງານຮອບດ້ານຕິດພັນກັບການປະຕິບັດ ຂໍ້ແຂ່ງຂັນ 4 ບຸກ,ເຮັດໃຫ້ໜ່ວຍຊາວໜຸ່ມໄດ້ຮັບໃບຢັ້ງຢືນໜ່ວຍ 4 ບຸກ ໃນທຸກໆປີ.ຈາກນີ້ກໍໄດວາງທິດທາງ ແຜນການ 5 ປີຕໍ່ໜ້າ.ພິເສດສຳຄັນມີການປ່ອນບັດຄັດເລືອກເອົາຄະນະໜ່ວຊາວໜຸ່ມຊຸດໃໝ່ ຊຶ່ງມີຜູ້ສະໝັກ 5 ສະຫາຍ ເລືອກເອົາ 3 ສະຫາຍ ຜ່ານການປ່ອນບັດ ແລະ ດຳເນີນກອງປະຊຸມໃຫຍ່ຄັ້ງປະຖົມມະລຶກ ເລືອກໄດ້ ສະຫາຍ ວຽງດາວັນ ຂຸນສົມບັດ ເປັນເລຂາ, ສະຫາຍ ນາງ ລຳໄພ ພາເຮືອງ ເປັນຮອງເລຂາ , ສະຫາຍ ນາງ ລັດສະໝີ ຈະເລີນວົງ ເປັນຄະນະ ທັງແມ່ນປະທານກວດກາ, ພິເສດກອງປະຊຸມໃຫຍ່ຄັ້ງນີ້ ຍັງໄດ້ຮັບຟັງທິດຊີ້ນຳຈາກ ສະຫາຍ ແສງອູໄທ ບຸນບັນຈົບ ຄະນະຮາກຖານຊາວໜຸ່ມພະແນກສາທາລະນະສຸກແຂວງ ປະທານກອງປະຊຸມໃນຄັ້ງນີ້ ຕື່ມອີກ. ເກດສະໜາ ແກ້ວສຸວັນນະແສງ ພູວັນ ສີໂສພາ ພະແນກສາທາລະນະສຸກແຂວງຂຳປາສັກ

ອ່ານ​ເພີ່ມ

 

 

 

ລະບົບຂໍ້ມູນຂ່າວສານດ້ານສຸຂະພາບ ສປປລາວ
ຂໍ້ມູນຄຸນນະພາບອາກາດປະຈໍາວັນ
ລາຍງານພະຍາດໄຂ້ຍຸງລາຍ
ຂ່າວສານສາທາລະນະສຸກ ແຂວງຈຳປາສັກ