ກຳມະບານໂຮງງານຜະລິດຢາ ຊີບີເອຟ ປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ຕິດພັນກັບການຜະລິດຢາເປັນສິນຄ້າ
#ກຳມະບານໂຮງງານຜະລິດຢາ ຊີບີເອຟ ປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ຕິດພັນກັບການຜະລິດຢາເປັນສິນຄ້າ -----========----- #ສະຫາຍ ສົມໄຊ ຫົງສະຫວາດ ປະທານສະຫະພັນກໍາມະບານຮາກຖານໂຮງງານຜະລິດຢາ ຊີບີເອຟ ລາຍງານຕໍ່ກອງປະຊຸມໃຫຍ່ ຜູ້ແທນສະຫະພັນກໍາມະບານທົ່ວແຂວງຈໍາປາສັກ ຄັ້ງທີ IX ທີ່ຈັດຂຶ້ນໃນທ້າຍເດືອນມີນາ 2025 ທີ່ຜ່ານມາ ກ່ຽວກັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ຕິດພັນກັບການຜະລິດຢາເປັນສິນຄ້າ ວ່າ: ພາຍໃຕ້ການນໍາພາ - ຊີ້ນຳ ອັນສະຫຼາດສ່ອງໃສຂອງຄະນະໜ່ວຍພັກໂຮງງານຜະລິດຢາ ຊີບີເອຟ ແລະ ຄະນະສະຫະພັນກຳມະບານແຂວງ, ກໍາມະບານໂຮງງານຜະລິດຢາ ຊີບີເອຟ ໄດ້ປະສານສົມທົບຢ່າງກົມກຽວກັບອົງການຈັດຕັ້ງຊາວໜຸ່ມ, ແມ່ຍິງ, ການຈັດຕັ້ງພາກ - ລັດ ກໍຄືພະນັກງານ - ກຳມະກອນທົ່ວໂຮງງານ, ສ້າງຄວາມສາມັກຄີ ເປັນປຶກແຜ່ນໃນການນຳພາ - ຊີ້ນຳ ເຮັດໃຫ້ອົງການຈັດຕັ້ງກຳມະບານ ພາຍໃນໂຮງງານມີຄວາມໜັກແໜ້ນ, ເຂັ້ມແຂງທາງດ້ານການເມືອງ - ແນວຄິດ ແລະ ການຈັດຕັ້ງ, ສ້າງໃຫ້ສະມາຊິກກຳມະບານ, ກຳມະກອນຊາວຜູ້ອອກແຮງງານ ຮັກສາໄດ້ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ຕິດພັນກັບຂໍ້ແຂ່ງຂັນ ຮັກຊາດ ແລະ ພັດທະນາ, 2 ວາລະແຫ່ງຊາດ ແລະ ເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ
ອ່ານເພີ່ມ
ແຂວງຈຳປາສັກ ສຳເລັດກອງປະຊຸມໃຫຍ່ຜູ້ແທນສະຫະພັນກຳມະບານທົ່ວແຂວງ ຄັ້ງທີ IX
#ແຂວງຈຳປາສັກ ສຳເລັດກອງປະຊຸມໃຫຍ່ຜູ້ແທນສະຫະພັນກຳມະບານທົ່ວແຂວງ ຄັ້ງທີ IX -----======----- #ວັນທີ 20 ມີນາ 2025, ສະຫະພັນກໍາມະບານແຂວງຈໍາປາສັກ ໄດ້ດໍາເນີນກອງປະຊຸມໃຫຍ່ ຜູ້ແທນສະຫະພັນກຳມະບານທົ່ວແຂວງ ຄັ້ງທີ IX ຂຶ້ນຢ່າງເປັນທາງການສະໂມສອນແຂວງ ຫຼັກ 4 ນະຄອນປາກເຊ ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຈຳປາສັກ, ສະຫາຍ ນາງ ອະລິຍະວັນ ອັກຄະວົງ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ, ສະຫາຍ ສອນສະຫວັນ ສີວິໄລ ກໍາມະການພັກແຂວງ ປະທານຄະນະບໍລິຫານງານສະຫະພັນກໍາມະບານແຂວງ, ສະຫາຍ ສາທິດ ປັດສາພັນ ຮອງເລຂາໜ່ວຍພັກ ຮອງຫົວໜ້າຄະນະຈັດຕັ້ງແຂວງ. ມີການນໍາແຂວງ, ການນໍາກົມຕ່າງໆທີ່ກ່ຽວຂ້ອງ ຈາກສູນກາງສະຫະພັນກໍາມະບານລາວ, ການນໍາພະແນກການກົມກອງອ້ອມຂ້າງແຂວງ, ການນໍານະຄອນປາກເຊ, ການນໍາ 9 ເມືອງ, ອະດີດການນໍາສະຫະພັນກໍາມະບານແຂວງ ແລະ ຜູ້ແທນສົມບູນເຂຂົ້າຮ່ວມທັງໝົດ 169 ສະຫາຍ, ຍິງ 40 ສະຫາຍ ເຊິ່ງເປັນຕົວແທນໃຫ້ສະມາຊິກກຳມະບານທົ່ວແຂວງ 14.352 ສະຫາຍ.
ອ່ານເພີ່ມ
ຂະບວນການອອກແຮງງານລວມຂອງສະຫະພັນກຳມະບານຂົງເຂດສາທາລະນະສຸກແຂວງຈຳປາສັກ ຕາມເສັ້ນທາງວົງວຽນຕະຫຼາດດາວເຮືອງ ຫາເສັ້ນທາງ ມສ ປາກເຊ ເພື່ອຕ້ອນຮັບກອງປະຊຸມໃຫຍ່ສະພັນກຳມະບານແຂວງ ແລະ ກອງປະຊຸມໃຫຍ່3ຂັ້ນອົງຄະນະພັກແຂວງ. ວັນທີ 27 ກັນຍາ 2024
ຂະບວນການອອກແຮງງານລວມຂອງສະຫະພັນກຳມະບານຂົງເຂດສາທາລະນະສຸກແຂວງຈຳປາສັກ ຕາມເສັ້ນທາງວົງວຽນຕະຫຼາດດາວເຮືອງ ຫາເສັ້ນທາງ ມສ ປາກເຊ ເພື່ອຕ້ອນຮັບກອງປະຊຸມໃຫຍ່ສະພັນກຳມະບານແຂວງ ແລະ ກອງປະຊຸມໃຫຍ່3ຂັ້ນອົງຄະນະພັກແຂວງ. ວັນທີ 27 ກັນຍາ 2024
ອ່ານເພີ່ມ
ຂະຍວນການແຂ່ງຂັນກິລາບານເຕະຟຸດຊໍ ຊີງຂັນເຈົ້າແຂວງຈຳປາສັກ ເພື່ອຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ IX ຜູ້ແທນສະຫະພັນກຳມະບານທົ່ວແຂວງຈຳປາສັກ
#ຂະຍວນການແຂ່ງຂັນກິລາບານເຕະຟຸດຊໍ ຊີງຂັນເຈົ້າແຂວງຈຳປາສັກ ເພື່ອຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ IX ຜູ້ແທນສະຫະພັນກຳມະບານທົ່ວແຂວງຈຳປາສັກ,ຂະບວນການດັ່ງກ່າວເປີດຂື້ນໃນວັນທີ 30 ສີງຫາ 2024 ຢູ່ເດີນບານເຕະຟຸດຊໍ ໂພນງາມ, ໃຫ້ກຽດກ່າວເປີດການແຂ່ງຂັນ ໂດຍ ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາພັກແຂວງເຈົ້າໆຈຳປາສັກ,ເຂົ້າຮ່ວມມີ ທ່ານ ສອນສະຫວັນ ສີວິໄລກຳມະການພັກແຂວງ ປະທານຄະນະບໍລິຫານງານສະຫະພັນກຳມະບານແຂວງຈຳປາສັກ,ນອກນີ້ຍັງມີຄະນະປະທານສະຫະພັນກຳມະບານແຂວງ,ປະທານ,ຮອງປະທານສະຫະພັນກຳມະບານຂະແໜງການ ແລະ 1 ນະຄອນ,ພ້ອມດ້ວຍກອງເຊຍ,ກອງຊົມຈາກສະຫະພັນກຳມະບານທີເຂົ້າຮ່ວມແຂ່ງຂັນ. #ສຳລັບຜົນການແຂ່ງຂັນກິລາບານເຕະຟຸດຊໍຣຊີງຂັນທ່ານເຈົ້າແຂວງຈຳປາສັກ,ເພື່ອຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີIX ຜູ້ແທນສະຫະພັນກຳມະບານທົ່ວແຂວງຈຳປາສັກ,ທິມອັນລັບ 1 ໄດ້ແກ່ທິມ ສະຫະພັນກຳມະບານປ້ອງກັນຄວາມສະຫງົບແຂວງ ໄດ້ຮັບຂັນລາງວັນ 1 ໜ່ວຍ ພ້ອມດ້ວຍເງິນສົດ 5,000,000 ກີບ,ທິມອັນດັບ 2 ໄດ້ແກ່ທິມສະຫະພັນກຳມະບານໂຮງງານຜະລິດຢາ CBF ໄດ້ຮັບເງິນສົດ 3,000,000 ກີບ ແລະ ທິມອັນດັບທີ 3 ໄດ້ແກ່ທິມ ສະຫະພັນກຳມະບານນະຄອນປາກເຊ ໄດ້ຮັບເງິນສົດ 2,000,000 ກີບໃຫ້ກຽດມອບລາງວັນຂອງ ສະຫາຍ ໂສມ ບຸດຕະກຸນ ຄະນະປະຈຳພັກ ຮອງເຈົ້າແຂວງໆຈຳປາສັກ.
ອ່ານເພີ່ມ
ສະຫະພັນກໍາມະບານຂົງເຂດສາທາລະນະສຸກ ແຂວງຈໍາປາສັກ ໃດ້ເປີດກອງປະຊຸມໃຫ່ຍ ຄັ້ງທີ III
ຕອນບ່າຍຂອງວັນທີ 9 ສິງຫາ 2024ນີ້. ສະຫະພັນກໍາມະບານຂົງເຂດສາທາລະນະສຸກ ແຂວງຈໍາປາສັກ ໃດ້ເປີດກອງປະຊຸມໃຫ່ຍ ຄັ້ງທີ III ຂື້ນ ທີ່ວິທະຍາໄລ ວິທະຍາສາດສຸຂະພາບ ແຂວງຈໍາປາສັກ.ໂດຍການເປັນປະທານຂອງທ່ານ ສອນສະຫັວນ ສີວິໄລ ກໍາມະການພັກແຂວງ ປະທານຄະນະບໍລິຫານງານສະຫະພັນກໍາມະບານແຂວງຈໍາປາສັກ ໃຫ້ກຽດເຂົ້າຮ່ວມຂອງທ່ານ ດຣ ວຽງສີ ສຸພັກດີ ກໍາມະການພັກແຂວງ ຫົວໜ້າພະແນກສາທາລະນະສຸກແຂວງຈໍາປາສັກ ທ່ານ ບຸນທະວີ ກິລາທອງ ຄະນະບໍລິຫານງານສະຫະພັນກໍາມະບານແຂວງ ວ່າການປະທານສະຫະພັນກໍາມະບານພະແນກສາທາລະນະສຸກແຂວງຈໍາປາສັກ ທ່ານ ນາງ ເກດແກ້ວ ຫຼວງໄຊ ປະທານສະຫະພັນແມ່ຍິງພະແນກສາທາລະນະສຸກແຂວງທ່ານ ແສງອຸໄທ ບຸນບັນຈົບ ເລຂາຊາວໝຸ່ມຮາກຖານພະແນກສາທາລະນະສຸກແຂວງ ພ້ອມດ້ວຍແຂກເຊີນຈາກສະຫະພັນກໍາມະບານໂຮງໝໍແຂວງ,ສະຫະພັນກໍາມະບານໂຮງງານຜະລິດຢາ ຊີບີເອຟ (CBF),ອົງການຈັດຕັ້ງມະຫາຊົນ ແລະ ສະມາຊິກກໍາມະບານ ເຂົ້າຮ່ວມທັງໝົດ 91 ທ່ານ ຍິງ 63 ທ່ານ.
ອ່ານເພີ່ມ
ພະແນກສາທາລະນະສູກແຂວງຈຳປາສັກ ພ້ອມດ້ວຍ3ອົງການຈັດຕັ້ງມະຫາຊົນອອກແຮງງານລວມບໍລິເວນສຳນັກງານບ່ອນເຮັດວຽກເພື່ອຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີIIIຂອງສະຫະພັນກຳມະບານຂົງເຂດພະແນກສາທາລະນະສຸກແຂວງຂຳປາສັກ #ວັນທີ 2ສິງຫາ2024
ພະແນກສາທາລະນະສູກແຂວງຈຳປາສັກ ພ້ອມດ້ວຍ3ອົງການຈັດຕັ້ງມະຫາຊົນອອກແຮງງານລວມບໍລິເວນສຳນັກງານບ່ອນເຮັດວຽກເພື່ອຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີIIIຂອງສະຫະພັນກຳມະບານຂົງເຂດພະແນກສາທາລະນະສຸກແຂວງຂຳປາສັກ #ວັນທີ 2ສິງຫາ2024
ອ່ານເພີ່ມ
ກອງປະຊຸມທາບທາມບຸກຄະລາກອນເຂົ້າໂຄງປະກອບກອງປະຊຸມໃຫຍ່ຄົ້ງທີ III ຂອງສະຫະພັນກຳມະບານພະແນກສາທາລະນະສຸກ ແຂວງຈຳປາສັກ ຄັ້ງວັນທີ 25 ກໍລະກົດ 2024 ທີ່ ວິທະຍາໄລວິທະຍາສາດສຸຂະພາບ
ກອງປະຊຸມທາບທາມບຸກຄະລາກອນເຂົ້າໂຄງປະກອບກອງປະຊຸມໃຫຍ່ຄົ້ງທີ III ຂອງສະຫະພັນກຳມະບານພະແນກສາທາລະນະສຸກ ແຂວງຈຳປາສັກ ຄັ້ງວັນທີ 25 ກໍລະກົດ 2024 ທີ່ ວິທະຍາໄລວິທະຍາສາດສຸຂະພາບ
ອ່ານເພີ່ມ
ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຄັ້ງທີ VII ຮາກຖານກຳມະບານກັນພະຍາດ ພະແນກສາທາລະນະສຸກແຂວງຈຳປາສັກ
#ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຄັ້ງທີ VII ຮາກຖານກຳມະບານກັນພະຍາດ ພະແນກສາທາລະນະສຸກແຂວງຈຳປາສັກ ກອງປະຊຸມໄຂ້ຂື້ນຢ່າງເປັນທາງການຢູ່ທີ່ພະແນກສາທາລະນະສຸກແຂວງ ຂອງວັນທີ 25 ພຶດສະພາ 2024 ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ບຸນທະວີ ກິລາທອງ ປະທານສະຫະພັນກຳມະບານຂົງເຂດພະແນກສາທາລະນະສຸກແຂວງ, ມີ ສະຫາຍ ຈັນສະໜອນ ທະນະບົວສີ ຄະນະພັກຮາກຖານ ພະແນກສາທາລະນະສຸກແຂວງ, ມີ ສະຫາຍ ນາງ ບົວຄຳ ລັດຕະນະວົງ ປະທານຮາກຖານກຳມະບານກັນພະຍາດ, ມີບັນດາສະຫານປະທານ/ຮອງປະທານຮາກຸານກຳມະບານອ້ອມຂ້າງ ພະແນກສາທາລະນະສຸກແຂວງ, ສະມາຊິກກຳມະບານຮາກຖານກັນພະຍາດເຂົ້າຮ່ວມ: ກອງປະຊູມໄດ້ຮັບຟັງການລາຍງານບົດສະຫຼຸບ ໄລຍະ 5ປີ (2019-2023)ແລະທິດ ທາງແຜນການ5 ປີຕໍ່ໜ້າ(2024-2028) ຂອງສະຫາຍນາງບົວຄຳ ລັດຕະນະວົງ ປະທານຮາກຖານກຳມະບານກັນພະຍາດ ຈາກນັ້ນກອງປະຊຸມຍັງໄດ້ປ່ອນບັດເລືອກເລືອກຕັ້ງເອົາຄະນະບໍລິຫານງານກຳມະບານຊຸດໃໝ່ເຊິ່ງມີຜູ້ລົງຮັບສະໜັກເລື່ອກຕັ້ງທັງໝົດ 05 ສະຫາຍ ໃຫ້ເລືອກເອົງ 03 ສະຫາຍເພື່ອເປັນຄະນະກຳມະບານຊຸດໃໝ່ ຜ່ານການປ່ອນບັດເລືອກຕັ້ງເຫັນວ່າຜູ້ແທນກອງປະຊຸມໄດ້ເລືອກເອົາ ສະຫາຍ ພູວັນ ສີໂສພາ ເປັນປະທານກ, ສະຫາຍ ພອນພິລົມ ບົວລະວົງ ເປັນປະທານກວດກາ ແລະ ສະຫາຍ ນາງ ສຸກສະໜອນ ພົມມາ ເປັນຄະນະ ເປັນຄະນະ ເພື່ອບໍລິຫານວຽກງານຮາກຖານກຳມະບານຕໍ່ໄປ,
ອ່ານເພີ່ມ









