ແມ່ຍິງ
ຄົ້ນ​ຫາ​ໃນ​ໜ້ານີ້

ປະທານສະຫະພັນແມ່ຍິງແຂວງຈຳປາສັກ ພ້ອມຄະນະ​ ເຄື່ອນໄຫວຢາມຢ້ຽມ​ ແຂວງຫຼວງນໍ້າທາ

ປະທານສະຫະພັນແມ່ຍິງແຂວງຈຳປາສັກ ພ້ອມຄະນະ​ ເຄື່ອນໄຫວຢາມຢ້ຽມ​ ແຂວງຫຼວງນໍ້າທາ

#ປະທານສະຫະພັນແມ່ຍິງແຂວງຈຳປາສັກ ພ້ອມຄະນະ​ ເຄື່ອນໄຫວຢາມຢ້ຽມ​ ແຂວງຫຼວງນໍ້າທາ -​-​-----========-------- #ທ້າຍເດືອນກໍລະກົດ 2023,​ ທ່ານ​ ນາງ​ ເຕດາວັນ​ ແກ້ວ​ພິ​ລາ​ວັນ​ ກໍາມະການ​ພັກ​ແຂວງ​ ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງຈຳປາສັກ ພ້ອມຄະນະ​ ໄດ້ເດີນທາງໄປເຄື່ອນໄຫວຢາມຢ້ຽມ​ ແລະ​ ເຮັດວຽກຢູ່ແຂວງໆຫຼວງນໍ້າທາ​ ໂດຍໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນ ກັບ​ ຄະນະນໍາສະຫະພັນແມ່ຍິງແຂວງຫຼວງນ້ໍາທາ ເຊິ່ງໃຫ້ກຽດຕ້ອນຮັບ ແລະ​ ຮ່ວມ​ເຮັດວຽກ​ ມີ ທ່ານ​ ນາງ ບົວວັນ ພົມມະລິດ ກຳມະການພັກແຂວງ ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງຫຼວງນໍ້າທາ ພ້ອມຄະນະ. ກອງປະຊຸມ​ຈັດຂຶ້ນ​ຢູ່ຫ້ອງປະຊຸມ ສະຫະພັນແມ່ຍິງແຂວງ​ຫຼວງ​ນ້ໍາທາ.​ ມີຄະນະບໍລິຫານງານສະຫະພັນແມ່ຍິງ ຕະຫຼອດຮອດພະນັກງານສະຫະພັນແມ່ຍິງ​ 2 ແຂວງເຂົ້າຮ່ວມ.

ອ່ານ​ເພີ່ມ

 

ປະທານສູນກາງສະຫະພັນແມ່ຍິງລາວ ແລະ​ ເຈົ້າແຂວງຈຳປາສັກ​ທ່ຽວຊົມ​ຮ້ານສາງສະແດງ,​ ຈໍາໜ່າຍ​ສິນຄ້າ​ ໃນໂອກາດເຂົ້າຮ່ວມກອງປະຊຸມຜູ້ແທນແມ່ຍິງທົ່ວແຂວງ

ປະທານສູນກາງສະຫະພັນແມ່ຍິງລາວ ແລະ​ ເຈົ້າແຂວງຈຳປາສັກ​ທ່ຽວຊົມ​ຮ້ານສາງສະແດງ,​ ຈໍາໜ່າຍ​ສິນຄ້າ​ ໃນໂອກາດເຂົ້າຮ່ວມກອງປະຊຸມຜູ້ແທນແມ່ຍິງທົ່ວແຂວງ

ປະທານສູນກາງສະຫະພັນແມ່ຍິງລາວ ແລະ​ ເຈົ້າແຂວງຈຳປາສັກ​ທ່ຽວຊົມ​ຮ້ານສາງສະແດງ,​ ຈໍາໜ່າຍ​ສິນຄ້າ​ ໃນໂອກາດເຂົ້າຮ່ວມກອງປະຊຸມຜູ້ແທນແມ່ຍິງທົ່ວແຂວງ #ວັນທີ 19 ມີນາ 2025,​ ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວແຂວງ​ຈໍາປາສັກ​ ຄັ້ງທີ VIII ທີ່ຈັດຂຶ້ນຢູ່ສະໂມສອນແຂວງ​ ຫຼັກ​ 4 ນະຄອນປາກເຊ. #ເວລາພັກຜ່ອນ,​ ທ່ານ​ ນາງ ອາລີ ວົງໜໍ່ບຸນທໍາ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ​ ແລະ​ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ​ ພ້ອມດ້ວຍປະທານສະຫະພັນແມ່ຍິງແຂວງ​,​ ການນໍາ​ ແລະ ແຂກທີ່​ເຂົ້າຮ່ວມ​ກອງປະຊຸມ​ ກໍໄດ້ເຄື່ອນໄຫວຢ້ຽມຢາມທ່ຽວຊົມຮ້ານວາງສະແດງຜະລິດຕະພັນ​ກະສິກຳ​,​ ຫັດຖະກໍາຜ້າຝ້າຍ,​ ຢາສະໜູນໄພພື້ນເມືອງ ແລະ​ ຫ້ອງວາງສະແດງຜະລິດຕະພັນພື້ນບ້ານ, ເຄື່ອງອຸປະໂພກ​ -​ ບໍລິໂພກ​ທີ່ເຂົ້າຮ່ວມວາງສະແດງໃນໄລຍະດໍາເນີນກອງປະຊຸມໃຫຍ່ຜູ້ແທນ​ແມ່ຍິງ​ທົ່ວ​ແຂວງຈໍາປາສັກ.​ ພ້ອມນີ້​ ກໍ​ຊ່ວຍ​ສະໜັບສະໜູນ​ຜະລິດຕະພັນ​ຕ່າງໆ​ ຕື່ມອີກ.

ອ່ານ​ເພີ່ມ

 

ແຂວງຈຳປາສັກ​ ສຳເລັດກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວແຊວງ ຄັ້ງທີ VIII

ແຂວງຈຳປາສັກ​ ສຳເລັດກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວແຊວງ ຄັ້ງທີ VIII

#ແຂວງຈຳປາສັກ​ ສຳເລັດກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວແຊວງ ຄັ້ງທີ VIII ------=======------ #ວັນທີ 19 ມີນາ 2025,​ ສະຫະພັນແມ່ຍິງແຂວງ​ຈໍາປາສັກ​ ໄດ້ດໍາເນີນກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວແຂວງ ຄັ້ງທີ VIII ຂຶ້ນຢ່າງເປັນທາງການສະໂມສອນແຂວງ​ ຫຼັກ​ 4 ນະຄອນປາກເຊ​ ໂດຍການເຂົ້າເປັນປະທານຂອງສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ ກຳມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ,​ ສະຫາຍ ປະລິນຍາເອກ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຈຳປາສັກ, ສະຫາຍ​ ນາງ​ ວາດສະໜາ​ ສີລິ​ມາ​ ຄະນະປະຈໍາ​ພັກ​ແຂວງ​ ປະທານແນວລາວສ້າງຊາດແຂວງ​ ຜູ້ຊີ້ນໍາ​ສະຫະພັນ​ນັກຮົບເກົ່າ​ ແລະ​ ອົງ​ການຈັດຕັ້ງ​ມະຫາຊົນ​ ຂັ້ນແຂວງ, ສະຫາຍ ນາງ ເຕດາວັນ ແກ້ວພິລາວັນ ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ,​ ສະຫາຍ​ ພອນ​ໄຊ​ ເກດ​ມາລາ​ ເລຂາໜ່ວຍພັກ ຮອງຫົວໜ້າຄະນະຈັດຕັ້ງແຂວງ. ມີການຍໍາແຂວງ,​ ການນໍາພະແນກການກົມກອງ​ອ້ອມຂ້າງ ແຂວງ, ການນໍາ​ນະຄອນປາກເຊ,​ການນໍາ​ 9​ ເມືອງ, ອະດີດການນໍາສະຫະພັນແມ່ຍິງແຂວງ​ ແລະ​ ຜູ້ແທນສົມບູນຈໍານວນ 173 ສະຫາຍ ທີ່ເປັນຕົວແທນໃຫ້ສະມາຊິກສະຫະພັນແມ່ຍິງ, ແມ່ຍິງລາວບັນດາເຜົ່າໃນທົ່ວແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ 79 ສະຫາຍ, ຍິງ 47 ສະຫາຍ.

ອ່ານ​ເພີ່ມ

 

 

 

ລະບົບຂໍ້ມູນຂ່າວສານດ້ານສຸຂະພາບ ສປປລາວ
ຂໍ້ມູນຄຸນນະພາບອາກາດປະຈໍາວັນ
ລາຍງານພະຍາດໄຂ້ຍຸງລາຍ
ຂ່າວສານສາທາລະນະສຸກ ແຂວງຈຳປາສັກ