#ກອງປະຊຸມໃຫຍ່ ຄັ້ງທີ II ຂອງໜ່ວຍ ຊາວໜຸ່ມອາຫານ ແລະ ຢາ ພະແນກສາທາລະນະສຸກ ແຂວງຈຳປາສັກ.
ກອງປະຊຸມໃຫຍ່ ຄັ້ງທີ II ຂອງໜ່ວຍຊາວໜຸ່ມອາຫານ ແລະ ຢາ ພະແນກສາທາລະນະສຸກ ແຂວງຈຳປາສັກ. ໄດ້ໄຂຂຶ້ນ ແລະ ສຳເລັດລົງໃນວັນທີ 5 ມິຖຸນາ 2024 ນີ້ ທີ່ ້ອງປະຊຸມພະນກສາທາລະນະສຸກ ແຂວງຈຳປາສັກ
ໂດຍເປັນປະທານຂອງ ສະຫາຍ ວຽງທອງ ເທບວົງສາ ຮອງເລຂາໜ່ວຍພັກ ອາຫານ ແລະ ຢາ,ສະຫາຍ ແສງອຸໄທ ບຸນບັນຈົບ ຄະນະຊາວໜຸ່ມຮາກຖານພະນກສາທາລນະສຸກ,ສະຫາຍ ສຸວັນຄຳ ວັນມີໄຊ ເລຂາຄະນະໜ່ວຍຊາວໜຸ່ມ ອາຫານ ແລະ ຢາ,ມີຄະນະໜ່ວຍຊາວໜຸ່ມ,ສະມາຊິກຊາວໜຸ່ມ ແລະ ແຂກ ເຊີນເຂົ້າຮ່ວມ.
ສະຫາຍ ສຸວັນຄຳ ວັນມີໄຊ ເລຂາຄະນະໜ່ວຍຊາວໜຸ່ມ ອາຫານ ແລະ ຢາ,ໄດ້ກ່າວໄຂກອງປະຊຸມວ່າ: ກອງປະຊຸມໃນຄັ້ງນີ້ ໄດ້ເປີດຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວກອງທັບທົ່ວປວງຊົນລາວທັງ ຊາດເວົ້າລວມ, ເວົ້າສະເພາະແມ່ນປະຊາຊົນຊາວແຂວງຈໍາປາສັກ ໄດ້ຂຸ້ນຂ້ຽວອອກແຮງແຂ່ງຂັນກັນ ຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ຄັ້ງທີ XI ຂອງສູນກາງພັກ, ມະຕິ VIII ຂອງອົງຄະນະພັກແຂວງ ແລະ ມະຕິ VIII ຂອງສູນກາງຊາວໜຸ່ມ ຄໍາສັ່ງ 01, 09, 03 ວ່າດ້ວຍການສ້າງບ້ານ ແລະ ກຸ່ມບ້ານພັດທະນາ ແລະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິ ສັງຄົມຂອງແຂວງ ຢ່າງເປັນຂະບວນຟົດຟື້ນ, ພ້ອມດຽວກັນນີ້ກໍຢູ່ໃນໄລຍະທີ່ພວກເຮົາພວມຂຸ້ນຂ້ຽວສ້າງຜົນງານຂໍ່ານັບຮັບ ຕ້ອນວັນສໍາຄັນຕ່າງໆຂອງຊາດ, ເຊິ່ງໃນນັ້ນຊາວໜຸ່ມໜ່ວຍອາຫານ ແລະ ຢາ ພະແນກສາທາລະນະສຸກຊາວ ພວກເຮົາ ກໍມີ ພາລະໜ້າທີ່ອັນໜັກໜ່ວງ ເຂົ້າໃນວຽກງານດັ່ງກ່າວ ໃຫ້ບັນລຸຈຸດປະສົງຕາມລະດັບຄາດໝາຍທີ່ພັກ ແລະ ລັດວາງໄວ້.
ກອງປະຊຸມຄັ້ງນີ້ ໄດ້ສັງເກດຕີລາຄາວຽກງານຊາວໜຸ່ມ ພາຍໃນໜ່ວຍໃນໄລຍະ 5 ປີຜ່ານມາ ເປັນຕົ້ນການປະຕິບັດວຽກງານຮອບດ້ານຕິດພັນກັບການປະຕິບັດ ຂໍ້ແຂ່ງຂັນ 4 ບຸກ,ເຮັດໃຫ້ໜ່ວຍຊາວໜຸ່ມໄດ້ຮັບໃບຢັ້ງຢືນໜ່ວຍ 4 ບຸກ ໃນທຸກໆປີ.ຈາກນີ້ກໍໄດວາງທິດທາງ ແຜນການ 5 ປີຕໍ່ໜ້າ.ພິເສດສຳຄັນມີການປ່ອນບັດຄັດເລືອກເອົາຄະນະໜ່ວຊາວໜຸ່ມຊຸດໃໝ່ ຊຶ່ງມີຜູ້ສະໝັກ 5 ສະຫາຍ ເລືອກເອົາ 3 ສະຫາຍ ຜ່ານການປ່ອນບັດ ແລະ ດຳເນີນກອງປະຊຸມໃຫຍ່ຄັ້ງປະຖົມມະລຶກ ເລືອກໄດ້ ສະຫາຍ ວຽງດາວັນ ຂຸນສົມບັດ ເປັນເລຂາ, ສະຫາຍ ນາງ ລຳໄພ ພາເຮືອງ ເປັນຮອງເລຂາ , ສະຫາຍ ນາງ ລັດສະໝີ ຈະເລີນວົງ ເປັນຄະນະ ທັງແມ່ນປະທານກວດກາ,
ພິເສດກອງປະຊຸມໃຫຍ່ຄັ້ງນີ້ ຍັງໄດ້ຮັບຟັງທິດຊີ້ນຳຈາກ ສະຫາຍ ແສງອູໄທ ບຸນບັນຈົບ ຄະນະຮາກຖານຊາວໜຸ່ມພະແນກສາທາລະນະສຸກແຂວງ ປະທານກອງປະຊຸມໃນຄັ້ງນີ້ ຕື່ມອີກ.
ເກດສະໜາ ແກ້ວສຸວັນນະແສງ
ພູວັນ ສີໂສພາ ພະແນກສາທາລະນະສຸກແຂວງຂຳປາສັກ

