ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຄັ້ງທີ VII ຮາກຖານກຳມະບານກັນພະຍາດ ພະແນກສາທາລະນະສຸກແຂວງຈຳປາສັກ

ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຄັ້ງທີ VII ຮາກຖານກຳມະບານກັນພະຍາດ ພະແນກສາທາລະນະສຸກແຂວງຈຳປາສັກ

#ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຄັ້ງທີ VII ຮາກຖານກຳມະບານກັນພະຍາດ ພະແນກສາທາລະນະສຸກແຂວງຈຳປາສັກ
ກອງປະຊຸມໄຂ້ຂື້ນຢ່າງເປັນທາງການຢູ່ທີ່ພະແນກສາທາລະນະສຸກແຂວງ ຂອງວັນທີ 25 ພຶດສະພາ 2024 ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ບຸນທະວີ ກິລາທອງ ປະທານສະຫະພັນກຳມະບານຂົງເຂດພະແນກສາທາລະນະສຸກແຂວງ, ມີ ສະຫາຍ ຈັນສະໜອນ ທະນະບົວສີ ຄະນະພັກຮາກຖານ ພະແນກສາທາລະນະສຸກແຂວງ, ມີ ສະຫາຍ ນາງ ບົວຄຳ ລັດຕະນະວົງ ປະທານຮາກຖານກຳມະບານກັນພະຍາດ, ມີບັນດາສະຫານປະທານ/ຮອງປະທານຮາກຸານກຳມະບານອ້ອມຂ້າງ ພະແນກສາທາລະນະສຸກແຂວງ, ສະມາຊິກກຳມະບານຮາກຖານກັນພະຍາດເຂົ້າຮ່ວມ:
ກອງປະຊູມໄດ້ຮັບຟັງການລາຍງານບົດສະຫຼຸບ ໄລຍະ 5ປີ (2019-2023)ແລະທິດ ທາງແຜນການ5 ປີຕໍ່ໜ້າ(2024-2028) ຂອງສະຫາຍນາງບົວຄຳ ລັດຕະນະວົງ ປະທານຮາກຖານກຳມະບານກັນພະຍາດ ຈາກນັ້ນກອງປະຊຸມຍັງໄດ້ປ່ອນບັດເລືອກເລືອກຕັ້ງເອົາຄະນະບໍລິຫານງານກຳມະບານຊຸດໃໝ່ເຊິ່ງມີຜູ້ລົງຮັບສະໜັກເລື່ອກຕັ້ງທັງໝົດ 05 ສະຫາຍ ໃຫ້ເລືອກເອົງ 03 ສະຫາຍເພື່ອເປັນຄະນະກຳມະບານຊຸດໃໝ່
ຜ່ານການປ່ອນບັດເລືອກຕັ້ງເຫັນວ່າຜູ້ແທນກອງປະຊຸມໄດ້ເລືອກເອົາ ສະຫາຍ ພູວັນ ສີໂສພາ ເປັນປະທານກ, ສະຫາຍ ພອນພິລົມ ບົວລະວົງ ເປັນປະທານກວດກາ ແລະ ສະຫາຍ ນາງ ສຸກສະໜອນ ພົມມາ ເປັນຄະນະ ເປັນຄະນະ  ເພື່ອບໍລິຫານວຽກງານຮາກຖານກຳມະບານຕໍ່ໄປ,

 

ລະບົບຂໍ້ມູນຂ່າວສານດ້ານສຸຂະພາບ ສປປລາວ
ຂໍ້ມູນຄຸນນະພາບອາກາດປະຈໍາວັນ
ລາຍງານພະຍາດໄຂ້ຍຸງລາຍ
ຂ່າວສານສາທາລະນະສຸກ ແຂວງຈຳປາສັກ