ແຂວງຈຳປາສັກ​ ສຳເລັດກອງ​ປະຊຸມ​ໃຫຍ່​ຜູ້ແທນສະຫະພັນ​ກຳມະບານທົ່ວ​ແຂວງ ຄັ້ງ​ທີ IX

ແຂວງຈຳປາສັກ​ ສຳເລັດກອງ​ປະຊຸມ​ໃຫຍ່​ຜູ້ແທນສະຫະພັນ​ກຳມະບານທົ່ວ​ແຂວງ ຄັ້ງ​ທີ IX

#ແຂວງຈຳປາສັກ​ ສຳເລັດກອງ​ປະຊຸມ​ໃຫຍ່​ຜູ້ແທນສະຫະພັນ​ກຳມະບານທົ່ວ​ແຂວງ ຄັ້ງ​ທີ IX
-​----======-----
#ວັນທີ 20 ມີນາ 2025,​ ສະຫະພັນ​ກໍາມະບານ​ແຂວງຈໍາປາສັກ​ ໄດ້ດໍາເນີນກອງ​ປະຊຸມ​ໃຫຍ່​ ຜູ້ແທນ​ສະຫະພັນ​ກຳມະບານທົ່ວ​ແຂວງ​ ຄັ້ງ​ທີ IX​ ຂຶ້ນຢ່າງເປັນທາງການສະໂມສອນແຂວງ​ ຫຼັກ​ 4 ນະຄອນປາກເຊ​ ໂດຍການເຂົ້າຮ່ວມເປັນປະທານຂອງ​ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຈຳປາສັກ, ສະຫາຍ ນາງ ອະລິຍະວັນ ອັກຄະວົງ​ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ, ສະຫາຍ ສອນສະຫວັນ​ ສີວິໄລ​ ກໍາມະການ​ພັກ​ແຂວງ​ ປະທານຄະນະບໍລິຫານງານສະຫະພັນກໍາມະບານແຂວງ,​ ສະຫາຍ​ ສາທິດ​ ປັດສາພັນ ຮອງເລຂາໜ່ວຍພັກ ຮອງຫົວໜ້າຄະນະຈັດຕັ້ງແຂວງ. ມີການນໍາແຂວງ,​ ການນໍາກົມຕ່າງໆທີ່ກ່ຽວຂ້ອງ ຈາກສູນກາງສະຫະພັນກໍາມະບານລາວ,​ ການນໍາພະແນກການກົມກອງ​ອ້ອມຂ້າງແຂວງ, ການນໍາ​ນະຄອນປາກເຊ,​ ການນໍາ​ 9​ ເມືອງ, ອະດີດການນໍາສະຫະພັນກໍາມະບານແຂວງ​ ແລະ​ ຜູ້ແທນສົມບູນເຂຂົ້າຮ່ວມທັງໝົດ​ 169 ສະຫາຍ, ຍິງ 40 ສະຫາຍ ​ເຊິ່ງ​ເປັນ​ຕົວ​ແທນ​ໃຫ້​ສະມາຊິກ​ກຳມະບານ​​ທົ່ວແຂວງ 14.352 ສະຫາຍ.
#ໃນກອງປະຊຸມ,​ ສະຫາຍ​ ສອນສະຫວັນ​ ສີວິໄລ​ ກໍາມະການພັກແຂວງ ປະທານຄະນະບໍລິຫານງານສະຫະພັນກໍາມະບານແຂວງ ໄດ້ກ່າວເປີດກອງປະຊຸມ ພ້ອມທັງຜ່ານບົດລາຍງານການເມືອງ ທັງ​ 2 ພາກ​ ຕໍ່ກອງປະຊຸມໃຫຍ່ຜູ້ແທນກໍາມະບານທົ່ວແຂວງ​ ຄັ້ງທີ​ IX​ໂດຍຍົກໃຫ້ເຫັນຜົນງານໃນການນໍາພາ​ -​ ຊີ້ນໍາ​ ການຈັດຕັ້ງ ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່ຜູ້ແທນສະຫະພັນກຳມະບານທົ່ວແຂວງ ຄັ້ງ​ທີ VIII ເຊິ່ງໄດ້ຕີລາຄາດ້ານດີ, ດ້ານອອ່ນ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນໃນການນໍາພາ - ຊີ້ນໍາແຕ່ປີ 2021 -​ 2025.​ ພ້ອມນີ້​ ຍັງໄດ້ຜ່ານທິດທາງແຜນພັດທະນາວຽກງານກໍາມະບານ 5 ປີຄັ້ງທີ 2 ແຕ່ປີ 2026 -​ 2030 ເຊິ່ງປະກອບມີ 7 ແຜນງານ 29 ໂຄງການ.
#ຈາກນັ້ນ,​ ຜູ້ແທນກອງປະຊຸມກໍໄດ້ສຸມໃສ່ຄົ້ນຄວ້າປະກອບຄໍາເຫັນ ແລະ ຮັບຮອງເອົາທິດທາງແຜນການ 5 ປີຕໍ່ໜ້າ ເຊິ່ງເປັນບາດລ້ຽວອັນສໍາຄັນໃນການນໍາພາວຽກງານກໍາມະບານ ໂດຍສະເພາະ ແມ່ນສະຫະພັນກໍາມະບານແຂວງຈໍາປາສັກ.​ ພ້ອມນີ້, ຜູ້ແທນກອງປະຊຸມໄດ້ຮັບຮອງເອົາບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານ​ສະຫະພັນ​ກໍາມະບານແຂວງ​ ສະໄໝທີ VIII ເຊິ່ງສະແດງໃຫ້ເຫັນຜົນງານໃນການນໍາພາວຽກງານໄລຍະ 5 ປີຜ່ານມາ ແລະ ຂໍ້ຄົງຄ້າງຈໍານວນໜຶ່ງ ທີ່ຈະຕ້ອງສືບຕໍ່ແກ້ໄຂໃນຕໍ່ໜ້າ.​ ກອງ​ປະຊຸມ​ໄດ້​ຮັບຟັງ​ການ​ປະກອບຄໍາເຫັນ​ຈາກ​ສະຫະພັນກຳມະບານເມືອງ ມຸນລະປາໂມກ, ສະຫະພັນກຳມະບານ ໂຮງງານຜະລິດຢາ ຊີບີເອັຟ, ກຳມະບານຮາກຖານກຸ່ມຜະລິດກາເຟ - ຊາບ້ານຫຼັກ 35 ອີ່ຕູ້ເມືອງປາກຊ່ອງ ແລະ ສະມາຊິກກຳມະບານຄອບຄົວຕົວແບບ ເມືອງບາຈຽງຈະເລີນສຸກ ເຊິ່ງເປັນການຢັ້ງຢືນເພີ່ມເຕີມໃຫ້ແກ່ການເຕີບໃຫຍ່ຂະຫຍາຍຕົວອັນພົ້ນເດັ່ນໃນຂະບວນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຕະຫຼອດໄລຍະ 5 ປີທີ່ຜ່ານມາ.
#ຕໍ່ມາ,​ ຜູ້ແທນກອງປະຊຸມ​ ກໍໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນ​ບັດ​ເລືອກ​ຕັ້ງ​ເອົາ​ຄະນະ​ບໍລິ​ຫານ​ງານ​ສະຫະພັນ​ກຳມະບານ​ແຂວງ ສະ​ໄໝ​ທີ IX ຈຳນວນ 45 ສະຫາຍ, ຍິງ 9​ ສະຫາຍ ເພື່ອເປັນແກນນໍາສືບຕໍ່ນໍາພາ - ຊີ້ນໍາວຽກງານກໍາມະບານ ໃນ 5 ປີຕໍ່ໜ້າ,​ລາຍຊື່​ລະອຽດ​ຄື:
1. ສະຫາຍ ສອນສະຫວັນ ສີວິໄລ
2. ສະຫາຍ ນາງ ສາຍສະໝອນ ຄໍາພາປັດ
3. ສະຫາຍ ແສງດາວັນ​ ຟອງວົງສາລາດ
4. ສະຫາຍ ສົນໄຊ ບຸນສີຟອງ
5. ສະຫາຍ ສີທາ ພິມມະສອນ
6. ສະຫາຍ ວົງນະຄອນ ແສງໄຊຍະວົງ
7.​ ສະຫາຍ ນາງ ຜິວພອນ ແກ້ວມະນີວົງ
8.​ ສະຫາຍ ກິ່ງແກ້ວ ພິມພັນ
9.​ ສະຫາຍ ຄໍາໄຕ ແກ້ວດວງດີ
10.ສະຫາຍ ຄໍາແສນ ພິມພິສານ
11.​ ສະຫາຍ ສຸລິນ ເພັດທານີ
12.​ ສະຫາຍ ນາງ ພັດສະນີ ພູວັນ
13.​ ສະຫາຍ ຄໍາບອນ ສີຮັກສາ
14.​ ສະຫາຍ ຄໍາສຸກ ຄໍາວົງສາ
15.​ ສະຫາຍ ບຸນສີ ໃບພະຈັນ
16.​ ສະຫາຍ ນາງ ສຸວັນນາ ພົມມະສານ
17.​ ສະຫາຍ ບຸນມີ ພິມມະເສນ
18.​ ສະຫາຍ ດາວຊອນ ມະນີໄຊ
19.​ ສະຫາຍ ຈັນທະວີ ອັກຄະວົງ
20.​ ສະຫາຍ ນາງ ນວນຕາ ກົມມະລາຊາ
21.​ ສະຫາຍ ມີໄຊສິນ ແກ້ວປາສາລີ
22.​ ສະຫາຍ ຄໍາພັນ ນວນປະເສີດ
23.​ ສະຫາຍ ປອ.​ພູວົງ ອະໄພ
24. ສະຫາຍ ຈັນສະໝອນ ທະນະບົວສີ
25.​ ສະຫາຍ ພັນໂທ ບຸນນໍາ ພົມມະວົງ
26.​ ສະຫາຍ ດຣ.​ກັນໄຊ ເວີນນະວົງ
27.​ ສະຫາຍ ສົມໄຊ ຫົງສະຫວາດ
28.​ ສະຫາຍ ສີສຸພັນ ແວງທິສານ
29.​ ສະຫາຍ ສີມອນ ອ່ອນມະນີ
30.​ ສະຫາຍ ນາງ ມະນີລາ ຄໍາພາພັນ
31.​ ສະຫາຍ ບຸນລາ ລ້ວນທໍາມະຂັນ
32.​ ສະຫາຍ ທໍາມະວົງ ສຸລິຍະວົງ
33.​ ສະຫາຍ ປອ.​ກໍລະກັນ ຄໍາມະວົງ
34.​ ສະຫາຍ ປອ.​ທັດສະນະເດືອນ ຄໍາແກ້ວ
35.​ ສະຫາຍ ນາງ ມະໄລພອນ ຊັດຊະວານ
36.​ ສະຫາຍ ສຸດໃຈ ຈັນທະວົງສາ
37. ສະຫາຍ ປະລິນຍາ ທອງສະຫວັນ
38.​ ສະຫາຍ​ ນາງ​ ສົມບູນ​ ແກ້ວພະນາໄພ
39.​ ສະຫາຍ​ ອະນຸສັກ ຈັນທະປະເສີດ
40.​ ສະຫາຍ​ ລໍາ​ພອນ​ ທໍາມະວົງຄໍາ
41.​ ສະຫາຍ​ ສິນນະກອນ ວັງແກ້ວມະນີ
42.​ ສະຫາຍ​ ຄໍາມອນ​ ວັນນະລັງສີ
43.​ ສະຫາຍ​ ບຸນເຮືອງ​ ວົງມະນີຄູນ
44.​ ສະຫາຍ​ ນາງ​ ສົມຄິດ ຄໍາວິໄລສຸກ
45.​ ສະຫາຍ​ ສົມພອນ​ ສີລິກຸນ
#ກອງປະຊຸມຄັ້ງປະຖົມມະລືກຂອງສະຫະພັນກຳມະບານແຂວງຄັ້ງທີ IX ໄດ້ເປັນເອກະສັນກັນຢ່າງສົມບູນ ​ເລືອກ​ຕັ້ງເອົາປະທານ ແລະ ຮອງປະທານສະຫະພັນກຳມະບານແຂວງ ຈໍານວນ 5 ສະຫາຍ​ ຄື: ສະຫາຍ ສອນສະຫວັນ ສີວິໄລ​ ເປັນ​ປະທານ​ສະຫະພັນ​ກຳມະບານ​ແຂວງ​ ຊຸດທີ​ IX,​ ສະຫາຍ ນາງ ສາຍສະໝອນ ຄໍາພາປັດ,​ ສະຫາຍ ແສງດາວັນ ຟອງວົງສາລາດ,​ ສະຫາຍ ສົນໄຊ ບຸນສີຟອງ​ ແລະ​ ສະຫາຍ ສີທາ ພິມມະສອນ ​ເປັນ​ຮອງ​ປະທານສະຫະພັນກຳມະບານແຂວງ.​ ກອງ​ປະຊຸມເລືອກຕັ້ງ​ເອົາປະທານ, ຮອງປະທານກວດກາສະຫະພັນກຳມະບານແຂວງ​ ປະກອບມີ​ ສະຫາຍ ນາງ ສາຍສະໝອນ ຄໍາພາປັດ ເປັນປະທານກວດກາ, ສະຫາຍ ນາງ ຜິວພອນ ແກ້ວມະນີວົງ​ແລະ​ ສະຫາຍ ປະລິນຍາ ທອງສະຫວັນ ເປັນ​ຮອງປະທານກວດກາ.​ ກອງປະຊຸມຍັງໄດ້ເລືອກເອົາຜູ້​ແທນ​ສົມບູນໄປ​ຮ່ວມ​ກອງ​ປະຊຸມ​ໃຫຍ່ຜູ້ແທນສູນກາງສະຫະພັນກຳມະບານ​ລາວ​ທົ່ວ​ປະ​ເທດ ຄັ້ງ​ທີ IX ຈຳນວນ 23 ສະຫາຍ, ຍິງ 3 ສະຫາຍ​ ແລະ ສໍາຮອງ​ 2 ສະຫາຍ, ຍິງ​ 1 ສະຫາຍ.
#ກອງປະຊຸມຄັ້ງນີ້,​ ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຈຳປາສັກ​ແລະ​ ສະຫາຍ ນາງ ອະລິຍະວັນ ອັກຄະວົງ​ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ​ ກໍໄດ້ຜັດປ່ຽນກັນມີຄໍາເຫັນໂອ້ລົມ​ ເຊິ່ງ​ 2 ສະຫາຍ​ ໄດ້ຍົກໃຫ້ເຫັນບັນຫາທີ່ສໍາຄັນຫຼາຍດ້ານ ທີ່ສະແດງໃຫ້ເຫັນເຖິງຄວາມເປັນຫ່ວງເປັນໄຍຂອງຄະນະພັກ ຕໍ່ວຽກງານກຳມະບານ ເພື່ອສືບຕໍ່ເອົາໄປຈັດຕັ້ງຜັນຂະຫຍາຍໃຫ້ປະກົດຜົນເປັນຈິງໃນຕໍ່ໜ້າ.​ ພ້ອມນີ້​ ກໍໄດ້ຮຽກຮ້ອງມາຍັງກໍາມະບານແຕ່ລະຂັ້ນ, ສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານໃນທົ່ວແຂວງ ຈົ່ງສາມະຄີເປັນປຶກແຜ່ນແໜ້ນໜາ ຢູ່ອອ້ມຂ້າງພັກ, ສູ້ຊົນບຸກບືນອົດທົນ, ຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ ແລະ ອອກແຮງແຂ່ງຂັນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ມີຜົນສໍາເລັດ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ​ ໃຫ້ຈະເລີນກ້າວໜ້າຂຶ້ນໄປເລື້ອຍໆ.
* ຂ່າວ​-ພາບ​: ທູນທອງໃຈ​ *

 

ລະບົບຂໍ້ມູນຂ່າວສານດ້ານສຸຂະພາບ ສປປລາວ
ຂໍ້ມູນຄຸນນະພາບອາກາດປະຈໍາວັນ
ລາຍງານພະຍາດໄຂ້ຍຸງລາຍ
ຂ່າວສານສາທາລະນະສຸກ ແຂວງຈຳປາສັກ