ແຂວງຈຳປາສັກ​ ສຳເລັດກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວແຊວງ ຄັ້ງທີ VIII

ແຂວງຈຳປາສັກ​ ສຳເລັດກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວແຊວງ ຄັ້ງທີ VIII

#ແຂວງຈຳປາສັກ​ ສຳເລັດກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວແຊວງ ຄັ້ງທີ VIII
------=======------
#ວັນທີ 19 ມີນາ 2025,​ ສະຫະພັນແມ່ຍິງແຂວງ​ຈໍາປາສັກ​
ໄດ້ດໍາເນີນກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວແຂວງ ຄັ້ງທີ VIII ຂຶ້ນຢ່າງເປັນທາງການສະໂມສອນແຂວງ​ ຫຼັກ​ 4 ນະຄອນປາກເຊ​ ໂດຍການເຂົ້າເປັນປະທານຂອງສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ ກຳມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ,​ ສະຫາຍ ປະລິນຍາເອກ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຈຳປາສັກ, ສະຫາຍ​ ນາງ​ ວາດສະໜາ​ ສີລິ​ມາ​ ຄະນະປະຈໍາ​ພັກ​ແຂວງ​ ປະທານແນວລາວສ້າງຊາດແຂວງ​ ຜູ້ຊີ້ນໍາ​ສະຫະພັນ​ນັກຮົບເກົ່າ​ ແລະ​ ອົງ​ການຈັດຕັ້ງ​ມະຫາຊົນ​ ຂັ້ນແຂວງ, ສະຫາຍ ນາງ ເຕດາວັນ ແກ້ວພິລາວັນ ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ,​ ສະຫາຍ​ ພອນ​ໄຊ​ ເກດ​ມາລາ​ ເລຂາໜ່ວຍພັກ ຮອງຫົວໜ້າຄະນະຈັດຕັ້ງແຂວງ. ມີການຍໍາແຂວງ,​ ການນໍາພະແນກການກົມກອງ​ອ້ອມຂ້າງ ແຂວງ, ການນໍາ​ນະຄອນປາກເຊ,​ການນໍາ​ 9​ ເມືອງ, ອະດີດການນໍາສະຫະພັນແມ່ຍິງແຂວງ​ ແລະ​ ຜູ້ແທນສົມບູນຈໍານວນ 173 ສະຫາຍ ທີ່ເປັນຕົວແທນໃຫ້ສະມາຊິກສະຫະພັນແມ່ຍິງ, ແມ່ຍິງລາວບັນດາເຜົ່າໃນທົ່ວແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ 79 ສະຫາຍ, ຍິງ 47 ສະຫາຍ.
#ໃນກອງປະຊຸມ,​ ສະຫາຍ ນາງ ເຕດາວັນ ແກ້ວພິລາວັນ ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ​ ໄດ້ກ່າວເປີດກອງປະຊຸມ ພ້ອມທັງຜ່ານບົດລາຍງານການເມືອງ ທັງ​ 2 ພາກ​ ຕໍ່ກອງປະຊຸມໃຫຍ່ຜູ້ແທນແມ່ຍິງ ແຂວງຈໍາປາສັກ ຄັ້ງທີ VIII ເຊິ່ງໄດ້ສະຫຼຸບຕີລາຄາການນໍາພາ​ -​ ຊີ້ນໍາວຽກງານ​ ໃນ​ 5 ປີຜ່ານມາ​ ແລະ​ ກໍານົດທິດທາງວຽກງານໃນ 5 ປີ ຕໍ່ໜ້າ ເຊິ່ງມີ 7 ທິດທາງລວມ ແລະ 10 ຄາດໝາຍສູ້ຊົນ; ຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາແມ່ຍິງແຂວງ ໄລຍະ 5 ປີ (2021​ - 2025) ແລະ ແຜນພັດທະນາແມ່ຍິງ ໄລຍະ 5 ປີ (2026​ - 2030),​ ມີ 10 ແຜນງານ 37 ໂຄງການ.​ ຜ່ານຮ່າງບົດສຳຫຼວດການນຳພາລວມ ຂອງຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ສະໄໝທີ VII​ ເຊິ່ງໄດ້ຕີລາຄາການຈັດຕັ້ງປະຕິບັດໜ້າທີ່ວຽກງານຕາມພາລະບົດບາດ ທີ່ໄດ້ກໍານົດໄວ້ໃນກົດລະບຽບ ແລະ ກົດໝາຍວ່າດ້ວຍສະຫະພັນແມ່ຍິງລາວ ຢ່າງພາວະວິໄສ.
#ກອງປະຊຸມໃຫຍ່ ຍັງໄດ້ດຳເນີນການປ່ອນບັດເລືອກຕັ້ງ ແລະ ຮັບຮອງເອົາຄະນະບໍລິຫານງານສະຫະພັນແມ່ຍິງແຂວງຈໍາປາສັກ ສະໄໝທີ VIII ຈຳນວນ 35 ສະຫາຍ ຄື:
1.ສະຫາຍ ນາງ ເຕດາວັນ ແກ້ວພິລາວັນ
2. ສະຫາຍ ນາງ ສຸກສົມພອນ ພົນອາສາ
3. ສະຫາຍ ນາງ ວັນຄໍາ ແສງສະຫວ່າງ
4. ສະຫາຍ ນາງ ນີຈັນ ແຈ່ມດາສັກ
5. ສະຫາຍ ນາງ ຈັນທະລີ ສີວິໄລ
6. ສະຫາຍ ນາງ ພຸດທະສອນ ເກດມາລາ
7.​ ສະຫາຍ ນາງ ແສງເດືອນ ສີຫາວົງ
8.​ ສະຫາຍ ນາງ ດາລາວັນ ແກ້ວວົງກົດ
9.​ ສະຫາຍ ນາງ ວິໄລ ເຮືອງສີ
10. ສະຫາຍ ນາງ ຜ່ອງໃສ ເປືອງຈັນທີີ
11.​ ສະຫາຍ ນາງ ສົມບັດ ແສນສໍາລານ
12.​ ສະຫາຍ ນາງ ເພັດສະໄໝ ແສງອາລຸນ
13.​ ສະຫາຍ ນາງ ວຽງຄໍາ ບົວລະວົງ
14.​ ສະຫາຍ ນ. ເພັດສະໄໝ ສີກຸນລະບຸດ
15.​ ສະຫາຍ ນາງ ສີຫາ ກັນຍາວົງ
16.​ ສະຫາຍ ນາງ ຂັນທອງ ໄຊຊະນະ
17.​ ສະຫາຍ ນາງ ວິໄລວັນ ເພັງແສງໃສ
18. ສະຫາຍ ນາງ ດວງວັນດອນ ໄຊຍະລາດ
19.​ ສະຫາຍ ນາງ ຂັນແກ້ວ ອັກຄະວົງ
20.​ ສະຫາຍ ນາງ ລັດຕະນາ ດວງດາວ
21.​ ສະຫາຍ ນາງ ພູຂັນ ຈັນທະວົງ
22.​ ສະຫາຍ ນາງ ຄໍາດີ ນິຍົມຄໍາ
23.​ ສະຫາຍ ນາງ ວຽງສະໄໝ ນາມແກ່ນທ້າວ
24.​ ສະຫາຍ ນາງ ໄພວັນ ພົງສຸດຕາ
25.​ ສະຫາຍ ນາງ ຈັນທະຈອນ ພົມມະບຸດ
26.​ ສະຫາຍ ນາງ ມະໂນລັດ ອິນທິວົງ
27.​ ສະຫາຍ ນາງ ປະກາຍເພັດ ເມກຈອນ
28.​ ສະຫາຍ ນາງ ບຸນຍົງ ພັນທະວົງ
29.​ ສະຫາຍ ນາງ ບຸນແຕ່ງ ສີສັກ
30.​ ສະຫາຍ ນາງ ສຸກມະນີ ດວງໂສພາ
31.​ ສະຫາຍ ນາງ ຄຳວິໄລ ໃສມະນີ
32.​ ສະຫາຍ ນາງ ຄັດທະນາພອນ ຈັນທະສອນ
33.​ ສະຫາຍ ນາງ ລໍາໄພ ສີກຸນ
34.​ ສະຫາຍ ນາງ ເກດແກ້ວ ຫຼວງໄຊ
35.​ ສະຫາຍ ນາງ ປາດຖະໜາ ອໍາໄພວັນ.​
#ກອງປະຊຸມຄົບຄະນະຄັ້ງປະຖົມມະລືກ ໄດ້ເອກະສັນກັນຢ່າງສົມບູນ ເລືອກຕັ້ງເອົາປະທານ, ຮອງປະທານ ແລະ ປະທານກວດກາ ຂອງຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ສະໄໝທີ VIII ໂດຍເລືອກເອົາ ສະຫາຍ ນາງ ເຕດາວັນ ແກ້ວພິລາວັນ ເປັນປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ຊຸດທີ VIII,​ ສະຫາຍ ນາງ ສຸກສົມພອນ ພົນອາສາ ເປັນຮອງປະທານ,​ສະຫາຍ ນາງ ວັນຄໍາ ແສງສະຫວ່າງ ເປັນຮອງ​ປະທານ​ ທັງເປັນປະທານກວດກາຄະນະບໍລິຫານງານສະຫະພັນແມ່ຍິງແຂວງ.​ ກອງປະຊຸມໄດ້ຮັບຮອງເອົາ​ ສະຫາຍ ນາງ​ ນີຈັນ ແຈ່ມດາສັກ ແລະ​ ສະຫາຍ ນາງ ສີຫາ ກັນຍາວົງ ເປັນຮອງປະທານກວດກາຄະນະບໍລິຫານງານສະຫະພັນແມ່ຍິງແຂວງ.​ ນອກນີ້ ກອງປະຊຸມຄັ້ງປະຖົມມະລືກ ຍັງໄດ້ເລືອກເອົາ ຜູ້ແທນສົມບູນ 16 ສະຫາຍ ແລະ ຜູ້ແທນສໍາຮອງ 2 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ຕື່ມອີກ.
#ກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວແຂວງຈໍາປາສັກ ຄັ້ງທີ VIII ໄດ້ຮັບຜົນສໍາເລັດຕາມແຜນການທີ່ວາງໄວ້ ເຊິ່ງໄດ້ຢັ້ງຢືນເຖິງການນໍາພາ​ - ຊີ້ນໍາ ຂອງຄະນະພັກແຂວງ, ຄະນະປະທານສູນກາງສະຫະພັນແມ່ຍິງລາວ, ຄວາມເປັນເຈົ້າການ, ຄວາມສາມັກຄີເອກະພາບ ແລະ ຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ການເມືອງ ຂອງຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ຜູ້ແທນກອງປະຊຸມ, ຄະນະຮັບຜິດຊອບກອງປະຊຸມ ທີ່ໄດ້ສຸມທຸກເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການກະກຽມຄວາມພ້ອມຮອບດ້ານ ເຮັດໃຫ້ກອງປະຊຸມໃຫຍ່ຄັ້ງນີ້ໄຂຂຶ້ນ ແລະ ອັດລົງດ້ວຍຜົນສໍາເລັດອັນຈົບງາມ.
#ໂອກາດນີ້,​ ສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ ກຳມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ,​ ສະຫາຍ ປະລິນຍາເອກ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຈຳປາສັກ​ ກໍໄດ້ຜັດປ່ຽນກັນໂອ້ລົມຕໍ່ກອງປະຊຸມ, ເນື້ອໃນສຸດທີ່ມີຄວາມໝາຍສຳຄັນ​ ທັງເປັນທິດຊີ້ນຳ ຕໍ່ສະມາຊິກສະຫະພັນແມ່ຍິງ ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ມີຜົນສຳເລັດຕາມລະດັບຄາດໝາຍ. ເພື່ອເສີມຂະຫຍາຍຜົນສຳເລັດ ແລະ ມູນເຊື້ອທີ່ດີຂອງແມ່ຍິງນັ້ນ, ປະທານ​ກອງປະຊຸມ​ ໄດ້ເນັ້ນໜັກໃຫ້ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ຊຸດທີ VIII ຈົ່ງສືບຕໍ່ ນຳພາປັບປຸງການຈັດຕັ້ງສະຫະພັນແມ່ຍິງແຕ່ລະຂັ້ນ ໃຫ້ມີຄວາມໜັກແໜ້ນ​ -​ ເຂັ້ມແຂງ, ປະຕິບັດພາລະບົດບາດ, ໜ້າທີ່ ໃນການສຶກສາອົບຮົມເຕົ້າໂຮມຄວາມສາມັກຄີ, ປຸກລະດົມແມ່ຍິງລາວບັນດາເຜົ່າ ທົ່ວແຂວງ ເຂົ້າຮ່ວມໃນການຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍ ຂອງພັກ ໂດຍສະເພາະແມ່ນມະຕິກອງປະຊຸມໃຫຍ່ຂອງພັກປະຊາຊົນປະຕິວັດລາວ ກໍຄື ຂອງອົງຄະນະພັກແຂວງຈໍາປາສັກ, ແຜນພັດທະນາເສດຖະກິດ​ - ສັງຄົມແຫ່ງຊາດ, ແຜນພັດທະນາແມ່ຍິງ, ຄຳຂັວນ ແລະ ຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ ເພື່ອສ້າງຟື້ນຖານອັນໜັກແໜ້ນ ໃນການພັດທະນາແມ່ຍິງ ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ ເທື່ອລະກ້າວ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ​ ໃຫ້ມີຄວາມຈະເລີນຮຸ່ງເຮືອງ.​
* ຂ່າວ​-ພາບ​: ທູນທອງໃຈ​ *
 

 

ລະບົບຂໍ້ມູນຂ່າວສານດ້ານສຸຂະພາບ ສປປລາວ
ຂໍ້ມູນຄຸນນະພາບອາກາດປະຈໍາວັນ
ລາຍງານພະຍາດໄຂ້ຍຸງລາຍ
ຂ່າວສານສາທາລະນະສຸກ ແຂວງຈຳປາສັກ