ປະທານສູນກາງສະຫະພັນແມ່ຍິງລາວ ແລະ​ ເຈົ້າແຂວງຈຳປາສັກ​ທ່ຽວຊົມ​ຮ້ານສາງສະແດງ,​ ຈໍາໜ່າຍ​ສິນຄ້າ​ ໃນໂອກາດເຂົ້າຮ່ວມກອງປະຊຸມຜູ້ແທນແມ່ຍິງທົ່ວແຂວງ

ປະທານສູນກາງສະຫະພັນແມ່ຍິງລາວ ແລະ​ ເຈົ້າແຂວງຈຳປາສັກ​ທ່ຽວຊົມ​ຮ້ານສາງສະແດງ,​ ຈໍາໜ່າຍ​ສິນຄ້າ​ ໃນໂອກາດເຂົ້າຮ່ວມກອງປະຊຸມຜູ້ແທນແມ່ຍິງທົ່ວແຂວງ

#ປະທານສູນກາງສະຫະພັນແມ່ຍິງລາວ ແລະ​ ເຈົ້າແຂວງຈຳປາສັກ​ທ່ຽວຊົມ​ຮ້ານສາງສະແດງ,​ ຈໍາໜ່າຍ​ສິນຄ້າ​ ໃນໂອກາດເຂົ້າຮ່ວມກອງປະຊຸມຜູ້ແທນແມ່ຍິງທົ່ວແຂວງ
------=======------
#ວັນທີ 19 ມີນາ 2025,​ ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວແຂວງ​ຈໍາປາສັກ​ ຄັ້ງທີ VIII ທີ່ຈັດຂຶ້ນຢູ່ສະໂມສອນແຂວງ​ ຫຼັກ​ 4 ນະຄອນປາກເຊ.
#ເວລາພັກຜ່ອນ,​ ທ່ານ​ ນາງ ອາລີ ວົງໜໍ່ບຸນທໍາ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ​ ແລະ​ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ​ ພ້ອມດ້ວຍປະທານສະຫະພັນແມ່ຍິງແຂວງ​,​ ການນໍາ​ ແລະ ແຂກທີ່​ເຂົ້າຮ່ວມ​ກອງປະຊຸມ​ ກໍໄດ້ເຄື່ອນໄຫວຢ້ຽມຢາມທ່ຽວຊົມຮ້ານວາງສະແດງຜະລິດຕະພັນ​ກະສິກຳ​,​ ຫັດຖະກໍາຜ້າຝ້າຍ,​ ຢາສະໜູນໄພພື້ນເມືອງ ແລະ​ ຫ້ອງວາງສະແດງຜະລິດຕະພັນພື້ນບ້ານ, ເຄື່ອງອຸປະໂພກ​ -​ ບໍລິໂພກ​ທີ່ເຂົ້າຮ່ວມວາງສະແດງໃນໄລຍະດໍາເນີນກອງປະຊຸມໃຫຍ່ຜູ້ແທນ​ແມ່ຍິງ​ທົ່ວ​ແຂວງຈໍາປາສັກ.​ ພ້ອມນີ້​ ກໍ​ຊ່ວຍ​ສະໜັບສະໜູນ​ຜະລິດຕະພັນ​ຕ່າງໆ​ ຕື່ມອີກ.
* ຂ່າວ​-ພາບ​: ທູນທອງໃຈ​ *

 

ລະບົບຂໍ້ມູນຂ່າວສານດ້ານສຸຂະພາບ ສປປລາວ
ຂໍ້ມູນຄຸນນະພາບອາກາດປະຈໍາວັນ
ລາຍງານພະຍາດໄຂ້ຍຸງລາຍ
ຂ່າວສານສາທາລະນະສຸກ ແຂວງຈຳປາສັກ