ປະທານສະຫະພັນແມ່ຍິງແຂວງຈຳປາສັກ ພ້ອມຄະນະ ເຄື່ອນໄຫວຢາມຢ້ຽມ ແຂວງຫຼວງນໍ້າທາ
#ປະທານສະຫະພັນແມ່ຍິງແຂວງຈຳປາສັກ ພ້ອມຄະນະ ເຄື່ອນໄຫວຢາມຢ້ຽມ ແຂວງຫຼວງນໍ້າທາ
-------========--------
#ທ້າຍເດືອນກໍລະກົດ 2023, ທ່ານ ນາງ ເຕດາວັນ ແກ້ວພິລາວັນ ກໍາມະການພັກແຂວງ ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງຈຳປາສັກ ພ້ອມຄະນະ ໄດ້ເດີນທາງໄປເຄື່ອນໄຫວຢາມຢ້ຽມ ແລະ ເຮັດວຽກຢູ່ແຂວງໆຫຼວງນໍ້າທາ ໂດຍໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນ ກັບ ຄະນະນໍາສະຫະພັນແມ່ຍິງແຂວງຫຼວງນ້ໍາທາ ເຊິ່ງໃຫ້ກຽດຕ້ອນຮັບ ແລະ ຮ່ວມເຮັດວຽກ ມີ ທ່ານ ນາງ ບົວວັນ ພົມມະລິດ ກຳມະການພັກແຂວງ ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງຫຼວງນໍ້າທາ ພ້ອມຄະນະ. ກອງປະຊຸມຈັດຂຶ້ນຢູ່ຫ້ອງປະຊຸມ ສະຫະພັນແມ່ຍິງແຂວງຫຼວງນ້ໍາທາ. ມີຄະນະບໍລິຫານງານສະຫະພັນແມ່ຍິງ ຕະຫຼອດຮອດພະນັກງານສະຫະພັນແມ່ຍິງ 2 ແຂວງເຂົ້າຮ່ວມ.
#ໃນກອງປະຊຸມ ທັງສອງຝ່າຍ ໄດ້ລາຍງານສະພາບການນໍາພາ - ຊີ້ນໍາການຈັດຕັ້ງປະຕິບັດວຽກງານ ໃຫ້ກັນຮັບຮູ້ເຂົ້າໃຈໂດຍສັງເຂບ ໂດຍຍົກໃຫ້ເຫັນການເຄື່ອນໄຫວວຽກງານແຕ່ລະດ້ານ. ໃນໄລຍະຜ່ານມາຄະນະນໍາສະຫະພັນແມ່ຍິງ 2 ແຂວງ ແລະ ຄະນະສະຫະພັນແມ່ຍິງແຕ່ລະຂັ້ນ ໄດ້ຖືສຳຄັນວຽກງານສຶກສາອົບຮົມການເມືອງ - ແນວຄິດ ໃຫ້ຖັນແຖວສະມາຊິກສະຫະພັນແມ່ຍິງ ແລະ ແມ່ຍິງລາວບັນດາເຜົ່າ ດ້ວຍຫຼາຍວິທີທີ່ສອດຄ່ອງກັບກຸ່ມເປົ້າໝາຍ ເປັນຕົ້ນແມ່ນການປຸກລະດົມໃຫ້ເຂົ້າຮ່ວມ ຄົ້ນຄວ້າເຊື່ອມຊືມແນວທາງນະໂຍບາຍຂອງພັກ, ລັດຖະທຳມະນູນ, ກົດໝາຍ, ມະຕິ, ຄຳສັ່ງ, ມູນເຊື້ອປະຫວັດສາດສໍາຄັນຂອງພັກ, ຂອງຊາດ, ຂອງອົງການຈັດຕັ້ງມະຫາຊົນ ແລະ ແຜນພັດທະນາເສດຖະກິດ - ສັງຄົມຂອງແຂວງ, 2 ວາລະແຫ່ງຊາດ ແລະ ແຜນພັດທະນາແມ່ຍິງແຂວງ ທີ່ຄະນະພັກ - ອົງການປົກຄອງຈັດຂຶ້ນ. ເປັນເຈົ້າການຄົ້ນຄວ້າຈັດຕັ້ງເຊື່ອມຊຶມຜັນຂະຫຍາຍກົດໝາຍ ແລະ ນິຕິກຳຕ່າງໆທີ່ຕິດພັນກັບການປົກປ້ອງສິດ - ຜົນປະໂຫຍດອັນຊອບທຳຂອງແມ່ຍິງ ແລະ ເດັກນ້ອຍ, ປຸກລະດົມຊຸກຍູ້ແມ່ຍິງລາວເຂົ້າຮ່ວມປະຕິບັດ 2 ໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເປັນເຈົ້າການປະຕິບັດແຜນພັດທະນາແມ່ຍິງແຂວງໃນແຕ່ລະໄລຍະ. ນຳພາຂະບວນການແມ່ຍິງລາວບັນດາເຜົ່າປະຕິບັດຄຳຂວັນ, ຂໍ້ແຂ່ງຂັນ 3 ດີ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ເອົາໃຈໃສ່ສຶກສາອົບຮົມຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວບັນດາເຜົ່າ, ຮີດຄອງປະເພນີອັນດີງາມຂອງຊາດ, ຂອງເຜົ່າ. ຈາກນັ້ນຄະນະຜູ້ແທນສະຫະພັນແມ່ຍິງ 2 ຝ່າຍ ກໍ່ໄດ້ປະກອບຄຳເຫັນ - ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນຢ່າງສ້າງສັນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານແມ່ຍິງ 2 ແຂວງ ໃຫ້ມີປະສິດທິພາບສູງຂຶ້ນ.
#ໃນໂອກາດມາເຄື່ອນໄຫວຢ້ຽມຢາມແຂວງຫຼວງນໍ້າທາ ເທື່ອນີ້, ທ່ານ ນາງ ເຕດາວັນ ແກ້ວພິລາວັນ ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງຈໍາປາສັກ ພ້ອມດ້ວຍຄະນະ ກໍ່ໄດ້ເຂົ້າຢ້ຽມຢາມພົບປະ ທ່ານ ວຽງສະຫວັດ ສີພັນດອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆຫຼວງນໍ້າທາ ໂດຍການນໍາໜ້າພາທາງຂອງ ທ່ານ ນາງ ບົວວັນ ພົມມະລິດ ປະທານຄະນະ ບໍລິຫານງານສະຫະພັນແມ່ຍິງແຂວງຫຼວງນໍ້າທາ ພ້ອມຄະນະ. ມີຫົວໜ້າຫ້ອງວ່າການແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນການພົບປະ ທ່ານ ນາງ ເຕດາວັນ ແກ້ວພິລາວັນ ປະທານສະຫະພັນແມ່ຍິງແຂວງຈຳປາສັກ ໄດ້ລາຍງານກ່ຽວກັບຜົນສໍາເລັດໃນການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ຄະນະນໍາສະຫະພັນແມ່ຍິງແຂວງຫຼວງນໍ້າທາ ໃຫ້ທ່ານເຈົ້າແຂວງ ຮັບຊາບ. ຈາກນັ້ນ ທ່ານ ວຽງສະຫວັດ ສີພັນດອນ ກຳມະການ ສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຫຼວງນໍ້າທາ ກໍ່ໄດ້ມີຄໍາເຫັນ ໂດຍເນັ້ນໜັກໃຫ້ເອື້ອຍນ້ອງແມ່ຍິງທັງສອງແຂວງ ພ້ອມກັນ ເອົາໃຈໃສ່ເພີ່ມທະວີການສຶກສາອົບຮົມການເມືອງ - ແນວຄິດໃຫ້ແກ່ເອື້ອຍນ້ອງແມ່ຍິງບັນດາເຜົ່າ ເຂົ້າ ຮ່ວມເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ລັດຖະທຳມະນູນ, ກົດໝາຍ, ແຜນພັດທະນາເສດຖະກິດ - ສັງຄົມ, ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, 2 ວາລະແຫ່ງຊາດ ກໍ່ຄືວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ໃຫ້ມີຄວາມກ້າວໜ້າ, ມີຄວາມສະເໝີພາບຍິງ - ຊາຍໃນຄອບຄົວ ແລະ ສັງຄົມ ໃຫ້ກວ້າງຂວາງ ແລະ ເປັນຮູບປະທຳ, ເຄົາລົບ ແລະ ປະຕິບັດກົດໝາຍ, ມີລະບຽບວິໄນ ແລະ ເຂົ້າເຖິງຂະບວນຍຸຕິທຳ. ສືບຕໍ່ປະຕິບັດຄໍາຂວັນຂໍ້ແຂ່ງຂັນ 3 ດີ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ການສ້າງຄອບຄົວ ແລະ ບ້ານແມ່ຍິງ 3 ດີ ຕິດພັນກັບການສ້າງບ້ານພັດທະນາ ຕາມທິດ 3 ສ້າງໃຫ້ເປັນຂະບວນການກວ້າງຂວາງ, ສົ່ງເສີມໃຫ້ເອື້ອຍນ້ອງແມ່ຍິງໄດ້ເຂົ້າເຖິງຂໍ້ມູນຂ່າວສານທີ່ເປັນປະໂຫຍດຕໍ່ເອື້ອຍນ້ອງແມ່ຍິງໃຫ້ນັບມື້ນັບຫຼາຍຂຶ້ນ.
*** ຂ່າວ-ພາບ: ນັກຂ່າວສະຫະພັນແມ່ຍິງແຂວງ ***

