ກຳມະບານໂຮງ​ງານ​ຜະ​ລິດ​ຢາ ຊີ​ບີ​ເອ​ຟ​ ປະ​ຕິ​ບັດ​ຂໍ້​ແຂ່ງ​ຂັນ​ 5 ເປັນ​ເຈົ້າ ຕິດ​ພັນ​ກັບ​ການ​ຜະ​ລິດ​ຢາ​ເປັນ​ສິນ​ຄ້າ

ກຳມະບານໂຮງ​ງານ​ຜະ​ລິດ​ຢາ ຊີ​ບີ​ເອ​ຟ​ ປະ​ຕິ​ບັດ​ຂໍ້​ແຂ່ງ​ຂັນ​ 5 ເປັນ​ເຈົ້າ ຕິດ​ພັນ​ກັບ​ການ​ຜະ​ລິດ​ຢາ​ເປັນ​ສິນ​ຄ້າ

#ກຳມະບານໂຮງ​ງານ​ຜະ​ລິດ​ຢາ ຊີ​ບີ​ເອ​ຟ​ ປະ​ຕິ​ບັດ​ຂໍ້​ແຂ່ງ​ຂັນ​ 5 ເປັນ​ເຈົ້າ ຕິດ​ພັນ​ກັບ​ການ​ຜະ​ລິດ​ຢາ​ເປັນ​ສິນ​ຄ້າ
-----========-----
#ສະຫາຍ ສົມໄຊ​ ຫົງສະຫວາດ​ ປະທານສະຫະພັນກໍາມະບານຮາກຖານໂຮງ​ງານ​ຜະ​ລິດ​ຢາ ຊີ​ບີ​ເອ​ຟ​ ລາຍງານຕໍ່ກອງປະຊຸມໃຫຍ່​ ຜູ້ແທນ​ສະຫະພັນ​ກໍາມະບານ​ທົ່ວ​ແຂວງ​ຈໍາປາສັກ​ ຄັ້ງທີ IX ​ທີ່​ຈັດຂຶ້ນ​ໃນທ້າຍເດືອນມີນາ​ 2025​ ທີ່ຜ່ານມາ​ ກ່ຽວກັບການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຂໍ້​ແຂ່ງ​ຂັນ​ 5 ເປັນ​ເຈົ້າ ຕິດ​ພັນ​ກັບ​ການ​ຜະ​ລິດ​ຢາ​ເປັນ​ສິນ​ຄ້າ​ ວ່າ​: ພາຍໃຕ້ການນໍາ​ພາ - ຊີ້ນຳ ອັນ​ສະຫຼາດສ່ອງ​ໃສຂອງຄະ​ນະໜ່ວຍ​ພັກໂຮງ​ງານຜະ​ລິດ​ຢາ ຊີ​ບີ​ເອ​ຟ ແລະ ຄະນະສະຫະພັນກຳມະບານແຂວງ,​ ກໍາມະບານໂຮງງານຜະລິດຢາ​ ຊີບີເອຟ​ ໄດ້ປະສານສົມທົບຢ່າງກົມກຽວກັບອົງການ​ຈັດ​ຕັ້ງຊາວ​ໜຸ່ມ,​ ​ແມ່​ຍິງ​, ການຈັດ​ຕັ້ງ​ພາກ​ -​ ລັດ​ ກໍ​ຄື​ພະ​ນັກ​ງານ​ -​ ກຳ​ມະ​ກອນ​ທົ່ວ​ໂຮງ​ງານ, ສ້າງຄວາມສາມັກຄີ ເປັນປຶກແຜ່ນໃນການນຳ​ພາ - ຊີ້​ນຳ ເຮັດ​ໃຫ້ອົງການຈັດຕັ້ງກຳມະບານ ພາຍໃນໂຮງງານມີ​ຄວາມ​ໜັກ​ແໜ້ນ​, ເຂັ້ມ​ແຂງ​ທາງດ້ານການເມືອງ - ແນວຄິດ​ ແລະ​ ການ​ຈັດ​ຕັ້ງ,​ ສ້າງໃຫ້ສະມາຊິກກຳມະບານ, ກຳມະກອນຊາວຜູ້​ອອກ​ແຮງ​ງານ ຮັກສາໄດ້ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ຕິດພັນກັບຂໍ້ແຂ່ງຂັນ ຮັກ​ຊາດ ແລະ ພັດ​ທະ​ນາ, 2 ວາລະ​ແຫ່ງ​ຊາດ​ ແລະ ເນື້ອ​ໃນ​ຂໍ້​ແຂ່ງ​ຂັນ 5 ເປັນ​ເຈົ້າ. ໃນນັ້ນ, ເປັນເຈົ້າການຝຶກຝົນຫຼ່ໍຫຼອມ ທາງດ້ານການເມືອງ​ - ແນວຄິດ,​ ສະ​ຫະ​ພັນ​ກຳ​ມະ​ບານ​ໂຮງ​ງານ​ຜະລິດຢາ ຊີບີເອຟ​ ໄດ້ຢຶດໝັ້ນທິດຊີ້ນຳຂອງພັກ ໃນການຍົກສູງການຝຶກຝົນຫຼ່ໍຫຼອມຕົນເອງ​ ໃຫ້ມີທັດສະນະການເມືອງທີ່ໜັກແໜ້ນ,​ ມີຫຼັກໝັ້ນຊົນຊັ້ນກໍາມະກອນ,​ ມີຄວາມຈົ່ງຮັກພັກດີຕໍ່ພັກ​ - ລັດ,​ ມີຄຸນສົມບັດສິນທໍາປິຕິວັດ,​ ເຄົາລົບກົດໝາຍ,​ ລະບຽບວິໄນ ແລະ​ ລະບຽບການອອກແຮງງານ,​ ຄົ້ນຄວ້າຮ່ຳຮຽນ,​ ເຊື່ອມຊຶມແນວທາງນະໂຍບາຍຂອງພັກ,​ ເປັນເຈົ້າການນໍາພາດໍາເດີນຊີວິດການເມືອງ​ -​ ສໍາຫຼວດກວດກາປະຈໍາເດືອນ​ ເພື່ອຕໍານິຕິຊົມຕົນເອງ,​ ຕິຊົມໝູ່ເພື່ອນ.​ ຈາກນັ້ນ,​ ກໍນໍາພາດ້ານການເມືອງ, ເຊື່ອມຊຶມເອກະສານທີ່ສໍາຄັນຂອງພັກ,​ ຂອງຊາດ,​ ບັນດາລະບຽບການຂອງໂຮງ​ງານວາງອອກ ເຮັດໃຫ້ສະມາຊິກກໍາມະບານພາຍໃນໂຮງງານ ມີທັດສະນະມະຫາຊົນກ້ວາງຂວາງ, ​ມີ​ແນວ​ຄິດ​ອຸ່ນ​ອ່ຽງ​ທຸ່ນ​ທ່ຽງ​​ -​ ເຊື່ອ​ໝັ້ນຕໍ່​ການ​ນຳ​ພາ​ຂອງ​ພັກ - ລັດ, ມີຄວາມສາມັກຄີໃກ້ຊິດຕິດແທດກັບໝູ່ເພື່ອນສະມາຊິກກໍາມະບານ,​ ກໍາມະກອນ​ -​ ຊາວຜູ້ອອກແຮງງານ, ມີສະຕໍ່ການຈັດຕັ້ງ , ມີແນວຄິດບໍລິສຸດສັດຊື່,​ ປະຍັດມັດທະຍັດ,​ ບໍ່ຫຼີ້ນກິນຟູມເຟືອຍ ແລະ ແຕ່​ລະ​ຄອບ​ຄົວ​ມີ​ຄວາມ​ສະ​ຫງົບ; ເປັນເຈົ້າການປະຕິບັດກົດໝາຍ ແລະ ລະບຽບການຂອງລັດ.​ ໂຮງງານຜະລິດຢາ ຊີບີເອຟ ແມ່ນລັດວິສະຫາກິດປະສົມ ເຊິ່ງແມ່ນໝາກຜົນຂອງການຮ່ວມມືຂອງ ສອງແຂວງແຮກສ່ຽວ ລະຫວ່າງ ແຂວງຈໍາປາສັກ ສປປ ລາວ ແລະ ແຂວງບິນດິ້ງ ສສ ຫວຽດນາມ, ປະຕິບັດໜ້າທີ່ຍຸດທະສາດ ຜະລິິດ ແລະ ຈໍາໜ່າຍຢາປົວພະຍາດອອກຮັບໃຊ້ສັງຄົມ​ເພື່ອ​ທົດ​ແທນ​ການ​ນຳ​ເຂົ້າ ເຊິ່ງ​​ໂຮງ​ງານ​ໄດ້​ນຳ​ໃຊ້​ລະ​ບຽບ​ການ,​ ຂໍ້​ກຳ​ນົດ​ຂອງ​ຊາດ​ ແລະ ​ສາ​ກົນ​ ເຂົ້າ​ໃນ​ດຳ​ເນີນ​ການ​ຜະ​ລິດ​ -​ ທຸ​ລະ​ກິດ ເຊັ່ນ: ໄດ້ດຳ​ເນີນ​ການ​ຜະ​ລິດ​ຢາຕາມມາດຕະຖານຫຼັກການຜະລິດທີ່ດີ GMP,​ ໃຊ້ຫຼັກ​ການ​ບໍ​ລິ​ຫານ​ຄຸນ​ນະ​ພາບ​ຕາມ​ມາດ​ຕະ​ຖານ​ສາ​ກົນ ISO9001: 2025,​ ການ​ກວດ​ກາ​ວິ​ໄຈ​ຄຸນ​ນະ​ພາບ​ ນັບ​ແຕ່​ຂອດ​ວັດ​ຖຸ​ດິບ​ນຳ​ເຂົ້າ​ ​ຈົນ​ຮອດ​ຜະ​ລິດ​ຕະ​ພັນ​ສຳ​ເລັດ​ຮູບ​ ແມ່ນ​ໄດ້​ປະ​ຕິ​ບັດ​ຕາມຫຼັກ​ການ​ຫ້ອງ​ທົດ​ລອງ​ທີ່​ດີ ແລະ ຂໍ້​ກຳ​ນົດ​ດ້ານ​ຄວາມ​ສາ​ມາດ​ຂອງ​ຫ້ອງ​ທົດ​ລອງ​ ຕາມ​ມາດ​ຕະ​ຖານ​ສາ​ກົນ ISO/ICE 17025:2017.
#ສໍາລັບເປັນເຈົ້າການ ພັດທະນາຕົນເອງ ແລະ ການຈັດຕັ້ງ,​ ສະຫະພັນກຳມະ​ບານ​ໂຮງ​ງານຜະລິດຢາ ຊີບີເອຟ ປະ​ກອບ​ມີ 3 ຮາກ​ຖານ,​ ແບ່ງ​ເປັນ 9 ໜ່ວຍ,​ ມີສະ​ມາ​ຊິກທັງ​ໝົດ 226 ສະ​ຫາຍ,​ ຍິງ 105​ ສະ​ຫາຍ,​ ທຽບ​ໃສ່​ປີ​ 2021 ເພີ່ມ​ຂຶ້ນ​ ​16,49%,​ ກວມ​ເອົາ 97,83% ຂອງ​ພະ​ນັກ​ງານ​ -​ ກຳ​ມະ​ກອນ​ທັງ​ໝົດ, ໃນ​ນີ້​ ສະ​ມາ​ຊິກ​ກຳ​ມະ​ບານເປັນສະ​ມາ​ຊິກ​ພັກ 22 ສະ​ຫາຍ,​ ຍິງ 10 ສະຫາຍ; ໄດ້​ນຳ​ພາ​ເປິດກອງ​ປະ​ຊຸມ​ປະ​ເມີນສະ​​ຫະ​ພັນ, 3 ຮາກ​ຖານ​ທີ່​ຂຶ້ນ​ກັບ​ ຕາມ​ເນື້ອໃນຂໍ້​ແຂ່ງ​ຂັນ 5 ເປັນ​ເຈົ້າ ໃນແຕ່​ລະ​ປີ; ຮັບ​ມະ​ຫາ​ຊົນ​ກ້າວໜ້າດີເດັ່ນເຂົ້າເປັນສະມາຊິກກໍາມະບານລາວ ຈໍານວນ 33 ສະຫາຍ, ຍິງ 8 ສະຫາຍ​ ແລະ​ ໃນ​ໂອກາດງານ​ສະ​ເຫຼີມ​ສະຫຼອງ​ການ​ສ້າງ​ຕັ້ງ ບໍ​ລິ​ສັດ ຊີ​ບີ​ເອ​ຟ ຄົບ​ຮອບ 30​ ປີ,​ ສະ​ມາ​ຊິກ​ກໍາມະບານ​ ກໍໄດ້​ຮັບ​ການ​ຍ້ອງ​ຍໍ​ສັນ​ລະ​ເສີນ,​ ປະ​ດັບ​ຫຽນ​ໄຊ​ອິດ​ສະຫຼະ​ຊັ້ນ​ II,​ ມີ​ 1 ສະ​ຫາຍ, ຫຼຽນ​ໄຊ​ອິດ​ສະຫຼະ​ຊັ້ນ​ III​ ມີ 5 ສະ​ຫາຍ ຍິງ​ 1 ສະຫາຍ​, ຫຼຽນ​ໄຊ​ແຮງ​ງານ​ຊັ້ນ​ I ມີ​ 2 ສະ​ຫາຍ, ຫຼຽນ​ໄຊ​ແຮງ​ງານ​ຊັ້ນ​ II ມີ​ 2 ສະ​ຫາຍ,​ ຍິງ​ 1 ສະຫາຍ​, ຫຼຽນ​ໄຊ​ແຮງ​ງານ​ຊັ້ນ​ III​ ມີ​ 10 ສະ​ຫາຍ,​ ຍິງ​ 4 ສະຫາຍ​, ຫຼຽນ​ກາ​ແຮງ​ງານ​ ມີ​ 19​ ສະ​ຫາຍ,​ ຍິງ​ 14​ ສະຫາຍ​, ໄດ້ຮັບ​ໃບ​ຍ້ອງ​ຍໍ​ລັດ​ຖະ​ບານ 20​ ສະ​ຫາຍ,​ ຍິງ 11​ສະຫາຍ,​ ໃບ​ຍ້ອງ​ຍໍ​ເຈົ້າ​ແຂວງ 67 ສະ​ຫາຍ,​ ຍິງ 33​ ສະຫາຍ​, ໃບ​ຍ້ອງ​ຍໍ​ພະ​ແນກ​ສາ​ທາລະນະສຸກແຂວງ 87 ສະ​ຫາຍ,​ ຍິງ 41​ ສະຫາຍ​, ໃບ​ຍ້ອງ​ຍໍ​ຂັ້ນ​ໂຮງ​ງານ 11​ ສະ​ຫາຍ,​ ຍິງ 2 ສະຫາຍ​.
#ເປັນເຈົ້າການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາ,​ໄດ້ເອົາໃຈໃສ່ດູແລຄວາມປອດໄພແຮງງານດ້ານສະພາບແວດລ້ອມ,​ ການເຮັດວຽກ,​ ການປະກອບເຄື່ອງນຸ່ງ,​ ອຸປະກອນປ້ອງກັນອຸບັດເຫດແຮງງານ,​ ຮັບການກວດກາສຸຂະພາບທົ່ວໄປ,​ ກວດສຸຂະພາບສະເພາະ,​ ການວັດແທກສາຍຕາປະຈໍາປີ​ 1ຄັ້ງ/ປີ,​ ກໍາມະບານ​ -​ ກໍາມພກອນ ຢູ່​ຫ້ອງ​ຜະ​ລິດ 2 ຄັ້ງ/ປີ; ຈັດ​ຕັ້ງຕໍ່​ສັນ​ຢາ​ແຮງ​ງານ​ລວມ​ໝູ່​ ສະ​ບັບ​ປັບ​ປຸງ​ໃໝ່​ ເພື່ອ​ໃຫ້​ສອດ​ຄ່ອງ​ຕາມ​ກົດ​ໝາຍ​ແຮງ​ງານ,​ ກົດ​ໝາຍ​ປະກັນ​ສັງ​ຄົມ, ເບິກຈ່າຍເງິນເດືອນ ບໍ່ໃຫ້ກາຍວັນທີ 10 ຂອງເດືອນຖັດໄປ,​ ໃຫ້ການອຸດໜູນຕໍ່ຜູ້ທີ່ເຮັດວຽກຢູ່​ເຂດ​ຄວບ​ຄຸມ​ພິ​ເສດ.​ ພ້ອມນີ້​ ກໍມີກອງ​ທຶນ​ພັດທະນາ​ ​ຊີ​ບີ​ເອ​ຟ ​ໃນ​ການ​​ໃຫ້​ສະ​ມາ​ຊິກ​ກູ້​ຢືມໃນ​ອັດ​ດອກ​ເບ້ຍ 8%/ປີ ເພື່ອໃຊ້ຈ່າຍໃນການສ້າງ​ເສດ​ຖະ​ກິດ​ຄອບ​ຄົວ​ ປູກ​ຝັງ​ - ລ້ຽງ​ສັດ,​ ປູກ​ສ້າງ​ທີ່​ຢູ່​ອາ​ໄສ, ປະຕິບັດນະໂຍບາຍຕໍ່ສະມາຊິກທີ່ ພໍ່​ແມ່​ຄີງ​ເສຍ​ຊີ​ວິດ,​ ສະ​ມາ​ຊິກ​ແຕ່ງ​ງານ,​ ເກີດ​ລູກ​ໃໝ່,​ ເຈັບ​ໄຂ້ນອນໂຮງ​ໝໍ,​ ຜ່າ​ຕັດ​ໃຫຍ່​ ລວມ ມີ 26 ກໍລະນີ, ມູນຄ່າ 26​ ລ້ານກີບ.​
#ເປັນເຈົ້າການປະຕິບັດໜ້າທີ່ວິຊາສະເພາະຢ່າງປະດິດສ້າງ,​ ໄດ້ສົມທົບກັບ​ຝ່າຍຜະລິດ ​ສ້າງ​ ແລະ​ ​ປະ​ກາດໃຊ້ກໍານົດໝາຍແຮງງານການ​ຜະ​ລິດ​ຢາ​ ໄດ້​ທັງໝົດ ​157 ລາຍ​ການ; ​​ປະ​ກອບ​ສ່ວນໃນ​ການ​ປະ​ຕິ​ບັດ​ຕົວ​ເລກ​ການ​ຜະ​ລິດ​ຢາ​ປົວ​ພະ​ຍາດສາ​ມາດ​ເຕີບ​ໂຕ​ສະ​ເລ່ຍ 29%/ປີ; ປະ​ກອບ​ສ່ວນ​ໃນການ​ປະ​ຕິ​ບັດ​ແຜນ​ຕົວ​ເລກ​ການ​ຂາຍ​ສາ​ມາດເຕີບ​ໂຕ​ສະ​ເລ່ຍ 19%/ປີ; ການ​ຕິດ​ຕາມ​ຄວບ​ຄຸມ​ຂັ້ນ​ຕອນ​ການ​ຜະ​ລິດ,​ ການ​ສະ​ໜອງ​ປັດ​ໄຈ​ການ​ຜະ​ລິດ​ຕ່າງ​ໆ​ ແມ່ນ​ດຳ​ເນີນ​ໄປຢ່າງ​ມີ​ປະ​ສິດ​ທິ​ຜົນ.​ ວຽກ​ງານ​ຂະ​ບວນ​ການ​ຕ່າງໆ​ ໂດຍສະເພາະ​ແມ່ນວຽກ​ງານ​ສົ່ງ​ເສີມ​ - ພັດ​ທະ​ນາ​ກິ​ລາ​ຂອງ​ໂຮງ​ງານ,​ ໄດ້​ນຳ​ພາ​ສະ​ມາ​ຊິກ​ຈັດ​ກິດ​ຈະ​ກຳ​ແຂ່ງ​ຂັນ​​ບານ​ສົ່ງ, ​ບານ​ເຕະ, ເປ​ຕັງ ຢູ່​ພາຍ​ໃນ ແລະ ແຂ່ງ​ຂັນ​ກັບ​ພາຍນອກ ເນື່ອງ​ໃນ​ໂອ​ກາດ​ຕ້ອນ​ຮັບ​ -​ ສະ​ເຫຼີມ​ສະຫຼອງ​ວັນ​ສຳ​ຄັນ​ຂອງ​ພັກ​ຂອງ​ຊາດ.​ ວຽກ​ການ​ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ດີ​ໃນ​ການ​ເຮັດ​ວຽກ,​ ໄດ້ນຳ​ເອົາຫຼັກ​ການ 5 ສ​ ຄື: ສະ​ສາງ,​ ສະ​ດວກ,​ ສະ​ອາດ,​ ສ້າງ​ມາດ​ຕະ​ຖານ ແລະ ສ້າງ​ນິ​ໄສ ຂຽນ​ເປັນ​ແຜນ​ງານ,​ ແຜນ​ກິດ​ຈະ​ກຳ​ ແລະ​ ຈັດ​ຕັ້ງ​ຊິກ​ເຄື່ອນ​ໄຫວອອກ​ແຮງ​ງານ​ອະ​ນາ​ໄມບໍ​ລິ​ເວນ​ດ້ານ​ໜ້າ ແລະ​ ພາຍ​ໃນ​ເດີ່ນ​ໂຮງ​ງານໃນທຸກໆວັນເສົາ.ພ້ອມ​ນີ້​ກໍ​ໄດ້​ນຳ​ພາ​ໄປ​ທັດ​ສະ​ນະສືກ​ສາ​ຢູ່​ຂ້າງນອກ​ເນື່ອງ​ໃນ​ວັນ​ກຳ​ມະ​ກອນ​ສະ​ກົນ 1 ພຶດ​ສະ​ພາ ​ເພື່ອ​ໃຫ້​ພະ​ນັກ​ງານ​ກຳ​ມະ​ກອນ​ໄດ້​ຜ່ອນ​ຄອຍ​ແລະ​ສະ​ມັກ​ຄີ​ຫລີ້ນ​ກິດ​ຈະ​ກຳ​ຕ່າງໆ​ຮ່ວມ​ກັນ​ຢ່າງ​ເປັນ​ຂະ​ບວນ​ຟົດ​ຟື້ນ.
#ສະຫາຍ​ ສົມໄຊ​ ຫົງສະຫວາດ​ ກ່າວຕອນທ້າຍອີກວ່າ: ເພື່ອ​ສຶບ​ຕໍ່​​ຈັດ​ຕັ້ງ​ປະ​ຕິ​ບັດພາ​ລະ​ບົດ​ບາດ ສິດ - ໜ້າ​ທີ່ ຂອງ​ຄະ​ນະ​ປະ​ທານ​ສະ​ຫະ​ພັ​ນ​ ແລະ​ ຄະ​ນະ​ຮາກ​ຖານ​ໃນ​ການ​ນຳ​ພາ​ສະ​ມາ​ຊິກ​ກຳ​ມະ​ບານ -​ ກຳ​ມະ​ກອນ ໃນ​ການ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ວຽກ​ງານ​ນະ​ໂຍ​ບາຍ​ ກໍຄື ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຂໍ້​ແຂ່ງ​ຂັນ​ 5 ເປັນ​ເຈົ້າ ຕິດ​ພັນ​ກັບ​ການ​ຜະ​ລິດ​ຢາ​ເປັນ​ສິນ​ຄ້າ,​ ​ສະ​ຫະ​ພັນ​ກຳ​ມະ​ບານໂຮງ​ງານ​ຜະ​ລິດ​ຢາ ຊີ​ບີ​ເອ​ຟ​ ຈະໄດ້​ສຸມ​ໃສ່​ປະ​ຕິ​ບັດ​ວຽກ​ທີ່​ເປັນ​ຍຸດ​ທະ​ສາດ​ ຄື: ສຶກ​ສາ​ອົບ​ຮົບ​ການ​ເມືອງ​ -​ ແນວ​ຄິດ​ໃຫ້​ຖັນ​ແຖວ​ສະ​ມາ​ຊິກ​ກຳ​ມ​ະ​ບານ​ ໃຫ້​ມີ​ຄວາມ​ເຊື່ອ​ໝັ້ນ​ ຕໍ່​ການ​ນຳ​ພາ​ຂອງ​ຄະ​ນະພັກ - ຄະ​ນະ​ອຳ​ນວຍ​ການ, ມີ​ຄຸນ​ທາດ​ການ​ເມືອງ​ໜັກ​ແໜ້ນ; ເອົາໃຈໃສ່ຕິດ​ຕາມ,​ ຊຸກຍູ້ ຢ່າງ​ໃກ້​ຊິດຕໍ່ການຈັດຕັ້ງປະຕິບັດຂໍ້​ແຂ່ງ​ຂັນ​ 5 ເປັນ​ເຈົ້າ ຢ່າງຕໍ່ເນື່ອງ; ຄະ​ນະ​ສະ​ຫະ​ພັນ​ ຕ້ອງສົມ​ທົບ​ກັບ​ ຄະ​ນະ​ຮາກ​ຖານ​ຢ່າງ​ສະ​ນິດ​ແໜ້ນ​ເພື່ອ​ພ້ອມ​ກັນ​ຂຽນ​ແຜນ​ຍຸດ​ທະ​ສາດ​ ການ​ນຳ​ພາ​ສະ​ມາ​ຊິກ​ຈັດ​ຕັ້ງ​ປະ​ຕິ​ບັດ​ຂໍ້​ແຂ່ງ​ຂັນ​ 5 ເປັນ​ເຈົ້າ ໃຫ້​ຕິດ​ພັນ​ທັງ​ທາງ​ກົງ​ ແລະ​ ທາງ​ອ້ອມ​ກັບ​ວຽກ​ງານ​ການ​ຜະ​ລິດຢາ​ເປັນ​ສິນ​ຄ້າຂອງ​ໂຮງ​ງານ​ຢ່າງ​ມີ​ປະ​ສິດ​ທິ​ພາບ​ ແລະ​ ປະ​ສິດ​ທິ​ຜົນ; ສືບ​ຕໍ່ເອົາໃຈ​ໃສ່​ຕິດ​ຕາມ​ການ​ປະ​ຕິ​ບັດ,​ ການ​ຕໍ່​ສັນ​ຍາ​ແຮງ​ງານ​ລວມ​ໝູ່​ ເພື່ອ​ປົກ​ປ້ອງ​ສິດ​ ແລະ​ ຜົນ​ປະ​ໂຫຍດ​ອັນ​ຊອບ​ທໍາຂອງ​ສະ​ມາ​ຊິກ​ກໍາມະ​ບານ -​ ພະ​ນັກ​ງານ​ -​ ກຳ​ມະ​ກອນ; ຕິດ​ຕາມກວດ​ກາ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ,​ ສະ​ຫວັດ​ດີ​ການ​ຕ່າງໆ​ໃຫ້​ມີ​ຄວາມ​ເປັນ​ທໍາ,​ ສອດ​ຄ່ອງ​ຕາມ​ລະ​ບຽບ​ກົດ​ໝາຍ​ທີ່​ກຳ​ນົດ​ໄວ້,​ ພ້ອມ​ນັ້ນ​ ກໍ​ນຳ​ພາ​ປະ​ຕິ​ບັດ​ວິ​ໄນ​ຢ່າງ​ເຄັ່ງ​ຄັດ​ຕໍ່​ຜູ້​ທີ່​ລະ​ເມີດ​ລະ​ບຽບ​ວິ​ໄນ; ສະຫະ​ພັນ​ຕ້ອງ​ເປັນ​ໃຈ​ກາງ​ໃນ​ການ​​ສົມ​ທົບ​ກັບ​ອົງ​ການ​ຈັດ​ຕັ້ງ​ແມ່​ຍິງ, ຊາວ​ໜຸ່ມ ນໍາພາ​ສ້າງ​ຂະບວນ​ການ​ອອກ​ແຮງ​ງານອະ​ນາ​ໄມ, ​ແຂ່ງ​ຂັນກິ​ລາ, ສິ​ລະ​ປະ ​ສະ​ເຫຼີມ​ສະຫຼອງ ແລະ ຕ້ອນ​ຮັບ​ວັນ​ສຳ​ຄັນ​ຕ່າງ​ໆ​ຂອງ​ພັກ,​ ຂອງ​ຊາດ,​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ ແລະ ໂຮງ​ງານ​ຢ່າງ​ເປັນ​ຂະ​ບວນ​ຟົດ​ຟື້ນ.
* ຂ່າວ​-ພາບ​: ທູນທອງໃຈ​ *​0

 

ລະບົບຂໍ້ມູນຂ່າວສານດ້ານສຸຂະພາບ ສປປລາວ
ຂໍ້ມູນຄຸນນະພາບອາກາດປະຈໍາວັນ
ລາຍງານພະຍາດໄຂ້ຍຸງລາຍ
ຂ່າວສານສາທາລະນະສຸກ ແຂວງຈຳປາສັກ