ສູນຕ້ານເອດ ແລະ ພຕພ ຈັດກອງປະຊຸມເຜີຍແຜ່ ກົດໝາຍ ແລະ ແຜນພັດທະນາຍຸດທະສາດ ການກັນ ແລະ ຄວບຄຸມເຊຶ້ອເຮສໄອວີ/ພະຍາດເອດ 2026-2030

28/03/2025

ສູນຕ້ານເອດ ແລະ ພຕພ ຈັດກອງປະຊຸມເຜີຍແຜ່ ກົດໝາຍ ແລະ ແຜນພັດທະນາຍຸດທະສາດ ການກັນ ແລະ ຄວບຄຸມເຊຶ້ອເຮສໄອວີ/ພະຍາດເອດ 2026-2030. ສະເພາະໃນກຸ່ມຜູ້ຕິດເຊຶ້ອເຮສໄອວີ ກຸ່ມປະຊາກອນ ອາຍຸ 15-49 ປີ, ໃຫ້ຕໍ່າກ່ວາ 0,15 %; ສາວບໍລິການໃຫ້ຕໍ່າກ່ວາ 1%; ໃນກຸ່ມຜູ້ຊາຍເພດດຽວກັນໃຫ້ຕໍ່າກ່ວາ 2%; ຈຳນວນຜູ້ຕິດເຊຶ້ອເຮສໄອວີໃໝ່ ບໍ່ໃຫ້ເກີນ 100 ຄົນ ເພື່ອເສີມສ້າງຄວາມເຂັ້ມແຂງ ແລະ ສ້າງສະພາບແວດລ້ອມທີ່ເອຶ້ອອຳນວຍໃນວຽກງານການກັນ ແລະ ຄວບຄຸມເຊຶ້ອເຮສໄອວີ/ພະຍາດເອດ ແລະ ພຕພ, ເພື່ອຊຸກຍູ້ໃຫ້ເຂົ້າເຖິງການບໍລິການປ້ອງກັນ ທິ່ມີຄຸນນະພາບ ແລະ ເພື່ອຂະຫຍາຍການບໍລິການເຂົ້າເຖິງການກວດເລຶອດ, ປິ່ນປົວ ແລະ ດູແລ ເບີ່ງແຍງທີ່ມີຄຸນນະພາບ. ໂດຍການເປັນປະທານຂອງ ທ່ານ ດຣ ພູປະສົງ ຊົມພູ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ  ທ່ານ ດຣ ນ. ບົວທອງ ສີມະໂນວົງ ຮອງຫົວໜ້າສູນຕ້ານເອດ ແລະ ພຕພ, ມີທ່ານຫົວໜ້າຂະແໜງ ຮອງຂະແໜງ, ບັນດາໂຮງໝໍສູນກາງ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງໄດ້ເຂົ້າຮ່ວມ.   
ວັນທີ 18-19 ມີນາ 2025, ທີ່ ທ່າລາດ ແຂວງວຽງຈັນ.

 

ລະບົບຂໍ້ມູນຂ່າວສານດ້ານສຸຂະພາບ ສປປລາວ
ຂໍ້ມູນຄຸນນະພາບອາກາດປະຈໍາວັນ
ລາຍງານພະຍາດໄຂ້ຍຸງລາຍ
ຂ່າວສານສາທາລະນະສຸກ ແຂວງຈຳປາສັກ