ພິທີເຊັນບົດບັນທຶກຄວາມເຂົ້າໃຈໂດຍຫຍໍ້ ສຳລັບໂຄງການ “ ສຸຂະພາບຕາເດັກ ແຂວງຈຳປາສັກ ” ລະຫວ່າງ ພະແນກສາທາລະນະສຸກແຂວງຈໍາປາສັກ ແລະ ອົງການ CBM Global, ທີ່ພະແນກສາທາລະນະສຸກ ແຂວງຈໍາປາສັກ

28/03/2025

ພິທີເຊັນບົດບັນທຶກຄວາມເຂົ້າໃຈໂດຍຫຍໍ້ ສຳລັບໂຄງການ “ ສຸຂະພາບຕາເດັກ ແຂວງຈຳປາສັກ ” ລະຫວ່າງ ພະແນກສາທາລະນະສຸກແຂວງຈໍາປາສັກ ແລະ ອົງການ CBM Global, ທີ່ພະແນກສາທາລະນະສຸກ ແຂວງຈໍາປາສັກ
=====000=====
ໃນຕອນເຊົ້າຂອງວັນທີ 28 ມີນາ 2025, ເວລາ 10:00ນາທີ ຢູ່ທີ່ຫ້ອງປະຊຸມຈຳປາຫອມພະແນກສາທາລະນະສຸກແຂວງຈຳປາສັກໄດ້ຈັດພິທີລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ສຳລັບໂຄງການ“ສຸຂະພາບຕາເດັກ ແຂວງຈຳປາສັກ ”  ລະຫວ່າງ ພະແນກສາທາລະນະສຸກແຂວງຈໍາປາສັກ ແລະ ອົງການ CBM Global, ໃນພິທິຄັ້ງນີ້ໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ດຣ ນາງ ອຸດຕະພອນ ສົມສີທາ ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ທ່ານ ດຣ ນາງ ພອນສະຫວັນ ຈ່າສານ ຮອງຫົວໜ້າສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ກະຊວງສາທາລະນະສຸກ, ທ່ານ ນວນຕາ ລາດຊະວົງໄຊ ຜູ້ປະສານງານອົງການ CBM Global, ມີບັນດາທ່ານຜູ້ຕ່າງໝ້າຈາກ ກະຊວງການຕ່າງປະເທດ, ຕ່າງໜ້າຈາກຫ້ອງການກະຊວງສາທາລະນະສຸກ, ຕ່າງໜ້າຈາກພະແນກການອ້ອມຂ້າງແຂວງເຊັ່ນ: ໂຮງໝໍແຂວງຈຳປາສັກ, ສະມາຄົມຄົນພິການ, ພະແນກສາທາລະນະສຸກແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ 22 ທ່ານ ຍິງ 6 ທ່ານ:
#ຈຸດປະສົງແລະເປົ້າໝາຍລວມຂອງໂຄງການແມ່ນເພື່ອປັບປຸງລະບົບການໃຫ້ການບໍລິການສຸຂະພາບຕາສຳລັບເດັກເກີດ   ໃໝ່ ແລະ ເດັກນ້ອຍລວມທັງເດັກໃນໄວຮຽນຊັ້ນປະຖົມ ແລະ ຊັ້ນມັດທະຍົມ ທີ່ມີບັນຫາທາງດ້ານການເບິ່ງເຫັນ, ທາງໂຄງການຈະໄດ້ຊອກຄົ້ນຫາເດັກຈຳນວນດັ່ງກ່າວເພື່ອໃຫ້ໄດ້ຮັບການກວດ, ແທກສາຍຕາ ແລະ ໃຫ້ການປິ່ນປົວພະຍາດທາງຕາທົ່ວໄປ ລວມທັງປະກອບແວ່ນຕາໃຫ້ເດັກນ້ອຍທີ່ຈຳເປັນຕ້ອງໃສ່ແວ່ນຕາຕາມຄວາມເໜາະສົມ, ຈຳນວນເປົ້າໝາຍຜູ້ທີ່ຈະໄດ້ຮັບການກວດ ແລະ ປິ່ນປົວສຸຂະພາບຕາທັງໝົດ 3.724 ຄົນໃນທົ່ວແຂວງຈຳປາສັກ ແລະ ແຂວງໃກ້ຄຽງ, ໄລຍະການດຳເນີນໂຄງການແມ່ນ 2 ປີ ເລີ້ມຈັດຕັ້ງປະຕິບັດນັບແຕ່ປີ 2025 ຫາ 2027 ເປັນຕົ້ນໄປ
ໃນພິທີຄັ້ງນີ້ ທ່ານ ດຣ ນາງ ອຸດຕະພອນ ສົມສີທາ ຮອງຫົວໜ້າພະແນກສາທາລະນະສຸກແຂວງ ປະທານກອງປະຊຸມ ໄດ້ກ່າວມີຄຳເຫັນຕໍ່ພິທີວ່າ: ແຂວງຈໍາປາສັກ ເປັນແຂວງໜື່ງທີ່ມີປະຊາກອນໜາແໜ້ນ ແລະ ມີເດັກນ້ອຍຈຳນວນຫຼວງຫຼາຍທີ່ຍັງມີບັນຫາກ່ຽວກັບສຸຂະພາບ ບໍ່ວ່າຜູ້ທີມີບັນຫາທາງດ້ານສາຍຕາສັ້ນ, ສາຍຕາຍາວ, ສາຍຕາອຽງ, ພະຍາດແກ່ນຕາຂຸ້ນ, ພະຍາດຕາມົວ ແລະ ພະຍາດອື່ນໆກ່ຽວກັບຕາ ທີ່ຍັງ ບໍ່ທັນໄດ້ເຂົ້າຮັບການກວດສຸຂະພາບຕາຢ່າງຖືກວິທີ ແລະ ຍັງລໍຮັບການຊ່ວຍເຫຼືອຈາກສັງຄົມຢູ່ເປັນຈຳນວນຫຼວງຫຼາຍ, ສະນັ້ນຖືວ່າເປັນໂອກາດດີຂອງປະຊາຊົນຊາວແຂວງຈຳປາສັກ ແລະ ແຂວງໃກ້ຄຽງທີ່ຈະໄດ້ເຂົ້າມາຮັບການບໍລິການກວດ ແລະ ປິ່ນປົວສຸຂະພາບຕາໂດຍບໍ່ໄດ້ເສຍຄ່ານຳໂຄງການດັ່ງກ່າວ
#ນະໂອກາດດັ່ງກ່າວນີ້ ກໍ່ຂໍເຊີນຊວນທຸກໆທ່ານທີ່ມີບັນຫາທາງດ້ານສຸຂະພາບຕາໃຫ້ເຂົ້າມາກວດກັນຕອງຢູ່ທີ່ຂະ       ແໜງຕາໂຮງໝໍແຂວງຈຳປາສັກ ແລະ 3ແຂວງພາກໃຕ້ໃນໂມງລັດຖະການ, ສອບຖາມຂໍ້ມມູນເພີ້ມເຕີມໄດ້ທີ່: ແຂວງ ຈຳປາສັກ 020 5541 5233, ແຂວງ ສາລະວັນ 020 9930 1119, ແຂວງເຊກອງ  020 5600 5985 ແລະ ແຂວງ ອັດຕະປື 020 9944 6825
#ພາບ-ຂ່າວ: ພູວັນ ສີໂສພາ

 

ລະບົບຂໍ້ມູນຂ່າວສານດ້ານສຸຂະພາບ ສປປລາວ
ຂໍ້ມູນຄຸນນະພາບອາກາດປະຈໍາວັນ
ລາຍງານພະຍາດໄຂ້ຍຸງລາຍ
ຂ່າວສານສາທາລະນະສຸກ ແຂວງຈຳປາສັກ