ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຄະນະພັກຮາກຖານພະແນກສາທາລະນະສຸກ ແຂວງຈຳປາສັກ
16/08/2025
ຄະນະພັກຮາກຖານພະແນກສາທາລະນະສຸກ ແຂວງຈໍາປາສັກ ດຳເນີນກອງປະຊຸມໃຫຍ່ສະໄໝທີ VIII ຢ່າງເປັນທາງການ, ພ້ອມເລືອກຕັ້ງເອົາຄະນະພັກຊຸດໃໝ່. ກອງປະຊຸມໄຂຂຶ້ນໃນວັນທີ 13 ສິງຫາ 2025 ທີ່ສະໂມສອນຂອງແຂວງຫຼັກ4 ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ອາລຸນໄຊ ສູນນະລາດ ເລຂາພັກແຂວງ ເຈົ້າແຂວງຈໍາປາສັກ, ສະຫາຍ ປອ ດຣ ນັນທະສານ ວັນນະວົງ ຫົວໜ້າພະແນກສາທາລະນະສຸກແຂວງ,ສະຫາຍ ບຸນມີ ດວງມີສີ ຮອງຫົວໜ້າຄະນະຈັດຕັ້ງແຂວງ, ມີຄະນະກຳມະການບຸກຄະລາກອນຂັ້ນແຂວງ, ມີຄະພັກຮາກຖານ, ຄະນະໜ່ວຍພັກອ້ອມຂ້າງ ແລະ ສະມາຊິກພັກເຂົ້າຮ່ວມ.
ໂດຍກອງປະຊຸມໄດ້ມີການປ່ອນບັດລົງຄະແນນສຽງເລືອກຕັ້ງເອົາຄະນະພັກຮາກຖານພະແນກສາທາຊຸດໃໝ່ ເຊິ່ງມີຜູ້ລົງສະໝັກ 12 ສະຫາຍ, ເລືອກເອົາ 9 ສະຫາຍ ແລະ ຜ່ານການປ່ອນບັດເລືອກຕັ້ງ ແລະ ຜົນຂອງກອງປະຊຸມຄັ້ງປະຖົມມະລືກ ເຫັນດີເລືອກເອົາ ສະຫາຍ ປອ ດຣ ນັນທະສານ ວັນນະວົງ ເປັນເລຂາຄະນະພັກຮາກຖານພະແນກສາທາລະນະສຸກ ສະໄໝທີ VIII, ສະຫາຍ ດຣ ຈັນສະໝອນ ທະນະບົວສີ ເປັນຮອງເລຂາ, ສະຫາຍ ດຣ ນາງ ສັງວານ ແສນສຸກ ປະທານກວດກາ, ພ້ອມຄະນະປະກອບມີ: ສະຫາຍ ດຣ ກັນໄຊ ເວີນນະວົງ, ສະຫາຍ ດຣ ໄພປະດິດ ມາລາພັນ, ສະຫາຍ ດຣ ນາງ ອຸດຕະພອນ ສົມສີທາ, ສະຫາຍ ນາງ ພອນພູລັກ ບົວລະວົງ, ສະຫາຍ ສົມໄຊ ຫົງສະຫວາດ, ສະຫາຍ ດຣ ນາງ ແສງມະນີ ວິລະວົງ.
#ພ້ອມນີ້ໃນກອງປະຊຸມກໍໄດ້ຜ່ານບົດລາຍງານການເມືອງທັງ 2 ພາກ, ຜ່ານບົດສໍາຫຼວດການນໍາພາຂອງຄະນະພັກຮາກຖານ ໂດຍຕີລາຄາສະພາບການຈັດຕັ້ງປະຕິບັດນໍາພາ-ຊີ້ນໍາ ວຽກງານຮອບດ້ານຂອງຄະນະພັກຮາກຖານພະແນກ ສາທາລະນະສຸກ ແຂວງຈໍາປາສັກ ໃນໄລຍະ 5 ປີ ຜ່ານມາ (2020-2024).ໃນໄລຍະ 05 ປີຜ່ານມາ ຄະນະພັກຮາກຖານພະແນກສາທາລະນະສຸກແຂວງ ໄດ້ເປັນເຈົ້າການນໍາພາ-ຊີ້ນໍາ ຈັດ ຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງຄະນະພັກຮາກຖານ ພະແນກສາທາລະນະສຸກແຂວງ ແລະ ແຜນພັດທະນາສາທາລະນະສຸກ 5 ປີ ຄັ້ງທີ IX ຢ່າງມີຜົນສໍາເລັດ, ໄດ້ຈັດຕັ້ງ ເຜີຍແຜ່ ເຊື່ອມຊຶມມະຕິດັ່ງກ່າວ ໃຫ້ແກ່ຄະນະໜ່ວຍພັກ ແລະ ອົງການຈັດຕັ້ງມະຫາຊົນ, ສະມາຊິກພັກ, ພະນັກງານ ຂົງເຂດສາທາລະນະສຸກແຂວງ ເພື່ອຫັນເປັນແຜນການ, ແຜນງານ, ໂຄງການ ຕາມ 08 ແຜນງານ, 49 ແຜນງານຍ່ອຍ ແລະ 133 ໂຄງການ ໃຫ້ລະອຽດຊັດເຈນ ແລະ ຕະຫຼອດ ໄລຍະແຫ່ງການນໍາພາ-ຊີ້ນໍາ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງຄະນະພັກຮາກຖານພະແນກ ສາທາລະນະສຸກແຂວງໄດ້ສຸມທຸກຄວາມຮູ້ ຄວາມສາມາດ ສະຕິປັນຍາ ເຂົ້າໃນການນໍາພາ-ຊີ້ນໍາຄະນະໜ່ວຍພັກ, ສະມາ ຊິກພັກ, ພະນັກງານ-ລັດຖະກອນ ເຂົ້າຮ່ວມເຄື່ອນໄຫວຈັດຕັ້ງປະຕິບັດວຽກງານສາທາລະນະສຸກ ຕາມນະໂຍບາຍຂອງ ພັກ ຈົນໄດ້ຮັບຜົນສໍາເລັດເປັນກ້າວໆມາ ແລະ ໄດ້ເອົາໃຈໃສ່ຄຸ້ມຄອງ ກວດກາການນໍາເຂົ້າ-ສົ່ງອອກ ອາຫານ, ຢາ, ເຄມີ ແລະ ອຸປະກອນທາງການແພດ ຢູ່ດ່ານສາກົນ, ເອົາໃຈໃສ່ກວດກາ, ວິໄຈ ຄຸນນະພາບ ອາຫານ ແລະ ຢາ ຮັບປະກັນໃຫ້ມີຄວາມປອດໄພ, ມີລະບົບເກັບຮັກສາຢາ, ແຈກຢາຍຢາ ໃຫ້ແກ່ສະຖານທີ່ບໍລິການທົ່ວແຂວງ, ມີການປັບປຸງຄຸນນະພາບການຜະລິດ ຂອງໂຮງງານຜະລິດຢາ ບີເອຟ ໃນແຕ່ລະປີ ສາມາດຍົກລະດັບໃຫ້ທຽບເທົ່າກັບສາກົນ ເທື່ອລະກ້າວ ເພື່ອຜະລິດຢາໃຫ້ໄດ້ຄຸນນະພາບ ຮັບໃຊ້ ສັງຄົມ; ມີການກໍ່ສ້າງ ແລະ ຍົກລະດັບວິຊາສະເພາະ, ດ້ານວິຊາການໃນທຸກວິຊາການແພດ, ມີການຄຸ້ມຄອງຂໍ້ມູນພະນັກງານດ້ວຍລະບົບທັນສະໄໝ ແລະ ມີການປັບປຸງລະບົບການຮຽນ- ການສອນໃຫ້ທັນສະໄໝ ໃນແຕ່ລະໄລຍະ ເພື່ອສ້າງແພດໝໍອອກຮັບໃຊ້ປະຊາຊົນ ກໍ່ຄືສັງຄົມໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ; ມີລະບົບຂໍ້ມູນຂ່າວສານ ສາທາລະນະສຸກທີ່ທັນສະໄໝ ນັບແຕ່ແຂວງ ຈົນຮອດສຸກສາລາ ສາມາດ ຕິດຕາມ ກວດກາ ນໍາໃຊ້ຂໍ້ມູນ ເພື່ອພັດທະນາ ວຽກງານສາທາລະນະສຸກໃຫ້ແທດເໝາະກັບຄວາມເປັນຈິງ ໃນແຕ່ລະໄລຍະ; ໄດ້ຄຸ້ມຄອງຈັດຕັ້ງປະຕິບັດວຽກການແພດ ສາທາລະນະສຸກລວມສູນ ດ້ວຍລະບົບບັນຊີແຫ່ງລັດໃນທົ່ວແຂວງ, ມີລະບົບປະກັນສຸຂະພາບທຸກທົ່ວໜ້າ, ປະຊາຊົນ ທຸກຍາກ, ແມ່ມານ ແລະ ເດັກນ້ອຍລຸ່ມ 05 ປີ ປິ່ນປົວບໍ່ເສຍຄ່າ, ມີລະບອບປະຊຸມສ່ອງແສງປະຈຳເດືອນຮ່ວມກັບຂະແໜງການອ້ອມຂ້າງພະແນກ ແລະ ຫ້ອງການສາທາລະນະສຸກເມືອງ ເພື່ອຕິດຕາມ ກວດກາ ປະເມີນຜົນ ການຈັດ ຕັ້ງປະຕິບັດວຽກກງານສາທາລະນະສຸກຮອບດ້ານຢ່າງເປັນປົກກະຕິ. ປັດຈຸບັນທົ່ວຄະນະພັກຮາກຖານພະແນກສາທາລະນະສຸກມີຈໍານວນສະມາຊິກພັກທັງໝົດ 325 ສະຫາຍ, ຍິງ 205 ສະຫາຍ.
ໃນໂອກາດເຂົ້າຮ່ວມກອງປະຊຸມທີ່ມີຄວາມໝາຍສໍາຄັນນີ້ສະຫາຍ ອາລຸນໄຊ ສູນນະລາດ ປະທານກອງປະຊຸມ ກໍໄດ້ມີຄໍາເຫັນໂອລົມຕໍ່ຄະນະພັກຮາກຖານຊຸດໃໝ່ ກໍຄືສະຫາຍສະມາຊິກພັກ ເພື່ອເປັນທິດທາງໃນການສືບຕໍ່ນໍາພາ-ຊີ້ນໍາ ໃນການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງພະແນກສາທາລະນະສຸກແຂວງ ໃຫ້ມີຜົນສໍາເລັດໃຫຍ່ຫຼວງກວ່າເກົ່າ.

