ກອງປະຊຸມນຳສະເໜີເລີ້ມໂຄງການ "ASAMCO lao and Thailand" ໂຄງການສຸຂະພາບໜື່ງດຽວ.
05/01/2026
ກອງປະຊຸມນຳສະເໜີເລີ້ມໂຄງການ "ASAMCO lao and Thailand" ໂຄງການສຸຂະພາບໜື່ງດຽວ.
ກອງປະຊຸມຈັດຂື້ນທີ່ຫ້ອງການປົກຄອງເມືອງ 03 ຕົວເມືອງມີ:ເມືອງຊະນະສົມບູນ, ເມືອງສຸຂຸມາ ແລະ ເມືອງໂຂງ ແຂວງ ຈຳປາສັກ #ຄັ້ງວັນທີ 22-24 ທັນວາ 2025 ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານດຣ ນ ພົງສະໄຫວ ຈັນທະແສງຮັກສາການແທນຫົວໜ້າພະແນກກັນພະຍາດຕິດຕໍ່ຈາກສັດສູ່ຄົນ ແລະ ຈຸດຜ່ານແດນ,ກົມຄວບຄຸມພະຍາດຕິດຕໍ່,ທ່ານດຣ ນ ພິລາວັນ ສິດບຸນລັງ,ຫົວໜ້າຂະແໜງວິເຄາະ ສູນວິໄຈພະຍາດຊືມເຊື້ອລາວ-ຄຣິດຕົບ ເມຣິເອີ,ທ່ານດຣ ນ ສົມປະດິດ ຜາວິໄລ,ວິຊາການພະແນກກັນພະຍາດຈາກສັດສູ່ຄົນ ແລະ ຈຸດຜ່ານແດນ,ກົມຄວບຄຸມພະຍາດຕິດຕໍ່,ທ່ານຫົວໜ້າພະແນກກະສີກຳ ແລະ ປ່າໄມ້ແຂວງ,ທ່ານຫົວໜ້າຂະແໜງຄວບຄຸມພະຍາດຕິດຕໍ່ແຂວງ,ວິຊາການລະບາດແຂວງ,ທ່ານຫົວໜ້າຂະແໜງອະນາໄມ ແລະ ສົ່ງເສີມສຸຂະພາບ,ທ່ານວິຊາການສະຖີຕິຂ່າວສານສາທາລະນະສຸກແຂວງ,ທ່ານຫົວໜ້າໜ່ວຍງານສັດຕະວະແພດເມືອງຊະນະສົມບູນ,ເມືອງສຸຂຸມາ ແລະ ເມືອງໂຂງ,ທ່ານສັດຕະວະແພດບ້ານເມືອງຊະນະສົມບູນ,ເມືອງສຸຂຸມາ ແລະ ເມືອງໂຂງ,ຫົວໜ້າໜ່ວຍງານປ່າໄມ້ເມືອງຊະນະສົມບູນ,ເມືອງສຸຂຸມາ ແລະ ເມືອງໂຂງ,ທ່ານຫົວໜ້າໜ່ວຍງານຂະແໜງລ້ຽງສັດ ແລະ ການປະມົງເມືອງຊະນະສົມບູນ,ເມືອງສຸຂຸມາ ແລະ ເມືອງໂຂງ,ທ່ານຫົວໜ້າຫ້ອງການສາທາລະນະສຸກເມືອງຊະນະສົມບູນ,ເມືອງສຸຂຸມາ ແລະ ເມືອງໂຂງ,ທ່ານຍຫົວໜ້າຂະແໜງຊືມເຊື້ອໂຮງໝໍເມືອງຊະນະສົມບູນ,ເມືອງສຸຂຸມາ ແລະ ເມືອງໂຂງ,ພະນັກງານສຸກສາລາເມືອງຊະນະສົມບູນ,ເມືອງສຸຂຸມາ ແລະ ເມືອງໂຂງ,ທ່ານຫົວໜ້າໜ່ວຍງານສີ່ງແວດລ້ອມເມືອງຊະນະສົມບູນ,ເມືອງສຸຂຸມາ ແລະ ເມືອງໂຂງ.
#ຈຸດປະສົງຂອງກອງປະຊຸມເພື່ອນຳສະເໜີເຖິງເປົ້າໝາຍ ແລະ ຜົນໄດ້ຮັບພາຍຫຼັງທີ່ເປີດໂຄງການ "ASAMCO lao and thailand"ພ້ອມທັງປຶກສາຫາສືສົນທະນາບັນ ຫາ ແລະ ຄວາມທ້າທາຍກ່ຽວກັບພະຍາດຈາກສັດສູ່ຄົນ ແລະ ສີ່ງແວດລ້ອມໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວໃນຕໍ່ໜ້າ.
ແຫຼ່ງທີ່ມາ: ຂ່າວສານສາທາລະນະສຸກ ແຂວງຈຳປາສັກ

